ປັບປຸງການພົວພັນທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ກູບາ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນສະພາແຫ່ງຊາດຂອງສ.ກູບາ ໂດຍທ່ານປະທານສະພາແຫ່ງຊາດ Esteban Lazo Hernandez, ນຳໜ້າ ໄດ້ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 11 – 18 ມິຖຸນາ. ການຢ້ຽມຢາມແມ່ນສະແດງໃຫ້ເຫັນຄວາມຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີ, ປັບປຸງການພົວພັນທີ່ເປັນມູນເຊື້ອແບບພິເສດ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ - ກູບາ. ບົດສັງລວມຂອງບັນນາທິການ VOV ກ່ຽວກັບການພົວພັນຫວຽດນາມ - ກູບາ.

ປັບປຸງການພົວພັນທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ກູບາ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຕ້ອນຮັບທ່ານປະທານສະພາແຫ່ງຊາດ Esteban Lazo Hernandez

(ພາບ: TTXVN)

ການພົວພັນລະຫວ່າງຫວຽດນາມ - ກູບາ ໄດ້ຮັບການສ້າງຕັ້ງ ແລະ ເພີ່ມພູນຄຸນສ້າງຈາກນ້ຳໃຈສາມັກຄີ, ມິດຕະພາບ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ, ໄດ້ຜ່ານການທົດສອບຜ່ານບັນດາຈຸດເວລາທີ່ຫຍຸ້ງຍາກການຜັນປ່ຽນຂອງປະຫວັດສາດ, ກາຍເປັນຊັບສົມບັດອັນລ້ຳຄ່າ ແລະ ແມ່ນແຫຼ່ງປຸກລະດົບອັນໃຫຍ່ຫຼວງໃຫ້ພາລະກິດປະຕິວັດຢູ່ແຕ່ລະປະເທດ.

ພື້ນຖານອັນດີງາມ

        ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດ (ເດືອນ ທັນວາ 1960), ການພົວພັນສາມັກຄີ, ສະໜັບສະໜູນ, ການຮ່ວມມືຮອບດ້ານຫວຽດນາມ - ກູບາ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ປີ 1973, Fidel Castro ແມ່ນປະມຸກລັດຕ່າງປະເທດຜູ້ທຳອິດ ແລະ ໜຶ່ງດຽວໄດ້ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ ເມື່ອສົນຄາມຍັງບໍ່ທັນສິ້ນສຸດລົງ. ກູບາ ແມ່ນປະເທດອາເມລິກາລາຕີງ ອຳອິດ ແລະ ກໍ່ແມ່ນໜຶ່ງໃນບັນດາປະເທດຮັບຮູ້ແນວໂຮມຊົນຊາດປົດປ່ອຍພາກໃຕ້ຫວຽດນາມ ໄວ້ກວ່າໝູ່.

        ໃນວິວັດທະນາການສ້າງຕັ້ງ ແລະ ພັດທະນາປະເທດຫວຽດນາມ ນັ້ນ, ກູບາ ໄດ້ຊ່ວຍເຫຼືອຫວຽດນາມ ກໍ່ສ້າງຫຼາຍກິດຈະກຳພື້ນຖານໂຄງລ່າງທາງຄົມມະນາຄົມ, ພັດທະນາການລ້ຽງສັດ, ບຳລຸງສ້າງຖັນແຖວແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບປະລິຍາຕີ ແລະ ປະລິຍາເອກດ້ວຍບັນດາຂະແໜງກະສິກຳ, ກໍ່ສ້າງ, ສະຖາປັດຕະຍາກຳ, ການແພດ, ວິທະຍາສາດສັງຄົມ… ກູບາ ໄດ້ມອບໃຫ້ຫວຽດນາມ ບາງກິດຈະກຳເສດຖະກິດ - ສັງຄົມຄື: ໂຮງແຮມ ທັ໋ງເລີ້ຍ (ເມືອງໂຮ່ໄຕ, ຮ່າໂນ້ຍ), ໂຮງໝໍ ຫວຽດນາມ - ກູບາ (ດົ່ງເຮື໋ຍ, ກວາງບິ່ງ) ຟາມລ້ຽງງົວແນວພັນ ບາວີ ແລະ ໂຮງງານໄກ່ ເລືອງມິ້ (ຮ່າໂນ້ຍ); ພ້ອມທັງໄດ້ສົ່ງນັກຊ່ຽວຊານໃນການກໍ່ສ້າງທາງຄົມມະນາຄົມມາຫວຽດນາມ ເພື່ອເຂົ້າຮ່ວມການກໍ່ສ້າງທາງ ເຈື່ອງເຊີນ, ໄລຍະຫວຽດນາມ ຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.

        ໃນການຊຸກຍູ້ການພົວພັນ 2 ຝ່າຍ, ຫວຽດນາມ ແລະ ກູບາ ກໍ່ໄດ້ດຳເນີນບັນດາກົນໄກຮ່ວມມືຄະນະກຳມະການລະຫວ່າງລັດຖະບານ, ກອງປະຊຸມສຳມະນາທິດສະດີລະຫວ່າງ 2 ພັກ, ທາບທາມຄວາມເຫັນດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ, ການເຈລະຈາກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບເປັນປະຈຳ ແລະ ມີປະສິດທິຜົນ. ກ່ຽວກັບດ້ານການທູດຫຼາຍຝ່າຍ, 2 ຝ່າຍໄດ້ຮັກສາການພົວພັນຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ.

        ພ້ອມກັບການຊຸກຍູ້ການພົວພັນດ້ານການເມືອງອັນດີງາມ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ 2 ປະເທດກໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ວົງເງິນການຄ້າ 2 ສົ້ນປີ 2016 ບັນລຸ 274,64 ລ້ານ USD. ປະຈຸບັນ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງກູບາ ຢູ່ອາຊີ. ເຖິງຢ່າງໃດກໍ່ຕາມ, ການຄ້າລະຫວ່າງຫວຽດນາມ - ກູບາ ຕົ້ນຕໍ່ແມ່ນເຂົ້າສານ. ນອກຈາກເຂົ້າສານແລ້ວ, ຫວຽດນາມ ຍັງສົ່ງອອກສິນຄ້າບາງປະເພດອື່ນໆຄື: ຖ່ານຫີນ, ທາດເຄມີ, ເຄື່ອງຕ່ຳແຜ່ນຕັດຫຍິບ, ກອມພິວເຕີ… ກູບາ ສົ່ງສິນຄ້າມາຍັງຫວຽດນາມ ຕົ້ນຕໍ່ແມ່ນຜະລິດຕະພັນການຢາ. ເພື່ອປັບປຸງດຸນການຄ້າ, ໃນຊຸມປີຜ່ານມາ, ລັດຖະບານຫວຽດນາມ ຍາມໃດກໍ່ສົ່ງເສີມ, ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະຊາຄົມວິສາຫະກິດ 2 ຝ່າຍ ເປີດກວ້າງການຮ່ວມມື ເພື່ອແນໃສ່ນຳການພົວພັນດ້ານເສດຖະກິດ ການຄ້າໃຫ້ແທດເໝາະກັບການພົວພັນດ້ານການເມືອງ, ການທູດມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດ. ນັບມື້ນັບມີວິສາຫະກິດຫວຽດນາມ ຫຼາຍແຫ່ງເອົາໃຈໃສ່ຊອກຮູ້ກາລະໂອກາດດຳເນີນທຸລະກິດ, ພັດທະນາບັນດາໂຄງການລົງທຶນຢູ່ກູບາ. ຝ່າຍກູບາ ກໍເປັນເຈົ້າການສະເໜີໃຫ້ວິສາຫະກິດຫວຽດນາມ ເຂົ້າຮ່ວມການລົງທຶນເຂົ້າບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ຜະລິດທັນຍາຫານ, ສຳຫຼວດ, ຂຸດຄົ້ນນຳມັນອ້າຍແກັດ, ອຸດສາຫະກຳ, ທ່ອງທ່ຽວ, ເຕັກໂນໂລຊີຊີວະສາດ ແລະ ບັນດາຂົງເຂດໃຫ້ບຸລິມະສິດພັດທະນາຢູ່ເຂດເສດຖະກິດພິເສດ Mariel. ຫວຽດນາມ ແລະ ກູບາ ກໍ່ຊຸກຍູ້ຄວາມສາມາດຮ່ວມມືລະຫວ່າງກຸ່ມບໍລິສັດໂທລະຄົມມະນາຄົມ Viettel ແລະ ບໍລິສັດໂທລະຄົມແຫ່ງລັດກູບາ ETECSA ໃນຂົງເຂດໂທລະຄົມ.

        ກ່ຽວກັບກະສິກຳ, ໂຄງການຮ່ວມມືໜູນຊ່ວຍກູບາ ພັດທະນາການຜະລິດເຂົ້າສານໄລຍະ 2011 – 2015 ຂອງຫວຽດນາມ ບັນລຸໄດ້ຜົນງານຢ່າງຕັ້ງໜ້າ. ບັນດາໂຄງການໜູນຊ່ວຍກູບາ ພັດທະນາການຜະລິດສາລີ, ໝາກຖົ່ວເຫຼືອງ ແລະ ລ້ຽງປູກສິນໃນນ້ຳໄດ້ສິ້ນສຸດໄລຍະ 1, ປະຈຸບັນ 2 ຝ່າຍພວມສືບຕໍ່ປະຕິບັດໄລຍະ 2. ຫວຽດນາມ ແລະ ກູບາ ກໍ່ຄົ້ນຄວ້າ, ຜັນຂະຫຍາຍບັນດາໂຄງການກະສິກຳ - ສິນໃນນ້ຳອື່ນໆໃນໄລຍະຈະມາເຖິງ. ນອກນັ້ນ, ການຮ່ວມມືໃນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວັດທະນະທຳ, ສາທາລະສຸກ - ການຢາ, ວິທະຍາສາດ - ເຕັກນິກລະຫວ່າງ 2 ປະເທດກໍ່ໄດ້ຮັບຄວາມເອົາໃຈໃສ່ເພີ່ມທະວີ.

ຊຸກຍູ້ການທູດລັດຖະສະພາ

        ໃນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ, ສະພາແຫ່ງຊາດຫວຽດນາມ ໄດ້ຈັດສົ່ງບັນດາຄະນະຜູ້ແທນຢ້ຽມຢາມມິດຕະພາບ ແລະ ແລກປ່ຽນກັບກູບາ. ຫວ່າງມໍ່ໆມານີ້, ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ ທີ່ຕາງໜ້າໃຫ້ພັກ, ລັດຫວຽດນາມ ໄປກູບາ, ໄຫວ້ອາໄລຜູ້ນຳ Fidel Castro (ພະຈິກ 2016). ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງ ຢ້ຽມຢາມກູບາ (15 – 19 ກຸມພາ 2017) ແລະ ຄະນະນັກວິຊາການຂອງສະພາແຫ່ງຊາດກໍ່ໄປເຮັດວຽກຢູ່ກູບາ (13 – 19 ມີນາ 2017). ເພື່ອຊຸກຍູ້ການຮ່ວມມືລັດຖະສະພາຢ່າງມີປະສິທິຜົນກວ່າ, ໃນໄລຍະຜ່ານມາ, 2 ສະພາແຫ່ງຊາດ ລ້ວນແຕ່ສ້າງຕັ້ງກຸ່ມສະມາຊິກມິດສະພາຕະພາບຢູ່ແຕ່ລະປະເທດ. ກຸ່ມສະມາຊິກສະພາມິດຕະພາບຫວຽດນາມ - ກູບາ, ສະພາແຫ່ງຊາດຊຸດທີ 14 ໂດຍພົນໂທ, ປະທານກຳມທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຫວໍຈ້ອງກຽດ ເປັນປະທານກຸ່ມ.

        ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງຄະນະຜູ້ແທນສະພາແຫ່ງຊາດກູບາ ໂດຍທ່ານປະທານສະພາແຫ່ງຊາດ Esteban Lazo Hernandez ນຳໜ້າ ແມ່ນເພື່ອແນໃສ່ຊອກຮູ້ກ່ຽວກັບບົດບາດ, ພາລະໜ້າທີ່ຂອງສະພາແຫ່ງຊາດ; ໂຄງປະກອບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາອົງການສະພາແຫ່ງຊາດ, ພິເສດແມ່ນຄະນະປະຈຳສະພາແຫ່ງຊາດ; ແລກປ່ຽນບົດຮຽນ ແລະ ພຶດຕິກຳຕົວຈິງກ່ຽວກັບວິວັດແຫ່ງການປ່ຽນແປງໃໝ່, ພັດທະນາປະເທດຂອງຫວຽດນາມ.

        ການຢ້ຽມຢາມບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຖືກເປັນສຳຄັນການພົວພັນກັບສະພາແຫ່ງຊາດຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ ແລະ ກູບາ ໃຫ້ນັບມື້ນັບໃກ້ຊິດສະໜິດສະໜົມ, ເລິກເຊິ່ງ ແລະ ໝັ້ນຄົງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ