ປີ 2017: ຄວາມມານະພະຍາຍາມປອດນິວເຄຼຍ ໃນແຫລມເກົາຫລີ ບໍ່ບັນລຸຄວາມຄືບຫນ້າ

(VOVWORLD) -ຊຸມມື້ຕົ້ນປີໃຫມ່ 2018 ໄດ້ປະກົດອອກບັນດາການກະທຳ “ມີຄວາມໝາຍສຳຄັນ” ມຸ່ງໄປເຖິງການເຈລະຈາໂດຍກົງ ແລະ ເປັນປະຈຳຢູ່ໃນແຫລມເກົາຫລີ. ເຖິງຢ່າງໃດກໍຕາມ, ເບິ່ງລວມແລ້ວ ປີ 2017, ຄວາມມານະພະຍາຍາມປອດນິວເຄຼຍ ໃນແຫລມເກົາຫລີ ບໍ່ບັນລຸຄວາມຄືບຫນ້າໃດ, ຊ້ຳບໍ່ໜຳ ຍັງປະກົດອອກບັນດາບາດຖອຍຫລັງເປັນຫນ້າເສຍດາຍ.
ປີ 2017: ຄວາມມານະພະຍາຍາມປອດນິວເຄຼຍ ໃນແຫລມເກົາຫລີ ບໍ່ບັນລຸຄວາມຄືບຫນ້າ - ảnh 1 ພາບປະກອບ

ຄວາມຈິງ ຖ້າຫາກສັງເກດບັນດາການຜັນແປຢູ່ແຫລມເກົາຫລີ ໃນຕະຫລອດຫນຶ່ງປີຜ່ານມາບໍ່ມີເທົ່າໃດບັນຫາຕ້ອງເວົ້າ. ສະພາບບໍ່ມີທາງອອກຍັງບໍ່ທັນໄດ້ຮັບການແກ້ໄຂ,  ຍັງຄົງຢູ່ໃນບັນຫາ: ຍິງລູກສອນໄຟ - ໂຕ້ຕອບ - ນາບຂູ່ ແລະ ລົງໂທດ.

ຂວ້ຳບາດ ແລະ ການລົງໂທດບໍ່ແມ່ນຍຸດໂທບາຍຢ່າງມີປະສິດທິຜົນ

        ໃນຫລາຍປີມານີ້, ການນາບຂູ່ ແລະ ລົງໂທດ ບໍ່ສາມາດແກ້ໄຂບັນຫານິວເຄຼຍ ຂອງ ສປປ ເກົາຫລີ ໄດ້. ເລື່ອງເພີ່ມກຳລັງດັນກໍ່ບໍ່ເຮັດໃຫ້ປະເທດ ອາຊີຕາເວັນອອກສ່ຽງເຫນືອ ນີ້ ປ່ຽນແປງຫລັກໝັ້ນກ່ຽວກັບບັນຫານິວເຄຼຍ ຫາກກົງກັນຂ້າມ ພຽງແຕ່ມີປະຕິກິລິຍາຢ່າງແຮງກວ່າ.

        ນັບແຕ່ປີ 2006, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາງບັນດາຄຳສັ່ງຊວ້ຳບາດສຳລັບໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ ເກົາຫລີ 9 ຄັ້ງແລ້ວ ແລະ ຄຳສັ່ງລົງໂທດ ເມື່ອເດືອນ ກັນຍາ ປີ 2017 ແມ່ນຄຳສັ່ງລົງໂທດແຮງທີ່ສຸດ ນັບແຕ່ກອ່ນມາຮອດປະຈຸບັນ. ຕາມນັ້ນແລ້ວ, ຄຳສັ່ງລົງໂທດແມ່ນເລັ່ງໃສ່ບັນດາຂົງເຂດສົ່ງອອກມີທ່າແຮງຂອງ ສປປ ເກົາຫລີ ຄື: ເຄື່ອງຕ່ຳແຜ່ນຕັດຫຍິບ, ນ້ຳມັນບໍ່, ອາຍແກສທຳມະຊາດ ພ້ອມທັງຮັດແຫນ້ນບາງນະໂຍບາຍກ່ຽວຂ້ອງເຖິງຄົນງານ ສປປ ເກົາຫລີ ຢູ່ ຕ່າງປະເທດ. ເຖິງຢ່າງໃດກໍຕາມ ຄຸນປະໂຫຍດຂອງຄຳສັ່ງລົງໂທດນີ້ບໍ່ເຮັດໃຫ້ ພຽງຢາງ ລັ່ງເລໃຈ. ພະຍານຫລັກຖານ ນັ້ນແມ່ນ ປະເທດນີ້ ສືບຕໍ່ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) Hwasong -15 ແມ່ນລູກສອນໄຟແຮງທີ່ສຸດນັບແຕ່ກອ່ນມາຮອດປະຈຸບັນ ແລະ ຕາມການຖະແຫລງຂອງຜູ້ນຳ ສປປ ເກົາຫລີ ແລ້ວ, ລູກສອນໄຟດັ່ງກ່າວ ມີກຳລັງແຮງພຽງພໍເພື່ອປົກຄຸມທົ່ວປະເທດ ອາເມລິກາ.

        ເປັນອັນວ່າ ໄລ່ແຕ່ຕົ້ນປີມາຮອດປະຈຸບັນ, ໂດຍບໍ່ຫົວຊາຕໍ່ກຳລັງດັນຂອງບັນດາຄຳສັ່ງລົງໂທດ, ສປປ ເກົາຫລີ ໄດ້ດຳເນີນການຍິງທົດລອງລູກສອນໄຟ 15 ລູກ, ໃນນັ້ນ ໄດ້ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ 3 ຄັ້ງ. ຊ້ຳບໍ່ໜຳ ສປປ ເກົາຫລີ ຍັງຖະແຫລງຢ່າງຕໍ່ເນື່ອງບັນດາຜົນງານນິວເຄຼຍ ຂອງ ຕົນ ແລະ ຢືນຢັນວ່າປະເທດນີ້ໄດ້ສຳເລັດພາລະຫນ້າທີ່ປະຫວັດສາດອັນຍິ່ງໃຫຍ່ ນັ້ນແມ່ນສຳເລັດກຳລັງແຮງນິວເຄຼຍແຫ່ງຊາດ.

ເມື່ອ ອາເມລິກາ ບໍ່ມີຄວາມອົດທົນຕໍ່ໄປ ແລະ ບັນດາຄວາມມານະພະຍາຍາມທາງການທູດບໍ່ບັນລຸຄວາມຄືບຫນ້າ

        ໄລຍະຜ່ານມາ, ບັນດາປະເທດມະຫາອຳນາດໃນໂລກ ໃນນັ້ນ ມີ ອາເມລິກາ ໄດ້ພະຍາຍາມກຳຈັດໂຄງການອາວຸດຂອງ ພຽງຢາງ ຜ່ານບັນດາມາດຕະການລົງໂທດ ໂດຍ ສປຊ ຫນູນຫລັງ, ເຖິງຢ່າງໃດກໍຕາມ ທຸກຄວາມມານະພະຍາຍາມລ້ວນແຕ່ຖືກປະລາໄຊ ແລະ ເຮັດໃຫ້ ວໍຊີງຕັນ ນັບມື້ນັບບໍ່ມີຄວາມອົດທົນ.

        ແລະ ໃນການກະທຳຫນຶ່ງສະແດງໃຫ້ເຫັນທ່າທີ່ເດັດດ່ຽວສຳລັບເຫດຍິງລູກສອນໄຟຂອງ ພຽງຢາງ ເມື່ອວັນທີ 29 ພະຈິກ, ວໍຊີງຕັນ ໄດ້ນຳພຽງຢາງ ກັບຄືນສູ່ ບັນຊີລາຍຊື່ “ບັນດາປະເທດປົກປ້ອງການກໍ່ການຮ້າຍ”,  ຊື່ງທ່ານອະດີດປະທານາທິບໍດີ ອາເມລິກາ George Bush ຍົກເລີກເມື່ອປີ 2008. ນັບແຕ່ປີ 2009, ພາຍຫລັງ ຮອບເຈລະຈາ 6 ຝ່າຍກ່ຽວກັບການຫລຸດຜ່ອນອາວຸດນິວເຄຼຍ ໃນແຫລມເກົາຫລີ ຕົກເຂົ້າສູ່ສະພາບບໍ່ມີທາງອອກ, ວໍຊີງຕັນ ໄດ້ນາບຂູ່ເປັນປະຈຳວ່າ ຈະນຳ ພຽງຢາງ ກັບຄືນສູ່ “ ບັນຊີລາຍຊື່ດຳ”, ເປັນຕົ້ນ ໃນແຕ່ລະຄັ້ງພາຍຫລັງ ທີ່ ສປປ ເກົາຫລີ ຍິງທົດລອງລູກສອນໄຟ. ນັບແຕ່ເມື່ອປະທານາທິບໍດີ ອາເມລິກາ Donald Trump ສາບານຕົວຮັບດຳລົງຕຳແຫນ່ງ, ທຳນຽບຂາວ ກໍ່ຍົກອອກບັນຫານີ້ມາພິຈາລະນາເປັນສອງສາມຄັ້ງແລ້ວ ແລະ ຖືວ່າ ນີ້ແມ່ນຫນຶ່ງໃນບັນດາມາດຕະການ ເພື່ອເພີ່ມກຳລັງດັນຢ່າງສຸດຂີດຕໍ່ປະເທດ ອາຊີ ຕາເວັນອອກສ່ຽງເຫນືອ ທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍ ເພາະ ຕາມກົດໝາຍຂອງ ອາເມລິກາ ແລ້ວ, ບັນດາປະເທດນອນໃນບັນຊີລາຍຊື່ບັນດາປະເທດ ຈະຖືກຮັບບັນດາມາດຕະການໍຂວ້ຳບາດຢ່າງແຮງທີ່ສຸດ, ຖືກຈັດວາງບັນດາຂໍ້ກຳນົດຢ່າງເຂັ້ມງວດກ່ຽວກັບການເຄື່ອນໄຫວອຸປະຖຳຕ່າງປະເທດ ຂອງ ອາເມລິກາ, ຫ້າມການເຄື່ອນໄຫວຊື້ຂາຍສິນຄ້າ ແລະ ການສົ່ງອອກກ່ຽວຂ້ອງເຖິງການປ້ອງກັນຊາດກໍ່ຄືບັນດາມາດຕະການລົງໂທດດ້ານການເງິນຢ່າງເຂັ້ມງວດ.

        ເຖິງຢ່າງໃດກໍຕາມ, ເລື່ອງພຽງຢາງ ກັບຄືນສູ່ “ບັນຊີລາຍຊື່ບັນດາປະເທດປົກປ້ອງການກໍ່ການຮ້າຍ” ພາຍໃຕ້ແງ່ມູມຂອງບັນດານັກສັງເກດການ, ອາດຈະໄດ້ຮັບຖືວ່າ ແມ່ນ “ບາດຖອຍຫລັງ” ສຳລັບວິວັດທະນາການແກ້ໄຂບັນຫານິວເຄຼຍ ຢູ່ ແຫລມເກົາຫລີ. ເວົ້າແນວອື່ນ, ຂໍ້ຕົກລົງຂອງປະທານາທິບໍດີ ອາເມລິກາ Donald Trump ຄືດັ່ງອັດປະຕູການເຈລະຈາກ່ຽວກັບບັນຫາປອດນິວເຄຼຍ ຊື່ງບັນດາຝ່າຍພວມມານະພະຍາຍາມ ເພື່ອສາມາດເປີດປະຕູຄືນໃຫມ່. ບາດກ້າວເດີນຂອງ ອາເມລິກາ ແມ່ນເພີ່ມຄວາມເຄັ່ງຕຶງຂຶ້ນ ແລະ ອາດຈະຍູ້ສະພາບການໃນແຫລມເກົາຫລີ ຕົກເຂົ້າສູ່ສະພາບບໍ່ມີທາງອອກ.

        ອາດຈະເວົ້າໄດ້ວ່າ ສະພາບປອດນິວເຄຼຍ ໃນແຫລມເກົາຫລີ ປິ 2017 ຍັງແມ່ນບັນຫາສັບສົນ.ເຖິງຢ່າງໃດກໍຕາມ ສຳລັບບາງການກະທຳມີເຈດຕະນາດີຂອງບັນດາຝ່າຍ ປະກົດອອກໃນຕົ້ນປີ 2018, ຫາງສຽງຫວັງວ່າ ຈະຊອກໄດ້ມາດຕະການຄວາມເຄັ່ງຕຶງໃນແຫລມເກົາຫລີ   ເພື່ອຫລີກລ້ຽງບັນຫາເກາະຜິດ - ລົງໂທດ - ໂຕ້ຕອບ ບໍ່ມີທາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ