ປັບປຸງປະມວນກົດໝາຍດຳເນີນຄະດີແພ່ງ,ຮັບປະກັນສິດຜົນປະໂຫຍດຂອງພົນລະເມືອງ

ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ນັ້ນ, ເປັນ​ຄັ້ງ​ທຳ​ອິດ​ທີ່​ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ໄດ້​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື. ນີ້​ແມ່ນ​ປະ​ມວນ​ກົດ​ໝາຍ​ທີ່​ສຳ​ຄັນ​ໃນ​ລະ​ບົບ​ເອ​ກະ​ສານ​ນິ​ຕ​ິກຳ, ກ່ຽວ​ຂ້ອງ​ຢ່າງ​ສະ​ໜິດ​ແໜ້ນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ.

ປັບປຸງປະມວນກົດໝາຍດຳເນີນຄະດີແພ່ງ,ຮັບປະກັນສິດຜົນປະໂຫຍດຂອງພົນລະເມືອງ - ảnh 1
ບັນ​ດາ ສ.ສ.ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ)

      ໃນ​ເທື່ອນີ້,ສະ​ພາ​ແຫ່ງ​ຊາດຫວຽດ​ນາມ​ໄດ້ມອບໝາຍ​ໃຫ້​ສານ​ປະ​ຊາ​ຊົນ​ສູງ​ສຸດ​ເປັນ​ຜູ້​ຮັບ​ຜິດ​ຊອບ, ຮຽບ​ຮຽງຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ). ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງສະ​ບັບ​ປັບ​ປຸງນີ້ ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​​ຫັນ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ລັດ​ຫວຽດ​ນາມ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ເປັນ​ລະ​ບອບ​ກົດ​ໝາຍ, ໃນ​ນັ້ນ ຮຽກ​ຮ້ອງ​ໃຫ້​ປ່ຽນ​ແປງ​ໃໝ່​ການ​ຈັດ​ຕັ້ງ​ການ​ປະ​ຊຸມ​ສານ, ກຳ​ນົດ​ແຈ້ງກວ່າ​ກ່ຽວ​ກັບ​ທີ່​ຕັ້ງ, ສິດ​ອຳ​ນາດ , ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ດຳ​ເນີນ​ຄະ​ດີ ແລະ ຜູ້​ເຂົ້າ​ຮ່ວມການ ດຳ​ເນີນ​ຄະ​ດີ.

     ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ພົນ​ລະ​ເມືອງ

   ເມື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ), ບັນ​ດາ ສ.ສ.ຊ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຢ່າງ​ສູງ​ກ່ຽວ​ກັບ​ການ​ປັບ​ປຸງປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ ແມ່ນ​ຈຳ​ເປັນ​ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການໃນ​ການ​ຮັບ​ຮູ້, ເຄົາລົບ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ຂອງ​ພົນ​ລະ​ເມືອງ. ສານ​ປະ​ຊາ​ຊົນ​ສູງ​ສຸດ​ໄດ້​ສະ​ຫງວນ​ບຸ​ລິ​ມະ​ສ​ິດ, ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຊົນ​ປົກ​ປ້ອງ​ຄວາມ​ຍຸດ​ຕິ​ທຳ, ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຢ່າງ​ຖືກ​ຕ້ອງ​ຂອງ​ພົນ​ລະ​ເມືອງ. ຈຸດ​ໃໝ່​ໃນ ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ຊຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈທີ່​ສຸດ​ຈາກ ສ.ສ.ຊ, ນັ້ນ​ແມ່ນ​ການ​ເພີ່ມ​ເຕີມ​ຂໍ້​ກຳ​ນົດ​ທີ່​ວ່າ ສານບໍ່​ໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ແກ້​ໄຂ​ຄະ​ດີ​ຍ້ອນ​ເຫດ​ຜົນ​ຍັງ​ບໍ່​ທັນ​ມີ​​ມາດ​ຕາກຳ​ນົດ​ໃນ​ກົດ​ໝາຍ. ພື້ນ​ຖານ​ເພື່ອ​ໃຫ້ ສານ​ປະ​ຊາ​ຊົນ​ສູງ​ສຸດ​​ຍົກ​ອອກຫຼັກ​ການນີ້ ແມ່ນ​ເພື່ອ​ຮັບ​ປະ​ກັນ​ການ​ຫັນ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ເປັນ​ລະ​ບອບ​ກົດ​ໝາຍ. ທ່ານ ເຈີນ​ຕ້ຽນ​ຢຸງ ສ.ສ.ຊ ແຂວ​ງ ຮ່າ​ຕິ້ງ ຖື​ວ່າ : 

    “ ເລື່ອງເພີ່ມ​ເຕີມ​ຂໍ້​ກຳ​ນົດ​ ສານບໍ່​ໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ແກ້​ໄຂ​ຄະ​ດີ​​ແພ່ງຍ້ອນ​ເຫດ​ຜົນ​ຍັງ​ບໍ່​ທັນ​ມີ​​ມາດ​ຕາກຳ​ນົດ​ໃນ​ກົດ​ໝາຍ ແມ່ນ​ສຳ​ຄັນ​ທີ່​ສຸດ, ສອດ​ຄ່ອງ​ກັບ​ທ່າ​ອຽງ​ກ້າວ​ໜ້າ ແລະ ພັດ​ທະ​ນາ​ຂອງ​ສັງ​ຄົມ​ພົນ​ລະ​ເຮືອນ. ຂໍ້​ກຳ​ນົດ​ນີ້ ໄດ້​ຫັນ​ລັດ​ທະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ, ປົກ​ປ້ອງ​ສິດ​ຍຸດ​ຕິ​ທຳ, ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເຮືອນ, ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ອົງ​ການ, ສຳ​ນັກ​ງານ ແລະ ສ່ວນ​ບຸກ​ຄົນ”

       ອະ​ທິ​ບາຍ​ຕື່ມ​ກ່ຽວ​ກັບ​ບັນ​ຫານີ້, ທ່ານ​ຮ່າ​ຮຸ່ງ​ເກືອງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຍຸດ​ຕິ​ທຳ​ຫວຽດ​ນາມ, ສ.ສ.ຊ ແຂວງ ກວາງ​ບິງ ໃຫ້​ຮູ້​ວ່າ : 

    “ ຜ່ານ​ການ​ຢັ່ງ​ຫາງ​ສຽງ​ຈາກ​ປະ​ຊາ​ຊົນ​ກ່ຽວ​ກັບ​ປະ​ມວນ​ກົດ​ໝາຍ​ແພ່ງສະ​ບັບ​ປັບ​ປຸງຊຶ່ງ​ແມ່ນ​ປະ​ມວນ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ໂດຍ​ກົງ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ​ສ່ວນຫຼາຍ ກໍ​ຄື​ບັນ​ດາ​ແຂວງ, ນະ​ຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ລ້ວນ​ແຕ່​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ກຳ​ນົດ​ສານບໍ່​ໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ແກ້​ໄຂ​ຄະ​ດີແພ່ງ​ຍ້ອນ​ເຫດ​ຜົນ​ຍັງ​ບໍ່​ທັນ​ມີ​​ມາດ​ຕາກຳ​ນົດ​ໃນ​ກົດ​ໝາຍ. ຂໍ້​ກຳ​ນົດ​ນີ້ ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ. ພາ​ລະ​ກຳ​ຂອງ​ສານ ແມ່ນ​ປະ​ຕ​ິບັດສິດ​ຕຸ​ລາ​ການ, ແມ່ນ​ບ່ອນ​ປົກ​ປ້ອງ​ຄວ​າມ​ຍຸດ​ຕິ​ທຳ​ໃນ​ການ​ພົວ​ພັນ​ພົນ​ລະ​ເຮືອນ ແລະ ການ​ດຳ​ເນີນ​ທຸ​ລ​ະ​ກິດ ”

     ລັດ​ຫວຽດ​ນາມ​ແມ່ນ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ລັດ​ປົກ​ປ້ອງ​ທຸກໆສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ.

    ບາດ​ກ້າວ​ໃໝ່, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ

   ຈຸດ​ໃໝ່​ທີ່​ສຳ​ຄັນ​ອີກ​ອັນ​ໜຶ່ງ​ທີ່​ຖືກເພີ່ມ​ເຕີມ​ເຂົ້າ​ໃນຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງຄັ້ງ​ນີ້ ແມ່ນ​ຂໍ້​ກຳ​ນົດ​ກ່ຽວ​ກັບຫຼັກ​ການ​ພິ​ພາກ​ສາ. ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫານີ້, ບັນ​ດາ​ ສ.ສ.ຊ ຢືນ​ຢັນ​ວ່າ ຂໍ້​ກຳ​ນົດ​ກ່ຽວ​ກັບຫຼັກ​ການ​ພິ​ພາກ​ສາ ທີ່​ຖືກເພີ່ມ​ເຕີມ​ເຂົ້າ​ໃນຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງຄັ້ງ​ນີ້ ແມ່ນ​ ບາດ​ກ້າວ​ໃໝ່, ສອດ​ຄ່ອງ​ກັບ​ທ່າ​ອຽງ​ສາ​ກົນປະ​ຈຸ​ບັນ. ທ່ານ​ເຈືອງ​ຮ່​ວາ​ບິງ ປະ​ທານສານ​ປະ​ຊາ​ຊົນ​ສູງ​ສຸດ​, ສ.ສ.ຊ​ ແຂວງ​ລອງ​ອານ ໃຫ້​ຮູ້​ວ່າ : 

   “ຫຼັກ​ການ​ພິ​ພາກ​ສາຄະ​ດີ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ການ​ປົກ​ປ້ອງ​ກົດ​ໝາຍ, ດັ່ງ​ນັ້ນ ຕ້ອງ​ເຮັດ​ໃຫ້​ເນື້ອ​ໃນ​ມີ​ຄວາມ​ສອດ​ຄ່ອງ. ພວກ​ຂ້າ​ພະ​ເຈົ້າ​ພວມກວດ​ກາ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ສານ​ຂັ້ນ​ຕິດ​ຕາມກວດ​ກາ ທີ່​ໄດ້​ປະ​ຕິ​ບັດ​ນັບ​ແຕ່​ກ່​ອນ​ເປັນ​ຕົ້ນ​ມາ, ຄະ​ດີ​ໃດ​ທີ່​ໄດ້​ມາດ​ຕະ​ຖານ ຈະ​ຖືກ​ນຳ​ໃຊ້​ເພື່ອ​ເປັນ​ເອ​ກະ​ພາບ​ໃນ​ການ​ພິ​ພາກ​ສາ ”

     ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ໄດ້​ຖືກຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃຫ້​ຄວາມ​ເຫັນ​ເປັນ​ຄັ້ງ​ທຳ​ອິດ ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13. ເພາະ​ສະ​ນັ້​ນ, ການ​ສັງ​ເກດ​ຕີ​ລາ​ຄາ, ໂຕ້​ແຍ້ງ​ກັນ ຍັງ​ມີຫຼາຍ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ, ຊ້ຳ​ບໍ​ໜຳ ການ​ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ເນື້ອ​ໃນ​ປະ​ການ​ໃດ​ໜຶ່ງ​ໃນ ຮ່າງ​ປະ​ມວນ​ກົດ​ໝາຍ​ ກໍ​ແມ່ນ​ເລື່ອງ​ທຳ​ມະ​ດາ. ບັນ​ຫາ​ແມ່ນ​ຢູ່​ບ່ອນ​ວ່າ ເຮັດ​ແນວ​ໃດ​ເພື່ອ​ໃຫ້ ຮ່າງ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງ(ສະ​ບັບ​ປັບ​ປຸງ) ​ຮັດ​ກຸມ ແລະ ມີ​ລັກ​ສະ​ນະ​ເປັນ​ໄປ​ໄດ້. ຜູ້​ມີ​ສິດ​ເລືອກ​ຕັ້ງ​ພວມ​ຄອຍ​ຖ້າຕໍ່​ການ​ຮັບ​ເອົາ​ຄຳ​ເຫັນ​ເພື່ອ​ປັບ​ປຸງ ຮ່າງ​ປະ​ມວນ​ກົດ​ໝາຍ​ນີ້​ຂອງ​ຄະ​ນະ​ຮຽບ​ຮຽງ​ພາຍຫຼັງ​ ກອງ​ປະ​ຊຸມ​ສະ​ໄໝ​ເທື່ອນີ້​ເພື່ອ​ສືບ​ຕໍ່​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ໄວໆ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ