ປະ​ຊາ​ຄົມ​ສາ​ກົນ ເພີ່ມ​ກຳ​ລັງ​ກົດ​ດັນ​ຕໍ່ ຕາ​ລີ​ບານ

(VOVWORLD) -   ທ້າຍອາທິດຜ່ານມາ, ອຳນາດການປົກຄອງ ອາເມລິກາ ໄດ້ດຳເນີນການເຈລະຈາໂດຍກົງຄັ້ງທຳອິດ ກັບ ຕາລີບານ ເຊິ່ງເປັນກຳລັງທີ່ພວມກຳອຳນາດຢູ່ ອາບການິດສະຖານ ນັບແຕ່ກາງເດືອນ ສິງຫາ ປີ 2021. ການເຈລະຈາ ຖືກຈັດຂຶ້ນຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕາ, ໂດຍໄດ້ຮັບຖືວ່າ ແມ່ນການກະທຳຫຼ້າສຸດ ແລະ ໜ້າສົນໃຈທີ່ສຸດຂອງປະຊາຄົມສາກົນ ໃນຄວາມມານະພະຍາຍາມຮັກສາກຳລັງດັນ ບັງຄັບ ຕາລີບານ ຕ້ອງປະຕິບັດຕາມຄຳໝັ້ນສັນຍາ ລົບລ້າງການໃຊ້ຄວາມຮຸນແຮງ, ຊຸກຍູ້ການໄກ່ເກ່ຍ ແລະ ປະຕິບັດສິດທິມະນຸດ.

ການເຈລະຈາດຳເນີນໄປພາຍໃນ 2 ວັນ ແຕ່ວັນທີ 9 – 10 ຕຸລາ ໃນສະພາບການທີ່ ຕາລີບານ ພວມມານະພະຍາຍາມພັງທະລາຍທ່າໂດດດ່ຽວ ແລະ ຊອກຫາການຮັບຮອງຈາກສາກົນ. ໃນຂະນະນັ້ນ, ປະຊາຄົມສາກົນ ສືບຕໍ່ມານະພະຍາຍາມສະກັດກັ້ນຄວາມສ່ຽງເກີດວິກິດການມະນຸດສະທຳຢ່າງຮ້າຍແຮງຢູ່ ອາບການິດສະຖານ, ພ້ອມທັງເພີ່ມກຳລັງດັນຕໍ່ ຕາລີບານ ຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ກຳລັງນີ້ຕ້ອງປະຕິບັດຕາມບັນດາຄຸນຄ່າລວມຂອງໂລກ.

ປະ​ຊາ​ຄົມ​ສາ​ກົນ ເພີ່ມ​ກຳ​ລັງ​ກົດ​ດັນ​ຕໍ່ ຕາ​ລີ​ບານ - ảnh 1ທ່ານ Mullah Amir Khan Muttaqi - ຮັກສາການກະຊວງການຕ່າງປະເທດ ອາບການິດສະຖານ ຕອບສຳພາດຕໍ່ນັກຂ່າວ (ພາບ: Karim Jaafar/AFP)

  ຕາລີບານຊອກຫາວິທີພັງທະລາຍທ່າໂດດດ່ຽວ

        ນອກຈາກການເຈລະຈາກັບຜູ້ຕາງໜ້າອຳນາດການປົກຄອງ ອາເມລິກາ ແລ້ວ, ໃນວິວັດການດຳເນີນການເຈລະຈາຢູ່ ໂດຮາ ຂອງ ຕາລີບານ ຍັງລວມທັງການພົບປະກັບຜູ້ຕາງໜ້າ ສະຫະພາບເອີຣົບ (EU) ໃນວັນທີ 12 ຕຸລາ. ວິວັດການດັ່ງກ່າວໄດ້ປະຕິບັດໃນເວລາພຽງແຕ່ສອງ - ສາມວັນ ພາຍຫຼັງທີ່ກຳລັງ ຕາລີບານເຈລະຈາກັບ ທ່ານ Simone Gass, ຜູ້ຕາງໜ້າຂັ້ນສູງຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ປະຈຳ ອາບການິດສະຖານ (ວັນທີ 5 ຕຸລາ). ກ່ອນໜ້ານັ້ນ, ບັນດາການນຳ ຕາລີບານ ກໍເຂົ້າຮ່ວມພິທີຮັບເຄື່ອງຊ່ວຍເຫຼືອຈາກ ກາຕາ, ຈີນ, ສະຫະລັດ ອາຣັບ ເອມມີເລດ (UAE), ປາກິດສະຖານ ແລະ ອູເບກິສະຖານ ຢູ່ສະໜາມບິນສາກົນ Hamid Karzai ຢູ່ນະຄອນຫຼວງ Kabul. ນອກຈາກນັ້ນ, ການນຳ ຕາລີບານ ກໍໄດ້ເຂົ້າຮ່ວມກອງປະຊຸມກັບວົງການເຈົ້າໜ້າທີ່ ສປຊ ໃນເດືອນກັນຍາ ຜ່ານມາ ເຊິ່ງກ່ຽວຂ້ອງເຖິງບັນຫາຮັກສາການອຸປະຖຳໃຫ້ແກ່ ອາບການິດສະຖານ.

ນັກໄຈ້ແຍກຫຼາຍທ່ານໃນພາກພື້ນ ແລະ ຢູ່ຕາເວັນຕົກ ກໍມີຂໍ້ສັງເກດລວມວ່າ: ເລື່ອງການນຳ ຕາລີບານ ຕັ້ງໜ້າເຂົ້າຮ່ວມບັນດາການພົບປະກັບໂລກນັ້ນ ແມ່ນເພື່ອແນໃສ່ເປົ້າໝາຍພັງທະລາຍທ່າໂດດດ່ຽວ, ຊອກຫາການຮັບຮອງຈາກສາກົນ. ເພາະວ່າ, ນັບແຕ່ເມື່ອຍາດໄດ້ສິດຄວບຄຸມນະຄອນຫຼວງ Kabul (ວັນທີ 15 ສິງຫາ) ແລະ ສ້າງຕັ້ງລັດຖະບານຊົ່ວຄາວຢູ່ ອາບການິດສະຖານ ຂຶ້ນໃນວັນທີ 6 ກັນຍາ, ແຕ່ມາຮອດປັດຈຸບັນ, ຕາລີບານຍັງບໍ່ທັນໄດ້ຮັບການຮັບຮອງໃດຈາກປະຊາຄົມສາກົນ. ໃນຂະນະນັ້ນ ສະພາບວິກິດການສະບຽງອາຫານ, ສາທາລະນະສຸກ ແລະ ການເງິນຢູ່ ອາບການິດສະຖານ ສືບຕໍ່ມີການຜັນແປນັບມື້ນັບຊົ່ວຮ້າຍກວ່າເກົ່າ, ຍູ້ ຕາລີບານ ຕົກເຂົ້າສູ່ສະພາບການບໍ່ມີທາງເລືອກ, ຈຳຕ້ອງເຈລະຈາ ແລະ ຂໍຄວາມຊ່ວຍເຫຼືອຈາກພາຍນອກ.

        ຮັກສາກຳລັງດັນ ໄປຄຽງຄູ່ກັບການເຈລະຈາ

        ໃນການເຈລະຈາຄັ້ງຕ່າງໆກັບ ຕາລີບານ ໃນຊຸມວັນຜ່ານມາ, ອາເມລິກາ ແລະ ບັນດາປະເທດໃນໂລກ ຕ່າງກໍເນັ້ນໜັກເຖິງຄຳຮຽກຮ້ອງລວມ ນັ້ນແມ່ນ ຕາລີບານ ຕ້ອງສ້າງຕັ້ງລັດຖະບານ ທີ່ມີຜູ້ຕາງໜ້າຢ່າງກວ້າງຂວາງ, ຊຸກຍູ້ການປອງດອງຊາດ ແລະ ປະຕິບັດສິດທິຂອງແມ່ຍິງ. ລະອຽດ, ໃນຖະແຫຼງການຢ່າງເປັນທາງການ ພາຍຫຼັງການພົບປະຢູ່ ໂດຮາ ໃນວັນທີ 10 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ການເຈລະຈາຢູ່ ໂດຮາ ສຸມໃສ່ຄວາມວິຕົກກັງວົນດ້ານຄວາມໝັ້ນຄົງ ແລະ ການກໍ່ການຮ້າຍ, ຄວາມປອດໄພໃຫ້ແກ່ພົນລະເມືອງ ອາເມລິກາ, ພົນລະເມືອງບັນດາປະເທດອື່ນໆ ແລະ ຊາວ ອາບການິດສະຖານ, ກໍຄືບັນຫາສິດທິມະນຸດ, ພິເສດແມ່ນການເຂົ້າຮ່ວມຂອງແມ່ຍິງ ແລະ ເດັກຍິງ ໃນທຸກດ້ານຂອງສັງຄົມ ອາບການິດສະຖານ. ພິເສດ, ຖະແຫຼງການສະບັບດັ່ງກ່າວກໍຢັ້ງຢືນຄືນທັດສະນະ ຈະຕີລາຄາ ຕາລີບານ ບົນພື້ນຖານອີີງໃສ່ການກະທຳ, ຫາກບໍ່ພຽງແຕ່ອີງໃສ່ຄຳເວົ້າ. ກ່ອນທີ່ການພົບປະດັ່ງກ່າວ, ວົງການເຈົ້າໜ້າທີ່ ອາເມລິກາ ກໍຢັ້ງຢືນວ່າ ວິວັດການດຳເນີນການເຈລະຈາ ຢູ່ ໂດຮາ ແມ່ນບໍ່ແນໃສ່ເລື່ອງຮັບຮອງ ຕາລີບານ.

ປະ​ຊາ​ຄົມ​ສາ​ກົນ ເພີ່ມ​ກຳ​ລັງ​ກົດ​ດັນ​ຕໍ່ ຕາ​ລີ​ບານ - ảnh 2ສະຖານທີ່ເກີດລະເບີດຢູ່ໂບດມຸດສະລິມ ນິກາຍ Shiite ຢູ່ແຂວງ Kunduz, ອາບການິດສະຖານ ວັນທີ 8/10/2021 (ພາບ: TTXVN)
 ເຖິງຢ່າງໃດກໍຕາມ, ໃນສະພາບການທີ່ອາດຈະເກີດໄພພິບັດມະນຸດສະທຳຢ່າງຮ້າຍແຮງ ຢູ່ ອາບການິດສະຖານ, ພ້ອມດ້ວຍການກໍ່ກຳລັງດັນຕໍ່ ຕາລີບານ, ປະຊາຄົມສາກົນກໍພວມມານະພະຍາຍາມຊອກຫາມາດຕະການສະກັດກັ້ນສະພາບການມະນຸດສະທຳທີ່ນັບມື້ນັບຊົ່ວຮ້າຍລົງຢູ່ປະເທດ ອາຊີໃຕ້ນີ້. ໃນນັ້ນ, ວັນທີ 12 ຕຸລາ, ການນຳກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ໄດ້ຈັດຕັ້ງກອງປະຊຸມສຸດຍອດພິເສດກ່ຽວກັບ ອາບການິດສະຖານ ດ້ວຍໜຶ່ງໃນບັນດາໂຄງການດຳເນີນງານຈຸດສຸມ ນັ້ນແມ່ນ ຊອກຫາມາດຕະການຊ່ວຍເຫຼືອໂດຍດ່ວນໃຫ້ແກ່ 1/3 ປະຊາກອນ ອາບການິດສະຖານ (ປະມານກວ່າ 11 ລ້ານຄົນ) ທີ່ພວມຢູ່ໃນສະພາບອຶດຫິວຢ່າງຮຸນແຮງ.

        ການຊ່ວຍເຫຼືອຊາວ ອາບການິດສະຖານນັບສິບລ້ານຄົນທີ່ພວມປະເຊີນໜ້າກັບສະພາບວິກິດການດ້ານສະບຽງອາຫານ ແມ່ນໜ້າທີ່ຈຳເປັນ ແລະ ຮີບດ່ວນ. ເຖິງຢ່າງໃດກໍຕາມ, ມາດຕະການພື້ນຖານ, ຍາວນານໃຫ້ແກ່ປະເທດ ແລະ ປະຊາຊົນ ອາບການິດສະຖານ ຍັງຄົງແມ່ນ ສ້າງສັງຄົມຢ່າງມີສະຖຽນລະພາບ ແລະ ກ້າວໜ້າ. ບົນເນື້ອໃນຈິດໃຈດັ່ງກ່າວ, ປະຊາຄົມສາກົນພວມມານະພະຍາຍາມຮັກສາການເຈລະຈາກັບ ຕາລີບານ, ກະຕຸກຊຸກຍູ້ກຳລັງດັ່ງກ່າວລົບລ້າງການໃຊ້ຄວາມຮຸນແຮງ, ດຳເນີນການໄກ່ເກ່ຍ, ປະຕິບັດສິດທິມະນຸດໃຫ້ຄົບຖ້ວນ, ພິເສດແມ່ນສິດຂອງແມ່ຍິງ ແລະ ເດັກຍິງ ຢູ່ ອາບການິດສະຖານ./.

ຕອບກັບ

ຂ່າວ/ບົດ​ອື່ນ