ປະຕິບັດສິດເປັນເຈົ້າ ຂອງປະຊາຊົນໃນການສ້າງກົດໝາຍ

(VOVWORLD) -ໂດຍປະຕິບັດຕາມມະຕິ ຂອງຄະນະປະຈຳ ສະພາແຫ່ງຊາດ ຫວຽດນາມ ສະບັບເລກທີ 671/ມຕ-ຄປຈ.ສພ 15 ລົງວັນທີ 23 ທັນວາ 2022 ແລະ ມະຕິ ຂອງລັດຖະບານ ຫວຽດນາມ ສະບັບເລກທີ 170/ມຕ-ລບ ລົງວັນທີ 23 ທັນວາ 2022, ວຽກງານຈັດຕັ້ງຮັບເອົາຄຳຄິດເຫັນຂອງປະຊາຊົນ ຕໍ່ກັບ ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ກຳລັງດຳເນີນໃນທົ່ວປະເທດ. ນີ້ແມ່ນບັ້ນການດຳເນີນຊີວິການເມືອງອັນກ້ວາງຂວາງ, ບໍ່ພຽງແຕ່ແນ່ໃສ່ລະດົມພູມປັນຍາຂອງປະຊາຄົມ ເພື່ອປັບປຸງໃຫ້ສຳເລັດຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ເທົ່ານັ້ນ ຫາກຍັງປະຕິບັດວາງແຜນນະໂຍບາຍການປະຕິບັດສິດເປັນເຈົ້າ ຂອງປະຊາຊົນໃນການສ້າງກົດໝາຍຂອງຫວຽດນາມ.

ເປົ້າໝາຍເອົາຄຳຄິດເຫັນ ກ່ຽວກັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ລວມມີ: ປະຊາຊົນທຸກຊັ້ນວັນນະພາຍໃນປະເທດ ແລະ ຊາວຫວຽດນາມ ທີ່ອາໃສຢູ່ຕ່າງປະເທດ; ບັນດາອົງການລັດຢູ່ສູນກາງ ແລະ ທ້ອງຖີ່ນ; ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ແລະ ບັນດາອົງການການເມືອງ - ສັງຄົມ ທີ່ເປັນສະມາຊິກຂອງແນວໂຮມ, ອົງການການເມືອງສັງຄົມ - ອາຊີບ, ອົງການສັງຄົມ; ວິສາຫະກິດ, ສະຫະກອນ, ເສດຖະກິດຄອບຄົວ ແລະ ບັນດາອົງການເສດຖະກິດ; ບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ນັກຊ່ຽວຊານ, ນັກວິທະຍາສາດ.

ການເຄື່ອນໄຫວແມ່ນສອ່ງແສງເຈດຈຳນົງ, ຄວາມມຸ່ງມາດປາດຖະຫນາ, ເພື່ອຜົນປະໂຫຍດຂອງປະຊາຊົນ

ມີ 9 ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ໄດ້ຮັບເອົາຄຳເຫັນຈາກປະຊາຊົນທຸກຊັ້ນວັນນະໃນທົ່ວປະເທດ ແລະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຊື່ງລວມມີ: ການວາງແຜນຜັງ, ແຜນການນຳໃຊ້ທີ່ດິນ, ເກັບຄືນທີ່ດິນ, ນະໂຍບາຍຊົດເຊີຍ, ຫນູນຊ່ວຍ, ການຕັ້ງຖິ່ນຖານຄືນໃຫມ່, ພັດທະນາທີ່ດິນ, ມອບດິນ, ໃຫ້ເຊົ່າ, ຫັນປ່ຽນຈຸດປະສົງນຳໃຊ້ທີ່ດິນ, ຈົດທະບຽນທີ່ດິນ, ອອກຫນັງສືຢັ້ງຢືນ ແລະ ບັນດາລະບຽບການດ້ານບໍລິການ, ຖານຂໍ້ມູນ, ຂໍ້ມູນກ່ຽວກັບທີ່ດິນ, ກົນໄກ, ນະໂຍບາຍການເງິນ, ລາຄາທີ່ດິນ,……

ພາຍຫລັງເກືອບ 2 ເດືອນແຫ່ງການຜັນຂະຫຍາຍ ນັບແຕ່ວັນທີ 3 ມັງກອນປີ 2023 ມາຮອດປະຈຸບັນ, ເລື່ອງຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ໄດ້ຮັບໝາກຜົນຕັ້ງຫນ້າດ້ວຍຫລາຍຄຳເຫັນສຸດຈິດສຸດໃຈ. ທ່ານ ຮ່ວາງກວັກຫວຽດ ຫົວຫນ້າຫ້ອງການຄຸ້ມຄອງທີ່ດິນ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ອຽນບາຍໃຫ້ຮູ້ວ່າ:                                    

ນະໂຍບາຍທີ່ດິນເໝາະສົມແມ່ນມີຄວາມໝາຍສຳຄັນຕໍ່ປະເທດຊາດ ເວົ້າລວມ ແລະ ແຂວງ ອຽນບາຍ ເວົ້າສະເພາະ. ພິເສດ ແມ່ນແກ້ໄຂຄວາມຂາດຕົກບົກຜ່ອງຂອງກົດໝາຍວ່າດ້ວຍທີ່ດິນສະບັບເກົ່າ, ສ້າງເງື່ອນໄຂເພື່ອປັບປຸງສຳເລັດການວາງແຜນກຳນົດ, ແຜນການ; ກຳນົດລະອຽດກວ່າປະເພດທີ່ດິນກໍຄືຕະຫລາດອະສັງຫາລິມະຊັບ, ວຽກງານປະຕິບັດການເກັບຄືນ, ຊົດເຊີຍ, ຕັ້ງຖິ່ນຖານຄືນໃຫມ່ເພື່ອຮັບປະກັນຄວາມກົມກຽວລະຫວ່າງຜົນປະໂຫຍດ ກັບ ລັດ, ວິສາຫະກິດ ແລະ ປະຊາຊົນ ພິເສດ ແມ່ນກ່ຽວຂ້ອງເຖິງເປົ້າໝາຍທີ່ຖືກເກັບຄືນທີ່ດິນ”

ປະຕິບັດສິດເປັນເຈົ້າ ຂອງປະຊາຊົນໃນການສ້າງກົດໝາຍ - ảnh 1ທ່ານ ຮ່ວາງກວັກຫວຽດ ຫົວຫນ້າຫ້ອງການຄຸ້ມຄອງທີ່ດິນ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ອຽນບາຍ. (ພາບ:baoyenbai)

ປະຊາຊົນສ່ວນຫລາຍແມ່ນສະແດງຄວາມສະຫນັບສະຫນູນ, ຄວາມເຫັນດີເຫັນພ້ອມຕໍ່ບັນດາຂໍ້ກຳນົດໃນຮ່າງກົດໝາຍ ພ້ອມທັງສະແດງຄວາມເຊື່ອໝັ້ນຕໍ່ລັກສະນະອັນຖືກຕ້ອງ, ມີວິທະຍາສາດ, ເພື່ອຜົນປະໂຫຍດຂອງປະຊາຊົນໃນຮ່າງກົດໝາຍສະບັບນີ້, ສະແດງຄວາມເຊື່ອໝັ້ນຕໍ່ແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດຫວຽດນາມ. ທ່ານ ມາຍວັນແທກ, ຫົວຫນ້າ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ລາຍເຈົາ ຍົກຄຳເຫັນວ່າ:

“ຄວນສ້າງກົດໝາຍວ່າດ້ວຍທີ່ດິນໃຫ້ມີຄວາມຄົບຊຸດກັບບັນດາກົດໝາຍອື່ນ, ສິ່ງໃດກຳນົດໃຫ້ທ້ອງຖິ່ນ ຕ້ອງມີຄວາມຄົບຊຸດລະຫວ່າງບັນດາທ້ອງຖິ່ນ ເພື່ອໃຫ້ມີຄວາມສະດວກໃນວິວັດການຈັດຕັ້ງປະຕິບັດ. ເລື່ອງປັບປຸງກົດໝາຍວ່າດ້ວຍທີ່ດິນ ຄວນສຸມໃສ່ເຂົ້າໃນບັນຫາປະຊາຊົນ, ອົງການຈັດຕັ້ງ ທີ່ພວມສົນໃຈ ພິເສດແມ່ນ ການກວດກາ, ສຳຫລວດກວດກາ,  ກວດສອບ ແລະ ບັນດາຄຳສະເຫນີຂອງທ້ອງຖິ່ນເພື່ອເຮັດແນວໃດ ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ຈະແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດຢູ່ຮາກຖານໄດ້”

ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃນການສ້າງກົດໝາຍ

ກົງກັນຂ້າມກັບການປະກອບຄຳເຫັນມີລັກສະນະແບບຕັ້ງຫນ້າ ດ້ວຍຈິດໃຈສ້າງສັນ, ການປັບປຸງໃຫ້ສຳເລັດຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແລະ ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບຂອງປະຊາຊົນສຳລັບບັນຫາທີ່ດິນ ໄດ້ປະກົດອອກມີບາງຄຳເຫັນສວຍໃຊ້ການປະກອບຄຳເຫັນເພື່ອເສກສັນປັ້ນແຕ່ງ, ກໍ່ຄວາມວຸ້ນວາຍ, ຕັ້ງໃຈເຮັດໃຫ້ສະພາບການກ່ຽວຂ້ອງເຖິງທີ່ດິນສັບສົນຂຶ້ນຕື່ມ ເພື່ອຫວັງຢາກທຳລາຍພັກ ແລະ ລັດຫວຽດນາມ. ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງ ນັ້ນໄດ້ເວົ້າວ່າ: “ລັດ ຫວຽດນາມ ດຳເນີນການປັບປຸງກົດໝາຍວ່າດ້ວຍທີ່ດິນ ແມ່ນເພື່ອຄອບງຳຕະຫລາດທີ່ດິນ ເພື່ອແນໃສ່ຜົນປະໂຫຍດໃຫ້ແກ່ບັນດາສ່ວນບຸກຄົນ ຫລື ກຸ່ມຜົນປະໂຫຍດໃດຫນຶ່ງ ຫາກບໍ່ແມ່ນເພື່ອຜົນປະໂຫຍດປະຊາຊົນ”

ຄວາມຈິງ ເລື່ອງຮັບເອົາຄຳເຫັນປະກອບໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ແມ່ນມີຄວາມໝາຍສຳຄັນຍິ່ງ. ເລື່ອງເຂົ້າຮ່ວມການປະກອບຄຳເຫັນເພື່ອສ້າງຮ່າງກົດໝາຍດັ່ງກ່າວ ກໍ່ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ລະດົມພູມປັນຍາ, ຄວາມສຸດຈິດສຸດໃຈ, ຄວາມມຸ່ງມາດປາດຖະຫນາຂອງປະຊາຊົນ, ສ້າງຄວາມເຫັນດີເຫັນພ້ອມ ແລະ ເປັນຈິດຫນຶ່ງໃຈດຽວຂອງປະຊາຊົນສຳລັບແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບທີ່ດິນ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ, ຄວາມເປັນໄປໄດ້ຂອງລະບົບກົດໝາຍ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາປະເທດຊາດໃນໄລຍະໃຫມ່.

ປະຕິບັດສິດເປັນເຈົ້າ ຂອງປະຊາຊົນໃນການສ້າງກົດໝາຍ - ảnh 2ທ່ານ ມາຍວັນແທກ, ຫົວຫນ້າ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ລາຍເຈົາ

ຫລາຍປີຜ່ານມາ, ບັນດາອິດທິກຳລັງເປັນປໍລະປັກໄດ້ບຸກໂຈມຕີຢ່າງບໍ່ຢຸດຢັ້ງຕໍ່ພື້ນຖານດ້ານແນວຄິດຂອງພັກ, ຕ້ານທຳລາຍແຜນນະໂຍບາຍ, ນະໂຍບາຍ ແລະ ກົດໝາຍຂອງພັກ ແລະລັດຢ່າງບໍ່ຢຸດຢັ້ງ, ໃນນັ້ນ ມີການດຳເນີນຊີວິດປະຊາທິປະໄຕຄື: ເລື່ອງຮັບເອົາຄຳເຫັນປະກອບຂອງປະຊາຊົນເພື່ອສ້າງບັນດາກົດໝາຍ, ປະມວນກົດໝາຍ. ເຖິງແນວໃດກໍຕາມ ເລື່ອງຮັບເອົາຄຳເຫັນຈາກປະຊາຊົນເພື່ອໃສ່ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ແມ່ນໄດ້ກວ່າເຄິ່ງໄລຍະທາງແລ້ວ ແລະ ໄດ້ຮັບຫລາຍໝາກຜົນອັນດີງາມ. ໝາກຜົນນີ້ແມ່ນການຕອບໂຕ້ຢ່າງແຮງຕໍ່ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງແຜນນະໂຍບາຍ ເສີມຂະຫຍາຍລັກສະນະປະຊາທິປະໄຕໃນການສ້າງລະບົບກົດໝາຍຂອງພັກ ແລະລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ