ປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມ ອາຊີ: ການຢ້ຽມຢາມເພື່ອຫລາຍຈຸດປະສົງ

(VOVWORLD) -ວັນທີ 3 ພະຈິກ, ປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມອາຊີ ເປັນຄັ້ງທຳອິດ ໃນຖານະແມ່ນການນຳ ອາເມລິກາ. ການຢ້ຽມຢາມດຳເນີນ ແຕ່ວັນທີ 3 14 ພະຈິກ ແລະ ໄປເຖິງ 5 ປະເທດ ອາຊີ. ນີ້ແມ່ນການຢ້ຽມຢາມດົນນານກວ່າໝູ່ຂອງປະທານາທິບໍດີ ອາເມລິກາ ເຖິງ ອາຊີ ໃນຫລາຍປີຜ່ານມາ. ການຢ້ຽມຢາມ ອາຊີ ຂອງປະທານາທິບໍດີ ອາເມລິກາ Donald Trump ເພື່ອແນໃສ່ສືບຕໍ່ສະແດງຄຳໝັ້ນສັນຍາຮ່ວມມືສຳລັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືຂອງ ວໍຊີງຕັນ ຢູ່ ພາກພື້ນນີ້. 

ປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມ ອາຊີ: ການຢ້ຽມຢາມເພື່ອຫລາຍຈຸດປະສົງ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

ພາບ: AP

ຕາມແຜນການແລ້ວ, ປະທານາທິບໍດີ ອາເມລິກາ Donald Trump ຈະໄປເຖິງ Hawaii ກ່ອນທີ່ຢ້ຽມຢາມ ຍີ່ປຸ່ນ, ສເກົາຫລີ, ຈີນ, ຫວຽດນາມ ແລະ ຟີລີບປີນ. ນອກຈາກການພົບປະຄັ້ງຕ່າງໆກັບ ປະມຸກລັດບັນດາປະເທດເຫລົ່ານັ້ນ, ທ່ານ ປະທານາທິບໍດີ ອາເມລິກາ Donald Trump  ຈະເຂົ້າຮ່ວມກອງປະຊຸມຮ່ວມມື ເສດຖະກິດ ອາຊີ ປາຊີຟີກ (APEC) ຢູ່ ຫວຽດນາມ ແລະ ກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ຢູ່ ມານີລາ ປະເທດ ຟີລີບຟີນ.

ໃນແຈ້ງການທີ່ຍົກອອກມາຫວ່າງແລ້ວນີ້,  ລັດຖະບານ ອາເມລິກາໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ຈະເນັ້ນຫນັກເຖິງຄຳໝັ້ນສັນຍາຂອງທ່ານ ສຳລັບບັນດາປະເທດພັນທະມິດ ແລະ ຄູ່ຮ່ວມມືຍາວນານຂອງ ອາເມລິກາ ພ້ອມທັງຢືນຢັນບົດບາດນຳພາຂອງ ອາເມລິກາ ຢູ່ ພາກພື້ນ ອາຊີ ປາຊີຟີກ ຢ່າງເສລີ ແລະ ເປີດກວ້າງ.

ສ້າງຄວາມອຸ່ນອ່ຽນໃຈບັນດາປະເທດພັນທະມິດ, ຊຸກຍູ້ດ້ານການຄ້າ ແລະ ປອດນິວເຄຼຍຢູ່ໃນແຫລມເກົາຫລີ

ນີ້ແມ່ນບັນດາເນື້ອໃນພົ້ນເດັ່ນໃນການຢ້ຽມຢາມ ອາຊີ ຄັ້ງນີ້ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump. ອາດຈະເຫັນໄດ້ຢ່າງງ່າຍດາຍວ່າ, 3 ປະເທດ ໃນຈຳນວນ 5 ປະເທດ ອາຊີ ທີ່ປະທານາທິບໍດີ ອາເມລິກາ Donald Trump ຢ້ຽມຢາມແມ່ນພັນທະມິດຂອງ ອາເມລິກາ (ຄື: ຍີ່ປຸ່ນ, ສເກົາຫລີ, ຟີລີບປີນ). ທ່ານ Stephen Orlins ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການພົວພັນລະຫວ່າງ ຈີນ ແລະ ອາເມລິກາ ຄາດຄະເນວ່າ: ເລື່ອງສ້າງຄວາມອຸ່ນອ່ຽນໃຈບັນດາປະເທດພັນທະມິດໃນພາກພື້ນ ແມ່ນຫນຶ່ງໃນບັນດາຫນ້າທີ່ສຳຄັນຂອງການຢ້ຽມຢາມຄັ້ງນີ້.

ພິເສດ ເລື່ອງ ອາເມລິກາ ຖອນອອກຈາກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ເຮັດໃຫ້ບັນດາປະເທດກ່ຽວຂ້ອງມີຄວາມວິຕົກກັງວົນຕໍ່ນະໂຍບາຍລົງທຶນດ້ານເສດຖະກິດຂອງ ວໍຊິງຕັນ ເຂົ້າພາກພື້ນນີ້. ຕາມວົງການນັກສັງເກດການແລ້ວ, ນອກຈາກເພີ່ມທະວີການພົວພັນພັນທະມິດຍຸດທະສາດແລ້ວ, ທ່ານ Trump ຄວນສະແດງໃຫ້ເຫັນວ່າ ອາເມລິກາ ຍັງຄົງຖືການພົວພັນດ້ານເສດຖະກິດກັບບັນດາປະເທດໃນພາກພື້ນ ອາຊີ ປາຊີຟີກ ເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເປີດປະຕູຕະຫລາດໃຫ້ບັນດາຄູ່ຮ່ວມມື ອາຊີ.

ສຳລັບ ຍີ່ປຸ່ນ, ບັນດາບັນຫາດ້ານ ເສດຖະກິດການຄ້າ ໄດ້ຮັບຖືວ່າ ແມ່ນຫົວຂໍ້ຈຸດສຸມລະຫວ່າງການນຳສອງຝ່າຍ. ກາງເດືອນຕຸລາ ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ ຍີ່ປຸ່ນ  Taro Aso ແລະ ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ເປັນປະທານຮ່ວມຮອບເຈລະຈາທີ 2 ກ່ຽວກັບການເຈລະຈາເສດຖະກິດຂັ້ນສູງສອງຝ່າຍ ອາເມລິກາ ແລະ ຍີ່ປຸ່ນ ຢູ່ ວໍຊິງຕັນ. ບົດລາຍງານຂອງ ທຳນຽບຂາວໃນຄາວນັ້ນສະແດງໃຫ້ເຫັນວ່າ ສອງປະເທດ ບັນລຸໄດ້ບາງຂໍ້ຕົກລົງຮ່ວມກ່ຽວກັບດ້ານການຄ້າ ເຖິງຢ່າງໃດກໍຕາມ ສອງຝ່າຍຍັງມີບາງຄວາມຂັດແຍ້ງຢ່າງຈະແຈ້ງ ເມື່ອໝາກຜົນການເຈລະຈາບໍ່ເຕື້ອງເຖິງສັນຍາການຄ້າເສລີ ອາເມລິກາ - ຍີ່ປຸ່ນ. ນອກນັ້ນ ສອງຝ່າຍ ຍັງມີຫລາຍຄວາມເຫັນບໍ່ລົງລອຍກັນໃນດ້ານການຄ້າສອງຝ່າຍ ເມື່ອ ວໍຊີງຕັນ ພວມເຈລະຈາຄືນໃຫມ່ກ່ຽວກັບສັນຍາການຄ້າເສລີ ອາເມລິກາເຫນືອ ສ່ວນ ໂຕກຽວພັດ ເອົາໃຈໃສ່ເຖິງສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP).

ສິ້ນສຸດການຢ້ຽມຢາມ ຍີ່ປຸ່ນ, ວັນທີ 7 ພະຈິກ ປະທານາທິບໍດີ ອາເມລິກາ Donald Trump ຈະເລີ່ມຕົ້ນການຢ້ຽມຢາມ ສເກົາຫລີ. ໂຄສົກທຳນຽບຂຽວ Park Soo hyun ໃຫ້ຮູ້ວ່າ: ກອງປະຊຸມສອງຝ່າຍຂັ້ນສູງລະຫວ່າງ ການນຳສອງຝ່າຍ ຈະເຕື້ອງເຖິງບາງບັນຫາຄື: ເພີ່ມທະວີກນພົວພັນພັນທະມິດ ອາເມລິກາ - ສເກົາຫລີ, ປຶກສາຫາລືບັນຫາ ສປປ ເກົາຫລີ ແລະ ສະພາບການຢູ່ ອາຊີຕາເວັນອອກສ່ຽງເຫນືອ. ກໍ່ເຊັ່ນດຽວກັນກັບ ຍີ່ປຸ່ນ: ນອກຈາກບັນຫາ ສປປ ເກົາຫລີ, ບັນດາການເຈລະຈາດ້ານການຄ້າກໍ່ຈະສົ່ງຜົນສະທ້ອນເຖິງການພົວພັນສອງຝ່າຍ ອາເມລິກາ - ສເກົາຫລີ. ກ່ອນນັ້ນ ລັດຖະມົນຕີການເງິນ ອາເມລິກາ ສເກົາຫລີ ໄດ້ປຶກສາຫາລືກ່ຽວກັບສັນຍາການຄ້າເສລີ ອາເມລິກາ - ສເກົາຫລີ ແລະ ບັນຫາປັ່ນປ່ວນເງິນຕາເມື່ອວັນທີ 14 ຕຸລາ ຢູ່ ວໍຊີງຕັນ.

 ຢູ່ ຈີນ, ປະທານາທິບໍດີ ອາເມລິກາ Donald Trump ອາດຈະເຕື້ອງເຖິງບັນຫາ ສປປ ເກົາຫລີ. ເນື່ອງໃນໂອກາດການຢ້ຽມຢາມຂອງທ່ານ ປະທານາທິບໍດີ ອາເມລິກາ Donald Trump , ຈີນ ອາດຈະຍົກອອກບາງມາດຕະການ ເພື່ອແນໃສ່ຫລຸດຜ່ອນການຂາດດຸ່ນດ້ານການຄ້າລະຫວ່າງ ປັກກີງ ແລະ ວໍຊີງຕັນ.

 ສະແຫວງຫາ ເວທີປາໄສຫລາຍຝ່າຍ

ພ້ອມກັບບັນດາການຢ້ຽມຢາມສອງຝ່າຍ, ປະທານາທິບໍດີ ອາເມລິກາ Donald Trump ຈະເຂົ້າຮ່ວມກອງປະຊຸມສຸດຍອດ APEC ຢູ່ ຫວຽດນາມ ແລະ ກອງປະຊຸມສຸດຍອດ ອາເມລິກາ ອາຊຽນ ຢູ່ມານີລາ ປະເທດ ຟີລີບປີນ. ນີ້ແມ່ນໂອກາດທີ່ດີເພື່ອໃຫ້ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງທັດສະນະກ່ຽວກັບທີ່ຕັ້ງຂອງພາກພື້ນ ອາຊີ ປາຊີຟີກ ໃນນະໂຍບາຍການຕ່າງປະເທດ ຂອງ ອາເມລິກາ ກໍຄື ກ່ຽວກັບການເຄື່ອນໄຫວລວມກັບບັນດາປະເທດໃນພາກພື້ນຕໍ່ບັນດາຄວາມສ່ຽງ ແລະ ສິ່ງທ້າທາຍໃຫມ່ທົ່ວໂລກ. ຄາດວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump  ຈະຮຽກຮ້ອງບັນດາປະເທດສະມາຊິກ ປະຕິຮູບດ້ານເສດຖະກິດ ແລະ ນຳໃຊ້ບັນດາມາດຕະການສາກົນສູງກວ່າ, ພິເສດ ໃນຂົງເຂດບໍລິການ, ການຄ້າເອເລັກໂຕນິກ, ການຄ້າດີຈີຕອນ ແລະ ປົກປ້ອງຊັບສິນທາງປັນຍາ, ຖ້າຫາກເຂົາເຈົ້າຢາກຊຸກຍູ້ຂໍ້ລິເລີ່ມການຄ້າເສລີ ຢູ່ ອາຊີ ປາຊີຟີກ.

 ອາດຈະເວົ້າໄດ້ວ່າ ການຢ້ຽມຢາມ ອາຊີ ແຕ່ວັນທີ 3-14 ພະຈິກ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ແມ່ນກາລະໂອກາດໃຫຍ່ ເພື່ອປັບປຸງ ແລະ ຊຸກຍູ້ບັນດາຜົນປະໂຫຍດຂອງ ອາເມລິກາ ໃນພາກພື້ນ. ນີ້ຈະແມ່ນການຢ້ຽມຢາມຄັ້ງປະຫວັດສາດ ເພາະວ່າບັນດາສານຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ສົ່ງໄປ ຈະສະແດງໃຫ້ເຫັນນະໂຍບາຍຂອງອຳນາດການປົກຄອງ ອາເມລິກາ ສຳລັບພາກພື້ນ ອາຊີ ປາຊີຟີກ ຢ່າງຈະແຈ້ງກວ່າ, ຊື່ງສິ່ງດັ່ງກ່າວມາຮອດປະຈຸບັນ ຍັງບໍ່ທັນຈະແຈ້ງເທື່ອ. 

ຕອບກັບ

ຂ່າວ/ບົດ​ອື່ນ