ບາດກ້າວໃຫມ່ໃນການພົວພັນ ລະຫວ່າງ ຍີ່ປຸ່ນ ແລະ ຈີນ

(vovworld)- ນັບ​ແຕ່​ວັນ​ທີ 1/6 ​ເປັນຕົ້ນ​​ໄປ, ສອງ​ປະ​ເທດ​ມະຫາ​ອຳນາດ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ ນັ້ນ​ແມ່ນ ຍີ່​ປຸ່ນ ​ແລະ ຈີນ ປະຕິບັດ​ການ​​​ແລກປ່ຽນຄ້າຂາຍສອງ​ຝ່າຍ ໂດຍ​ກົງ ດ້ວຍສະກຸນເງິນ​​ເຢັນຂອງ​ຍີ່​ປຸ່ນ ​ແລະ ​ສະກຸນເງິນ​ຢວນຂອງ​ຈີນ. ​ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສົ່ງ​ຜົນ​ກະທົບ​ເຖິງ​ກາ​ນຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ເທົ່າ​ນັ້ນ ຫາກ​ຍັງ​ກະທົບ​ເຖິງ​ການ​ພົວພັນ​ທາງ​ດ້ານ​ການ​ເມືອງ​ອີກ​ດ້ວຍ. ການ​ພົວພັນ ລະຫວ່າງ ປັກ​ກີ່​ງ ​ແລະ ​ໂຕ​ກຽວ ຍັງ​ມີ​ສິ່ງ​ກີດຂວາງ​ຫລາຍ​ຢ່າງ ​ແຕ່​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເງິນຕາ​ນີ້ ​ຈະເຮັດ​ໃຫ້​ສອງ​ປະ​ເທດ​ຕ້ອງ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ ​ເອື້ອຍ​ອີງເຊິ່ງກັນ ​ແລະ​ ກັນ ​

ບາດກ້າວໃຫມ່ໃນການພົວພັນ ລະຫວ່າງ ຍີ່ປຸ່ນ ແລະ ຈີນ - ảnh 1
ນັບ​ແຕ່​ວັນ​ທີ 1/6 ​ເປັນຕົ້ນ​​ໄປ  ຍີ່​ປຸ່ນ ​ແລະ ຈີນ ປະຕິບັດ​ການ​​​ແລກປ່ຽນຄ້າຂາຍໂດຍ​ກົງ ດ້ວຍສະກຸນເງິນ​​ເຢັນ ​ແລະ ​ສະກຸນເງິນ​ຢວນ
ພາບ:baohaiphong.com.vn

        ວັນ​ທີ 29/5, ທ່ານ Azumi ລັດຖະມົນຕີ​ກະຊວງ​ການ​ເງິນ ຍີ່​ປຸ່ນ ​ໃຫ້​ຮູ້​ວ່າ: ​ເລື່ອງປະຕິບັດການ​ຕິດ​ຕໍ່​ຄ້າຂາຍ​ໂດຍ​ບໍ່​ນຳ​ໃຊ້​ສະກຸນ​ເງິນ​ຈາກ​ປະ​ເທດ​ທີ 3 ​ໄດ້​ນຳ​ມາ​ຊຶ່ງ​ຄວາມ​ສະດວກ​ຫລາຍ​ຢ່າງຄື: ຫລຸດຜ່ອນ​ບັນດາ​ລາຍ​ຈ່າຍ​ໃນ​ການ​ພົວພັນຄ້າຂາຍ, ຫລຸດຜ່ອນ​ຄວາມ​ສ່ຽງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຊຳລະ​ຂອງ​ບັນດາ​ອົງການ​ການ​ເງິນ​. ​ທະນາຄານ​ປະຊາຊົນ ຈີນ ກໍ​ຢືນຢັນ​ວ່າ: ​ເລື່ອງ​ນຳ​​ໃຊ້​ສະກຸນ​ເງິນ​ຢວນ ​ແລະ ​ເງິນ​ເຢັນ​ໃນ​ການ​ຄ້າ​ສອງ​ຝ່າຍ ​ແລະ ການ​ລົງທຶນ​ຈະ​ປະກອບສ່ວນ​ປັບປຸງ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ລະຫວ່າງ ສອງ​ປະ​ເທດ. ນີ້​​ເປັນ​ຄັ້ງ​ທຳ​ອິດ ທີ່ຈີນ ອະນຸຍາດ​​ໃຫ້ເງິນຕາ​ຕ່າງປະ​ເທດ​​ປະ​ເພດຫນຶ່ງ ນອກ​ເຫລືອ​ຈາກສະກຸນ​ເງິນ USD ​ໄດ້​ພົວພັນ​ຄ້າຂາຍ​ໂດຍ​ກົງ​ກັບ​ສະກຸ​ນເງິນ​ຢວນ. ວົງ​ການນັກ​ໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ອີງ​ໃສ່​ການ​ພົວພັນ​ແລກປ່ຽນ​ໂດຍ​ກົງ​ລະຫວ່າງ ​ເງິນ​ເຢັນ ​ແລະ ​ເງິນ​ຢວນ, ວິ​ສາ​ຫະກິດ ຂອງ ຍີ່​ປຸ່ນ ​ແລະ ຈີນ ສາມາດ​ຫລຸດຜ່ອນ​ຄວາມ​ສ່ຽງ​ຍ້ອນ​ການ​ເຫນັງ​ຕີງ​ຂອງ​ອັດຕາ​ແລກປ່ຽນ​ທີ່​ກ່ຽວຂ້ອງ​ເຖິງ​ສະກຸນ​ເງິນ USD ​ແລະ ຫລຸດຜ່ອນ​ລາຍ​ຈ່າຍ​​ໃນ​ການ​ພົວພັນຄ້າຂາຍ​​ໃນຂອດ​ເປັນກາງຜ່ານ​ສະກຸນ​ເງິນ  USD. ສຳລັບ​ຈີນ​ແລ້ວ, ​ເລື່ອງ​ປະຕິບັດ​ການ​ຊຳລະ​ໂດຍກົງ​ນີ້ ​ແມ່ນ​ບາດ​ກ້າວ​ປະຕິບັດຄວາມ​ມັກ​​ໃຫຍ່​​​​ໄຝສູງ​ໃນ​ການ​ນຳ​ໃຊ້ສະກຸນ​​ເງິນ​ຢວນຂອງ​ຈີນ​ຢູ່​ສູ່ທົ່ວ​ໂລກ. ສຳລັບ​ຍີ່ປຸ່ນ​ແລ້ວ, ບັນດາ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ​ການ​​ຕິດ​ຕໍ່​ແລກປ່ຽນ​ສະກຸນ​ເງິນ​ຢວນຢູ່​ບັນດາ​ສູ​ນການ​ເງິນ​ອື່ນ​ຄື: ລອນ​ດອນ ​ແລະ ສິງກະ​ໂປ ຊຶ່ງ​ແມ່ນ​ບັນດາ​ຕະຫລາດ​ພວມຮຽກຮ້ອງ​ສ້າງ​ຕັ້ງ​ລະບົບ​ແລກປ່ຽນຄ້າຂາຍ​ໂດຍ​ກົງ​ກັບ​ສະກຸນ​ເງິນ​ຢວນ. ລະບົບ​ແລກປ່ຽນ​ຄ້າຂາຍ​ໂດຍ​ກົງ​ນີ້ ກໍ​ສົ່ງ​ເສີມ​ໃຫ້​ບັນດາ​ນັກ​ລົງທຶນ​ພາກ​ເອກະ​ຊົນ​ຍີ່​ປຸ່ນ ຊື້​ຊັບ​ສົມບັດ​ຢູ່ ຈີນ.

ບາດກ້າວໃຫມ່ໃນການພົວພັນ ລະຫວ່າງ ຍີ່ປຸ່ນ ແລະ ຈີນ - ảnh 2
ພາບປະກອບ:internet

        ປະຈຸ​ບັນ ຈີນ ​ແລະ ຍີ່ປຸ່ນ ມີ​ລະດັບ​ການ​ແລກປ່ຽນ​ດ້ານ​ການ​ຄ້າ​ຢ່າງ​ຫລວງຫລາຍ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ກັນ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ປະມານ 60% ການ​ຕິດ​​ແລກ​ປ່ຽນ​​ດ້ານການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ ຍັງ​ຄົງ​ໄດ້​ຮັບ​ການ​ປະຕິບັດ​ຜ່ານການ​ນຳ​ໃຊ້ສະກຸນ​ເງິນ USD. ​ໃນ​ສະພາບ​ການ​ຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ເມື່ອ​ປີ 2008, ການສົ່ງ​ອອກສິນຄ້າ​ຂອງ​ສອງ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ຫນັກຫນ່ວງ, ສອງ​ປະ​ເທດ ລ​້ວນ​ແຕ່​ມີ​ຄວາມ​ຮັບ​ຮູ້​ວ່າ ​ເພື່ອ​ຫລຸດຜ່ອນ​ລາຍ​ຈ່າຍ​ໃນ​ການ​ລົງທຶນ​ສອງ​ຝ່າຍ ຄວນ​ຫລຸດຜ່ອນ​ການ​ອີງ​​ໃສ່​ສະກຸ​ນ​ເງິນ USD. ສະ​ນັ້ນ ​ເດືອນ 11/2011, ສອງ​ຝ່າຍ​ຈຶ່ງ​​ເຫັນ​ດີ​ລົງນາມໃນ​ຂໍ້​ຕົກລົງ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ໂດຍ​ກົງ​ຜ່ານ​ສະກຸນ​ເງິນ​ເຢັນ ​ແລະ ສະກຸນ​ເງິນ​ຢວນ ​ແລະ ນັບ​ແຕ່​ວັນ​ທີ 1/6 ​ເປັນ​ຕົ້ນ​ໄປ ຢູ່ ຕະຫລາດ ​ໂຕ​ກຽວ ​ແລະ ຊຽງ​ໄຮ່ ​ຈະເລີ່​ມ​ປະຕິບັດ​ການ​ແລກປ່ຽນ​ຄ້າຂາຍ​ໂດຍ​ກົງ​ດ້ວຍການ​ນຳ​ໃຊ້ສະກຸນ​ເງິນ​ເຢັນ ​ແລະ ສະກຸນ​ເງິນ​ຢວນ.

        ຄວາມ​ຈິງ​ແລ້ວ, ປະຈຸ​ບັນ ລະບົບ​ການ​ເງິນ​ສາກົນ​ແມ່ນ​ອີງ​ໃສ່​​ສະກຸນ​ເງິນ USD ​​ເປັນ​ສ່ວນ​​ໃຫຍ່ ແລະ ພວມ​ເກີດ​​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ຫລາຍ​ຢ່າງ. ຖ້າ​ສັງ​ເກດ​ຈາກ​ແງ່​ມູມຂອບ​ຂະຫນາດ​ຂອງ​ພື້ນຖານ​ເສດຖະກິດ, ການ​ລົງທຶນ ​ແລະ ການ​ຄ້າ, ເງິນ​ຢວນແມ່ນ​ສະກຸນ​ເງິນ​ມີ​ກຳລັງ​​ແຮງ​ກວ່າ​ໝູ່ ​ແລະ ອາດ​ຈະ​ແກ້ງ​​ແຍ້​ງກັບ​ສະກຸນ​ເງິນ USD ​ໃນ​ການ​ຊຳລະ ​ແລະ ການສະ​ສົມ​ຂອງ​ສາກົນ​ໄດ້. ສະ​ນັ້ນ ນັກ​ໄຈ້​ແຍກ​ຫລາຍ​ທ່ານ​ໄດ້​ຄາດ​ຄະ​ເນ​ວ່າ,​​ໃນ​ໄລຍະ​ກາງ, ສະກຸນ​ເງິນ​ຢວນ ຈະ​ໄດ້​ຮັບ​ການ​ຮັບ​ຮອງຈາກ​ຕະຫລາດ​ໂລກ ​ແລະ ​ໃນ​ໄລຍະ​ຍາວ,​ ສະກຸນ​ເງິນ​ຢວນ ຈະ​ຮັກສາ​ທີ່​ຕັ້ງ​ຫລັກ​ແຫ​ລ່ງຢູ່​ໃນ​ໂລກ. ປະຈຸ​ບັນ ຈີນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ແລກປ່ຽນ​ເງິນຕາ​ກັບ ທະນາຄານ​ສູນ​ກາງ​ໃນ​ໂລກ 16 ​ແຫ່ງ​ແລ້ວ. ​​ແລະ ​​ໃນ​ທ້າຍ​ເດືອນ 3/2012, ຈີນ ກໍ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ແລກປ່ຽນ​ເງິນ​ຕາ​ກັບ ອົດ​ສະ​ຕາ​ລີ. ຫວ່າງ​ແລ້ວ​ນີ້, ທະນາຄານ Standard Chartered  ​ໄດ້​ປະກາດ​ວ່າ ​ໃນ​ປີ 2012 ຈະ​ເປີດ​ສະຫລອງ​ສູ​ນ​​ແລກປ່ຽນ​ຄ້າຂາຍສະກຸນ​ເງິນ​ຢວນ ຢູ່ ລອນ​ດອນ​ ​ແລະ ສິງກະ​ໂປ. ​ເລື່ອງ​ຕິດ​ຕໍ່​ແລກ​ປ່ຽນ​ເງິນຕາ ລະຫວ່າງ ຍີ່ປຸ່ນ ​ແລະ ຈີນ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ທ່າ​ອ່ຽງ​​ໃນປະຈຸ​ບັນ ​ ​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດ​ພໍ​ສົມຄວນໃຫ້​ທັງ​ສອງ​ປະ​ເທດ.

        ນອກ​ຈາກ​ກະທົບ​ໂດຍ​ກົງ​ເຖິງ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ, ​ເລື່ອງ​​ແລກປ່ຽນ​ຄ້າຂາຍ​ໂດຍ​ກົງລະຫວ່າງ ສະກຸນ​ເງິນ​ເຢັນ ​ແລະ ສະກຸນ​ເງິນ​ຢວນ ຍັງ​ສົ່ງຜົນ​ກະທົບ​​ເຖິງ​ດ້ານ​ການ​ເມືອງ​ຂອງ​ສອງ​ປະ​ເທດ. ​ຈີນ​ແມ່ນ​ປະ​ເທດ​ມີ​ລະດັບ​ການ​ເຕີບ​ໂຕ​ເສດຖະກິດ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ຢູ່​ໃນ​ໂລກ ​ແລະ ​ໃນ​ອະນາຄົດ​ຈີນ ອາດ​ຈະ​ກາຍ​ເປັນ​ປະ​ເທດ​ອັນ​ດັບ​ຫນຶ່ງ​ສາມ​າດແກ້ງ​ແຍ້​ງ ກັບ ອາ​ເມ​ລິ​ກາ ​ໄດ້. ສ່ວນ​ຍີ່​ປຸ່ນ ພວມ​ຊອກ​ຫາ​ບົດບາດ​ດ້ານ​ການ​ເມືອງ​​​ເພື່ອ​ໃຫ້​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ​ຂອງ​ຕົນ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ກໍ​ຄື ຢູ່ ​ໃນ​ໂລກ. ​ການເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ເພື່ອ​ຜົນ​ປະ​ໂຫຍ​ດ​ທາງ​ດ້ານ​ເສດຖະກິດ​ຂອງ​ແຕ່​ລະ​ປະ​ເທດ, ​​ໂດຍ​ສະ​ເພາະ​ໃນ​ແມ່ນ​ສະພາບ​ການ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ​ປະຈຸ​ບັນ ຈະ​ແມ່ນ​ທ່າ​ອ່ຽງຊຶ່ງ​ສອງ​ປະ​ເທດ​ປາດ​ຖະຫນາ​ມຸ່ງ​ໄປ​ເຖິງ.

ນັກ​ຂ່າວ Anh Huyen

 

ຂ່າວ/ບົດ​ອື່ນ