ປຸກລຸກແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ທ່າ​ພັດ​ທະ​ນາ

(VOVWORLD) -  ໝາກຜົນຂອງການພັດທະນາເສດຖະກິດ, ສັງຄົມ ໃນ 2 ເດືອນຕົ້ນປີ 2024 ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ສ້າງແຫຼ່ງກຳລັງໃໝ່, ກຳລັງສັງລວມໃໝ່ ເພື່ອຊຸກຍູ້ທ່າພັດທະນາໃນຊຸມເດືອນຕໍ່ໄປ. ໃນສະພາບການນີ້, ມີຫຼາຍກະຊວງ, ຂະແໜງການກໍ່ສືບຕໍ່ຜັນຂະຫຍາຍບັນດາມາດຕະການ ປຸກລຸກແຫຼ່ງກຳລັງ, ເສີມຂະຫຍາຍບັນດາທ່າໄດ້ປຽບ ເພື່ອປະກອບສ່ວນຫັນບັນດາເປົ້າໝາຍໃນການເຕີບໂຕໃຫ້ປະກົດຜົນເປັນຈິງ.

ປຸກລຸກແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ທ່າ​ພັດ​ທະ​ນາ - ảnh 1ພາບປະກອບ: VTV

ໃນໄລຍະຈະມາເຖິງ, ຄາດຄະເນວ່າສະພາບການໂລກສືບຕໍ່ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ສະພາບການຂາດສະຖຽນລະພາບດ້ານການເມືອງ, ເສດຖະກິດ, ສັງຄົມເພີ່ມຂຶ້ນສູງ; ມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍກ່ວາກາລະໂອກາດ, ຄວາມສະດວກເມື່ອລາຄານ້ຳມັນດິບ, ທັນຍາຫານມີການເໜັງຕິງຢ່າງແຮງ, ລະບົບສະໜອງຖືກຂາດວັກຂາດຕອນ. ຢູ່ພາຍໃນປະເທດ, ໄພທຳມະຊາດ, ໄພແຫ້ງແລ້ງ, ນ້ຳທະເລຊື່ມເຂົ້າ, ການປ່ຽນແປງຂອງດິນຟ້າອາກາດ ກໍ່ຜົນສະທ້ອນນັບມື້ນັບຮ້າຍແຮງຂຶ້ນຕື່ມ...

ຊຸກຍູ້ທ່າເຕີບໂຕສິນເຊື່ອ, ສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ

ການສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດແມ່ນປັດໄຈສຳຄັນ ເພື່ອໃຫ້ເສດຖະກິດພັດທະນາ. ປີ 2024, ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີຄວາມເປັນເຈົ້າການ ແລະ ຍົກອອກບັນດາກົນໄກໃໝ່ ໃຫ້ແກ່ການປັບປຸງສິນເຊື່ອ. ລະອຽດແມ່ນ ນັບແຕ່ຕົ້ນປີ ໄດ້ມອບລະດັບ 15% ສິນເຊື່ອ ໃຫ້ແກ່ທຸກອົງການ ສິນເຊື່ອ. ພິເສດ, ຂະແໜງທະນາຄານສືບຕໍ່ສ້າງເງື່ອນໄຂແກ້ໄຂ ແລະ ຊຸກຍູ້ການເປີດກ້ວາງສິນເຊື່ອ ຈຳໜ່າຍ ໄປຄຽງຄູ່ກັບຄວາມປອດໄພ, ສົດໄສ. ທ່ານ ດ່າວມິງຕູ ຮອງຜູ້ວ່າການທະນາຄານແຫ່ງລັດ ໃຫ້ຮູ້ວ່າ:

  ໃນປີ 2024, ທະນາຄານ ແຫ່ງລັດ ດ້ານໜຶ່ງຕ້ອງປ່ຽນແປງໃໝ່ກົນໄກບໍລິຫານ, ຊີ້ນຳນຳພາ ການເຄື່ອນໄຫວສິນເຊື່ອ, ປ່ຽນແປງໃໝ່ການຈັດແບ່ງຄາຍໝາຍ, ສ້າງເງື່ອນໄຂສະດວກ, ເປັນເຈົ້າການໃຫ້ແກ່ບັນດາທະນາຄານ ການຄ້າ ສະໜອງທຶນໃຫ້ແກ່ພື້ນຖານເສດຖະກິດ, ໃຫ້ແກ່ວິສາຫະກິດ, ປະຊາຊົນ. ໄປຄຽງຄູ່ກັນນັ້ນ, ພວກຂ້າພະເຈົ້າ ສືບຕໍ່ຮັກສານະໂຍບາຍຕໍ່ກຳນົດ, ໂຈະໜີ້ສິນ, ດອກເບ້ຍກູ້ຢືມ ໃຫ້ແກ່ບັນດາວິສາຫະກິດ ພວມປະສົບກັບຄວາມຫຍຸ້ງຍາກ. ພວກຂ້າພະເຈົ້າຈະຄົ້ນຄ້ວາແກ່ຍາວເວລາປະຕິບັດນະໂຍບາຍ ນີ້ຮອດເວລາເໝາະສົມ.

ກ່ອນໜ້ານັ້ນ, ນັບແຕ່ຕົ້ນເດືອນກຸມພາ, ທະນາຄານແຫ່ງລັດ ໄດ້ຊີ້ນຳບັນດາອົງການສິນເຊື່ອຫັນລະບຽບການກູ້ຢຶນເປັນງ່າຍດາຍ ເພື່ອ ເພີ່ມຄວາມສາມາດໃນການເຂົ້າເຖິງ ທຶນຂອງລູກຄ້າ, ສຸມໃສ່ເພີ່ມທະວີການຫັນ ເປັນດີຈີຕອນ ເຂົ້າໃນການເຄື່ອນໄຫວສິນເຊື່ອ ເພື່ອເພີ່ມທະວີຄວາມສາມາດໃນການເຂົ້າເຖິງແຫຼ່ງທຶນ ແລະ ຂະຫຍາຍການເຄື່ອນໄຫວສິນເຊື່ອຂອງທະນາຄານ ຢ່າງທົ່ວເຖິງ.

ປຸກລຸກແຫຼ່ງກຳລັງ, ເສີມຂະຫຍາຍບັນດາທ່າໄດ້ປຽບທີ່ມີຢູ່ແລ້ວ

2 ເດືອນຕົ້ນປີ 2024, ຍອດວົງເງິນການສົ່ງອອກຜະລິດຕະພັນກະເສດ, ເຄື່ອປ່າຂອງດົງ, ສິນໃນນ້ຳ ຄາດຄະເນບັນລຸເກືອບ 10 ຕື້ USD, ເພີ່ມຂຶ້ນທົບ 1,5 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ບໍ່ພຽງແຕ່ເພີ່ມຂຶ້ນກ່ຽວກັບປະລິມານ ເທົ່ານັ້ນ ລາຄາຂອງຜະລິດຕະພັນກະເສດຫຼາຍຊະນິດພວມຢູ່ລະດັບສູງ, ປະກອບສ່ວນບໍ່ໜ້ອຍເຂົ້າໃນຄາດໝາຍສົ່ງອອກ ເຊິ່ງຂະແໜງການກະສິກຳ ແລະ ພັດທະນາຊົນນະບົດ ມຸ່ງໄປເຖິງໃນປີ 2024, ບັນລຸແຕ່ 54 – 55 ຕື້ USD. ເພື່ອຮັກສາໄດ້ທ່າເຕີບໂຕກໍ່ຄືມູນຄ່າຜະລິດຕະພັນກະເສດສົ່ງອອກ, ວຽກງານສົ່ງເສີມການຄ້າ, ເປີດກວ້າງຕະຫຼາດ ຈະໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ກະຊວງກະສິກຳ ແລະ ພັດທະນາຊົນນບົດ. ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:

ຫວຽດນາມ ຈະສຸມໃສ່ເປີດກວ້າງບັນດາຕະຫຼາດສົ່ງອອກສຳລັບສັດປີກ ແລະ ສິນໃນນ້ຳຕື່ມອີກ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຈະສົມທົບກັບກຸ່ມບໍລິສັດ De Heus ຂອງ ໂຮນລັງ ເພື່ອສົ່ງອອກຊີ້ນໄກເຂົ້າຕະຫຼາດ Halal (ຕະຫຼາດສະບຽງອາຫານໃຫ້ແກ່ ຊາວມຸດສະລິມ ດ້ວຍປະຊາກອນ 2,2 ຕື້ຄົນ). ສຳລັບສິນໃນນ້້ຳ, ກະຊວງກໍ່ໄດ້ຊີ້ນຳກົມສິນໃນນ້ຳ ສຸມໃສ່ພັດທະນາຕະຫຼາດນີ້. ເປີດປະຕູຕະຫຼາດ ແລະ ສົ່ງເສີມການຄ້າໃຫ້ມີປະສິດທິຜົນ, ແຕ່ກໍ່ຕ້ອງເປີດກວ້າງ ບັນດາຕະຫຼາດໃໝ່ທີ່ມີລັກສະນະສະເພາະພິເສດຕື່ມອີກ, ເພື່ອໃຫ້ຜະລິດຕະພັນກະເສດ ສາມາດສົ່ງອອກຂາຍຢູ່ຫຼາຍຕະຫຼາດ ດ້ວຍລາຍໄດ້ສູງກ່ວາ.

ປຸກລຸກແຫຼ່ງ​ກຳ​ລັງ, ຊຸກ​ຍູ້​ທ່າ​ພັດ​ທະ​ນາ - ảnh 2ທ່ານ ຝຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ (ພາບ: VOV)

ໃນຂະນະນັ້ນ, ໂດຍສືບຕໍ່ທ່າຟື້ນຟູການເຄື່ອນໄຫວທ່ອງທ່ຽວ ຢ່າງແຮງ ແຕ່ປີ 2023, ປີ 2024 ຂະແໜງການທ່ອງທ່ຽວ ໄດ້ຍູ້ແຮງການຊຸກຍູ້ໂຄສະນາໃຫ້ແຮງກ່ວາອີກ, ຕ້ອງເຂົ້າເຖິງບັນດາຕະຫຼາດໃຫຍ່, ພິເສດແມ່ນບັນດາປະເທດແມ່ນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ. ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

ເພື່ອເສີມຂະຫຍາຍທ່າເຕີບໂຕຢ່າງແຮງໃນປີ 2024, ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການແກ້ໄຂບັນດາປັດໄຈກ່ຽວກັບຊັບພະຍາກອນມະນຸດ, ຄຸນນະພາບການບໍລິການ, ພື້ນຖານໂຄງລ່າງການບໍລິການ; ຍູ້ແຮງການຫັນເປັນດີຈີຕອນຢ່າງແຮງກ່ວາເກົ່າ. ບັນດາຄວາມມານະພະຍາຍາມໃນການສົ່ງເສີມການໂຄສະນາຢ່າງແຮງກ່ວາເພື່ອໃຫ້ທ່ອງທ່ຽວ ຫວຽດນາມ ຕ້ອງເຂົ້າເຖິງ ບັນດາຕະຫຼາດໃຫຍ່, ພິເສດແມ່ນບັນດາປະເທດຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ຫຼັງຈາກນັ້ນແມ່ນ ພິຊີກບັນດາຕະຫຼາດຄື: ອາເມລິກາ ແລະ ອິນເດຍ.

ໃນສະພາບການໂລກພວມມີການຜັນແປຫຼາຍຢ່າງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເຊິ່ງສົ່ງຜົນກະທ້ອນບໍ່ໜ້ອຍເຖິງການພັດທະນາເສດຖະກິດຂອງ ຫວຽດນາມ, ເລື່ອງບັນດາກະຊວງ, ຂະແໜງການເປັນເຈົ້າການ, ຊອກຫາວິທີການເສີມຂະຫຍາຍບັນດາທ່າແຮງຈະແມ່ນທິດກ້າວເດີນເໝາະສົມເພື່ອໃຫ້ ຫວຽດນາມ ສາມາດປະຕິບັດການຫັນບັນດາເປົ້າໝາຍພັດທະນາໃຫ້ປະກົດຜົນເປັນຈິງໃນປີ 2024.                  

ຕອບກັບ

ຂ່າວ/ບົດ​ອື່ນ