ປີ 2015, ສູ້ຊົນບັນລຸລະດັບເຕີບໂຕເສດຖະກິດໃຫ້​ສູງກວ່າ ແລະ ໝັ້ນທ່ຽງກວ່າໃນປີ 2014

(vovworld)- ບົດ​ລາຍ​ງານ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2014 ແລະ ຫນ້າ​ທີ່​ປີ 2015 ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໃນຕອນ​ເຊົ້າ​ວັນ​ທີ 20/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ໃນ​ສະ​ພາບ​ເສ​ດ​ຖະ​ກິດ​ໂລກ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ຫວຽດ​ນາມ ຍັງ​ຄົງ​ບັນ​ລຸ​ບັນ​ດາ​ໝາກ​ຜົນ​ດີ​ພໍ​ສົມ​ຄວນ​ກ່ຽວ​ກັບ​ເສດ​ຖະ​ກິດ. ດ້ວຍ​ທ່ວງ​ທ່ານີ້, ລັດ​ຖະ​ບານ ສືບ​ຕໍ່​ວາງ​ອອກ​ບັນ​ດາ​ຄາດ​ໝາຍ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​​ກິດ​ສ​ູງກວ່າໃຫ້​ແກ່​ປີ 2015. ຕໍ່​ໄປ​ນີ້ ບັນ​ນາ​ທິ​ການວ​ິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ບ​ົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ.

ປີ 2015, ສູ້ຊົນບັນລຸລະດັບເຕີບໂຕເສດຖະກິດໃຫ້​ສູງກວ່າ ແລະ ໝັ້ນທ່ຽງກວ່າໃນປີ 2014 - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງລາຍ​ງານ
ກ່ຽວ​ກັບ​ສະ​ພາບ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ປີ 2014
photo:vov

        ປີ 2014, ຫວຽດ​ນາມ ປະ​ຕິ​ບັດ​ຫນ້າ​ທີ່ໃນ​ສ​ະ​ພາບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ ແລະ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ເສດ​ຖະ​ກິດ​ໂລກ​ຟື້ນ​ຕົວ​​ຊັກ​ຊ້າ​​ກວ​່າການ​ຄາດ​ຄະ​ເນ. ການ​ປະ​ທະ​ກັນ​ເກີດ​ຂຶ້ນ​ຢູ່​ຫລາຍ​ປະ​ເທດ, ຄວາມ​ເຄັັ່ງ​ຕຶງ​ຢູ່​ທະ​ເລ​ຮ​ວາ​ຕູງ ແລະ ທະ​ເລ​ຕາ​ເວັນ​ອ​ອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ສູນ​ກາງ​ພັກ, ລັດ​ຖະ​ບານ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປະ​ຕິບ​ັດ​ຫ​ນ້າ​ທີ່​ແຜນ​ການ​ປີ 2014 ຕາມ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດຢ່າ​ງ​ຂ້ຽວ​ຂາດ, ຄົບ​ຊຸດ, ມີ​ຈຸດ​ສຸມ. ແຕ່​ລ​ະ​ເດືອນ ລ້ວນ​ແຕ່​ມີ​ການ​ສຳ​ຫລວດກວດ​ກາ, ຕີ​ລາ​ຄາ ແລະ ປັບ​ປຸງ, ເພີ່ມ​ເຕີມ.

        ປີ 2014, ເສດ​ຖະ​ກ​ິດ​ມະ​ຫາ​ພາກ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລ​ະ​ກິດ, ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ມີ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າ​ງ​ຕັ້ງ​ຫນ້າ

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮັບ​ຮູ້​ວ່າ: ​ປະ​ຈຸ​ບັນ ສະ​ພາບ​ການ​ພາຍ​ໃນປະ​ເທດ ແລະ ສາ​ກົ​ນ​ພວມຢ​ູ່ໃນ​ໄລ​ຍະ​ສັບ​ສົນ, ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ວາງ​ອອກ​ໃຫ້​ທັງ​ປີ, ຍາມ​ໃດ​ລັດ​ຖະ​ບານ​ກໍ​ຕິດ​ຕາມ​ຢ່າງ​ໃກ້​ຊິດ​ບັນ​ດາມາດ​ຕະ​ການ​ທີ່ວ​າງ​ອອກ. ສະ​ນັ້ນ ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົ​ມ​ໃນ 9 ເດືອນ​ຕົ້ນ​ປີ ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ, ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ເສດ​ຖະ​ກິດ​ມະ​ຫາ​ພາກ​ໝັັ້ນ​ທ່ຽງ.

        “ເບິ່ງ​ລວມ​ແລ້ວ, ໃນ​ສະ​ພາບ​ການຍ​ັງ​​ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ຢ່າງ​ຕັ້ງ​ຫນ້າ. ບັນ​ດາ​ຄາດ​ໝາຍຊື່ງ​ສະ​ພາ​ແຫ່ງ​ຊາດ​ໄດ​້​ວາງ​ອອກກ່ຽວ​ກັບ​ເສດ​ຖະ​ກິດ​ສັງ​ຄົມ​ບັນ​ລ​ຸ​​ເກືອບ​ທັງ​ໝົດ.ນີ້​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ອັນ​ໃຫຍ່​ຫລວງ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ. ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ເສດ​ຖະ​ກິ​ດມະ​ຫາ​ພາກ​ໝັັ້ນ​ທ່ຽງ​ກວ່າ. ລະ​ດັບ​ເພີ່ມ​ຂຶ້ນ​ຂອງ​ລາ​ຄາ​ໃຊ້​ສອຍ​ຫລຸດ​ລົງ​ຢ່າງ​ແຮງ, ໃນ 9 ເດືອນ ເພີ່ມ​ຂຶ້ນ 2,25%, ຊື່ງ​ແມ່ນ​ລະ​ດັບຕ່ຳ​ສຸດໃນ 10 ປີ​ຜ່ານ​ມາ, ຄາດ​ວ່າ ທັງ​ປີ ເພີ່ມ​ຂຶ້ນ​ຕ່ຳ​ກວ່າ 5%. ອັດ​ຕາ​ດອກ​ເບ້ຍ​ຫລຸດ​ລົງ 2% ເມື່ອ​ທຽບ​ໃສ່​ປີ 2013. ມ​າ​ຮອດ​ປະ​ຈຸ​ບັນ ການ​ເຕີບ​ໂຕ​ສິນ​ເຊື່ອ​ບັນ​ລຸ 7,26% ແລະ ຄາດ​ວ່າທັງ​ປີ ບັນ​ລຸ 12-14% . ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ກໍ​ເພີ່ມ​ຂຶ້ນ​ສ​ູ​ງ​ສຸດ​ນັບ​ແຕ່ກ​ອ່ນ​ມາ​ຮອດ​ປະ​ຈຸ​ບັນ. ​ການ​ຊຳ​ລະ ​ແລະ ການ​ຄ້າລ້ວນ​ແຕ່​ເກີນ​ດຸ່ນ.”

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ປະ​ຈຸ​ບັນ ອັດ​ຕາ​ຫນີ້​ສິນ​ຂອງ​ລັດ, ລັດ​ຖະ​ບານ, ຫນີ້​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ລ້ວນ​ແຕ່​ໃນ​ລະ​ດັບ​ກຳ​ນົດ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ: ຫນີ້​ສິນ​ຂອງ​ລັດ ພວມ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ​ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູງ ຖື​ວ່າ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ສະ​ມັດ​ຕະ​ພາບ, ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ຕ່ຳ ໃນ​ຂະ​ນະ​ນັັ້ນ ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ນັບ​ມື້​ນັບ​ສູງ. ຄວາມ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ຮັບ​ປະ​ກັນ​ກາ​ນ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງ​ົບ​ແມ່​ນ​ໃຫຍ່​ຫລວງ ແຕ່​ແຫລ່ງ​ກຳ​ລັງ​ຍັງ​ຈຳ​ກັດ​ຢູ່.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູງ ໄດ້​ຊີ້​ໃຫ້​ເຫັນ​ບັນ​ດາ​ຂໍ້​ຈຳ​ກັດ, ຄວາມ​ອ່ອນ​ດ້ອຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຄື: ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ບັນ​ດາ​ຄວາມ​ສົນ​ດຸ່ນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດບໍ່​ທັນ​ໝັ້ນ​ທ່ຽງ. ລາຍ​ຈ່າຍ​ງົບ​ປະ​ມານ​ເກີນ​ດຸນ​ສູງ. ລະ​ດັບ​ຄວາມ​ຕ້ອງ​ການ​ເພີ່ມ​ຂຶ້ນຢ່າ​ງ​ຊັກ​ຊ້າ. ໃນ​ຊຸມ​ເດືອນ​ຕົ້ນ​ປີ ຫນີ້​ເສຍ​ຍັງ​ສ​ູງງ ແລະ ການ​ແກ້​ໄຂ​ຍັງ​ຊັກ​ຊ້າຢ​ຢູ່. ການ​ລະ​ດົມ​ບັນ​ດາ​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ​ບໍ່​ທ​ັນ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ. ຕະ​ຫລາດ​ຫລັກ​ຊັບ​ພັດ​ທະ​ນາບໍ່​ໝັັ້ນ​ທ່ຽງ. ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ຟື້ນ​ຕົວ​ຢ່າງ​ຊັກ​ຊ້າ. ອັດ​ຕາ​ສ່ວນ​ການ​ສົ່ງ​ອອກ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ ໃນ​ຍອດ​ວົງ​ເງິນ​ສົ່ງ​ອອກ​ຍັງ​ຕ່ຳ.

        ປີ 2015, ສູ້​ຊົນ​ບັນ​ລຸ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ສ​ູງກວ່າ ແລະ ໝັັ້ນ​ທ່ຽງ​ກວ່າ​ໃນ​ປີ 2014

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ຫວຽດ​ນາມ ສູ້​ຊົນ​ບັນ​ລຸ  GDP ເພີ່ມ​ຂຶ້ນ​ປະ​ມານ 6,2%. ​ລາ​ຄາ​ໃຊ້​ສອຍເພີ່ມ​ຂຶ້ນ ປະ​ມານ 5%. ອັດ​ຕາ​ການ​ນຳ​ເຂົ້າ​ເກີນ​ດຸ່ນ​ເມື່ອ​ທຽບ​ໃສ່​ຍອດ​ວົງ​ເງິນ​ສົ່ງ​ອອກ​ຢູ່​ໃນ​ລະ​ດັບ 5%. ເພື່ອ​ບັນ​ລ​ຸ​ໄດ້​ບັນ​ດາ​ຄາດ​ໝາຍ​ດັ່ງ​ກ່າວ, ຕາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູງ ແລ້ວ ເສດ​ຖະ​ກິດ​ມະ​ຫາ​ພາກ​ຈະ​ສືບ​ຕໍ່​ເຕີບ​ໂຕ​ຢ່າງ​ໝັ້​ນ​ທ່ຽງ.

        “ປະ​ຕິ​ບັດ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ມີໄຫວ​ພິບ, ສົມ​ທົບ​ ກັບ​ນະ​ໂຍ​ບາຍ​ງົບ​ປະ​ມານ ຢ່າງ​ແຫນ້ນ​ແຟ້ນ, ຄົບ​ຊຸດ​, ຄວບ​ຄຸມ​ໄພ​ເງິນ​ເຟີ້​ເປັນ​ຢ່າງ​ດີ. ການ​ບໍ​ລິ​ຫານ​ອັດ​ຕາ​ດອກ​ເບ້ຍ​ຢ່າງ​ເໝາະ​ສົມ​ກັບ​ການ​ຜັນ​ແປ​ຂອງ​ໄພ​ເງິນ​ເຟີ້. ເພີ່ມ​ເຫ​ລືອ​ຫນີ້​ສິນ​ເຊື່ອ​ໃຫ້​ເໝາ​ະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ການ​ເຕີບ​ໂຕ ຕິດ​ພັນ​ກັບ​ການ​ຮັບ​ບ​ປະ​ກັນຄຸນ​ນະ​ພາບ​ສິນ​ເຊື່ອ. ຮັກສາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ, ຕະ​ຫລາດ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ໝັ້ັ້ນ​ທ່ຽງ, ເພີ່ມ​ການ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ຮັບ​ປະ​ກັນ​ຄ່າ​ເງິນ​ດົງ​. ຊຸກ​ຍູ້​ຕະ​ຫລາດ​ອະ​ສັງ​ຫາ​ລິ​ມະ​ຊັບ​ພັດ​ທະ​ນາ​ຢ່າງ​ໂປ່​ງ​ໃສ. ຕ້ອງ​ປະ​ຢັດ​ໃນ​ລາຍ​ຈ່າຍ​ງົບ​ປະ​ມານ.”

        ລັດ​ຖະ​ບານ​ຈະ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ຈະ​ເລີນ​ເຕີບ​ໂຕ.ກ ຕາມນັັັ້ນ​ແລ້ວ ສືບ​ຕໍ່​ປະ​ຕິ​ບັດ​ແຜນ​ຮ່າງ​ສັງ​ລວມ​ກ່ຽວ​ກັບ​ກ​ານ​ສ້າງ​ໂຄງ​ປະ​ກອບ​ເສ​ດ​ຖະ​ກິດ ແລະ ສ້າງງ​ໂຄງ​ປະ​ກອບ​ຂະ​ແຫນງ, ຂົງ​ເຂດ​ຄືນ​ໃຫມ່.

 “ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ລ​ັດ​ວິ​ສາ​ຫະ​ກິດ​ຄືນ​ໃຫ​ມ່ ຢ່າງ​ຮີບ​ເຮັ່ງ, ແຫນ້ນ​ແຟ້ນ. ສຳ​ເລັດ​ແຜນ​ການ​ຫັນ​ເປັນ​ຫຸ້ນ​ສ​່ວນ ແລ​ະ ຖອນ​ເງິນ​ລົງ​ທຶນນອກ​ຂະ​ແຫນງ. ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຄືນ​ໃຫມ່. ຍູ້​ແຮງ​ການ​ແກ້​ໄຂ​ຫນີ້​ເສຍ, ພັດ​ທະ​ນາ​ຕະ​ຫລາດ​ຊື້​ຂາຍ​ຫນີ້. ລະ​ດົມ​ບັນ​ດາ​ແຫລ່ງກຳ​ລັງ​ລ​ົງ​ທຶນ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ສຸມ​ໃສ່​ຫັນ​ປ່ຽນ​ໂຄງ​ປະ​ກອບ, ປ່ຽນ​ໃຫມ່​ການ​ຈັດ​ຕັ້ງ​ຜະ​ລິດ ແລະ ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ຄວາມ​ກ້າວ​ຫນ້າ​ເຕັກ​ນິກ.”

        ໄປ​ຄຽງ​ຄູ່​ກັນ​ນັັ້ນ ລັດ​ຖະ​ບານ​ສືບ​ຕໍ່​ປັບ​ປຸງ​ກົນ​ໄກ, ນະ​ໂຍ​ບາຍ, ປະ​ຕິ​ບັດ​ບັນ​ດາ​ກົດ​ເກນ​ຂອງ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຢ່າງ​ຄົບ​ຖ້ວນ, ເປັນ​ຕົ້ນ​ໃນ​ການ​ຄວບ​ຄຸມ​ລາ​ຄາ, ຈັດ​ແບ່ງ​ແຫລ່ງ​ກຳ​ລັງ, ການ​ແກ້ງ​ແຍ້ງ​ຢ່າງ​ສະ​ເຫມີ​ພາບ, ໂປ່ງ​ໃສ ແລະ ບັນ​ດາ​ຕະ​ຫ​ລາດ​ຕ້ອງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ ​ຜົນງານ​ສູງ​ສຸດ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ຂອງ​ປີ 2014 . ປີ 2015, ຫນ້າ​ທີ່​ວາງອ​ອ​ກ​ແມ່ນ​ຫນັກ​ຫນ່ວງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູງ ປາດ​ຖະ​ຫ​ນາ​ຢາກ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ແລະ ທັງ​ລະ​ບ​ບົບ​ການ​ເມືອງ ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ, ຕັດ​ສິນ​ໃຈ​ສຳ​ເລັດ​ຫນ້າ​ທີ່​ແຜນ​ການ​ຂອງ​ປີ 2015 ຢ່າງ​ມີ​ໄຊ​.

ຕອບກັບ

ຂ່າວ/ບົດ​ອື່ນ