ບາດລ້ຽວໃນນະໂຍບາຍສຳລັບການເຫຼື້ອມໃສ,ສາດສະໜາຢູ່ຫວຽດນາມ

ປະ​ຊາ​ຄົມ​ຜູ້​ເຊື່ອ​ຖືສາດ​ສະ​ໜາ ຕີ​ລາ​ຄາ​ສູງ​ເລື່ອງ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ ຫາກໍ່​ປຶກ​ສາ​ຫາ​ລື ແລະ ຄາດ​ຄະ​ເນຈະ​ຮັບ​ຮອງ​ເອົ​າ​​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາດ​ສະ​ໜາ ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14. ບັນ​ດາ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ ຂອງບັນ​ດາ​ສາດ​ສະ​ໜາ ຖື​ວ່າ: ການ​ສ້າງ ແລະ ປະ​ກາດ​ໃຊ້​ກົດ​ໝາຍ​​ວ່າ​ດ້ວຍ​ການເຫຼື້ອມ​ໃສ, ສາດ​ສະ​ໜາ ໃນ​ຈຸດ​ເວ​ລານີ້ ແມ່​​ນຈຳ​ເປັນ​ທີ່​ສຸດ, ​ຍ້ອນ​ໄດ້ຫັນ​ເປັນ​ລະ​ບອບ​​ລະ​ບຽບການ ບັນ​ດາ​ຂໍ້​ກຳ​ນົດ​ ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ກ່ຽວ​ກັບ​ສິດ​ເສ​ລີ​ ໃນ​ການ​ເຫຼື້ອມ​ໃສ​ສາດ​ສະ​ໜາ ກໍ​ຄື​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ສິດ​ເສ​ລ​ີ​ໃນ​ການ​ເຫຼື້ອມ​ໃສ, ສາດ​ສະ​ໜາ​ ໃຫ້​ແກ່​ທຸກ​ຄົນ, ເປັນ​ຕົ້ນ​ແມ່ນໃຫ້​ແກ່​ບັນ​ດາ​ຜູ້​ເຊື່ອ​ຖື​ສາດ​ສະ​ໜາ, ເຫຼື້ອມ​ໃສ.

 

ບາດລ້ຽວໃນນະໂຍບາຍສຳລັບການເຫຼື້ອມໃສ,ສາດສະໜາຢູ່ຫວຽດນາມ - ảnh 1
ພະ​ອາ​ຈານ​ໃຫຍ່ ທິກ​ແທງກວຽດໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ ຄັ້ງ​ທີ 2, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14

        ຫວຽດ​ນາມ​ເປັນ​ປະ​ເທດ​ທີ່​ມີຫຼາຍ​ຊົນ​ເຜົ່າ, ສາດ​ສະ​ໜາ, ຄວາມ​ເຫຼ​ື້ອມ​ໃສ. ພັກ ແລະ ລັດ ​ຫວຽດ​ນາມ ຍາມ​ໃດ​ກໍ່​ຢືນຢັນ ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເປັນ​ທີ່​ເຄົາ​ລົບ, ຮັບ​ປະ​ກັນ​ສິດ​ເສ​ລີ, ​ໃນການ​ເຫຼື້ອມ​ໃສ​ ຂ​ອງ​ປະ​ຊາ​ຊົນ. ບັນ​ດາ​ສາດ​ສະ​ໜາ ຍາມ​ໃດ​ກໍ​ສ​າ​ມັກ​ຄີ​ຮ່ວມ​ເດີນ​ທາ​ງ​ພ້​ອມກັບ​ຊາດ, ​ສ້າງ​ສາດ​ສະ​ໜາ ແລະ ການ​ດຳ​ລົງ​ຊີ​ວິດ​ໃຫ້​ດີງາມ. ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ​ສາດ​ສະ​ໜາ ໄດ້​ຖືກ​ສ້າງ​ຂື້​ນ ອີງ​ໃສ່​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ພ້ອມ​ທັງ ເພີ່ມ​ເຕີມຫຼາຍ​ຈຸດ​ໃໝ່ ໃຫ້​ສອດ​ຄ່ອງ​ກັບການ​ດຳ​ລົງ​ຊີ​ວີດ​ທາງ​ສາດ​ສະ​ໜາ ໃນ​ປັດ​ຈຸ​ບັນນີ້.

        ເຄົາ​ລົບ​ຄວາມ​ເຊື້ອ​ຖື​ເຫຼື້ອມ​ໃສ່​ສາດ​ສະ​ໜາ

        ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາດ​ສະ​ໜາ ​ໄດ້​ຍື່ນສະ​ເໜີ​ຕໍ່ສະ​ພາ​ແຫ່ງ​ຊາດ ຄັ້ງ​ນີ້ ລວ​​ມມີ 9 ພາກ, 68 ມາດ​ຕາ ໄດ້​ມີ​ຄວາມ​​ກ້າວ​ໜ້າ​ເມື່ອ​ທຽບ​ໃສ່​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການເຫຼື້ອມ​ໃສ, ສາດ​ສະ​ໜາ​ກ່ອນ​ໜ້ານ​ີ້. ຈຸດ​ກ້າວ​ໜ້າ​ທີ່​ສຳ​ຄັນ​ໃນ​ຮ່າງ​ກົດ​ໝາຍນີ້ ​ແມ່ນ​ຢູ່ ມາດ​ຕາ 6 ໄດ້​ສະ​ແດງ​ເຖິງ​ສິດ​ເສ​ລີ ​ການ​ເຫຼື້ອມ​ໃສ ບໍ່​​ພຽງ​​ແຕ່​ແມ່ນຂອງ​ປະ​ຊາ​ຊົນ ຫາ​ກຍັງ​ແມ່ນ​ສິດ​ເສ​ລີ​ຂອງ​ແຕ່​ລະ​ຄົນ, ທີ່​​ເຊື່ອຖື ຫຼື ບໍ່​ເຊື່ອຖື​ສາດ​ສະ​ໜາ​ໃດ​. ນັກ​ບວດ,  ທ່ານ ເຈີ່ນ​ວັນ​ຮິ່ງ ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ສະ​ມາ​ຄົມ​ສາດ​ສະ​ໜາ​ກາວ​ດາຍ​ແບກ​ອີ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ​ກຽນ​ຢາງ, ຕີ​ລາ​ຄາ​ວ່າ:   

  “ ນອກ​ຈາກ​ເປີດ​ກ້​ວາງ​ຂອບ​ເຂດ, ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ມີ​ສິດ​ເສ​ລີ​ໃນ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາ, ສາ​ສະ​ໜາ​ແມ່ນ​ຈາກ​ພົນ​ລະ​ເມືອງ​ເຕົ້າ​ໂຮມ​ກັນຫຼາຍ​ຄົນ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ທາດ​ແທ້ຂອງ ສິດ​ເສ​ລີ​ໃນ​ການ​ເຫຼືຶ້ອມ​ໃສ​, ສາ​ສະ​ໜາ ແມ່ນ​ສິດ​ທິ​ມະ​ນຸດ​ຕາມ​ຈິດ​ໃຈ​ຂອງ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ຮ່າງ​ກົດ​ໝາຍ​ໄດ້​ເພີ່ມ​ເຕີມ​ອີກພາກ​ໜຶ່ງ, ພາກ​ທີ 2 ກ່ຽວ​ກັບ ສິດ​ເສ​ລີ​ໃນ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາ ສ່ອງ​ແສງ​ຢ່າງ​ຈະ​ແຈ້ງກວ່າ​ກ່ຽວ​ກັບ​ລັກ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ,  ລັດ ແມ່ນ​ເຄົາ​ລົບ ແລະ ຮັບ​ປະ​ກັນ ສິດ​ເສ​ລີ​ໃນ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາ​ຂອງ​ທຸກໆ​ຄົນ, ສິດ ແລະ ພັນ​ທະ​ທີ່​ມີການ​ເຫຼືຶ້ອມ​ໃສ, ​ສາ​ສະ​ໜາຂອງອົງ​ການ​ສາ​ສະ​ໜາ ”

     ເມື່ອ​ເຕື້ອງ​ເຖິງ​ເງື່ອນ​ໄຂ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສາ​ສະ​ໜາ, ຕາມ​ພະ​ອາ​ຈານ​ໃຫຍ່ ທິກ​ແທງກວຽດ, ຮອງ​ປະ​ທານ​ສະ​ພາ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ​ຫວຽດ​ນາມ, ສ.ສ.ຊ​ແຂວງ ກວາງ​ນິງ​ແລ້ວ, ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ມີຫຼາຍ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ກົນ​ໄກ ຂໍ-ໃຫ້​ເມື່ອ​ກ່ອນນີ້ ໄດ້​ຖ ືກ​ທົດ​ແທນ​ດ້ວຍ​ຮູບ​ການ​ຈົດ​ທະ​ບຽນຫຼື​ປະ​ກາດ. ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ຍັງ​ກຳ​ນົດ​ແຈ້ງ​ຄວາມ​ຮັບ​​ຜິດ​ຊອບ​ຂອງ​ລັດທີ່​ມີ​ຕໍ່​ການ​ເຄື່ອນ​ໄຫວເຫຼືຶ້ອມ​ໃສ​ສາ​ສະ​ໜາ, ປະ​ກອບ​ສ່ວນ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ເຊື່ອມ​ໂຍງ​ເຂົ້າ​ສາ​ກົນ​ຢ່າງ​ສະ​ດວກກວ່າ​ເກົ່າ. ພະ​ອາ​ຈານ​ໃຫຍ່ ທິກ​ແທງກວຽດ ຖື​ວ່າ : 

    “ກົດ​ໝາຍ​ສະ​ບັບ​ນີ້ ໄດ້​ເປີດ​ກ້​ວາງ​ກ່​ວາ​ກ່ຽວ​ກັບ​ຄຳ​ນິ​ຍາມ​ດ້ານ​ນິ​ຕິ​ທຳ​ຂອງ​ລັດ​ຖະ​ບັນ​ຍັດ, ໄດ້​ຖື​ເປັນ​ສຳ​ຄັນ​ລັກ​ສະ​ນະ​ນິ​ຕິ​ທຳ​ບັນ​ດາ​ການ​ເຕ​ຄື່ອນ​ໄຫວ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາ​ຄື ເງື່ອນ​ໄຂ​ຈົດ​ທະ​ບຽນ ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາລວມ​ສູນ, ອອກ​ໜັງ​ສື​ອະ​ນຸ​ຍາດ​ຈົດ​ທະ​ບຽນ​ການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ໜາ, ພິ​ເສດ​, ການ​ຮັບ​​ຮອງບັນ​ດາ​ອົງ​ການ​ສາ​ສະ​ໜາໄດ້​ປະ​ຕິ​ບັດ​ຢ່ງ​ງ່າຍ​ດາຍ​ກ່​ວາ​ເກົ່າ ”

    ເປັນ​ຄັ້ງ​ທຳ​ອິດ ສິດ​ເສ​ລີ​ໃນ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາ​ຂອງ​ຊາວ​ຕ່າງ​ປະ​ເທດ​ທີ່​ພັກ​ອາ​ໄສ​ຢ່າງ​ຖືກ​ຕ້ອງ​ຢູ່​ຫວຽດ​ນາມ​ໄດ້​ຮັບ​ການຢັ້ງ​ຢືນ​ຢ່າງ​ເຕັມ​ສ່ວນກວ່າ. ຕາມນັ້ນ​ແລ້ວ, ຊາວ​ຕ່າງ​ປະ​ເທດ​ຈະ​ມີ​ສິດ ດຳ​ເນີນ​ຊີ​ວິດ​, ເຄື່ອນ​ໄຫວເຫຼືອມ​ໃສ,​ສາ​ສະ​ໜາປຽບ​ເໝືອນ​ພົນ​ລະ​ເມືອງ​ຫວຽດ​ນ​າມ. ຄຸນ​ພໍໍ່​ຫງວຽນ​ວັນ​ຣ້ຽນ ຫົວ​ໜ້າ​ເຂດ​ຊາວ​ຄຼິດ​ເຟືອກ​ແທ່ງ, ຟູ້​ເກືອງ, ສ.ສ.ຊ ແຂວງ​ບີງ​ເຢືອງ ຕີ​ລາ​ຄາ​ວ່າ :

     “ ປີ 2004, ພວກ​ເຮົາ​ມີ​ພຽງ​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາ. ນີ້​ແມ່ນ​ບາດ​ກ້າວ​ເດີນ​ໃໝ່ ສອດ​ຄ່ອງ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ, ສອດ​ຄ່ອງ​ກັບ​ທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ປະ​ຕິ​ບັດ​ສິດ​ອັນ​ຊອບ​ທຳ​ຂອງ​ຕົນ ”

    ມອບ​ສິດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ຊ່ວຍ​ເຫຼືອ​ສັງ​ຄົມ

    ສິ່ງ​ທີ່ໜ້າ​ສົນ​ໃຈ​ໃນ ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາແມ່ນ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ສາ​ສະ​ໜາ​ໃນ​ຂົງ​ເຂດ ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ແລະ ຊ່ວຍ​ເຫຼືອ​ສັງ​ຄົມ ໄດ້​ຮັບ​ການ​ເປີດ​ກ້​ວາງ​ຕາມ​ທິດ​ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ. ຄຸນ​ພໍໍ່​ຫງວຽນ​ວັນ​ຣ້ຽນ ຫົວ​ໜ້າ​ເຂດ​ຊາວ​ຄຼິດ​ເຟືອກ​ແທ່ງ, ຟູ້​ເກືອງ, ສ.ສ.ຊ ແຂວງ​ບີງ​ເຢືອງ ແບ່ງ​ປັນວ່າ :

   “ ຕາມລັດ​ຖະ​ບັນ​ຍັດ​ປີ 2004, ການ​ເຄື່ອນ​ໄຫວ​ເພື່ອ​ການ​ກຸ​ສົນ​ຂອງ​ບັນ​ດາ​ສາ​ສະ​ໜາ ແມ່ນ​ການ​ເຄື່​ອນ​ໄຫວໄດ້​ຮັບ​ການ​ສົ່ງ​ເສີມ​ຈາກ​ລັດ​ນັ້ນ, ປະ​ຈຸ​ບັນ, ໃນ ຮ່າງ​ກົດ​ໝາຍ​ໃໝ່, ບັນ​ດາ​ບັນ​ຫານີ້​ໄດ້​ກາຍ​ເປັນ​ສິດ​ແລ້ວ. ນີ້​ແມ່ນ​ບັນ​ດາ​ຂໍ້​ກຳ​ນົດ​ຢ່າງ​ຖືກ​ຕ້ອງ, ເປີດ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສາ​ສະ​ໜາ​ເຂົ້າ​ຮ່ວມ​ໃນ ​ຂົງ​ເຂດສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ ເພື່ອ​ຜົນ​ປະ​ໂຫຍດ​​ຂອງ​ທົ່ວ​ສັງ​ຄົມ​”

     ສ່ວນ​ພະ​ອາ​ຈານ​ໃຫຍ່ ຫຼີ​ມິນ​ດຶກ, ເຈົ້າ​ອະ​ທິ​ການ​ວັດ ຊອມ​ຣົງ ນະ​ຄອນ ຊອກ​ຈັງ, ສ.ສ.ຊ ແຂວງ​ຊອກ​ຈັງ ເຊື່ອ​ໝັ້ນ​ວ່າ :

    “ ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາຈະ​ປະ​ກອບ​ສ່ວນ​ລະ​ດົມ​ໃຈ​ທຸກໆ​ຄົນ​ໃນ​ສາ​ສະ​ໜາ​ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ຂອງ​ສາ​ສະ​ໜາ ແລະ ລັດ​ທິ​ສັງ​ຄົມ​ນິ​ຍົມ, ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​,  ຕໍ່​ສູ້​ຕ້ານ​ກົນອຸ​ບາຍຫວັງ​ມ້າງ​ເພ​ທຳ​ລາຍລະ​ບອບ​ສັງ​ຄົມ​ນິ​ຍົມ”

     ຮ່າງ​ກົດ​ໝາຍວ່າ​ດ້ວຍ​ການ​ເຫຼືຶ້ອມ​ໃສ​ສາ​ສະ​ໜາຖ້າ​ຫາກ​ໄດ້​ຮັບ​ການ​​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອນີ້ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ສາ​ສະ​ໜາ​ປະ​ກອບ​ສ່ວນຫຼາຍກວ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ