ປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ ແລະ ອາເມລິກາ ໃນສົງຄາມຢູ່ ຊີຣີ

(VOVWORLD) -ສອງສາມມື້ ພາຍຫລັງ ອາເມລິກາ ຍິງເຮືອບິນສູ້ຮົບລຳຫນຶ່ງຂອງທະຫານ ລັດຖະບານ ຊີຣີ ຕົກ, ວັນທີ 20 ມິຖຸນາ, ກຳລັງທະຫານປະສົມສາກົນ ຕ້ານອົງການລັດອິດສະລາມ (IS) ໂດຍ ອາເມລິກາ ນຳຫນ້າ ສືບຕໍ່ຍິງເຮືອບິນທີ່ບໍ່ມີຄົນຂັບລຳຫນຶ່ງຂອງກຳລັງສະຫນັບສະຫນູນ ລັດຖະບານ ຊີຣີ ຕົກ. ບັນດາເຫດບຸກໂຈມຕີນີ້ ໄດ້ ແລະ ພວມເຮັດໃຫ້ສະພາບການຢູ່ ຊີຣີ ມີບັນດາການຜັນແປໃຫມ່ທີ່ສັບສົນທີ່ສຸດ. ບົດຂຽນຂອງນັກຂ່າວ ແອງຮ່ວຽນ ທີ່ມີຫົວຂໍ້ວ່າ: ປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ ແລະ ອາເມລິກາ ໃນສົງຄາມຢູ່ ຊີຣີ
ປະສິດທິຜົນຂອງການຮ່ວມມືລະຫວ່າງລັດເຊຍ ແລະ ອາເມລິກາ ໃນສົງຄາມຢູ່ ຊີຣີ - ảnh 1 ເຮືອບິນສູ້ຮົບຂອງອາເມລິກາ

ເຮືອບິນສູ້ຮົບຂອງ ຊີຣີ ຖືກຍິງຕົກຍ້ອນບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນຂອງກຳລັງຝ່າຍຄ້ານໂດຍ ອາເມລິກາ ຫນູນຫລັງ.  ນີ້ແມ່ນສາຍເຫດຝ່າຍ ອາເມລິກາ ຍົກອອກມາ. ໃນຂະນະນັ້ນ ຊີຣີ ຖະແຫລງວ່າ ເຮືອບິນສູ້ຮົບຂອງຕົນພວມປະຕິບັດຫນ້າທີ່ບຸກໂຈມຕີກຳລັງ  IS. ການຖົກຖຽງກັນບໍໍ່ອາດມີໝາກມີຜົນ ຍ້ອນວ່າ ແຕ່ກອ່ນມາຮອດປະຈຸບັນ ການປະທະກັນ ຍາມໃດກໍ່ມີການຄອບງຳຈາກບັນດາຝ່າຍທີ່ກ່ຽວຂ້ອງ, ນຳຫນ້າ ແມ່ນ ລັດເຊຍ ແລະ ອາເມລິກາ ເມື່ອທັງສອງປະເທດມະຫາອຳນາດນີ້ ລ້ວນແຕ່ຍົກອອກບັນດາຄຳຖະແຫລງແຂງກະດ້າງທີ່ສຸດ.

ຄວາມເຄັ່ງຕຶງປີນຂັ້ນໄດ

ຊີຣີ ຖະແຫລງ ຖືບັນດາການກະທຳຂອງ ອາເມລິກາ ແມ່ນ “ຮຸກຮານຢ່າງເປີດເຜີຍ”, ພ້ອມທັງກ່າວຫາ ອາເມລິກາ ພວມຮ່ວມມືກັບບັນດາກຳລັງທະຫານກະບົດຕ້ານລັດຖະບານ ຊີຣີ. ໃນຂະນະນັ້ນ  ລັດເຊຍ ໄດ້ກ່າວຫາກຳລັງທະຫານປະສົມຕ້ານ IS ໂດຍ ອາເມລິການຳຫນ້າ ສົມຮູ້ຮ່ວມຄິດກັບພວກກໍ່ການຮ້າຍ ແລະ ແມ່ນເຈດຕະນາທີ່ເປັນປໍລະປັກຂອງກຳລັງທະຫານປະສົມໂດຍ ອາເມລິກາ ນຳຫນ້າ. ດ້ານຫນຶ່ງ ລັດເຊຍ ຖະແຫລງຢຸດຕິການຮ່ວມມືກັບ ອາເມລິກາ ໃນຂອບເຂດບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມລະຫວ່າງ ກະຊວງປ້ອງກັນປະເທດສອງປະເທດກ່ຽວກັບ ຊີຣີ. ດ້ານອື່ນ ລັດເຊຍ ຖະແຫລງຈະສົ່ງກຳລັງກອງທັບອາກາດ ແລະ ເຮືອບິນທີ່ບໍ່ມີຄົນຂັບຂອງກຳລັງທະຫານປະສົມສາກົນ ໂດຍ ອາເມລິກາ ນຳຫນ້າເຂົ້າໃນໄລຍະແນມຂອງລະບົບປ້ອງກັນອາກາດ ລັດເຊຍ ຢູ່ ຊີຣີ ແລະ ໂດຍບໍ່ວ່າວັດຖຸບິນ ໃດ ຂອງກຳລັງທະຫານປະສົມສາກົນ ໂດຍອາເມລິກາ ນຳຫນ້າ “ຕັ້ງໃຈ” ເຂົ້າຊີຣີ ຈະຖືກຍິງຕົກ. ພ້ອມກັນນັ້ນ, ລັດເຊຍ ກໍ່ຜັນຂະຫຍາຍກຳລັງທະຫານເຮືອເປັນຈຳນວນຫລາຍ ຍົກບັນດາລູກສອນໄຟຂຶ້ນບັນດາກຳປັ່ນດຳນ້ຳ ກຽມພ້ອມດັບສູນທຸກເປົ້າໝາຍ. ມີຄວາມວິຕົກກັງວົນຕໍ່ຄຳກ່າວເຕືອນຂອງ ມົດສະກູ, ທຳນຽບ 5 ແຈ ຕົກລົງຍົກຍ້າຍທີ່ຕັ້ງຈັດວາງບັນດາເຮືອບິນສູ້ຮົບຂອງຕົນ ຢູ່ ຊີຣີ ເພື່ອຫລີກລ່ຽງ ເຮືອບິນຂອງຕົນກາຍເປັນ “ເປົ້າໝາຍ”ຂອງລະບົບປ້ອງກັນອາກາດຂອງ ລັດເຊຍ. ພ້ອມກັນນັ້ນ ວໍຊິງຕັນ ກໍ່ຢືນຢັນ ບັນດາເຮືອບິນຂັບໄລ່ຂອງ ອາເມລິກາ ຈະບໍ່ປະລະຫນ້າທີ່ສືບຕໍ່ຫນູນຊ່ວຍ ຝ່າຍຄ້ານ ຊີຣີ ໃນການຕໍ່ສູ້ຕ້ານລັດທິກໍ່ການຮ້າຍ.

        ຕໍ່ຫນ້າບັນດາຄຳຖະແຫລງທີ່ແຂງກະດ້າງຂອງບັນດາຝ່າຍ, ວັນທີ 20 ມີຖຸນາ, ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ Antonio Guterres ສະແດງຄວາມຫວັງວ່າ ບັນດາການປະທະກັນ ລະຫວ່າງ ອາເມລິກາ ແລະ ລັດເຊຍ ທີ່ເຂດນ່ານຟ້າ ຊີຣີ ຈະບໍ່ພາໄປເຖິງການປະທະກັນປີນຂັ້ນໄດ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Antonio Guterres ໄດ້ເນັ້ນຫນັກຢ່າງແຮງວ່າ ບັນດາຝ່າຍຕ້ອງມີຄວາມຮັບຜິດຊອບເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ເພາະບັນດາກໍລະນີຄືດັ່ງກ່າວອາດຈະກາຍເປັນສິ່ງທີ່ອັນຕະລາຍໃນການປະທະກັນທີ່ມີສ່ວນກ່ຽວຂ້ອງຈາກຫລາຍຝ່າຍ ແລະ ສະພາບການພື້ນທີ່ຕົວຈິງແມ່ນສັບສົນທີ່ສຸດ.

ສານຈະແຈ້ງ

ນັບແຕ່ເມື່ອທ່ານປະທານາທິບໍດີ D. Trumph ຂຶ້ນກຳອຳນາດ, ນີ້ແມ່ນຄັ້ງທີ 4 ທີ່ ອາເມລິກາ ໄດ້ເລືອກເຟັ້ນມາດຕະການບຸກໂຈມຕີການທະຫານ. ສິ່ງດັ່ງກ່າວພຽງໄດ້ຮັບຄຳຕອບວ່າ ອາເມລິກາ ບໍ່ມີເວລາໃດປະລະຈຸດໝາຍຂອງຕົນແມ່ນ “ບໍ່ສະຫນັບສະຫນູນປະເທດຊີຣີ ພາຍໃຕ້ການກຳອຳນາດຂອງ ທ່ານ al – Assad ແລະ ການກະທຳຍິງເຮືອບິນຂອງກຳລັງທະຫານລັດຖະບານ ຊີຣີ ເພື່ອຫນູນຫລັງໃຫ້ກຳລັງຝ່າຍຄ້ານ ຍັງຄົງສືບຕໍ່ໄດ້ຮັບການສະຫນັບສະຫນູນຈາກ ອາເມລິກາ. ຫລື ອາດຈະເຂົ້າໃຈໂດຍທາງອ້ອມວ່າ ອາເມລິກາ ຍັງຄົງສືບຕາມຈຸດໝາຍເພື່ອໃຫ້ມີພື້ນຖານສັນຕິພາບຢູ່ປະເທດນີ້ ດ້ວຍເງື່ອນໄຂທຳອິດທີ່ຕັດສິນຊີ້ຂາດ ນັ້ນແມ່ນ “Assad ຕ້ອງລາອອກຈາກຕຳແຫນ່ງ”. ແຕ່ກອ່ນມາຮອດປະຈຸບັນ ລັດເຊຍ ຍັງຄົງສະແດງຢ່າງເປີດເຜີຍການສະຫນັບສະຫນູນສຳລັບລະບອບຂອງທ່ານ al – Assad ແລະ ດ້ວຍບັ້ນຮົບບຸກໂຈມຕີທາງອາກາດທີ່ແກ່ຍາວແຕ່ທ້າຍປີ 2015, ບົດບາດຂອງລັດເຊຍ ສຳລັບວິວັດການຢຸດຍິງເພື່ອບັນລຸສັນຕິພາບຢູ່ ຊີຣີ ບໍ່ຕ້ອງຖົກຖຽງອີກ.

ລັດເຊຍ ແລະ ອາເມລິກາ ໄດ້ຮ່ວມມືນຳກັນເປັນຫລາຍເທື່ອແລ້ວ, ພ້ອມກັນ ຕັ້ງຫນ້າຊອກຫາມາດຕະການໃຫ້ແກ່ການປະທະກັນທີ່ແກ່ຍາວຢູ່ ຊີຣີ, ໃນນັ້ນ ເປັນຫນ້າສົນໃຈ ແມ່ນເລື່ອງສອງຝ່າຍເຫັນດີ ສ້າງໂທລະສັບສາຍດ່ວນທາງອາກາດ ເພື່ອແຈ້ງໃຫ້ກັນຊາບກ່ຽວກັບບັນດາການເຄື່ອນໄຫວບິນຢູ່ເຂດນ່ານຟ້າ ຊີຣີ, ຫລີກລ່ຽງບັນດາການປະທະກັນທີ່ບໍ່ຈຳເປັນ. ແຕ່ວ່າ ຫາງສຽງ ຍາມໃດກໍ່ຕັ້ງຄຳຖາມກ່ຽວກັບປະສິດທິຜົນຂອງໂທລະສັບສາຍດ່ວນນີ້. ຕົ້ນປີ 2017, ອາເມລິກາ ໄດ້ຍິງ Tomahawk 59 ລູກ ໃສ່ຖານທີ່ໝັ້ນການທະຫານຂອງທະຫານລັດຖະບານ ຊີຣີ ຍ້ອນສາຍເຫດປະເທດນີ້  “ການນຳໃຊ້ອາວຸດເຄມີຕ້ານຄືນສາມັນຊົນ”. ຕາມການວິເຄາະຂອງບັນດາຜູ້ຊ່ຽວຊານການທະຫານແລ້ວ, ເສັ້ນທາງບິນຂອງບັນດາລູກສອນໄຟຈາກກຳປັ່ນສູ້ຮົບເຖິງເປົ້າໝາຍ, ຜ່ານເຂດປົກຄຸມຂອງລູກສອນໄຟປ້ອງກັນອາກາດ ລັດເຊຍ, ແຕ່ພັດບໍ່ມີຫລັກຖານໃດສະແດງໃຫ້ເຫັນວ່າ ລັດເຊຍ ຮູ້ໄດ້ບັນດາການກະທຳນີ້.  ແລະ ເມື່ອເຫດການຄັ້ງນີ້ ເຮືອບິນໄດ້ຍິງໃສ່ກັນຕົກໃນຂະນະລະບົບແຈ້ງຂ່າວລະຫວ່າງສອງຝ່າຍໄດ້ຮັບການສ້າງຕັ້ງຂຶ້ນ, ກໍ່ຄວາມສົງໃສໃນຫາງສຽງກ່ຽວກັບປະສິດທິຜົນຂອງການຮ່ວມມື ລະຫວ່າງ ລັດເຊຍ ແລະ ອາເມລິກາ ຢູ່ເຂດນ່ານຟ້າ ຊີຣີ.

ເຖິງວ່າ ຄຳຖະແຫລງແຂງກະດ້າງ, ແຕ່ບັນດາຝ່າຍ ແນ່ນອນວ່າຫລີກລ່ຽງຄວາມເຄັ່ງຕຶງປີນຂັ້ນໄດໃນສະພາບຮອບເຈລະຈາຄັ້ງໃຫມ່ກ່ຽວກັບສັນຕິພາບໃຫ້ແກ່ ຊີຣີ ຈະດຳເນີນຢູ່ Astana ປະເທດກາຢັກສະຖານໃນວັນທີ 10 ກໍລະກົດຈະມາເຖິງ. ພາຍຫລັງການເຈລະຈາຈັດຂຶ້ນເປັນຫລາຍຄັ້ງ, ສິ່ງທີ່ຫາງສຽງລໍຄອຍໃນປະຈຸບັນ ນັ້ນແມ່ນ ລັດເຊຍ ແລະ ອາເມລິກາ ຕ້ອງມີວິທີສຳຜັດໃຫມ່ ສະນັ້ນ ເລື່ອງຖືລັດຖະບານ ຊີຣີ ຕ້ອງແມ່ນຫນຶ່ງໃນບັນດາຝ່າຍເຂົ້າຮ່ວມການຕໍ່ສູ້ຄວນນັ່ງເຂົ້າໂຕະເຈລະຈາ ຫາກບໍ່ພຽງແຕ່ຮັກສາທັດສະນະຊ່ວຍລັດຖະບານຕາມລັດຖະທຳມະນູນຊື່ງແມ່ນປະເທດມີປະຊາທິປະໄຕ. ຖ້າຫາກບໍ່ມີສິ່ງນັ້ນ ເສັ້ນທາງກ້າວໄປເຖິງສັນຕິພາບສຳລັບ ຊີຣີ ແມ່ນຍັງຍາວໄກ.

ຕອບກັບ

ຂ່າວ/ບົດ​ອື່ນ