ປີ APEC 2017: ຫວຽດນາມ ເຊື່ອມໂຍງຢ່າງຕັ້ງຫນ້າ ແລະ ມີຫົວຄິດປະດິດສ້າງ

(vovworld)- ວັນ​ທີ 1/1/2017, ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC) ຢ່າງ​ເປັນ​ທາງ​ການ ນີ້ແມ່ນ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສຳ​ຄັນ​ອັນ​ດັບ​ຫນຶ່ງ​ລະ​ຫວ່າງ​ສອງ​ທະ​ວີບ ອາ​ຊີ - ເອີ​ລົບ. 11 ປີ​ນັບ​ແຕ່​ເມື່ອ​ເປັນ​ຄັ້ງ​ທຳ​ອິດ ​ທີ່ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC ປີ 2006, ດ້ວຍ​ທິດ​ນຳ​ ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ, APEC 2017 ຈະ​ເປ​ັນ​ຂີດ​ໝາຍ​ໃຫມ່​ຂ​ອງ​ຫວຽດ​ນາມ ບົນເສັ້ນ​ທາງ​ເຊື່ອມ​ໂຍງ.

ປີ APEC 2017: ຫວຽດນາມ ເຊື່ອມໂຍງຢ່າງຕັ້ງຫນ້າ ແລະ ມີຫົວຄິດປະດິດສ້າງ - ảnh 1
ບັນ​ດາ​ການ​ນຳເຂົ້າ​ຮ່ວມ APEC 2006
ພາບ:dansinh

        ໃນ​ໄລ​ຍະ​ກວ່າ 25 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ, ເວ​ທີ​ປາ​ໄສ APEC ນັບ​ມື້​ນັບ​ຢັ້ງ​ຢືນ​ແມ່ນ​ກົນ​ໄກ​ການ​ຮ່ວມ​ມື​ດ້ານ​ເສດ​ຖ​ະ​ກິດ​ແຖວ​ຫນ້າ​ຂອງ​ພາກ​ພື້ນ ແລະ​ໃນ​ໂລກ, ​ພ​າ​ໄປ​ເຖິງວິ​ວັດ​​ທະ​ນາການ​ຫັນ​ການ​ຄ້າ ແລະ ກາ​ນ​ລົງ​ທຶນ​ເປັນ​ເສ​ລີ, ຊຸກ​ຍູ້​ທ່າ​ອ່ຽງ​ການ​ຮ່ວມ​ມື. ຕໍ່​ຫນ້າ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ເລິກ​ເຊິ່ງ​ໃນ​ໂລກ ແລະ ທ່າ​ອ່ຽງ​ ​ຮ່ວມ​ສຳ​ພັນ​ຢູ່​ພາກ​ພື້ນ, ບົດ​ບາດ APEC ຍິ່ງ​ເປັນ​ສິ່ງທີ່​ຂາດບໍ່​ໄດ້. APEC ນັບ​ມື້​ນັບ​​ຕ້ອງ​ເພີ່ມ​ທະ​ວີ ເພື່ອຜົນ​ປະ​ໂຫຍດ​ລວມ, ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ​ຄວາມວັດ​ທະ​ນາ​ຖາ​ວອນ.

        ໃນ​ສະ​ພາບ​ການນັ້ນ, ການ​ຈັດ​ຕັ້ງ​ປີ APEC 2017, ຫນ້າ​ທີ່​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ຕົນ​ກ່ຽວ​ກັບ ອາ​ຊີ ປາ​ຊີ​ຟີກ ພວມ​​ມີ​ການຫັນ​ປ່ຽນ​ຢ່າງ​​ແຮງນີ້.

ສະ​ຕິ​ກ່ຽວ​ກັບ​ປະ​ຊາ​ຄົມ​ພວມ​ມີ​ການຫັນ​ປ່ຽນ

       ຫົວ​ຂໍ້​ຂອງ APEC 2017 ​ ແມ່ນ“ສ້າງ​ກຳ​ລັງ​ຫນູນ​ໃຫມ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດ​ລວມ” ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ກຳ​ນົດ​ທິດ​ບຸ​ລິ​ມະ​ສິດ​ຂອງ APEC ໃນ​ໄລ​ຍະ​ໃຫມ່. ສິ່ງ​ດັ່ງ​ກ່າວ​ສ່ອງ​ແສງໃຫ້ເຫັນ​ຄວາມ​ຫວັງ​ລວມ​ຂອງ​ບັນ​ດາ​ສະ​ມາ​ຊິກ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໃຫ້​ປີ 2017 ຈະ​ສ້າງ​ກຳ​ລັງ​ຫນູນ​ໃຫມ່​ຊ່ວຍ​ໃຫ້ APEC ຟື້ນ​ຟູ​ທ່າ​ເຕີບ​ໂຕ​​ດ້ານເສດ​ຖະ​ກິດ  ແລະ ການ​ຄ້າ, ເປີດກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ບັນ​ດາ​ຂົງ​ເຂດ​ໃຫມ່ ແລະ ເຮັດ​ໃຫ້​ການ​ຮ່ວມ​ສຳ​ພັນ​ພາກ​ພື້ນ​ເລິກ​ເຊິ່ງ​ກວ້າງ​ຂວາງກວ່າ. ພ້ອມ​ກັນ​ນັ້ນ ແມ່ນ​ສ້າງວິ​ໄສ​ທັດ​ໃຫ້ APEC ຫລັງ​ປີ 2020, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ເວ​ທີ​ປ​າ​ໄສ, ຜ່ານນັ້ນ ປະ​ກອບ​ສ່ວນ “ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ອະ​ນາ​ຄົດ​ລວມ” ນັ້ນ​ແມ່ນ​ສ້າງ​ປະ​ຊາ​ຄົມ​ອາ​ຊີ ປາ​ຊີ​ຟີກ ສັນ​ຕິ​ພາບ, ສ​ະ​ຖຽນ​ລະ​ພາບ, ພັດ​ທະ​ນາ ແລະ​ວັດ​ທະ​ນາ​ຖາ​ວອນ. ໃນ​ສະ​ພາບ​ການ​ໂລກ,  ທ່າ​ອ່ຽງ​ໂລ​ກາ​ພິ​ວັດ, ອາ​ລັກ​ຂາ​ການ​ຄ້າ​ພວມ​ພົ້ນ​ເດັ່ນ​ຂຶ້ນ, ທ່ານ Alain Bollard, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ຄະ​ນະ​ເລ​ຂາ APEC ຖື​ວ່າ:

        “ນີ້​ແມ່ນ​ປີ ​​ທີ່ຫວຽດ​ນາມ ປະ​ສົບ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ກອງ​ປະ​ຊຸມ​ສຸດຍອດ ຢູ່ ເປ​ຣູ ໄດ້​ຍົກ​ອອກ​ສານ​ສືບ​ຕໍ່​ເຊື່ອມ​ໂຍງ​​ກັບ​ເສດ​ຖະ​ກິດ ແລະ ຕ້ານ​ຄື​ນ​ທ່າ​ອ່ຽງ​ການ​ອາ​ລັກ​ຂາ. ຫວຽດ​ນາມ ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ການ​ຊີ້​ນຳ​ນຳ​ພາ​ຂອງ​ຕົນ​ຄື​ແນວ​ໃດ. ພວກ​ຂ້າ​ພະ​ເຈົ້າ​ ລໍ​ຖ​້າ ຫວຽດ​ນາ​ມ​ໃນ​ເຫດ​ການ APEC 2017 ຈະສືບ​ຕໍ່​ນຳ​ພາເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ສືບ​ຕໍ່​ລາຍ​ການ​ຊຸກ​ຍູ້​ດ້ານ​ການ​ຄ້າ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ​ລໍ​ຖ້າຂໍ້​ລິ​ເລີ່ມ​ໂລ​ກາ​ພິ​ວັດ​ແບບ​ໃຫມ່. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ສຳ​ເລັດ​ບົດ​ບາດ​ປະ​ທານ APEC 2017 ເປັນ​ຢ່າງ​ດີ.”

        ຫວຽດ​ນາມ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ຈາກເພື່ອນ​ມິດ​ສາ​ກົນ ​ກໍຍ້ອນ​​ ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງ​ໃຫມ່​ຂອງ​ຫວຽດ​ນາມ ພາຍ​ຫລັງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່ ກໍ​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ຫວຽດ​ນາມ​ໃນ APEC ກໍ​ຄື​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ຫລາຍ​ຝ່າຍ​ໃນ​ໄລ​ຍະ​ຜ່ານ​ມາ. ເພາະ​ສະ​ນັ້ນ ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC 2017, ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ຍົກ​ອອກ​ບັນ​ດາ​ຂໍ້​ລິ​ເລີ່ມ ດ້ວຍ​ຈິດ​ໃຈ​ໃຫມ່ ນັ້ນ​ແມ່ນ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ໃນ​ການ​ ແລະ ເຂົ້າ​ຮ່ວມ​ການ​ສ້າງ​ຮູບ​ປະ​ທຳໃນ​ APEC, ​ເພື່ອຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອ​ງ​ຕ້ອງ​ການ​ໃຫມ່ ຂອງ APEC. ທ່ານ​ນາງ ຫງວຽ​ນ​ຫງວຽດ​ງາ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ທີ່​ປຶກ​ສາ​ຂັ້ນ​ສູງ​ຄະ​ນະ​ເລ​ຂາ APEC ຫວຽດ​ນາມ ປີ 2017 ໄດ້​ຢືນ​ຢັນ​ວ່າ:

        “ໃນ​ບັນ​ດາ​ຂ​ໍ້​ລິ​ເລີ່ມ​ປະ​ຈຸ​ບັນ ລ້ວນ​ແຕ່​ສຸມ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດ​ໃຫຍ່​ຂອງ APEC  ແລະ ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃຫມ່​ຂອງ​ການ​ເຕີບ​ໂຕ ແລະ ການ​ຮ່ວມ​ສຳ​ພັນ. ໃນ​ນັ້ນ ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ເຕີບ​ໂຕ​ຄຸນ​ນະ​ພາບ. ສະ​ນັ້ນ ຫວຽດ​ນາມ ຕ້ອງ​ມີ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ເຕີບ​ໂຕ​ດ້ານ​ຄຸນ​ນະ​ພາບ, ກ່ຽວ​ກັບ​ການ​ເຊື່ອມ​ຈອດ, ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່. ສິ່ງ​ດັ່ງ​ກ່າວ​ແມ່ນ​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຫວຽດ​ນາມ ແລະ ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃຫມ່​ຂອງ APEC ປະ​ຈຸ​ບັນ. ພວກ​ເຮົາ​ຈະ​ມີ​ບັນ​ດາ​ຂໍ້​ລິ​ເລີ່ມ​ ໃນ​ນັ້ນ​ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ ແລະ ການຫນູນ​ຊ່ວຍສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ບັນ​ດາ​ຂໍ້​ລິ​ເລິ່ມ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.”

        ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​​ສະ​ຫນິດ​ຕິດ​ພັນກັບ​ບັນ​ດາ​ຄູ່​ຮ່ວມ​ມື

ເລື່ອງ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC ແມ່ນ​ຈຸດ​ສຸມ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ຮອດ​ປີ 2020, ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຫວຽດ​ນາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ແລະ ຍົກ​ລະ​ດັບ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ. ດ້ວຍ​ທີ່​ຕັ້ງ​ບົດ​ບາດ ແລະ ກຳ​ລັງ​ແຮງ​ຂອງ​ປະ​ເທດ​ຊາດ​ນັບ​ມື້​ນັບ​ໄດ້​​ຮັບ​ການຍົກ​ສູງ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ ແລະ ບົດ​ຮຽນ​ຈັດ​ຕັ້ງ​ປີ APEC 2016 ສຳ​ເລັດ​ຜົນ, ເລື່ອງ​ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC ຄັ້ງ​ທີ 2  ເປັນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ ສຳ​ລັບ​ເວ​ທີ​ປາ​ໄສ​ໃນ​ສະ​ພາບ​ການ​ໃຫມ່, ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງ 20 ປີ ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ຂອງ APEC (1998-2018). ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ປະ​ຊາ​ຄົມ​ ອາ​ຊຽນ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ການ​ສະ​ຫນິດ​ຕິດ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ບັນ​ດາ​ວິ​ສາ​ຫະ​ກິດ, ເພື່ອນ​ມິດ​ໃນພາກ​ພື້ນ. ທ່ານ ບູ່ຍ​ແທງ​ເຊີນ, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ປີ APEC 2017 ຈະ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຂອງ​ພືນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ມີ​ການ​ປ່ຽນ​ແປງ​ໃຫມ່, ຂະ​ຫຍັນ​ຂັນ​ເຄື່ອນ, ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ຮູບ​ພາບ​ຊາວ​ຫວຽດ​ນາມ ຮັກ​ຫອມ​ສັນ​ຕິ​ພາບ, ປອງດອງ, ໄມ​ຕິ​ຈິດ, ສະ​ຫນິດ​ສະ​ຫນົມ ແລະ ມີ​ຄວາມ​ສີ​ວິ​ໄລ. ປີ APEC 2017 ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ, ທ້ອງ​ຖິ່ນ, ປະ​ຊາ​ຊົນ​ຫວຽດ​ນາມ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຂອງ APEC, ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ຊື່ງ APEC ນຳ​ມາ​ໃຫ້ຢ່າງ​ຄົບ​ຖ້ວນກວ່າ.”

ໃນ​ສະ​ພາບ​ການ ​ທີ່ຫວຽດ​ນາມ ພວມ​ຍາດ​ແຍ່ງ​ແຫລ່ງ​ກຳ​ລັງ​ຈາກ​ສາ​ກົນ ເພື່ອ​ຮັບ​ໃຊ້​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ປີ 2011-2020, APEC 2017 ສ້າງ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​​ຕື່ມ​ອີກໃຫ້​ແກ່​ບັນ​ດາ​ເຂດ​ແຄ້ວນ, ທ້ອງ​ຖິ່ນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ໄດ້ພັດ​ທະ​ນາ, ພົວ​ພັນ​ແລກ​ປ່ຽນ, ໂຄ​ສະ​ນາ​ກ່ຽວ​ກັບ​ປະ​ເທດ​ຫວຽດ​ນາມ ປ່ຽນ​​ແປງໃຫມ່, ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ພວມ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ຢ່າງ​ຮອບ​ດ້ານ ດ້ວຍ​ທີ່​ຕັ້ງ​ບົດ​ບາດ​ໃຫມ່. 


ຕອບກັບ

ຂ່າວ/ບົດ​ອື່ນ