ປັບໄຫມລົງໂທດຢ່າງເຂັ້ມງວດຜູ້ທີ່ມີການກະທຳຜິດທ້າທາຍແນວທາງຂອງພັກ, ກົດໝາຍຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ

(VOVWORLD) -ໃນໄລຍະຜ່ານມາ ຢູ່ ຫວຽດນາມ ໄດ້ເກີດຫລາຍກໍລະນີສໍ້ລາດບັງຫລວງ, ຫຍໍ້ທໍ້ ທີ່ມີລັກສະນະທ້າທາຍຕໍ່ຫາງສຽງສັງຄົມ, ທ້າທາຍຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ. ດ້ວຍຈິດໃຈຂ້ຽວຂາດໃນການສືບສວນ, ສັ່ງຟ້ອງ, ພິພາກສາ, ບັນດາອົງການທີ່ໄດ້ຮັບສິດປົກປ້ອງກົດໝາຍໄດ້ດຳເນີນການປັບໄຫມລົງໂທດເຂັ້ມງວດຫລາຍກໍລະນີປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນທົ່ວສັງຄົມ. ບັນດາການເຄື່ອນໄຫວນີ້ແມ່ນສະແດງໃຫ້ເຫັນເລື່ອງ ຫວຽດນາມ ພວມປະຕິບັດແຜນນະໂຍບາຍສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ນັບມື້ນັບດີກວ່າເກົ່າ.

ປັບໄຫມລົງໂທດຢ່າງເຂັ້ມງວດຜູ້ທີ່ມີການກະທຳຜິດທ້າທາຍແນວທາງຂອງພັກ, ກົດໝາຍຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ - ảnh 1ທ່ານ ຫວໍວັນເຖືອງ, ຮອງຫົວຫນ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ພາບ: VOV

ທ້າຍປີ 2011, ເຈືອງເຈົາຫືວແຢງ ພ້ອມກັບ ກຸ່ມ “ບາວແຊກ” (ຫນັງສືພິມສະອາດ) ຖືກສານຕັດສິນລົງໂທດຈຳຄຸກ 14 ປີ 6 ເດືອນ ຍ້ອນມີໂທດ “ສວຍໃຊ້ສິດເສລີປະຊາທິປະໄຕລ່ວງລ້ຳຜົນປະໂຫຍດຂອງລັດ, ສິດ, ຜົນປະໂຫຍດອັນຊອບທຳຂອງອົງການ, ສ່ວນບຸກຄົນ”. ວັນທີ 24ມີນາ ປີ 2022, ອົງການໄອຍະການປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ເຊັນອະນຸມັດຕົກລົງເປີດການດຳເນີນຄະດີ, ກັກຂັງຊົ່ວຄາວສຳລັບ ຫງວຽນເຟືອງຮັ່ງ, ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ດ້າຍນາມ ຢູ່ ບີ່ງເຢືອງ ຍ້ອນມີການກະທຳຜິດ “ສວຍໃຊ້ບັນດາສິດເສລີປະຊາທິປະໄຕລ່ວງລ້ຳຜົນປະໂຫຍດຂອງລັດ, ສິດຜົນປະໂຫຍດອັນຊອບທຳຂອງອົງການ, ສ່ວນບຸກຄົນ”.

ຫວ່າງມໍ່ໆມານີ້ ວັນທີ 29 ມີນາ ປີ 2022, ປະທານ ບໍລິສັດຫຸ້ນສ່ວນກຸ່ມບໍລິສັດ FLC ຈິ້ງວັນກວຽດ ຖືກກັກຂັງຊົ່ວຄາວ ແລະ ຖືກເປີດການດຳເນີນຄະດີ ຍ້ອນມີການກະທຳ “ປັ່ນປ່ວນຕະຫລາດຫລັກຊັບ”, “ປົກປິດຂໍ້ມູນຂ່າວສານໃນການເຄື່ອນໄຫວຫລັກຊັບ” ໃນວັນທີ 10 ມັງກອນປີ 2022, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງຕໍ່ນັກລົງທຶນ, ສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງຕະຫລາດຫລັກຊັບ ຫວຽດນາມ.

ທີ່ກອງປະຊຸມສະຫລຸບ 7 ປີແຫ່ງການປະຕິບັດຂໍ້ກຳນົດກົດລະບຽບສົມທົບລະຫວ່າງ ຄະນະວຽກງານການເມືອງພາຍໃນສູນກາງ ກັບອົງຄະນະພັກຕຳຫລວດປະຊາຊົນ; ຄະນະກຳມະການພັກສານປະຊາຊົນສູງສຸດ ແລະ ຄະນະກຳມະການພັກໄອຍະການປະຊາຊົນສູງສຸດ ດຳເນີນໃນວັນທີ 31 ມີນາປີ 2022 ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເຖືອງ, ຮອງຫົວຫນ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້ ໄດ້ສະເຫນີໃຫ້ບັນດາອົງການກ່ຽວຂ້ອງຕ້ອງແກ້ໄຂ ບັນດາຄະດີ, ການສໍ້ລາດບັງຫລວງ, ການຫຍໍ້ທໍ້ ຢ່າງທັນການ, ເຂັ້ມງວດ ເປັນຕົ້ນແມ່ນການກະທຳຜິດມີລັກສະນະທ້າທາຍຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ທ້າທາຍຫາງສຽງສັງຄົມ.

“3 ກໍລະນີຊື່ງພວກເຮົາໄດ້ແກ້ໄຂໃນໄລຍະຜ່ານມາ ແມ່ນມີຄຸນປະໂຫຍດສັງຄົມດີສຸດ. ບັນດາການກະທຳຜິດຊື່ງຂ້າພະເຈົ້າເຫັນວ່າມີລັກສະນະທ້າທາຍຕໍ່ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ທ້າທາຍຕໍ່ສັງຄົມ. ວິທີປັບໄຫມລົງໂທດນັ້ນຂ້າພະເຈົ້າເຫັນວ່າແມ່ນເຂັ້ມງວດ, ທັນການ ແລະ ພວກເຮົາກໍ່ຄິດໄລ່, ຮັບປະກັນໃຫ້ບັນດາປັດໄຈເພື່ອໃຫ້ຂົງເຂດອື່ນບໍ່ຖືກຜົນສະທ້ອນ ແລະ ຍັງຄົງສືບຕໍ່ເຄື່ອນໄຫວເປັນປົກກະຕິ”

    ບັນດາບົດຂຽນຕິດກັບບາງຮູບພາບບໍ່ຖືກກັບຄວາມຈິງ, ມີລັກສະນະແບບປະກອບ ທີ່ໄດ້ເອົາລົງ, ເຜີຍແຜ່ໃນ  Fanpage Bao sach ແລະ group “lambaosach” ໃນຄະດີ ເຈືອງເຈົາຫືວແຢງ ແມ່ນຜິດກັບການກຳນົດຂອງກົດໝາຍ, ສ້າງເວທີໃຫ້ເກີດມີຫລາຍຄຳວິຈານ ວິເຄາະຂາດພາວະວິໄສ, ສ້າງຄວາມຫຍໍ້ທໍ້ໃນຫາງສຽງສັງຄົມ. ນອກນັ້ນ ຍັງສະແດງໃຫ້ເຫັນເນື້ອໃນເສກສັນປັ້ນແຕ່ງ, ຕ້ານທຳລາຍ, ກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງສິດ, ຜົນປະໂຫຍດອັນຊອບທຳຂອງລັດ, ອຳນາດການປົກຄອງບັນດາທ້ອງຖິ່ນ.

ກໍລະນີ ຫງວຽນເຟືອງຮັ່ງ ແມ່ນລະເມີດຂໍ້ກຳນົດຂອງກົດໝາຍກ່ຽວກັບສິດເສລີອະທິປະໄຕ, ລ່ວງລ້ຳສິດ ແລະ ຜົນປະໂຫຍດອັນຊອບທຳຂອງສ່ວນບຸກຄົນຫລາຍຄົນ. ສ່ວນໃນກໍລະນີຂອງ ຈິ້ງວັນກວຽດ, ບັນດາຫົວຫນ່ວຍ,ອົງການກ່ຽວຂ້ອງສືບຕໍ່ສືບສວນການກະທຳ“ປັ່ນປ່ວນຕະຫລາດຫລັກຊັບ”, “ປົກປິດຂໍ້ມູນຂ່າວສານໃນການເຄື່ອນໄຫວຫລັກຊັບ”ດ້ວຍຈິດໃຈເຄົາລົບກົດໝາຍ, ຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ລັກສະນະໂປ່ງໃສຂອງຕະຫລາດຫລັກຊັບໃຫ້ໝັ້ນຄົງ.

 ທ່ານ ຈິ້ງຊວນອານ ກຳມະການສະເພາະກິດຂອງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ຖືວ່າ:

“ຜ່ານກໍລະນີດັ່ງກ່າວ ເປັນການສະແດງໃຫ້ເຫັນວ່າ ບົດບາດຊີ້ນຳຂອງພັກແມ່ນໃຫຍ່ທີ່ສຸດ, ມີຄວາມເປັນເຈົ້າການ ແລະມີໄຫວພິບ ພິເສດແມ່ນເຂັ້ມງວດທີ່ສຸດ. ພວກເຮົາບໍ່ມີເຂດຫ້າມ, ມໍ່ມີເລື່ອງບຸລິມະສິດຕໍ່ເປົ້າໝາຍໃດຫນຶ່ງ. ເຖິງວ່າ ເປົ້າໝາຍມີບົດບາດໃຫຍ່ໃນພື້ນຖານເສດຖະກິດທີ່ມີຜົນສະທ້ອນໃຫຍ່ເຖິງສັງຄົມກໍຕາມ ແຕ່ຂ້າພະເຈົ້າຖືວ່າ ຫລັກການສູງສຸດຕ້ອງເຄົາລົບກົດໝາຍ”

ຕາມທະນາຍຄວາມ ຫງວຽນວັນຈຽນ, ຄະນະທະນາຍຄວາມນະຄອນ ຮ່າໂນ້ຍ ແລ້ວ, ສັງຄົມສີວິໄລແມ່ນສັງຄົມທີ່ມີພົນລະເມືອງທຸກຄົນລ້ວນແຕ່ດຳລົງຊີວິດ ແລະ ປະຕິບັດຕາມກົດໝາຍ, ບັນດາການກະທຳສັງຄົມຕ້ອງເຄົາລົບກົດໝາຍ.

ສຳລັບບັນດາການກະທຳລະເມີດທີ່ມີລັກສະນະທ້າທາຍຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ທ້າທາຍຕໍ່ຫາງສຽງສັງຄົມ, ຄວນມີການເຂົ້າຮ່ວມ, ຮ່ວມແຮງຮ່ວມໃຈອອກສ່ຽງຕໍ່ສູ້ໃນທົ່ວສັງຄົມ ພິເສດ ແມ່ນບັນດາອົງການໄດ້ຮັບການມອບສິດປົກປ້ອງກົດໝາຍ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ