ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສະມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

(VOVWORLD) -ທ້າຍອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ມີການພົບປະສັງສັນຄັ້ງຕ່າງໆກັບພໍ່ແມ່ພີ່ນ້ອງຊາວເຜົ່າຂະແມຢູ່ 4 ແຂວງ, ນະຄອນ ທາງພາກໃຕ້ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay. ທີ່ບັນດາເຫດການດັ່ງກ່າວ, ການນໍາລັດຖະບານ ຕ່າງກໍເນັ້ນໜັກເຖິງບົດບາດສໍາຄັນຂອງພໍ່ແມ່ພີ່ນ້ອງຊາວເຜ່ົາຂະແມໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພ້ອມທັງສະແດງຄວາມປາດຖະໜາວ່າ ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ຈະສືບຕໍ່ປະກອບສ່ວນກໍາລັງເຫື່ອແຮງຂອງຕົນເພື່ອຄວາມຮຸ່ງເຮືອງສີວິໄລຂອງທົ່ວປວງຊົນທັງຊາດ. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງການນໍາຫວຽດນາມທີ່ມີຕໍ່ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມເວົ້າສະເພາະ ແລະ ບັນດາສາສະໜາອື່ນໆເວົ້າລວມ, ປະກອບສ່ວນເຂົ້າໃນການປັບປຸງກຸ່ມກ້ອນມະຫາສາມັກຄີີທົ່ວປວງຊົນທັງຊາດ.

ຫວຽດນາມ ແມ່ນປະເທດທີ່ເປັນເອກະພາບ ແລະ ມີຫຼາຍຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນ. ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ແມ່ນວົງຄະນະຍາດໜຶ່ງໃນ 54 ຊົນເຜົ່າອ້າຍນ້ອງ, ດ້ວຍຈໍານວນປະຊາກອນໃນປັດຈຸບັນແມ່ນປະມານ 1,3 ລ້ານຄົນ ແລະ ດໍາລົງຊີີວິດຫຼາຍທີ່ສຸດຢູ່ 9 ແຂວງ, ນະຄອນ ຂຶ້ນກັບເຂດທົ່ງພຽງແມ່ນໍ້າຂອງທາງພາກໃຕ້ຫວຽດນາມ.

ຄວາມເອົາໃຈໃສ່ເປັນພິເສດ

ບັນດາການພົບປະສັງສັນ, ອວຍພອນປີໃໝ່ Chol Chnam Thmay ຂອງການນໍາລັດຖະບານ ໄດ້ເຕົ້າໂຮມການເຂົ້າຮ່ວມຂອງບັນດາຜູ້ມີຍົດສັກຕໍາແໜ່ງທາງດ້ານສາສະໜາ, ຜູ້ຊົງຄຸນວຸດທິ, ປັນຍາຊົນ, ຄອບຄົວໃນເປົ້າໝາຍນະໂຍບາຍ, ນັກຮຽນນັກສຶກສາດີເດັ່ນ ເຊິ່ງແມ່ນຊາວເຜົ່າຂະແມຈາກບັນດາແຂວງ, ນະຄອນໃນເຂດພາກໃຕ້. ບໍ່ພຽງແຕ່ໄດ້ດໍາເນີນຢູ່່ບັນດາຫໍປະຊຸມໃຫຍ່ເທົ່່ານັ້ນ, ຫາກບັນດາການພົບປະຍັງຖືກຈັດຂຶ້ນຢູ່ບັນດາສະຖານທີ່ສັກສິດ, ຮາກຖານບໍາລຸງສ້າງສາສະໜາພຸດນິກາຍ ນາມຕົງ ຂະແມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຮອບດ້ານ, ໃກ້ຊິດຕິດແທດ ຂອງການນໍາລັດຖະບານ ສໍາລັບພໍ່ແມ່ພີ່ນ້ອງຊາວເຜົ່າຂະແມເວົ້າສະເພາະ ແລະ ພໍ່ແມ່່ພີ່ນ້ອງທີ່ເຊື່ອຖືສາສະໜາອື່ນໆເວົ້າລວມ.

        ບໍ່ພຽງແຕ່ເອົາໃຈໃສ່ເຖິງພໍ່ແມ່ພີ່ນ້ອງໃນງານບຸນທີ່ສໍາຄັນທີ່ສຸດຂອງຊາວເຜົ່າຂະແມເທົ່ານັ້ນ, ໂດຍລວມແລ້ວ ໃນຊຸມປີຜ່ານມາ, ພັກ, ລັດ ຫວຽດນາມ ຍັງຄົງສະຫງວນຄວາມເອົາໃຈໃສ່ເປັນພິເສດສໍາລັບພໍ່ແມ່ພີ່ນ້ອງບັນດາເຜົ່າ, ບັນດາສາສະໜາ, ໃນນັ້ນມີພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ. ສິ່ງດັ່ງກ່າວ ສະແດງໃຫ້ເຫັນລັດຖະບານ ໄດ້ບຸລິມະສິດຈັດແບ່ງແຫຼ່ງກໍາລັງ ແລະ ຊີ້ນໍາປະຕິບັດບັນດາໂຄງການ, ແຜນຮ່າງໃຫຍ່ຢ່າງຈິງຈັງ; ໜູນຊ່ວຍການພັດທະນາເສດຖະກິດ-ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ແລະ ບັນດານະໂຍບາຍຮັບປະກັນການດໍາລົງຊີວິດ, ເອົາໃຈໃສ່ເຖິງພາລະກິດແຫ່ງການພັດທະນາວັດທະນະທໍາ, ການສຶກສາ-ບໍາລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ເບິ່ງແຍງສຸຂະພາບຂອງປະຊາຊົນ; ຊ່ວຍເຫຼືອພະສົງສໍາມະເນນສາສະໜາພຸດນິກາຍນາມຕົງຂະແມໃນການສຶກສາຮໍ່າຮຽນ.

ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສະມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ - ảnh 1 (ພາບປະກອບ: taptrimattran.vn)

        ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລຂຶ້ນສູງ, ນໍ້າທະເລຊຶມ, ອັນໄດ້ສົ່ງຜົນສະທ້ອນເຖິງການທໍາການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນນັ້ນ, ລັດຖະບານໄດ້ປະກາດໃຊ້ ແລະ ຜັນຂະຫຍາຍມະຕິສະບັບເລກທີ  120 ວ່າດ້ວຍການພັດທະນາເຂດທົ່ງພຽງແມ່ນໍ້າຂອງຮັບມືກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ. ສິ່ງດ່ັງກ່າວ ໄດ້ຊ່ວຍໃຫ້ໂສມໜ້າຊົນນະບົດເຂດພໍ່ແມ່ຊາວເຜົ່າຂະແມມີການປ່ຽນແປງໃໝ່ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ລະດັບຄວາມຮູ້ຂອງປະຊາຊົນ, ຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດນັບມື້ນັບໄດ້ຍົກສູງຂຶ້ນ. ແລະ ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນໍາພິຈາລະນາກ່ຽວກັບເລື່ອງເປີດກວ້າງຂອບຂະໜາດການບໍາລຸງສ້າງຂອງສະຖາບັນສາສະໜາພຸດນິກາຍນາມຕົງ ຂະແມ (ຢູ່ເກີນເທີີ).

ຮຽກຮ້ອງພໍ່ແມ່ພີ່ນ້ອງເປັນຈິດໜຶ່ງໃຈດຽວເພື່ອການພັດທະນາຂອງປະເທດຊາດ

ທີ່ການພົບປະຄັ້ງຕ່າງໆ, ການນໍາລັດຖະບານຕ່າງກໍຕີລາຄາສູງການປະກອບສ່ວນຂອງພໍ່ແມ່ພີ່ນ້ອງຊາວເຜ່ົາ ຂະແມ ສໍາລັບການພັດທະນາຂອງປະເທດຊາດ. ລະອຽດຄື ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ໄດ້ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບດ້ານເສດຖະກິດ-ສັງຄົມ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທໍາທີ່ເປັນມູນເຊື້ອ ແລະ ເປັນຈິດໜຶ່ງໃຈດຽວໃນກຸ່ມກ້ອນມະຫາສາມັກຄີີທົ່ວປວງຊົນທັງຊາດ.

        ການນໍາລັດຖະບານກໍຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ, ພາລະກອນ, ນັກຮົບ ແລະ ບັນດາພະສົງສໍາມະເນນຂະແມທັງໝົດ ຈົ່ງສືບຕໍ່ເສີມຂະຫຍາຍນໍ້າໃຈມະຫາສາມັກຄີທີ່ເປັນມູນເຊື້ອຂອງທົ່ວປວງຊົນທັງຊາດ, ຍົກສູງນໍ້າໃຈບືນຕົວຂຶ້ນດ້ວຍຕົນເອງ ເພື່ອໃຫ້ທຸກຄົນ, ທຸກຄອບຄົວມີຊີວິດການເປັນຢູ່ທີ່ດີງາມກວ່າ. ພ້ອມທັງຕັ້ງໜ້າເຂ້ົາຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທໍາຂອງຊາດ, ເຮັດໃຫ້ຊີວິດທາງດ້ານວັດທະນະທໍາ ແລະ ຈິດໃຈຂອງປະຊາຊົນນັບມື້ນັບອຸດົມສົມບູນຂຶ້ນຕື່ມ.

        ພັກ ແລະ ລັດຫວຽດນາມ ຍາມໃດກໍເຄົາລົບນັບຖື ແລະ ຮັບປະກັນສິດເສລີໃນການເຫຼື້ອມໃສ ແລະ ການເຊື່ອຖືສາສະໜາຂອງປະຊາຊົນ, ໃນນັ້ນ ມີພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ; ຮັບປະກັນການເຄື່ອນໄຫວທາງດ້ານສາສະໜາຖືກຕ້ອງຕາມກົດໝາຍ, ຍາມໃດກໍສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ເຊື່ອຖືສາສະໜາ ແລະ ຜູ້ມີຍົດສັກຕໍາແໜ່ງທາງດ້ານສາສະໜາ ປະຕິບັດການຖືສິນກິນທານທີ່ສັດຊື່ບໍລິສຸດໃຫ້ເປັນຢ່າງດີ ແລະ ເຮັດຫຼ້ອນພາລະໜ້າທີ່ຂອງພົນລະເມືອງຕໍ່ປະເທດຊາດ.

        ພໍ່ແມ່ພີ່ນ້ອງຊາວເຜົ່າຂະແມ ແມ່ນພາກສ່ວນໜຶ່ງທີ່ສໍາຄັນຂອງວົງຄະນະຍາດບັນດາເຜົ່າຫວຽດນາມ. ຄວາມເອົາໃຈໃສ່ທີ່ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານຂອງລັດຖະບານທີ່ມີຕໍ່ພໍ່ແມ່ຊາວເຜົ່າຂະແມຈະແມ່ນກໍາລັງໜູນເພື່ອໃຫ້ເຂົາເຈົ້າສືບຕໍ່ສູ້ຊົນບັນລຸໄດ້ບັນດາຜົນງານໃໝ່ໃນການພັດທະນາເສດຖະກິດ-ສັງຄົມ, ແມ່ນພື້ນຖານໃຫ້ແກ່ການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນແກ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ