ປີ 2016: ຫວຽດນາມປະຕິບັດບັນດາມາດຕະການ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຄົບຊຸດ

ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໄດ້​ຖືກ​ກຳ​ນົດ​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່ຈຸດ​ສຸມ​ຂອງ​ຫວຽດ​ນາມ​ໃນ​ປີ 2016 ໃນ​ສະ​ພາ​ວະ​ທີ່​ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ໄດ້​ຮັບ​ຜົນ​ສະ​ທ້ອນ​ໃຫຍ່ກວ່າ​ໝູ່​ຈາກ​ປະ​ກົດ​ການ​ທີ່ບໍ່​ດີ​ຂອງ​ທຳ​ມະ​ຊາດ. ຕາມນັ້ນ​ແລ້ວ, ຫວຽດ​ນາມ​ຈະ​ສຸມ​ແຫຼ່ງ​ກຳ​ລັງ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ຕິດ​ແທດ​ກັບ​ການປະ​ຕິ​ບັດ​ເປົ້າ​ໝາຍ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 21 ​ສົນ​ທິ​ສັນ​ຍາ​ຂອບຂອງ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັ​ບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ(COP 21).

                                

ປີ 2016: ຫວຽດນາມປະຕິບັດບັນດາມາດຕະການ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງຄົບຊຸດ - ảnh 1
(ພາບ​ປະ​ກອບ)

      ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ຫວຽດ​ນາມ​ໃຫ້​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ລວມ​ມີ : ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​, ບັນ​ດາຄູ່​ຮ່ວມ​ມື​ຜ່ານ​ຂອບ​ເຂດ​ຮ່ວມ​ມື 2 ຝ່າຍ ແລະ ຫຼາຍ​ຝ່າຍ; ຍາດ​ແຍ່ງ​ການ​ຫນູນ​ຊ່ວຍທາງ​ດ້ານ​ການ​ເງິນ, ການມອບ​ໂອນ​ເຕັກ​ໂນ​ໂລ​ຢີ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ.

    ປະ​ຖົມ​ປັດ​ໄຈ​ທີ່​ສະ​ດວກ ນັບ​ແຕ່​ປີ 2015

    ປີ 2015 ແມ່ນ​ປີ​ໄດ້​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ການ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທາງ​ດ້ານ​ແຫຼ່ງ​ກຳ​ລັງ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ສະ​ຫງວນ​ເງິນ 3.000 ຕື້​ດົງ​ເພື່ອ​ລົງ​ທຶນ​ໃຫ້​ແກ່ 16 ໂຄງ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເຖິງວ່າ​ຍັງ​ເປັນ​ຈຳ​ນວນໜ້ອຍເມື່ອ​ທຽບ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ກໍ​ຕາມ, ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ຄວາມ​ຕັດ​ສິນ​ໃຈ​ຢ່າງ​ໃຫຍ່ຫຼວງ​ຂອງ ລັດ​ຖະ​ບານ​ຫວຽດ​ນາມ​ໃນ​ການ​ລົງ​ທຶນກໍ່​ສ້າງ​ບັນ​ດາ​ຮູບ​ແບບດັດ​ປັບ​ໃຫ້​ແທດ​ເໝາະ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດເຊັ່ນ: ປູກ​ປ່າ​ນ້ຳ​ເຄັມ​ແຄມ​ທະ​ເລ, ບັນ​ດາ​ໂຄງ​ການກໍ່​ສ້າງ​ຄັນ​ຄູທີ່​ສຳ​ຄັນ, ຄັນ​ຄູ​ກັນ​ນ້ຳ​ເຄັມ…

    ລັດ​ຖະ​ບານ​ຫວຽດ​ນາມ​ກໍ​ເອົາ​ໃຈ​ໃສ່​ເຖິງ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ ແລະ ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໃນ​ແຜນ​ຜັງ​ພັດ​ທະ​ນາ​ຕົວ​ເມືອງ ແລະ​ນຳ​ໃຊ້​ທີ່​ດິນ. ຕາມນັ້ນ​ແລ້ວ, ການ​ພັດ​ທະ​ນາ​ລະ​ບົບ​ເຂດ​ຊຸມ​ຊົນ​ຮັບ​ມື​ກັບ​ໄພ​ນ້ຳ​ຖ້ວມ ແມ່ນ​ຕ້ອງ​ປະ​ຕິ​ບັດ​ຕາມ​ທິດ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ ພ້ອມ​ທັງ​ຄ່ອຍຫຼຸດ​ຜ່ອນ​ການ​ນຳ​ໃຊ້​ບັນ​ດາ​ພະ​ລັງ​ງານແຮ່​ທາດ, ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ.

    ຫວຽດ​ນາມ​ໄດ້​ສ້າງ​ບັນ​ດາ​ນະ​ໂຍ​ບາຍ ແລະ ແຜນ​ງານ​ເພື່ອ​ແນ​ໃສ່​ແກ້​ໄຂ​ຜົນ​ສະ​ທ້ອນ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພ້ອມ​ກັນ​ນັ້ນ ກໍ​ຍູ້​ແຮງວິ​ວັດ​ການ​ຫັນ​ໄປ​ສູ່​ພື້ນ​ຖານ​ເສດ​ຖະ​ກິດ​ຂຽວ​ສະ​ອາດກວ່າ. ການ​ປະ​ກາດ​ໃຊ້ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ, ກົດ​ໝາຍ​ກ່ຽວ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ຢູ່​ເຂດ​ທົ່ງ​ພຽງແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ມີປະ​ສິດ​ທິ​ຜົນ. ເປັນ​ໜ້າ​ສົນ​ໃຈ​ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ອຸ​ຕຸ​ນິ​ຍົມ ອຸ​ທົກ​ກະ​ສາດໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ ອັນ​ໄດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ວຍຫຼາຍ​ຮູບຫຼາຍ​ແບບ​ຂອງວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ຜ່ອນ​ເບົາໄພ​ທຳ​ມະ​ຊາດ, ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແບບ​ຍືນ​ຍົງ.

    ແລະ ກໍ​ໃນ​ປີ 2015, ບົດລາຍ​ງານ​ພິ​ເສດ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ ແລະ ບັນ​ດາ​ປະ​ກົດ​ການ​ດິນ​ຟ້າ​ອາ​ກາດ​ທີ່ບໍ່​ດີ ແນ​ໃສ່​ຊຸກ​ຍູ້​ການ ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໄດ້​ຮັບ​ການ​ປະ​ກາດ. ນີ້​ກໍ​ແມ່ນ​ບົດ​ລາຍ​ງານ​ຮອບ​ດ້ານ​ທີ່​ສຸດ, ແນ​ະ​ນຳ​ລະ​ບົບ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໄພ​ທຳ​ມະ​ຊາດ ແລະ ບັນ​ດາ​ປະ​ກົດ​ການ​ດິນ​ຟ້າ​ອາ​ກາດ​ທີ່ບໍ່​ດີຢູ່​ຫວຽດ​ນາມ ມຸ່ງ​ໄປ​ສູ່​ອະ​ນາ​ຄົດ​ທີ່​ມີ​ກຳ​ລັງ​ແຮງ​ຕ້ານ​ຢັນ ແລະ ໝັ້ນ​ຄົງ.

    ຜັນ​ຂະ​ຫຍາຍບັນ​ດາມາດ​ຕະ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຮອບ​ດ້ານ

      ປີ 2016, ຫວຽດ​ນາມສືບ​ຕໍ່​ເປັນ​ເຈົ້າ​ການ​ປະ​ຕິ​ບັດບັນ​ດາມາດ​ຕະ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​​ຄົບ​ຊຸດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ປຸກ​ລະ​ດົມ​ບັນ​ດາ​ແຫຼ່ງ​ກຳ​ລັງ , ປະ​ຕິ​ບັດ​ວຽກ​ງານ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢ່າງ​ມີ​ປະ​ສິດ​ທິ​ຜົນ; ໃຫ້​ບຸ​ລິ​ມະ​ສິດ​ລົງ​ທຶນ​​ສ້າງບັນ​ດາ​ໂຄງ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດທີ່​ສຳ​ຄັນ ແນ​ໃສ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ປາ​ຣີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ເມື່ອ​ເຕື້ອງ​ເຖິງ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ໂດຍ​ລະ​ອຽດ, ທ່ານ ຝ້າມ​ວັນ​ເຕີ້ນ ຮອງ​ຫົວ​ໜ້າກົມອຸ​ຕຸ​ນິ​ຍົມ ອຸ​ທົກ​ກະ​ສາດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໃຫ້​ຮູ້​ວ່າ : 

   “ ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ສິ່ງ​ແວດ​ລ້ອມ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ຈະ​ເຮັດ​ບັນ​ດາ​ລະ​ບຽບ​ການ​ດ້ານ​ກົດ​ໝາຍ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ປາ​ຣີ​ໂດຍ​ໄວ ຄື​ກ່ອນ​ເດືອນ​ເມ​ສາ​ປີ 2016. ທາງ​ກະ​ຊວງ​ຍັງ​ຈະ​ສ້າງ​ແຜນ​ການດັດ​ປັບ​ໃຫ້​ແທດ​ເໝາະ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ເພື່ອ​ສອດ​ຄ່ອ​ງ​ກັບ​ຂອບ​ສົນ​ທິ​ສັນ​ຍາ​ຂອງສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ນັ້ນ​ມີ​ການ​ກຳ​ນົດ​ກ່ຽວ​ກັບ​ແຫຼ່ງ​ກຳ​ລັງ ແລະ ການ​ເຄື່ອນ​ໄຫວ​ລະ​ອຽດ​ເພື່ອ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ເປົ້າ​ໝາຍຫຼຸດ​ຜ່ອນ 8% ປະ​ລີ​ມານ​ການ​ປ່ອຍ​ອາຍພິດ​ເຮືອນ​ແກ້ວ. ນັບ​ແຕ່ນີ້​ເຖິງ​ປີ 2030 ຫວຽດ​ນາມ​ຄວນ​ຫັນ​ປ່ຽນ​ໄປ​ສູ່​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ດ້ວຍ​ການ​ປ່ອຍກາກບອນ​ໜ້ອຍ ”

    ຫວຽດ​ນາມ​ກໍ​ພວມ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ອື່ນໆ​ໃນ​ການ​ເຈ​ລະ​ຈາ​ເພື່ອ​ຫັນ​ບັນ​ດາ​ຂໍ້​ມາດ​ຕາ​ໃນ​ຂໍ້​ຕົກ​ລົງ​ປາ​ຣີ​ເປັນ​ລະ​ອຽດ ແລະ ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນສັນ​ຍາ​ທີ່​ໄດ້​ຍົກ​ອອກ​ມາ.  ໃນ​ຍາວ​ນານ, ຫວຽດ​ນາມ​ຈະ​ກວດ​ກາ, ອັບ​ເດັດບັນ​ດາ​ແຜນ​ກຳ​ນົດ, ສຸມ​ແຫຼ່ງ​ກຳ​ລັງ​ລົງ​ທຶນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ຢືນ​ຢັນ​ວ່າ : 

      “ ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ລັດ, ສ້າງ​ລະ​ບົບ​ກົດ​ໝາຍ, ກົນ​ໄກ​ນະ​ໂຍ​ບາຍໃຫ້​ສົມ​ບູນ​ແບບ ແລະ ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​, ປ້ອ​ງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ຄຸມ​ຄອງຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ຮັກ​ສາສິ່ງ​ແວດ​ລ້ອມຢ່າງ​ຄົບ​ຊຸດ. ຍົກ​ສູງ​ຄວາມ​ສາ​ມາດ​ພະ​ຍາ​ກອນ, ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ, ຕິດ​ຕາມການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເຊີດ​ຊູ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ, ບັນ​ດາ​ກຳ​ລັງ ແລະ ປະ​ຊາ​ຊົນ​ທຸກໆ​ຄົນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ໃຫ້​ບຸ​ລິ​ມະ​ສິດ​ລົງ​ທຶນ​​ສ້າງບັນ​ດາ​ໂຄງ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດທີ່​ສຳ​ຄັນ ແລ​ະ ຈຳ​ເປັນ”

     ເລື່ອງ​ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍບັນ​ດາມາດ​ຕະ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຄົບ​ຊຸດນັ້ນ ບໍ່​ພຽງ​ແຕ່​ເປັນ​ການຫຼຸດ​ຜ່ອນ​ບັນ​ດາ​ຄວາມ​ທ້າ​ທາຍ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດທີ່​ມີ​ຕໍ່​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແບບ​ຍືນ​ຍົງ​ໃນ​ປີ 2016 ແລະ ຊຸມ​ປີ​ຕໍ່ໆ​ໄປ

ຕອບກັບ

ຂ່າວ/ບົດ​ອື່ນ