ບາດກ້າວເດີນຕັ້ງຫນ້າໃນການແກ້ໄຂວິກິດການຢູ່ ຊີຣີ

(VOVWORLD) -ກອງປະຊຸມສຸດຍອດ 3 ຝ່າຍ ລະຫວ່າງ ປະທານາທິບໍດີ ລັດເຊຍ Vladimir Putin ກັບປະທານາທິບໍດີ ຕວກກີ Tayyip Erdogan  ແລະ ປະທານາທິບໍດີ ອີຣານ Hasan Rouhani ໄດ້ສິ້ນສຸດລົງໃນວັນທີ 22 ພະຈິກ ຢູ່ ນະຄອນ Sochi ປະເທດລັດເຊຍ, ດ້ວຍເລື່ອງອອກຖະແຫລງການຮ່ວມກ່ຽວກັບ ຊີຣີ. ເລື່ອງອອກຖະແຫລງການຮ່ວມ ໄດ້ກຳນົດບັນດາຂົງເຂດບຸລິມະສິດຮ່ວມມືກ່ຽວກັບ ຊີຣີ ຈະຕັດສິນທິດກ້າວເດີນລະອຽດຕໍ່ໄປໃນຄວາມມານະພະຍາຍາມຢຸດຕິການປະທະກັນຢູ່ ຊີຣີ ແລະ ຊຸກຍູ້ວິວັດການການເມືອງຢູ່ປະເທດ ຕາເວັນອອກກາງນີ້.
ບາດກ້າວເດີນຕັ້ງຫນ້າໃນການແກ້ໄຂວິກິດການຢູ່ ຊີຣີ - ảnh 1 ປະທານາທິບໍດີ ລັດເຊຍ Vladimir Putin, ປະທານາທິບໍດີ ອີຣານ Hassan Rouhani ,    ປະທານາທິບໍດີ ຕວກກີ Tayyip Erdogan

                                     ພາບ: AFP/TTXVN

ກອງປະຊຸມສຸດຍອດ 3 ຝ່າຍ ລັດເຊຍ -ຕວກກີ - ອີຣານ ໄດ້ຈັດຕັ້ງຂຶ້ນໃນສະພາວະທີ່ບັນດາມືປືນຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ ຖືກຍູ້ຖອຍໄປ ຢູ່ ຊີຣີ  ແລະ ບັນດາກຸ່ມປະກອບອາວຸດລຸກຮື້ຂຶ້ນຕ້ານຄືນອຳນາດການປົກຄອງຂອງປະທານາທິບໍດີ Bashar Al Assad ກໍ່ຖືກປະລາໄຊໃນສະຫນາມຮົບ.

ກ່ອນດຳເນີນກອງປະຊຸມ, ທ່ານ Dimitry Peskov ເລຂາການຂ່າວຂອງປະທານາທິບໍດີ ລັດເຊຍ ໃຫ້ຮູ້ວ່າ: ບັນດາຝ່າຍຈັດຕັ້ງການແລກປ່ຽນທັດສະນະກ່ຽວກັບການແກ້ໄຂບັນຫາຊີຣີ ຢ່າງລະອຽດ, ປຶກສາຫາລືຫລາຍບາດກ້າວຕໍ່ໄປ, ຮັບປະກັນສະພາບການເປັນປົກກະຕິຢູ່ປະເທດນີ້ຢ່າງຍາວນານ.

ໝາກຜົນຕັ້ງຫນ້າໃຫ້ແກ່ວິວັດທະນາການສັນຕິພາບຢູ່ ຊີຣີ

ໝາກຜົນກອງປະຊຸມສຸດຍອດໄດ້ສະແດງໃຫ້ເຫັນວ່າ 3 ປະເທດ ຄື: ລັດເຊຍ, ຕວກກີ ແລະ ອີຣານ ມີການຮ່ວມມືຢ່າງແຫນ້ນແຟ້ນກວ່າ ໃນວິວັດການສັນຕິພາບຢູ່ ຊີຣີ ເພາະວ່າ ໃນໄລຍະຍາວກ່ອນນັ້ນ ໄດ້ມີບັນດາຄວາມແຕກຕ່າງໃນທັດສະນະຂອງ ຕວກກີ ກ່ຽວກັບບົດບາດຂອງ ຊາວເຄີດສ ພວມຄວບຄຸມຫລາຍເຂດດິນແດນຢູ່ພາກເຫນືອ ຊີຣີ. ກ່ອນດຳເນີນການພົບປະຂັ້ນສູງຂອງ ປະມຸກລັດ 3 ປະເທດ, ລັດຖະມົນຕີການຕ່າງປະເທດ ຕວກກີ ຍັງຄົງຄັດຄ້ານການເຂົ້າຮ່ວມກອງປະຊຸມເຈລະຈາກ່ຽວກັບ ຊີຣີຂອງ ຊາວເຄີດ .

ເພາະສະນັ້ນ ເລື່ອງການນຳ ສາມປະເທດ ຮັບຮອງເອົາຖະແຫລງການຮ່ວມ ກຳນົດໄດ້ບັນດາຂົງເຂດບຸລິມະສິດການຮ່ວມມື ກ່ຽວກັບຊີຣີ ແມ່ນໝາກຜົນຕັ້ງຫນ້າ. ບັນດາຝ່າຍສະແດງຄວາມເພິ່ງພໍໃຈກ່ຽວກັບໝາກຜົນການຮ່ວມມືໃນສົງຄາມຕ້ານການກໍ່ການຮ້າຍໃນໄລຍະຜ່ານມາ, ຢືນຢັນວ່າພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັນເພື່ອແນໃສ່ດັບສູນອົງການ IS, al – Nusra ແລະ ບັນດາກຸ່ມຫົວຮຸນແຮງອື່ນ. ການນຳລັດເຊຍ ພ້ອມກັບບັນດາຄູ່ຕຳແຫນ່ງ ຕວກກີ ແລະ ອີຣານ ທີ່ກອງປະຊຸມສຸດຍອດ ກໍ່ເຫັນດີຕໍ່ເລື່ອງໃກ້ຈະປົດປ່ອຍ ຊີຣີ ເປີດໄລຍະໃຫມ່ເພື່ອແກ້ໄຂວິກິດການດ້ວຍມາດຕະການຍາວນານ ແລະ ຮອບດ້ານ.

ເປັນຫນ້າສົນໃຈ, ບັນດາການນຳ ຕວກກີ ແລະ ອີຣານ ໄດ້ສະຫນັບສະຫນູນຂໍ້ລິເລີ່ມຂອງລັດເຊຍ ຮຽກຮ້ອງຈັດຕັ້ງ ກອງປະຊຸມໃຫຍ່ເຈລະຈາກ່ຽວກັບບັນຫາຊີຣີ ແລະ ໄດ້ມອບໃຫ້ບັນດາກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ພ້ອມກັບບັນດາອົງການທີ່ກ່ຽວຂ້ອງຂອງສາມປະເທດ ຮຽບຮຽງແຜນການລະອຽດກ່ຽວກັບດ້ານເວລາກໍ່ຄືພາກສ່ວນເຂົ້າຮ່ວມ. ກອງປະຊຸມໃຫຍ່ ຈະພິຈາລະນາບັນດາບັນຫາຫລັກແຫລ່ງຂອງ ຊີຣີ. ເລື່ອງຈັດຕັ້ງກອງປະຊຸມໃຫຍ່ເຈລະຈາກ່ຽວກັບບັນຫາຊີຣີ ຈະສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ຊີຣີ ເລືອກເຟັ້ນອະນາຄົດດ້ວຍຕົນເອງ ແລະ ເປັນເອກະພາບບັນດາຫລັກການລະບອບນະໂຍບາຍຂອງລັດ.

ດ້ວຍບັນດາໝາກຜົນດັ່ງກ່າວ, ກະຊວງການຕ່າງປະເທດ ຊີຣີ ຖືວ່າ: ຖະແຫລງການຮ່ວມລະຫວ່າງລັດເຊຍ, ຕວກກີ, ອີຣານ ກ່ຽວກັບບັນຫາ ຊີຣີ ໄດ້ສະແດງໃຫ້ຄຳໝັ້ນສັນຍາສະຫນັບສະຫນູນທຸກການກະທຳດ້ານການເມືອງເຄົາລົບ ອະທິປະໄຕ, ເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ຊີຣີ. ຕາມກະຊວງດັ່ງກ່າວແລ້ວ, Damascus ປາດຖະຫນາຢາກຢຸດຕິວິກິດການປະຈຸບັນຜ່ານມາດຕະການການເມືອງ.

ຫັນຖະແຫລງການຮ່ວມໃຫ້ປະກົດຜົນເປັນຈິງ

ເລື່ອງລັດເຊຍ, ຕວກກີ ແລະ ອີຣານ ຮັບຮອງເອົາຖະແຫລງການຮ່ວມກ່ຽວກັບບັນຫາ ຊີຣີ ແມ່ນເຈດຕະນາດີ ພ້ອມກັບການຮ່ວມມືລະຫວ່າງ 3 ປະເທດ. ເຖິງຢ່າງໃດກໍຕາມ ເລື່ອງຫັນຖະແຫລງການຮ່ວມໃຫ້ປະກົດຜົນເປັນຈິງ ບໍ່ແມ່ນເລື່ອງງ່າຍດາຍ. ທີ່ກອງປະຊຸມສຸດຍອດເມື່ອວັນທີ 22 ພະຈິກ, ປະທານາທິບໍດີ ລັດເຊຍ Vladimir Putin ຍອມຮັບວ່າ ວິວັດການປະຕິຮູບຈະບໍ່ແມ່ນເລື່ອງງ່າຍດາຍ. ທ່ານ Putin ເນັ້ນຫນັກວ່າ ຕ້ອງມີຄວາມເຫັນດີເຫັນພ້ອມ ແລະ ປະນີປະນອມຈາກທຸກຝ່າຍ, ໃນນັ້ນ ລວມມີ ລັດຖະບານ ຊີຣີ. ທ່ານກໍ່ສະແດງຄວາມເຊື່ອໝັ້ນວ່າ ລັດເຊຍ, ອີຣານ ແລະ ຕວກກີ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຫັນສິ່ງດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ກ່ອນຫນ້ານັ້ນ ເພື່ອໃຫ້ກອງປະຊຸມສຸດຍອດບັນລຸໝາກຜົນຕັ້ງຫນ້າ, ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ມີການພົບປະກັບປະທານາທິບໍດີ ຕວກກີ ແລະ ປະທານາທິບໍດີ ຊີຣີ. ທີ່ການພົບປະຄັ້ງຕ່າງໆນັ້ນ, ປະທານາທິບໍດີ ລັດເຊຍ Vladimir Putin ຊອກໄດ້ທັດສະນະລວມກ່ຽວກັບການເພີ່ມທະວີບັນດາຄວາມມານະພະຍາຍາມເພື່ອປົກປັກຮັກສາວິວັດການສ້າງສະພາບການເປັນປົກກະຕິຢູ່ ຊີຣີ ຢ່າງຍາວນານ ກໍ່ຄືສ້າງຕັ້ງຂໍ້ຕົກລົງດ້ານການເມືອງ.

ບັ້ນຮົບການທະຫານດ້ວຍຂອບຂະຫນາດຕ້ານກຳລັງກໍ່ການຮ້າຍຢູ່ ຊີຣີ ພວມກ້າວເຂົ້າສູ່ໄລຍະສິ້ນສຸດ. ຍ້ອນມີຄວາມມານະພະຍາຍາມຂອງຫລາຍຝ່າຍ, ພິເສດແມ່ນຂອງລັດເຊຍ, ອີຣານ ແລະ ຕວກກີ ຊື່ງ ຊີຣີ ໄດ້ຫລຸດພົ້ນອອກຈາກໄພຖືກແບ່ງແຍກ, ສະກັດກັ້ນໄດ້ບາດກ້າວຢຶດຄອງຂອງການກໍ່ການຮ້າຍສາກົນກໍ່ຄືຫລີກລ້ຽງໄດ້ໄພພິບັດມະນຸດສະທຳ. ໃນສະພາບການນັ້ນ ເລື່ອງລັດເຊຍ, ຕວກກີ, ອີຣານ ສືບຕໍ່ບັນລຸໄດ້ຖະແຫລງການຮ່ວມ ກຳນົດໄດ້ບັນດາຂົງເຂດບຸລິມະສິດການຮ່ວມມືກ່ຽວກັບຊີຣີ ແມ່ນບາດກ້າວເດີນຕັ້ງຫນ້າເພື່ອຊຸກຍູ້ວິວັດການການເມືອງຢູ່ປະເທດຕາເວັນອອກກາງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ