ປະສິດທິຜົນຂອງກົນໄກຮ່ວມມືອາຊຽນ+1


(vovworld) - ພ້ອມ​ກັບ​ການ​ພັດທະນາ​ຂອງ​ສະ​ມາ​ຄົມ ປະຊາ​ຊາດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ແລະ​ ທ່າ​ອ່ຽງ​ເຊື່ອມ​ໂຍງ​ຂອງ​ໂລກ, ອາ​ຊຽນນັບ​ມື້​ນັບ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍ​ກັບ​ບັນດາ​ຄູ່​ຮ່ວມ​ມື, ຜ່ານ​ການ​ສ້າງ​ກົນ​ໄກ ກໍ່​ຄື​ເອກະສານ​ນິຕິ​ກຳ​ຮັບຮອງ​ຂໍ້​ຕົກລົງ​ຂອງ​ຝ່າຍ​ຕ່າງໆ. ປະຈຸ​ບັນ, ​ ຂອບ​ເຂດ​ການ​ຮ່ວມ​ມື ອາ​ຊຽນ + 1 ​ແມ່ນ​ຂອບ​ເຂດ​ການຮ່ວມ​ມື​ທີ່​ບັນລຸ​ໄດ້ຜົນ​ງານ​ຫຼາຍ​ຢ່າງ, ທັງ​ແມ່ນ​ກົນ​ໄກ​ຮ່ວມ​ມືນ​ອກກຸ່ມ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ​ຂອງ​ອາຊຽນ.

ອາ​ຊຽນ+1​ແມ່ນ​ຂອບ​ເຂດ​ການ​ຮ່ວມ​ມື​ສອງ​ຝ່າຍ​ຂອງ​ ອາ​ຊຽນກັບ​ແຕ່ລະ​ຄູ່​ຮ່ວມ​ມືນ​ອກກຸ່ມ. ນີ້​ແມ່ນ​ຂອບ​ເຂດ​ການ​ຮ່ວມ​ມືນ​ອກກຸ່ມ ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນໝູ່​ຂອງ​ອາ​ຊຽນ. ນັບ​ແຕ່​ໄດ້​ຮັບ​ການ​ສ້າງ​ຕັ້ງ, ອາ​ຊຽນ​ໄດ້​ ​ສ້າງ​ຕັ້ງ​ການ​ພົວພັນ​ສອງ​ຝ່າຍ​ກັບອົງການ ​ແລະ ປະ​ເທດ​ຕ່າງໆ ​ໃນ​ພາກ​ພື້ນ​ກໍ່​ຄື​ຢູ່​ໃນ​ໂລກ, ​ເພື່ອ​ແນ​ໃສ່​ປັບປຸງ​ທີ່​ຕັ້ງ​ຂອງ ອາ​ຊຽນ. ປະຈຸ​ບັນ, ອາ​ຊຽນຮັກສາ​ການ​ພົວພັນ​ກັບ 10 ຄູ່​ຮ່ວມ​ມື​ຄື: ຈີນ, ສ​ເກົາຫຼີ, ກາ​ນາ​ດາ, ຍີ່ປຸ່ນ, ອິນ​ເດຍ, ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ, ສະຫະພາບ​ເອີ​ລົບ, ລັດ​ເຊຍ ​ແລະ ນິວຊີ​ແລນ.

ປະສິດທິຜົນຂອງກົນໄກຮ່ວມມືອາຊຽນ+1 - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ອາ​ຊຽນ - ອີ​ຢູ
ພາບ:TTXVN

       

ຊຸກຍູ້​ການຮ່ວມ​ມື​ດ້ານ​ເສ​ດຖະກິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

    ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ​່ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ+1 ​ໄດ້​ຮັບ​ການ​ຍູ້​ແຮງ ​ແລະ ຍົກ​ສູງ. ນອກຈາກ​ສືບ​ຕໍ່​ນະ​ໂຍບາຍ​ ​ເປີດ​ກວ້າງ​ການພົວພັນ​ກັບຕ່າງປະ​ເທດ​, ຍາມ​ໃດ​ອາ​ຊຽນກໍ່​ຍົກ​ສູງ​ຄວາມ​ສຳຄັນ​ຂອງ​ເລື່ອງ​ຮັບ​ປະກັນ​ການ​ພົວພັນ​ລະຫວ່າງ​ອາ​ຊຽນກັບ​ບັນດາ​ຄູ່​ຮ່ວມ​ມື, ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ ກັນ ​​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ຮັກສາ​ບົດ​ລາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ໃຫ້​ເໝາະ​ສົມ​ກັບ​ຈຸດ​ພິ​ເສດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ, ບົນ​ພື້ນຖານ​ກົນ​ໄກ​ຕ່າງໆ ​ໂດຍ​ອາ​ຊຽນຊີ້​ນຳນຳພາ. ສິ່ງ​ດັ່ງກ່າວ​ກໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ສູງຈາກ​ບັນດາ​ຄູ່​ຮ່ວມ​ມື.

ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສະ​ຫນັບ​ສະ​ຫນູນ​ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ກຳ​ລັງ​ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ ອາ​ຊຽນ ສ້າງ ແລະ ປັບ​ປຸງ​ປະ​ຊ​າ​ຄົມ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ພັດ​ທະ​ນາ. ພິ​ເສດ, ກົນ​ໄກ​ເຈ​ລະ​ຈາ ອາ​ຊຽນ +1 ໄລ​ຍະ​ຫລັງ​ປີ 2015 ມີ​ຄວາມ​ໝາຍ​ສຳ​ຄັນ ສຳ​ລັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ກຸ່ມ ແລະ ກໍ​ແມ່ນ​ນະ​ໂຍ​ບາຍ​ບຸ​ລິ​ມະ​ສິດ​ຂອງ​ອາ​ຊຽນ. ປະ​ຈຸ​ບັນ ອາ​ຊຽນ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ໃຫຍ່​ສຸດ​ໃນ​ການ​ເຊື່ອມ​ໂຍງ​ດ້ານເສດ​ຖະ​ກິດ​ ນັ້ນ​ແມ່ນ ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ເມື່ອທ້າຍ​ປີ  2015. ສະ​ນັ້ນ ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ຂອບ​ເຂດ ອາ​ຊຽນ +1 ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ຖື​ວ່າ ນີ້​ແມ່ນ​ຈຸດ​ສຸມ​ບຸ​ລິ​ມະ​ສິດ. ທຳ​ອິດ​ແມ່ນ​ເວົ້າ​ເຖິງ​ປະ​ເທດ​ຍີ່​ປ​ຸ່ນ ຊື່ງ​ແມ່ນ​ປະ​ເທດ​ຢູ່ ອາ​ຊີ ມີ​ແຫລ່ງ​ກຳ​ລັງ​ດ້ານ​ເສດ​ຖະ​ກິດ​ເຂັ້ມ​ແຂງ. ຍີ່​ປຸ່ນ ໄດ້​ສະ​ຫງວນ​ການ​ຫນູນ​ຊ່ວຍ​ຫລາຍ​ຢ່າງ​ໃຫ້​ແກ່​ວິ​ວັດ​ການ​ສ້າງ​ປະ​ຊາ​ຄົມ​ຂອງ ອາ​ຊຽນ, ໃນ​ນັ້ນ​ມີ​ຄຳ​ໝັ້ນ​ສັນ​ຍາຫນູນ​ຊ່ວຍ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ, ຫັນ “ການ​ເຕີບ​ໂຕ​ມີ​ຄຸ​ນ​ນະ​ພາບ​ສູງ” ຢູ່ ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ ໂຕ​ກຽວ 2015. ປະ​ຈຸ​ບັນ, ສອງ​ຝ່າຍ ຊຸກ​ຍູ້ການ​ສຳ​ຫລວດກວດ​ຄືນ ວິ​ວັດ​ການ10 ປີ​ແຫ່ງ​ການ​ຮ່ວມ​ມື ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ອາ​ຊຽນ - ຍີ່​ປຸ່ນ, ມູ່ງ​ໄປ​ເຖິງວິ​ວັດ​ການ​​ແຫ່ງໄລ​ຍະ​ໃຫມ່ 2016-2025. ສຳ​ລັບ​ຄູ່​ຮ່ວມ​ມື ອົດ​ສະ​ຕາ​ລີ, ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຊຽນ - ອົດ​ສະ​ຕາ​ລີ - ນິວ​ເຊີ​ແລນ ໄດ້​ຮັບ​ການ​ລ​ົງ​ນາມ​ເມື່ອ​ປີ 2012 ພວມ​ເສີມ​ຂະ​ຫຍາຍ​ທ່າ​ແຮງ. ຫວ່າງ​ແລ້ວນີ້, ອົດ​ສະ​ຕາ​ລີ ໄດ້​ຕໍ່​ກຳ​ນົດ​ເວ​ລາ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຫນູນ​ຊ່ວຍ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຮອ​ດ​ປີ 2018 ແລະ ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ ອາ​ຊຽນ ອົດ​ສະ​ຕາ​ລີ ໄລ​ຍະ II ຮອດ​ປີ 2019 ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ຫນູນ​ຊ່ວຍ 34 ລ້ານ USD. ທີ່ກອງ​ປະ​ຊຸມ ອາ​ຊຽນ ອົດ​ສະ​ຕາ​ລີ ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 49 ຢູ່ ລາວ, ອົດ​ສະ​ຕາ​ລີ ໃຫ້​ຄຳ​ໝັ້ນ​ສັນ​ຍາ ສະ​ຫງວ​ນ​ຈຳ​ນວນ​ເງິນກວ່າ 100 ລ້ານ AUD ໃນ​ຮອບ​ເວ​ລາ 5 ປີ ໃຫ້​ແກ່​ແຜນ​ການ Colombo ໃຫມ່ ເພື່​ອ​ແນ​ໃສ່​ຫນູນ​ຊ່ວຍ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ ແລະ ການຮ່ວມ​ສຳ​ພັນ​ປະ​ຊາ​ຊົນ ລະ​ຫວ່າງ​ອົດ​ສະ​ຕາ​ລີ ແລະ ບັນ​ດາ​ປະ​ເທດ ອາ​ຊຽນ. ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ອາ​ຊຽນ ລັດ​ເຊຍ ໃນ​ຊຸມ​ປີມໍ່ໆ​ມານີ້  ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້ ຜ່ານ​ການ​ຜັນ​ຂະ​ຫຍາຍ​ວິ​ວັດ​ການ​ຮ່ວມ​ມື​ລົງ​ທຶນ ແລະ ການ​ຄ້າ ອາ​ຊຽນ - ລັດ​ເຊຍ, ຜັ​ນ​ຂະ​ຫຍາຍ​ບັນ​ດາ​ແຜນ​ດຳ​ເນີນ​ງານ​​ກ່ຽວ​ກັບ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ພະ​ລັງ​ງານ ແລະ ການ​ຄ້ຳ​ປະ​ກັນ​ດ້ານ​ສະບຽງ​ອ​າ​ຫານ. ສອງ​ຝ່າຍ​ ພວມ​ເຫັນ​ດີ​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ  20 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນ​ປີນີ້. ອາ​ຊຽນ ແລະ ລັດ​ເຊຍ ກໍ​ເຫັນ​ດີ​ຜັນ​ຂະ​ຫຍາຍ​ແຜນ​ການ​ດຳ​ເນີນ​ງານ​ໄລ​ຍະ 2016 -2020 ຢ່າງ​ມີ​ປະ​ສິດ​ທິ​ຜົນ ເພື່ອ​ແນ​ໃສ່​ຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ແຫ່ງການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ໜູນ​ຊ່ວຍ​ອາ​ຊຽນຮັບ​ມື​ກັບ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ໂລກ

        ການ​ພົວພັນ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃຫຍ່​ຄື: ອ​າ​ເມ​ລິ​ກາ, ຈີນ, ສ. ​ເກົາຫຼີ, ອີ​ຢູ ລ້ວນ​ແຕ່​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ກະ​ໂດດ​ຂັ້ນ. ​ໄປ​ຄຽງ​ຄູ່​ກັບ​ກາ​ນຊຸກຍູ້​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ບັນດາ​ຄູ່​ຮ່ວມ​ມື​ນີ້​ຍັງ​ໜູນ​ຊ່ວຍ​ພໍ​ສົມຄວນ​ໃຫ້​ແກ່ ອາ​ຊຽນ ​ໃນ​ການ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍຄື: ການກໍ່​ການ​ຮ້າຍ, ລັດທິ​ຫົວ​ຮຸນ​ແຮງການ​ໃຊ້​ຄວາມ​ຮຸນ​ແຮງ, ຄວາມ​ໝັ້ນຄົງ​​ໃນການ​ເດ​ີນ​ເຮືອ, ອາດຊະຍາ​ກຳ​ທາງ​ອິນ​ເຕີ​ເນັດ, ການ​ຄ້າ​ສັດ​ປ່າ ​ແລະ ກາ​ນຄ້າມ​ະນຸດ.

        ດັ່ງ​ນັ້ນ, ອາດ​ຈະ​ເຫັນ​ກົນ​ໄກ​ຮ່ວມ​ມື​ໃນ​ຂອບ​ເຂດ ອາ​ຊຽນ +1 ​ແມ່ນ​ກົນ​ໄກ​ຮ່ວມ​ມື​ມີ​ລັກສະນະ​ຮອບດ້ານ​ທີ່​ສຸດ​​​ເມື່ອ​ທຽບ​ໃສ່ການ​ຮ່ວມ​ມື​ໃນ​ບັນດາ​ຂອບ​ເຂດ​ການຮ່ວມ​ມືນອກກຸ່ມ​ອື່ນ​ຂອງ ອາ​ຊຽນ. ອາ​ຊຽນ +1 ກໍ່​ແມ່ນ​ກົນ​ໄກ​ຮ່ວມ​ມື​ທີ່ບັນລຸ​ໄດ້​ບັນດາ​ໝາກຜົນ​ແທດ​ຈິງ​ທີ່​ສຸດ​ສຳລັບ ອາ​ຊຽນ ກໍ່​ຄື​ສຳລັບ​ບັນດາ​ຄູ່ຮ່ວມມື. ບັນດາ​ຄູ່​ຮ່ວມ​ມື​ລ້ວນ​ແຕ່​ໃຫ້​ຄຳ​ໝັ້ນ​ສັນຍາ​ສະໜັບສະ​ໜູນ ​ແລະ ໜູນ​ຊ່ວຍ ອາ​ຊຽນ ​ເພື່ອ​ໃຫ້ປະຊາ​ຄົມ​ພັດທະນາ, ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ ​ແລະ ຮັກສາ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ວິວັດທະນາ​ການ​ພາກ​ພື້ນ, ໜູນ​ຊ່ວຍ​ພໍ​ສົມຄວນ​ກ່ຽວ​ກັບ​ດ້ານ​ການ​ເງິນ​ຢູ່​ໃນ​ລະດັບ​ແຕກ​ຕ່າງ​ກັນ. ສິ່ງ​ດັ່ງ​ກ່າວ​ຢັ້ງຢືນ​ຜົນງານ ​ແລະ ປະສິດທິ​ຜົນ​ຂອງ ອາ​ຊຽນ +1, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພົບ​ປະກັນ, ​ແບ່ງປັນ​ທັດສະນະ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ. ພ້ອມ​ທັງ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ຂອ​ບ​ເຂດ ອາ​ຊຽນ +1 ກໍ່ຄື​ຊ່ວຍ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ຮັບ​ມື​ກັບ​ບັນດາ​ບັນຫາ​ຄວາມ​ສະຫງົບປອດ​ໄພ​ໃນ​ທົ່ວ​ໂລກ​ຄື: ການກໍ່​ການ​ຮ້າຍ, ອາດ​ຊາຍ​າກຳ​ຂ້າມ​ຊາດ. ພ້ອມ​ກັບ​ການ​ພັດທະນາ​ຂອງ ອາ​ຊຽນ ​ແລະ ທ່າ​ອ່ຽງ​ເຊື່​ອມ​ໂຍງ​ຂອງ​ໂລກ, ອາ​ຊຽນ +1 ພວມ​ນັບ​ມື້​ນັບ​ຢັ້ງຢືນ​ບົດບາດ​ຂ​ອງຕົນ, ສະ​ແດງ​ລັກສະນະ​ປະສິດທິ​ຜົນ​ຂອງ​ຕົນ​ໃນ​ການ​ຮ່ວມ​ມື 2 ຝ່າຍ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ