ບໍ່ໄດ້ຂະໜານນາມຢ່າງປອມແປງເມື່ອປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992

(vovworld)- ​ເພື່ອ​ສ້າງ​ລັດຖະທຳ​ມະນູນ​ສະ​ບັບຫນຶ່ງ​ໃຫ້​ສົມບູນ​ແບບ ​ແລະ ສອດ​ຄອ່ງກັບ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ ​ແລະ ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງ​ປະ​ເທດ​ຊາດ ຈຳ​ເປັນ​ຕ້ອງມີ​ການ​ປະ​ກອບ​ຄຳ​ເຫັນ​ທີ່​ມີ​ຄຸນ​ນະພາ​ບ, ມີ​ລັກສະນະ​ສ້າງສັນ ​ແລະ ​ພິ​ເສດ​ ການ​ປະກອບ​ຄຳ​ເຫັນ​ແມ່ນ​ຕ້ອງ​ໃຊ້​ຊື່​ແທ້​ຫາກ​ບໍ່​ແມ່ນ​ຊື່​ປອມ ຫລື​ຂະຫນານ​ນາມ​ປອມແປງ. ​ເປ​ັນອັນວ່າ ​ໃນ​ຈຸດ​ເວລາ​ທີ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ພວມ​ມາ​ນະພະ​ຍາ​ຍາມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທາງ​ຫນ້າ​ເວັບ, blog ຕ່າງໆ​ຂອງ​ບາງ​ຄົນ​ທີ່​ຂາດ​​ເຈດ​ຕະນາ​ດີ​ພວມ​ເຕົ້າ​ໂຮມ​ສ່ວນ​ບຸກຄົນ​ຈຳນວນ​ຫນຶ່ງ​ເພື່ອ​ສ້າງ​ບັນຊີ​ລາຍ​ຊື່​ດ້ວຍອັນ​ທີ່​ເອີ້ນ​ວ່າ“ ​ໃບ​ສະ​ເຫ​ນີປັບປຸງ​ລັດຖະທຳ​ມະນູນ”, ເພື່ອສ້າງ​ກຳລັງ​ດັນ​ຕໍ່​ພັກ, ລັດ, ຮຽກຮ້ອງ​ໃຫ້ມີ​ຫລາຍເຄົ້າ, ຫລາຍ​ພັກ, ກອງທັບ​ບໍ່​ເຂົ້າ​ຮ່ວມລະບອບ​ການ​ເມືອງ.       

        ຄຸນພໍ່ ຟ້າ​ມງວຽນ​ຮົ່ງ, ຜູ້​ຮັບຜິດຊອບ​ເຂດ​ຊາວ​ຄຼິດ ຈີນ​ຕວ່າ, ນະຄອນ ທາຍ​ບີ່​ງ​ແມ່ນ​ຫນຶ່ງ​ໃນ​ຈຳນວນ 100 ຄົນ​ຢູ່ ທາຍ​ບີ່​ງ ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ສະ​ເຫ​ນີປັບປຸງ​ລັດຖະທຳ​ມະນູນ ຮຽກຮ້ອງ​ລົບລ້າງບົດບາດນຳ​ພາ​ຂອງ​ພັກ, ສ້າງ​ໃຫ້ທີຫລາຍເຄົ້າ, ຫລາຍ​ພັກ, ແບ່ງ​ສິດ​ອຳນາດ ຊື່​ງຫນ້າ​ເວັບ ​ແລະ blog ປະຕິ​ການ​ຈຳນວນ​ຫນຶ່ງ​ໄດ້​ກ່າວ​ເຖິງ. ​ແຕ່​ໂບດ ຈີນ​ຕວ່າ​ບໍ່​ມີ​ຄຸນ​ພໍ່​ອົງ​ໃດ​ມີ​ຊື່ວ່າ ຮົ່ງ. ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການຮັບ​ຮູ້​ຈາກ​ຄຸນ​ພໍ່ ຫງວຽນ​ຟຸກ​ແຮ້ງ, ຜູ້​ຮັບຜິດຊອບ​ເຂດ​ຊາວ​ຄຼິດ​ແຫ່ງ​ນີ້ວ່າ:

        “ຢູ່​ເຂດ​ຊາວ​ຄຼິດ​ແຫ່ງ​ນີ້​ບໍ່​ມີ​ຄຸນ​ພໍ່​ອົງໃດ​ມີ​ຊື່ວ່າ ຟ້າ​ມງວຽນ​ຮົ່ງ. ພວກ​ຂ້າພະ​ເຈົ້າ​ຮູ້ຈັກ​ເຖິງ​ຂ່າວ​ຄາວ​ຈາກ​ໝູ່​ເພື່ອນ​ເທົ່າ​ນັ້ນ ຫາກ​ບໍ່​ມີ​ເວລາ​​ເຂົ້າ​ເວັບ​ໄຊ​ດັ່ງກ່າວ.”   

ບໍ່ໄດ້ຂະໜານນາມຢ່າງປອມແປງເມື່ອປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992  - ảnh 1
ໂບດ ຢູ່ ແຂວງ ທາຍບີ່ງ
ພາບ:internet

        ຄຸນ​ພໍ່ ຫງວຽນ​ວັນ​ທວານ, ປະທານ​ສະພາ​ເຂດ​ຊາວ​ຄຼິດ​ໂບດ​ ຈີນ​ຕວ່າ ທາຍ​ບີ່​ງ ຢືນຢັນ​ວ່າ: ຊື່​ຟ້າ​ມງວຽນ​ຮົ່ງ ​ແມ່ນ​ຊື່​ປອມ.

        ດ້ວຍ​ພົນລະ​ເມືອງ​ກວ່າ 1 ລ້ານ​ຄົນ ຢູ່​ແຂວງ​ຜະລິດກະສິກຳ​ຄື ທາ​ຍບີ່​ງນັ້ນ ​ເລື່ອງ​ປັ້ນ​ແຕ່ງ​ບັນຊີ​ລາຍ​ຊື່​ດ້ວຍ 100 ກວ່າ​ຄົນ​ທີ່​ສະ​ເຫ​ນີປັບປຸງ​ລັດຖະທຳ​ມະນູນ, ​ໃນ​ນັ້ນ ມີຈຳນວນ3/4 ບໍ່​ມີ​ທີ່ຢູ່ ​ແມ່ນ​ສິ່ງ​ທີ່​​ໃຜໆ​ກໍເຫັນ​ໄດ້​ວ່າ​ແມ່ນ​ເລື່ອງ​ຜິດ​ປົກກະຕິ. ກໍ​ເຊັນ​ດຽວ​ກັນກັບ​ແຂວງ ທາຍ​ບີ່​ງ, ຢູ່ ຮ່າ​ຕີ້​ງ ມີ​ເກືອບ 1300 ຄົນ​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່​ສະ​ເຫ​ນີປັບປຸງ​ລັດຖະທຳ​ມະນູນ, ​ໃນ​ນັ້ນ 70% ​ແມ່ນ​ຊາວ​ກະສິກອນ, ຊື່​ງ​​ເປັນ​ຜູ້​ບໍ່​ມີ​ເງື່ອນ​ໄຂ​ເຂົ້າ​ອິນ​​ເຕີ​ແນ​ດ. ທ່ານ ຕືວັນ​ທ້ຽນ, ປະທານ​ ​ແນວ​ໂຮມ​ປະ​ເທດ​ຊາດ ຮ່າ​ຕີ້​ງ ​ໄດ້​ຢືນຢັນ​ວ່າ: ການ​ປອມ​ແປງ​ຫລອກ​ລວງ​ໃນບັນດາ​ຫນ້າ​ເວັບ​ປອມ​ໂດຍ​ຖື​ວ່າ: ປະຊາຊົນ ຮ່າ​ຕີ້​ງ ຈຳນວນ​ຫລວງ​ຫລາຍໄດ້​ລົງ​ລາຍ​ເຊັ່ນ​ໃນ​ບັນຊີ​ລາຍ​ຊື່​ໃບ​ສະ​ເຫ​ນີລວມໝູ່ ​ແມ່ນ​ການ​ເ​ເຕະ​ຕ້ອງ​ເຖິງ​ຜົນ​ປະ​ໂຫຍ​ດ, ສິດຜົນປະ​ໂຫຍ​ດອັນຖືກຕ້ອງ​ກັບ​ກົດໝາຍ​ຂອງ​ຊາວ​ທ້ອງ​ຖິ່ນ. ນີ້​ແມ່ນ​ການ​ກະທຳທີ່​ມີ​ກົນອຸບາຍ​ດ້ານ​ການ​ເມືອງ ​ແນ​ໃສ່​ຕ້ານ ​ແລະ ທຳລາຍ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ.

        ​ໂດຍ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ມາ​ຮອດ​ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນ​ໄດ້​ສຳ​ເລັດ​ການ​ລວບລວມຄຳ​ເຫັນ​ຂອງ​ປະຊາຊົນ​ປະກອບ​ໃສ່​ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງໃນ​ເບື້ອງ​ຕົ້ນ​ແລ້ວ. ຢູ່​ນະຄອນ ​ໂຮ່ຈິ​ມີນ, ມີ​ພົນລະ​ເມືອງ​ເກືອບ 6 ລ້ານ​ຄົນ​ໃນ​ຍອດ​ຈຳ​ນວນ 10 ລ້ານ​ຄົນ​ໄດ້​ປະກອບ​ຄຳ​ເຫັນ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ຢູ່​ຮ່າ​ໂນ້ຍ ກໍ​ເຊັ່ນ​ດຽວ​ກັນ ມີ​ບັດ​ຮັບ​ເອົາ​ຄຳ​ເຫັນ​​ຫລາຍ​ບັດ​ໄດ້​ສົ່ງ​ເຖິງ​ປະຊາຊົນ. ​ເຂົາ​ເຈົ້າ​ອາດ​ຈະ​ສະ​ແດງ​ທັດສະນະ​ຂອງ​ຕົນ​ກ່ຽວ​ກັບ​ບົດ​ບາດ​ຊີ້​ນຳ​ນຳພາ​ຂອງ​ພັກ,​ ກ່ຽວ​ກັບ​ສິດອຳນາດຂອງ​ລັດ, ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ພັນທະ​ຂອງ​ພົນລະ​ເມືອງ. ​ເຂົາ​ເຈົ້າ​ອາດ​ຈະ​ລົງ​ລາຍ​ເຊັ່ນ ຫລື​ບໍ່​ລົງ​ລາຍ​ເຊັ່ນ​ກ​ໍ​ໄດ້​ເມ່ືອ​ສະ​ແດງ​ທັດສະນະ​ໃນ​ການ​ສ້າງ​ລັດຖະທຳ​ມະນູນ. ໝາກຜົນ​ການ​ລວບ​ລວມຄຳ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ສ້າງ​ລັດຖະທຳ​ມະນູນ ​ເບື້ອງ​ຕົ້ນ​ສະ​ແດ​ງ​​ໃຫ້​ເຫັນ​ວ່າ ບັນດາ​ຫນ້າ​ເວັບ​ດັ່ງກ່າວ​ພວມ​​ປັ້ນ​ແຕ່ງວ່າ: ໝູ່​ຄະນະ, ສ່ວນ​ບຸກຄົນ​​ໃດ​ຫນຶ່ງ​ທີ່​ໄດ້​ລົງ​ລາຍ​ເຊັ່ນ​ໃສ່​ໃບ​ສະ​ເຫ​ນີປັບປຸງ​ລັດຖະທຳ​ມະນູນ​ດັ່ງກ່າວພຽງ​ແຕ່​ແມ່ນ​ການກໍ່​ຄວາມ​ວຸນວາຍ​ເທົ່າ​ນັ້ນ.

ພົນ​ຕີ ມາຍ​ກວາງ​ເຟີ​ນ, ສະມາຊິກ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະກອບ​ຄຳ​ເຫັນ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໄດ້​ເວົ້າ​ວ່າ: ບັນຫາ​ສຳຄັນ​ທີ່​ສຸດ​ປະ​ຈຸ​ບັນ ​ແມ່ນລວມລວມຄຳ​ເຫັນ​ທັງ​ໝົດຂອງ​ພົນ​ລະ​ເມືອງ​ເກືອບ 90 ລ້ານຄົນ, ຫາກ​ບໍ່ພຽງ​ແຕ່​ສະ​ເພາະ​ 20 ຫລື 200- 300 ຄົນ​ທີ່​ມີ​ຊື່, ນາມສະກຸນ​ບໍ່​ຈະ​ແຈ້ງ.

        “ມີ​ພົນລະ​ເມືອງ​ເກືອບ 90 ລ້ານ​ຄົນ ​ແມ່ນ​ບັນຫາ​ໃຫຍ່ ສ່ວນ​ບັນດາ​ຄຳ​ສະ​ເຫ​ນີດັ່ງກ່າວ​ພຽງ​ແຕ່​ໃນ​ພາກສ່ວນ​ຫນ້ອຍ​ທີ່​ສຸດເທົ່າ​ນັ້ນ. ບັນຫາ​ຕົ້ນຕໍ ພວກ​ເຮົາ​ຕ້ອງ​ຢືນຢັນ​ຢ່າງ​ພາວະ​ວິ​ໄສ, ລັກສະນະ​ປະຫວັດສາດ, ວິທະຍາ​ສາດ​ຂອງ​ລັດຖະທຳ​ມະນູນ, ຄວນ​ເພີ່ມ​ເຕີມ​ບັນຫາ​ໃດ, ປັບປຸງ​ບັນຫາ​ໃດ. ນີ້​ແມ່ນ​ສິ່ງ​ທີ່​​ເປັນ​ຫນ້າ​ເອົາ​ໃຈ​ໃສ່.”

        ​ໃນ​ໄລຍະ​ເກືອບ 3 ​ເດືອນ​ທີ່​ເກັບ​​ເອົາ​ຄຳ​ເຫັນ​ປະກອບຂອງ​ປະຊາຊົນ​​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ສະ​ເພາະ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຊື່​ງ​ແມ່ນ​ອົງການ​ຕາງຫນ້າ​ໃຫ້​ເຈດ​ຈຳນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ເປັນ 7 ຄັ້ງ, ​ເພື່ອ​ໃຫ້​ນັກຮຽນ​ຮູ້, ປັນຍາ​ຊົນ, ​ເຈົ້າ​ກົກ​ເຈົ້າ​ເຫົຼ່າບັນດາ​ເຜົ່າ, ຜູ້​ມີຍົກ​ຖາ​ບັນດາສັກ​ໃນ​ສາສະຫນາຕ່າງໆ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ສະ​ແດງ​ຄຳ​ເຫັນ​ຂອງ​ຕົນ​ຕໍ່​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ຊາດ. ​ແລະ​ກໍ່​ຢູ່​ທີ່​ນີ້ ບັນດາ​ຜູ້​ເຂົ້າ​ຮ່ວມ​ການ​ປະກອບ​ຄຳ​ເຫັນ​ລ້ວນ​ແຕ່​ເຫັນ​ປະຈັກ​ຕາ​ບັນຍາກາດ​ປະຊາທິປະ​ໄຕ, ​ເປີດ​ເຜີຍ ​ແລະ ຈິດ​ໃຈ​ສ້າງສັນ​ໃນ​ການ​ປັບປຸງ​ລັດຖະທຳ​ມະນູນ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຖ້າ​ຫາກ​ຢາກ​ສ້າງສາ​ປະ​ເທດ​ຊາດ, ຢາກ​ໃຫ້​ລັດຖະທຳ​ມະນູນ​ສະ​ແດງ​​ໃຫ້​ເຫັນ​ເຈດ​ຈຳນົງ​ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ ບໍ່​ບໍ່​ຕ້ອງ​ປະຕິບັດ​ວຽກ​ງານ​ທີ່ບໍ່​ຖືກຕ້ອງ​ ​ແລະ ປອມ​ແປງນັ້ນຄື​ດັ່ງ​ເປົ້າ​ໝາຍ​ຈຳ​ນວນ​ຫນຶ່ງ​ໄດ້​ເຮັດ​ໃນ​ຊຸມ​ມື້​ຜ່ານ​ມາ.

ຕອບກັບ

ຂ່າວ/ບົດ​ອື່ນ