ປົກ​ປ​້ອງ​ຂໍ້​ມູນ​ສ່ວນ​ຕົວແມ່ນ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ຫວຽດ​ນາມ

(VOVWORLD) - ລັດຖະບານ ຫວຽດນາມ ຫາກໍ່ປະກາດໃຊ້ດຳລັດສະບັບເລກທີ 13/2023 ວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ ແລະ ດຳລັດສະບັບນີ້ຈະມີຜົນສັກສິດປະຕິບັດ ນັບແຕ່ວັນທີ 1 ກໍລະກົດຈະມາເຖິງ. ນີ້ແມ່ນຄວາມມານະພະຍາຍາມ ເພື່ອແນໃສ່ປະກອບສ່ວນສ້າງກອບນິຕິກຳຮັບໃຊ້ໂຄງການຫັນເປັນດີຈີຕອນແຫ່ງຊາດ, ມຸ່ງໄປເຖິງກຸ່ມເປົ້າໝາຍປອດໄພທາງດ້ານຂໍ້ມູນ ແລະ ພັດທະນາສັງຄົມດີຈີຕອນຢ່າງຮອບດ້ານ. ດຳລັດໄດ້ຢັ້ງຢືນບັນດາສິດຜົນປະໂຫຍດພື້ນຖານຂອງສ່ວນບຸກຄົນທີ່ເປັນເຈົ້າຂອງຂໍ້ມູນຢ່າງຮອບດ້ານ, ວາງອອກບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ ແລະ ນິຕິກຳໃຫ້ແກ່ບັນດາວິສາຫະກິດໃນການນຳໃຊ້, ຄວບຄຸມຂໍ້ມູນຂອງພົນລະເມືອງ ຫວຽດນາມ, ກຳນົດກ່ຽວກັບບົດບາດໜ້າທີ່ ແລະ ສິດອຳນາດຂອງອົງການຮັບຜິດຊອບການປົກປ້ອງຂໍ້ມູນສ່ວນຕົວຢູ່ ຫວຽດນາມ ແລະ ວາງອອກບາງຄວາມຮຽກຮ້ອງຕ້ອງການແບບພິເສດຕໍ່ການນຳໃຊ້ຂໍ້ມູນສ່ວນຕົນຂ້າມຊາຍແດນ. ດ້ວຍບັນດາຂໍ້ກຳນົດຢ່າງລະອຽດ, ດຳລັດແມ່ນສິ່ງປ້ອງປົກສິດທິມະນຸດຢູ່ ຫວຽດນາມຢ່າງແທດຈິງ.

ປົກ​ປ​້ອງ​ຂໍ້​ມູນ​ສ່ວນ​ຕົວແມ່ນ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ຫວຽດ​ນາມ - ảnh 1ພາບປະກອບ: Techlicious

ດຳລັດສະບັບເລກທີ 13/2023 ກຳນົດວ່າ: “ຂໍ້ມູນສ່ວນຕົວ ແມ່ນຂໍ້ມູນພາຍໃຕ້ຮູບແບບ ລາຍເຊັນ, ໜັງສື, ຕົວເລກ, ຮູບພາບ, ສຽງ ຫຼືຮູບແບບທີ່ຄ້າຍຄືກັນໃນທາງເອເລັກໂຕນິກ ທີ່ຕິດພັນກັບຜູ້ໜຶ່ງຢ່າງລະອຽດ ຫຼືຊ່ວຍກຳນົດຜູ້ໜຶ່ງຢ່າງລະອຽດ”. ສິ່ງພົ້ນເດັ່ນໃໝ່ແມ່ນ ເປັນຄັ້ງທຳອິດ, ທີ່ດຳລັດສະບັບນີ້ຢັ້ງຢືນນິຍາມ “ຂໍ້ມູນສ່ວນຕົນທີ່ລະອຽດອ່ອນ”, ເພື່ອແນໃສ່ຈຳແນກຂໍ້ມູນທີ່ລະອຽດອ່ອນ ກັບຂໍ້ມູນທຳມະດາ. ການຢັ້ງຢືນນີ້ສ່ອງແສງໃຫ້ເຫັນຄວາມສອດຄ່ອງຂອງກົດໝາຍ ຫວຽດນາມ ກັບບັນດາຂໍ້ກຳນົດກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວຂອງບັນດາພາກພື້ນໃນທົ່ວໂລກ ແລະ ສ້າງປະຖົມປັດໄຈວາງອອກຄວາມຮຽກຮ້ອງຕ້ອງການດ້ານນິຕິກຳຢູ່ລະດັບສູງ ເພື່ອປົກປ້ອງຂໍ້ມູນສ່ວນຕົວທີ່ລະອຽດອ່ອນ

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ນິຍາມຂໍ້ມູນສ່ວນຕົວທີ່ລະອຽດອ່ອນ ໄດ້ຕິດພັນກັບສິດສ່ວນຕົວຂອງພົນລະເມືອງ, ສ່ອງແສງໃຫ້ເຫັນປັດຊະຍາສຳຜັດກັບສິດປົກປ້ອງຂໍ້ມູນສ່ວນຕົວທີ່ໄດ້ກໍ່ສ້າງບົນພື້ນຖານຂອງການປົກປ້ອງສິດສ່ວນຕົວ. ເຂົ້າໃຈຢ່າງງ່າຍດາຍວ່າ ທຸກຄົນລ້ວນແຕ່ມີສິດໄດ້ຮັບຄວາມເຄົາລົບການດຳລົງຊີວິດສ່ວນຕົວລວມທັງບັນດາຂໍ້ມູນສ່ວນຕົວຂອງຕົນ. ດັ່ງນັ້ນ ບັນດາຂໍ້ກຳນົດທີ່ໄດ້ບັນລຸໃນດຳລັດສະບັບດັ່ງກ່ວາກ່ຽວກັບການປົກປ້ອງຂໍ້ມູນແມ່ນເພື່ອແນໃສ່ມຸ່ງໄປເຖິງການຮັກສາຄວາມລັບຂໍ້ມູນສ່ວນຕົວ, ພິເສດແມ່ນບັນດາຂໍ້ມູນທີ່ລະອຽດອ່ອນ, ສາມາດກໍ່ຜົນເສຍຫາຍຕໍ່ຊີວິດສ່ວນຕົວຂອງສ່ວນບຸກຄົນ.

ປົກປ້ອງສິດທິມະນຸດໃນສັງກາດດີຈີຕອນໃຫ້ດີກ່ວາອີກ

ຂໍ້ມູນສ່ວນຕົວພວມກາຍເປັນວັດຖຸດິບຫຼັກໃຫ້ແກ່ການເຄື່ອນໄຫວຕ່າງໆຂອງບັນດາຂະແໜງ, ອາຊີບ, ການບໍລິການດຳເນີນທຸລະກິດ ແລະ ນັບມື້ນັບກວມເອົາທີ່ຕັ້ງສຳຄັນໃນຂົງເຂດສ້າງມູນຄ່າກຳໄລສູງໃນພື້ນຖານເສດຖະກິດແຫ່ງຊາດ. ສະພາບການນີ້ໄດ້ວາງອອກບັນດາວິທີການຄຸ້ມຄອງຢ່າງມີປະສິດທິຜົນຈາກລັດຖະບານ, ຄ້າຍຄືກັນກັບການນຳໃຊ້ ແລະ ປົກປ້ອງຂໍ້ມູນສ່ວນຕົວ, ການຮັບມື, ການຈຳກັດຄວາມສ່ຽງ, ປັບໄໝລົງໂທດຕໍ່ການລະເມີດເພື່ອຮັກສາຄວາມໝັ້ນຄົງໃນການພັດທະນາ ແລະ ມູນຄ່າໂດຍຂໍ້ມູນສ່ວນຕົວສ້າງຂຶ້ນ. ທ່ານປ.ອ ນາງຫງວຽນທິຮວາ, ອາຈານ ສອນສັງກັດພະແນກກົດໝາຍສາກົນ, ມະຫາວິທະຍາໄລກົດໝາຍ ນະຄອນໂຮ່ຈີມິນ ຕີລາຄາວ່າ:

ໃນສະພາບແວດລ້ອມດີຈີຕອນປັດຈຸບັນ, ຂໍ້ມູນສ່ວນຕົວອາດຈະແຮັກ ແລະ ນຳໃຊ້ເຂົ້າໃນເປົ້າໝາຍທີ່ຜິດກົດໝາຍ. ກົດໝາຍປັດຈຸບັນມີບັນດາມາດຕະການດ້ານແພງ, ການບໍລິຫານ ແລະ ອາຍາເພື່ອປົກປ້ອງຂໍ້ມູນສ່ວນຕົວຕໍ່ການກະທຳລະເມີດກົດໝາຍ. ເຖິງຢ່າງໃດກໍ່ຕາມ, ຍັງມີຂໍ້ຈຳກັດ ແລະ ຍັງບໍ່ທັນມີຄວາມເຫັນດີເປັນເອກະພາບກັບບັນດາຂໍ້ກຳນົດໃໝ່ກ່ຽວກັບການປົກປ້ອງຂໍ້ມູນສ່ວນຕົວ.

ຕາມທ່ານນາງ ຫງວຽນທິຮວາແລ້ວ, ດຳລັດສະບັບດັ່ງກ່າວ ຈະປະກອບສ່ວນແກ້ໄຂບັນຫາທີ່ຫຍຸ້ງຍາກ, ສ້າງເງື່ອນໄຂພັດທະນາເສດຖະກິດສັງຄົມ, ສ້າງພື້ນຖານນິຕິກຳໃຫ້ແກ່ການເຄື່ອນໄຫວດຳເນີນທຸລະກິດທີ່ກ່ຽວຂ້ອງເຖິງຂໍ້ມູນສ່ວນຕົວ. ການປະກາດໃຊ້ດຳລັດສະບັບນີ້ ກໍ່ແມ່ນບາດກ້າວລະອຽດໃນການຫັນຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍວ່າດ້ວຍການປົກປ້ອງຄວາມລັບສ່ວນຕົວ, ສິດທິມະນຸດ, ສິດພົນລະເມືອງ, ຄວາມໝັ້ນຄົງທາງອິນເຕີເນັດເປັນລະອຽດ, ສະແດງໃຫ້ເຫັນຄວາມມານະພະຍາຍາມໃນການປົກປ້ອງສິດທິມະນຸດ ໃນການຫັນເປັນດີຈີຕອນຢູ່ ຫວຽດນາມ.

ປົກ​ປ​້ອງ​ຂໍ້​ມູນ​ສ່ວນ​ຕົວແມ່ນ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຢູ່ ຫວຽດ​ນາມ - ảnh 2ທ່ານ ໂງວີດົ່ງ, ຮອງປະທານສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານ ຫວຽດນາມ
(ພາບ: vietnamnet.vn)

ກົມກຽມກັບສາກົນ, ເໝາະສົມກັບສະພາບການຕົວຈິງຢູ່ ຫວຽດນາມ

ປັດຈຸບັນ, ມີກ່ວາ 80 ປະເທດປະກາດໃຊ້ເອກະສານນິຕິກຳວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົວ, ມີເອກະສານຫຼາຍສະບັບໄດ້ກຳນົດນຳໃຊ້ຕໍ່ອົງການ, ສ່ວນບຸກຄົນຢູ່ ຫວຽດນາມ. ສິ່ງນີ້ໄດ້ວາງອອກຄວາມຮຽກຮ້ອງຕ້ອງການແມ່ນມະຕິປົກປ້ອງຂໍ້ມູນສ່ວນຕົວຂອງ ຫວຽດນາມ ຕ້ອງຮັບປະກັນຄວາມກົມກຽວກັບທຳນອງສາກົນ, ແຕ່ກໍ່ຕ້ອງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຢ່າງມີຄວາມສະເໝີພາບ, ເຄົາລົບກົດໝາຍຢູ່ ຫວຽດນາມ. ຕາມການຕີລາຄາຂອງກະຊວງຖະແຫຼງຂ່າວແລະການສື່ສານ ຫວຽດນາມ ແລ້ວ, ດຳລັດສະບັບນີ້ ເໝາະສົມກັບຫຼັກການລວມຂອງບັນດາສົນທິສັນຍາ, ຂໍ້ສະເໜີແນະສາກົນ, ໃນນັ້ນມີຫຼັກການຮັກສາຄວາມລັບຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD).

ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດມີລະດັບພັດທະນາໄວ ແລະ ໝູນໃຊ້ອິນເຕີເນັດສູງທີ່ສຸດໃນໂລກ. ຈຳນວນຜູ້ນຳໃຊ້ອິນເຕີເນັດຂອງ ຫວຽດນາມ ບັນລຸເກືອບ 69 ລ້ານຄົນ ໃນຈຳນວນ 100 ລ້ານຄົນ. ຫວຽດນາມ ກໍ່ພວມຍູ້ແຮງການສ້າງລັດຖະບານເອເລັກໂຕນິກ, ມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນດ້ວຍການເຂົ້າຮ່ວມທີ່ນັບມື້ນັບເລິກເຊິ່ງກວ້າງຂວາງຂອງບັນດາຂົງເຂດການບໍລິຫານ, ສາທາລະນະສຸກ, ອາຍາ, ສຳມະໂນຄົວ, ສັນຊາດ…ດຳລັດສະບັບນີ້ແມ່ນພື້ນຖານນິຕິກຳ, ຊ່ວຍໃຫ້ປະຊາຊົນມີຄວາມຮັບຮູ້ທີ່ດີກ່ຽວກັບຂໍ້ມູນສ່ວນຕົວ ແລະ ການປົກປ້ອງຂໍ້ມູນສ່ວນຕົວໃນສະພາບການທີ່ຫວຽດນາມ ເພີ່ມທະວີການຫັນເປັນດີຈີຕອນ. ທ່ານ ໂງວີດົ່ງ, ຮອງປະທານສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານ ຫວຽດນາມ ຕີລາຄາວ່າ:

ຂ້າພະເຈົ້າຄິດວ່າດຳລັດສະບັບນີ້ຕ້ອງໄດ້ຮັບການເຜີຍແຜ່ ແລະ ປະຊາຊົນແຕ່ລະຄົນຄວນເຂົ້າໃຈວ່າ ພວກເຮົານຳໃຊ້ເຕັກໂນໂລຢີມື້ນີ້ ແມ່ນພວມນຳໃຊ້ຂໍ້ມູນສ່ວນຕົວຂອງຕົນ ແລະ ວິສາຫະກິດກໍ່ຄືກັນ. ພວກເຮົາຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນຂອງຕົນ, ສິ່ງໃດຕ້ອງປົກປ້ອງ ແລະ ຕ້ອງລະມັດລະວັງ. ປັດຈຸບັນ, ພວກເຮົາບໍ່ສາມາດສະກັດກັ້ນໄດ້ຖ້າວ່າ ທຸກຄົນບໍ່ມີສະຕິໃນການປົກປ້ອງຂໍ້ມູນສ່ວນຕົວຂອງຕົນ.

 ການຜັນຂະຫຍາຍປະຕິບັດດຳລັດສະບັບເລກທີ 12/2023 ດລ-ລບ ຈະແມ່ນປະຖົມປັດໄຈສຳຄັນ, ມຸ່ງໄປເຖິງການສ້າງກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນສ່ວນຕົນ, ແມ່ນບາດກ້າວເດີນໄກກ່ວາອີກໃນການປົກປ້ອງສິດທິມະນຸດໃນວິວັດການຫັນເປັນດີຈີຕອນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ