ປັບປຸງ, ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອກໍ່ສ້າງພັກໃຫ້ນັບມື້ນັບເຂັ້ມແຂງ

(VOVWORLD) -ປີ 2022 ແມ່ນປີທີສອງ ທີ່ທົ່ວປະເທດຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ໃນບັນດາຫນ້າທີ່ໄດ້ວາງອອກ, ຫນ້າທີ່ກໍ່ສ້າງ, ປັບປຸງພັກ ໂດຍໄດ້ກຳນົດວ່າແມ່ນຫນ້າທີ່ຈຸດສຸມ, ຫລັກແຫລ່ງ, ສຳຄັນແຖວຫນ້າ. ດ້ວຍຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຢ່າງສູງ, ວຽກງານກໍ່ສ້າງ, ປັບປຸງພັກ ໃນຊຸມປີຜ່ານມາ ໄດ້ສ້າງຂີດໝາຍພິເສດດ້ວຍຫລາຍໝາກຜົນບຸກທະລຸ, ເປັນຕົ້ນໃນວຽກງານພະນັກງານ ແລະ  ກິດຈະການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ການຫຍໍ້ທໍ້, ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວຈາກຂັ້ນເທິງຕະຫລອດຮອດຂັ້ນລຸ່ມ.

ປັບປຸງ, ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອກໍ່ສ້າງພັກໃຫ້ນັບມື້ນັບເຂັ້ມແຂງ - ảnh 1 ທ່ານ ຮອງສາດສະດາຈານ, ປອ ຟ້າມວັນລິງ, , ຮອງປະທານສະພາທິດສະດີສູນກາງ (ພາບ: qdnd.vn)

ໃນປີ 2022, ການປັບປຸງ, ສ້າງລະບອບລະບຽບການໃຫ້ສົມບູນແບບ ແມ່ນຫນຶ່ງໃນບັນດາຈຸດພົ້ນເດັ່ນໃນວຽກງານກໍ່ສ້າງພັກ, ດ້ວຍເລື່ອງ ພັກກອມມູນິດ ຫວຽດນາມໄດ້ປະກາດໃຊ້ຫລາຍເອກະສານ, ຄຳສັ່ງ, ມະຕິສຳຄັນຢ່າງທັນການ, ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງວາງອອກ. ແລະກໍ່ໃນປີ 2022, ສູນກາງພັກກອມມູນິດ ຫວຽດນາມ ໄດ້ມີມະຕິສອງສະບັບກ່ຽວຂ້ອງເຖິງວຽກງານກໍ່ສ້າງ, ປັບປຸງພັກ. ນີ້ແມ່ນເລື່ອງບໍ່ເຄີຍມີມາກ່ອນໃນຊຸມປີກ່ອນນີ້. ທ່ານ ຮອງສາດສະດາຈານ, ປອ ຟ້າມວັນລິງ, , ຮອງປະທານສະພາທິດສະດີສູນກາງ ຖືວ່າ: ບັນດາມະຕິ, ຂໍ້ກຳນົດຂອງພັກໃນປີ 2022 ແມ່ນຂອດທຳອິດໃນການສ້າງພື້ນຖານ ນິຕິກຳດ້ານການເມືອງ ໃຫ້ແກ່ພັກກອມມູນິດ ໃນການນຳພາການປະຕິວັດ ແລະ ພາລະກິດສ້າງສາ ປົກປັກຮັກສາປະເທດຊາດ, ຍົກສູງທີ່ຕັ້ງບົດບາດຂອງພັກກຳອຳນາດໃນໄລຍະໃຫມ່.

 “ພັກກອມມູນິດ ຫວຽດນາມ ມີຄວາມເອົາໃຈໃສ່ໃນການປະກາດໃຊ້ເອກະສານສຳຄັນຫລາຍສະບັບທີ່ກ່ຽວຂ້ອງເຖິງບັນດາເນື້ອໃນຫລັກຂອງວຽກງານກໍ່ສ້າງພັກ. ບັນດາເນື້ອໃນນີ້ມີການພົວພັນຢ່າງແຫນ້ນແຟ້ນນຳກັນ ເໝາະສົມກັບສະພາບການກໍ່ສ້າງ, ປັບປຸງພັກໃນໄລຍະໃຫມ່”

ໃນປີ 2022, ພັກກອມມູນິດ ຫວຽດນາມ ຍັງມີການເຄື່ອນໄຫວຢ່າງແຮງຫລາຍຢ່າງ ເພື່ອປ່ຽນໃຫມ່ວຽກງານພະນັກງານໃນພັກ. ໃນນັ້ນມີຫລາຍກໍລະນີພະນັກງານໄດ້ພົ້ນຕຳແຫນ່ງຍ້ອນຄວາມມຸ່ງມາດປາດຖະຫນາສ່ວນຕົວ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ຫລືມີຄວາມຜິດພາດໃນຂົງເຂດທີ່ຕົນເອງຮັບຜິດຊອບ.  ຕາມຜູ້ຊ່ຽວຊານຫລາຍທ່ານແລ້ວ, ນີ້ແມ່ນສັນຍານເປັນຫນ້າຊື່ນຊົມໃນວຽກງານພະນັກງານຂອງພັກ ແລະ ກໍ່ແມ່ນວຽກງານທີ່ຈຳເປັນເພື່ອເພີ່ມທະວີການນຳພາຂອງພັກໃນການສ້າງສາ ແລະ ພັດທະນາປະເທດຊາດ.

ປັບປຸງ, ສ້າງລະບອບລະບຽບການໃຫ້ສົມບູນແບບເພື່ອກໍ່ສ້າງພັກໃຫ້ນັບມື້ນັບເຂັ້ມແຂງ - ảnh 2ທ່ານຮອງສາດສະດາຈານ, ປອ ຫວູວັນຟຸກ, ຮອງປະທານ ສະພາວິທະຍາສາດບັນດາອົງການພັກຂັ້ນສູນກາງ (ພາບ: tienphong.vn)

      ປີ 2022 ກໍ່ແມ່ນປີໄດ້ເຫັນປະຈັກຕາບັນດາເຫດການເປັນຄັ້ງທຳອິດທີ່ໄດ້ດຳເນີນໃນວຽກງານກໍ່ສ້າງພັກ ຂະນະທີ່ ຄະນະບໍລິຫານງານສູນກາງພັກ ຕົກລົງໃຫ້ພະນັກງານຫລາຍຄົນພົ້ນຕຳແຫນ່ງລາອອກຈາກຄະນະບໍລິຫານງານສູນກາງ ຫລື ກຳມະການກົມການເມືອງ, ກຳມະການສູນກາງພັກຊຸດທີ XIII. ຢູ່ບັນດາທ້ອງຖິ່ນກໍ່ໄດ້ພົ້ນຕຳແຫນ່ງ: ປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການປະຊາຊົນແຂວງ ຕາມຂໍ້ກຳນົດລາອອກຈາກຕຳແຫນ່ງ, ສັບຊ້ອນວຽກງານພະນັກງານເມື່ອຖືກປະຕິບັດວິໄນ. ທ່ານນາງ ຫງວຽນທິງອກເຈີມ, ຄະນະໂຄສະນາສຶກສາສູນກາງ ຄະນະພັກເມືອງ ງິຊວນ ແຂວງ ຮ່າຕິ້ງ ຖືວ່າ: ນີ້ແມ່ນບັນດາບາດກ້າວທີ່ກ້າວຫນ້າ ມີລັກສະນະບຸກທະລຸໃນການູຄັດກອງຖັນແຖວພະນັກງານ, ສະມາຊິກພັກ, ໃນການກໍ່ສ້າງ ປັບປຸງພັກ.

“ພວກເຮົາປະຕິບັດໄປຄຽງຄູ່ກັນ ທັງກໍ່ສ້າງ ທັງປ້ອງກັນ, ກໍ່ສ້າງແມ່ນສ້າງຂອບເຂດພື້ນຖານດ້ານກົດໝາຍ ນິຕິກຳໃຫ້ຖືກຕ້ອງກັບມາດຖານເພື່ອໃຫ້ການນຳຄຸ້ມຄອງເປັນຢ່າງດີ. ຄັດກອງຖັນແຖວພະນັກງານສະມາຊິກພັກ ມີຖານະຕຳແຫນ່ງ ສິດອຳນາດທີ່ໄດ້ລະເມີດກົດລະບຽບພັກ ຫລື ກົດໝາຍຂອງລັດໃນການປະຕິບັດວຽກງານລັດຖະການ. ເອົາພະນັກງານສະມາຊິກພັກບໍ່ມີຄຸນທາດຈັນຍາບັນ ບໍ່ມີກຳລັງຄວາມສາມາດດ້ານວຽກງານອອກຈາກກົງຈັກ”

  ໃນຊຸມປີຜ່ານມາ, ມີພະນັກງານຫລາຍຄົນທີ່ດຳລົງຕຳແຫນ່ງເປັນກຳມະການຄະນະບໍລິຫານງານອົງຄະນະພັກ, ອະດີດເລຂາພັກແຂວງ, ປະທານສະພາປະຊາຊົນ, ປະທານ ຄະນະກຳມະການປະຊາຊົນແຂວງ ຖືກຟ້ອງສານ. ຮອງສາດສະດາຈານ, ປອ ຫວູວັນຟຸກ, ຮອງປະທານ ສະພາວິທະຍາສາດບັນດາອົງການພັກຂັ້ນສູນກາງ ຖືວ່າ:

 “ຄັ້ງນີ້ ມະຕິສູນກາງພັກຄັ້ງທີ 6 ໄດ້ເນັ້ນຫນັກຢ່າງແຮງວ່າ ແຕ່ລະວຽກງານຂອງພັກ ຕ້ອງຈັດແບ່ງໃຫ້ ແຕ່ລະຄົນ, ພະນັກງານຜູ້ຮັບຜິດຊອບ ແມ່ນຜູ້ນຳຫນ້າ ແລະ ຜູ້ມີສິດອຳນາດຍິ່ງສູງ ຄວາມຮັບຜິດຊອບ ແລະ ພັນທະຍິ່ງຫລາຍກວ່າ. ມະຕິຂອງສູນກາງ ກໍ່ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ອົງການຈັດຕັ້ງພັກ ອາດຈະເຮັດ ຫລາຍວຽກງານ ແຕ່ວຽກງານຫນຶ່ງນັ້ນພຽງແຕ່ມອບໝາຍໃຫ້ອົງການຈັດຕັ້ງພັກ ຫນຶ່ງ ແລະ ຜູ້ຫນຶ່ງຮັບຜິດຊອບແຕ່ຕົ້ນຈົນຈົບ ແລະ ຜູ້ນັ້ນບໍ່ໄດ້ຖິ້ມຄວາມຮັບຜິດຊອບໃຫ້ຄົນອື່ນ”

ເປັນທີ່ຈະແຈ້ງແລ້ວວ່າ ປີ 2022 ແມ່ນປີຊື່ງວຽກງານກໍ່ສ້າງພັກໄດ້ສ້າງຂີດໝາຍສຳຄັນຕາມທິດນຳ ທັງກໍ່ສ້າງ ທັງຕ້ານ. ພັກ ທັງສຸມໃສ່ກໍ່ສ້າງ, ປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອກໍ່ສ້າງຖັນແຖວພະນັກງານທັງດີທັງເປັນມືອາຊີບ ທັງມີຄຸນສົມບັດພ້ອມທັງເດັດດ່ຽວໄລ່ຜູ້ຫັນປ່ຽນເອງ, ຜັນແປເອງອອກ. ບັນດາບາດກ້າວຫັນປ່ຽນຢ່າງແຮງໃນວຽກງານກໍ່ສ້າງພັກ ໄດ້ນຳມາເຊິ່ງໝາກຜົນຈະແຈ້ງ, ລະອຽດ ເຕັມໄປດ້ວຍກຳລັງຊວນເຊື່ອ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕັ້ງຄວາມຫວັງ ແລະ ເຊື່ອໝັ້ນຕໍ່ພາລະກິດປະຕິວັດ ໂດຍພັກ ໄດ້ ແລະ ພວມນຳພາ ດ້ວຍຄວາມຕັດສິນໃຈ ເປັນຈິດຫນຶ່ງໃຈດຽວຂອງທົ່ວທັງຊາດ ເພື່ອໃຫ້ປະເທດຫວຽດນາມ ພັດທະນາ ແລະ ຈະເລີນຮຸ່ງເຮືອງວັດທະນາຖາອວນ.

ຕອບກັບ

ຂ່າວ/ບົດ​ອື່ນ