ປະເທດ ອັງກິດ ດ້ວຍການເລືອກເຟັ້ນທີ່ແຂງກະດ້າງ

(vovworld) - ​​ໃນ​ບົດ​ກ່າວ​ປາ​ໄສ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ສຳ​ຄັນ​ທີ່​ສຸດ​ນັບ​ແຕ່​ເມື່ອ​ໄດ້​​ຮັບດຳ​ລົງ​ຕຳແໜ່ງ​ເປັນ​ຜູ້​ນຳ​ລັດ​ຖະ​ບານ ອັງ​ກິດ, ວັນ​ທີ 17/1, ເປັນ​ຄັ້ງ​ທຳ​ອິດ​ທີ່ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May, ຢືນຢ​ັນ​ຈະ​ຖອນ​ອອກ​ຈາກ​ຕະຫຼາດ​ລວມ ເອີ​ລົບ ພ້ອມ​ກັນ​ນັ້ນ ທ່ານ​ນາງກໍ່​ປະ​ກາດ​ວິ​ວັດ​ທະ​ນາ​ການ 12 ຂໍ້​​ເພື່ອໃຫ້​ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ຂອງ​ທ່ານ​ນາງ Theresa May ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະທີ່​ແຂງ​ກະ​ດ້າງ​ຂອງ ລອນດອນ ​ແມ່ນບໍ່​ຢາກ​ຊອກ​ຫາ​ຂໍ້​ຕົກ​ລົງ​ບໍ່​ສົມ​ບູນ​ກັ​ບ ອີ​ຢູ ແລະ ລົບ​ລ້າງ​ບັນ​ດາ​ຂ່າວ​ສາ​ລີທີ່​ຖື​ວ່າ ປະ​ເທດ ອັງ​ກິດ ​ລະ​ເມີ​ເຟີ້​ຝັນວິ​ວັດ​ທະ​ນາ​ການ​ປະ​ຕິ​ບັດ Brexit.

ປະເທດ ອັງກິດ ດ້ວຍການເລືອກເຟັ້ນທີ່ແຂງກະດ້າງ - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May
(ພາບ:  (AFP)


       
ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ໄດ້​ຮັບ​ການ​ລໍ​ຄອຍ​ຈາກ​ຫາງ​ສຽງ​​ມາ​ແຕ່​ດົນ​ນານ​ແລ້ວຍ້ອນ​ວ່າ ມັນ​ສະ​ແດງ​ໃຫ້​ເຫັນ​ທິດ​ທາງ​ຈະ​ແຈ້ງ​ທີ່​ສຸດ​ເຊິ່ງ​ປະ​ເທດ​ອັງ​ກິດ ເດ​ີ​ນ​ຕາມ​ເພື່ອ​​ເຮັດ​ໃຫ້ການ​ຖອນ​ອອກ​ຈາກ​ສະ​ຫະ​ພາບ ເອີ​ລົບ (ຫຼື Brexit) ປະ​ກົດ​ຜົນ​ເປັນ​ຈິງ. ບົດ​ກ່າວ​ປາ​ໄສ​​ກໍ່​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ ອັງ​ກິດ ​ກະ​ກຽມ​​ກ້າວ​ເຂົ້າ​ສູ່​ການເຈ​ລ​ະ​ຈາກັ​ບ ອີ​ຢູ. ສິ່ງ​ດັ່ງ​ກ່າວກໍ່​ຈະ​ຊ່ວຍ​ໃຫ້​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​​ມີ​ຄວາມສະ​ດວກ​ກ່​ວາ.

Brexit ແຂງ​ກະ​ດ້າງ

        Brexit ແຂງ​ກະ​ດ້າງ ໝາຍ​ຄວາມ​ວ່າ​ຕະຫຼາດ​ລວມ ເອີ​ລົບ ແລະ ສະ​ຫະ​ພັນ​ພາ​ສີ ບໍ່​ມີ​ສະ​ມາ​ຊິກ​ແມ່ນ ອັງ​ກິດ​ອີກ. ການ​ພົວ​ພັນ​ທາງ​ດ້ານ​ການ​ຄ້າ​ລະ​ຫວ່າງ​ປະ​ເທດ ອັງ​ກິດ ແລະ ອີ​ຢູ ຈະ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ WTO. ໝາຍ​ຄວາມ​ວ່າ ອັງ​ກິດ ອາດ​ຈະ​ກາຍ​ເປັນ​ປະ​ເທດ​ເອ​ກະ​ລາດ​ໃນ​ການ​ຄ້າ​ທົ່ວ​ໂລກ, ອັງ​ກິດ​​ສາ​ມາດ​ຕັດ​ສິນ​ຊາ​ຕະ​ກຳ​ຂອງ​ຕົນ​ເອງ, ຄວບ​ຄຸມ​ຜູ້​ເຂົ້າ​ເມືອງ ຫຼື ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ທັງ​ໝົດທີ່​​ສົມ​ກັບປະ​ເທດນີ້​ ແລະ ບໍ່​ຕ້ອງ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ກັບ ອີ​ຢູ.

        ທັດ​ສະ​ນະ​ຂອງ​ຜູ້​ນຳ​ລັດ​ຖະ​ບານ ອັງ​ກິດ ກ່ຽວ​ກັບ​ການ​ພົວ​ພັນ​ກັບ ອີ​ຢູ ພາຍຫຼັງ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ ອັງ​ກິດ ປ່ອນ​ບັດ​ຕັດ​ສິນ​ຖອນ​ອອກ​ຈາກ​ສະ​ຫະ​ພາບນີ້ບໍ່​ແມ່ນເລື່ອງ​ບັງ​ເອີນເມື່ອ​ທຽບ​ໃສ່​ບັນ​ດາ​ຄຳ​ເຫັນຂອງ​ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ​ນັບ​ແຕ່​ກ່ອນ​ມາ​. ປະ​ເທດ ອັງ​ກິດ ໄດ້​ເລືອກ​ເຟັ້ນ ຖອນ​ອອກ​ຈາກ ອີ​ຢູ ຕາມ​ວິ​ທີ​ການ​ແຂງ​ກະ​ດ້າງ ຍ້ອນ​ວ່າ​ປ​ະ​ເທດ​ນີ້ ໄດ້​ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ຊ່ອງ​ທາງ​ອື່ນໆ​​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດຈະ​ມາ​ເຖິງ. ໃນ​ບົດ​ກ່າວ​ປາ​ໄສ​ເມື່ອ​ວັນ​ທີ 17/1 ຂອງ​ຕົນ, ທ່ານ​ນາງ Theresa May ​ເນັ້ນ​ໜັກ​ເຖິງ​ເລື່ອງ​ປະ​ເທດ ອັງ​ກິດ ຈະ​ບໍ່​ເດີນ​ຕ​າມ​ຮູບ​ແບບ​ຂໍ້​ຕົ​ກ​ລົງ​ໃດ​ທີ່​ມີ​ຢູ່​ແລ້ວ, ຫາກ​ຈະ​ຊອກ​ຫາ​ຂໍ້​ຕົ​ກ​ລົງ​ເຊິ່ງ ອັງ​ກິດ ມີ​ຄວາມປາດ​ຖະ​ໜາ​​ກັບ ອີ​ຢູ. ໂດຍລະ​ອຽດ​​ແມ່ນ, ອັງ​ກິດ ປາດ​ຖະ​ໜາ​ຈະ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ຮອບ​ດ້ານ​ກັບ ອີ​ຢູ, ໃນ​ນັ້ນອະ​ນຸ​ຍາດ​ໃຫ້ ອັງ​ກິດ ມີ​ຄວາມ​ເສ​ລີ​ໃນ​ການ​ສຳ​ຜັດ​ກັບ​ບັນ​ດາ​ປະ​ເທດ ເອີ​ລົບ ແລະ ລົບ​ລ້າງ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ຫຼາຍ​ທີ່​ສຸດ. ຜູ້​ນຳ​ລັດ​ຖະ​ບານ ອັງ​ກິດ ໄດ້​ສະ​ແດງ​ໃຫ​້​ເຫັນ​ຄວາມ​ແຂງ​ກະ​ດ້າງ​ຂອງ​ຕົນ​ເມື່ອ​ເນັ້ນ​ໜັກ​ວ່າ “​ບໍ່ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ໃດໆ ​ຈະ​ດີ​ກ່​ວາ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ທີ່​ຊົ່ວ​ຮ້າຍ”. ຕາມ​ທ່ານ​ນາງ​ແລ້ວ, ສິ່ງ​ດັ່ງ​ກ່າ​ວບໍ່​ໝາຍ​ຄວາມ​ວ່າ ອັງ​ກິດ, ຢາກ​ຊອກ​ຫາ​ກົນ​ໄກ​ສະ​ມາ​ຊິກ​ຮ່ວມ​ມື ຫຼື ສະ​ມາ​ຊິກ​ສ່ວນ​ໜຶ່ງ​ຂອງ​ອີ​ຢູ, ແທນ​ທີນັ້ນ, ອັງ​ກິດ​ອາ​ດ​ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ໃໝ່ ແລະ ສະ​ເໝີ​ພາບ​ກັບ​​ສະ​ຫະ​ພາບນີ້. ນັກ​ການ​ເມືອງ​ຜູ້ນີ້ກໍ່​ກ່າວ​ເຕືອນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອີ​ຢູ ບໍ່​ໄດ້​ຊຸກ​ຍູ້​ຂ​ໍ້​ຕົກ​ລົງ​ລົງ​ໂທດ​ກ່ຽວ​ກັບ​ເລື່ອງ Brexit, ຍ້ອນ​ວ່ານັ້ນ​ແມ່ນ “ການ​ກະ​ທຳ​ກໍ່​ຜົນ​ຮ້າຍ​ໃຫ້​ແກ່​ຕົນ”. ທ່ານ​ນາງ Theresa May ກໍ່​ບໍ່​ລື່ມ​​ສົ່ງ​ສານ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອື່ນໆ​ເມື່ອ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກຽມ​ພ້ອມ​​ລົງ​ນາມ​ບັນ​ດາ​ຂໍ້​ຕົກ​ລົງ​ສະ​ບັບ​ໃໝ່ກັບ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ.

        ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຖະ​ແຫຼງ​ການ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ແຂງ​ກະ​ດ້າງ​ຂອງ ອັງ​ກິດ ນັ້ນ​ແມ່ນບໍ່​ຢາກ​ຊອກ​ຫາ​ຂໍ​້​ຕົກ​ລົງ​​ແບບ​ເຄິ່ງ​ກາງ​ກັບ ອີ​ຢູ. ຫາກວຽກ​ງານ​ທຸກ​ຢ່າງ​ລ້ວນ​ແຕ່​ຕ້ອງ​​ແກ້​ໄຂ​ຢ່າງລະ​ອຽດ, ​ເຖິງ​ຖອງ. ເພື່ອ​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍນີ້, ທ່ານ​ນາງ May ກໍ່​ຍົກ​ອອກ 12 ຄ​າດ​ໝາຍ​ເຈ​ລະ​ຈາ​ກັບ 27 ປະ​ເທດ​ສະ​ມາ​ຊິກ ອີ​ຢູ​ທີ່​ກ່ຽວ​ຂ້ອງ​ເຖິງ Brexit, ໃນ​ນັ້ນ​​ເນັ້ນ​ໜັກ​ວ່າ ປະ​ເທດ ອັງ​ກິດ ຈະ​ບໍ່​ເຂົ້າ​ຮ່ວມ​ພາກ​ພື້ນ​ຕະຫຼາດ​ລວມ ເອີ​ລົບ ພາຍຫຼັງ​ທີ່​ຖອນ​ອອກ​ຈາກ ອີ​ຢູ, ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສ​ຳ​ພັນ​ທະ​ມິດ​ພາ​ສີ​ອາ​ກອນ, ແຕ່​ວ່າ​ຈະ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ພາ​ສີ​ອາ​ກອນ​ສະ​ບັບ​ໃໝ່​ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ​ຜ່ານ​ຊາຍ​ແດນ, ສືບ​ຕໍ່ “ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມ” ເຂົ້າ​ງົບ​ປະ​ມານ​ຂອງ ອີ​ຢູ, ແຕ່​ຈະ “ບໍ່​ປະ​ກອບ​ສ່ວນຫຼາຍ”, ຄວບ​ຄຸມ​ເຂດ​ຊາຍ​ແດນ ແລະ ຄວບ​ຄຸມ​ຈຳ​ນວນ​ພົນ​ລະ​ເມືອງ ອີ​ຢູ ໄປຍັງ ອັງ​ກິດ, ສືບ​ຕໍ່​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກັບ ອີ​ຢູ ພ້ອມ​ທັງ​ຮັກ​ສາ​ເຂດ​ໄປ​ມາ​ລວມ​ລະ​ຫວ່າງ ອັງ​ກິດ ກັບ Ireland.

ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ລົບ,ບໍ່​ແມ່ນ​ຖອນ​ອອກ​ຈາກ​ເອີ​ລົບ

       ເຖິງວ່າ​ໄດ້​ຢັ້ງ​ຢືນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ປະ​ເທດ ອັງ​ກິດ ​ຈະ​ມ​ີ​ວິ​ໄສ​ທັດ​ມຸ່ງ​ໄປ​ສູ່​ທົ່ວ​ໂລກ, ຊອກ​ຫາ​ບັນ​ດາ​ຄູ່​ຮ່ວມ​ມື​ໃໝ່​ໃນ​ທົ່ວ​ໂລກກໍ່​ຕາມ ແຕ່​ຜູ້​ນຳ​ຄະ​ນະ​ລັດ​ຖະ​ບານ ອັງ​ກິດ ຍັງ​ຄົງ​ຖະ​ແຫຼງວ່າ ປະ​ເທດ ອັງ​ກິດ ຖອນ​ອອກ​ຈາກ ອ​ີ​ຢູ ຫາກບໍ່​ແມ່ນ​​ຖອນ​ອອກ​ຈາກ ເອີ​ລົບ. ເອີ​ລົບ ຍັງ​​ຄົງແມ່ນ​ສຳ​ພັນ​​ທະ​ມິດ​ທີ່​ສຳ​ຄັນ, ​ເປັນຄູ່​ຮ່ວມ​ມື​ການ​ຄ້າ​ຂອງ ອັງ​ກິດ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ Donald Tusk, ປະ​ທານ​ສະ​ພາ​ເອີລົບ, ໄດ້​ຕີ​ລາ​ຄາ​ບົດ​ກ່າວ​ປາ​ໄສ​ຂອງ​ຜູ້​ນຳ​ ​ລັດ​ຖະ​ບານ ອັງ​ກິດ ແມ່ນໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສະ​ພາບ​ການ “ແທ​ດຈິງ​ກ່​ວາ” ແລະ ຈະ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທິ່ ລ​ອນດອນ  ຕ້ອງ​ການ​ໃນ​ວິ​ວັດ​ທະ​ນາ​ການນີ້. ທ່ານກໍ່​ໃຫ້​ຮູ້​ວ່າ: 27 ປະ​ເທດ​ສະ​ມາ​ຊິກ ອີ​ຢູ ອື່ນໆ​ຈະ​ມີ​ຄວາມ​ສາ​ມັກ​ຄີ​ກັນ ແລະ ​ກຽມ​​ພ້ອມເຈ​ລະ​ຈາ​ພາຍຫຼັງ​ທີ່ ອັງ​ກິດ “ເລີ່ມ​​ປະ​ຕິ​ບັດ” ມາດ​ຕ​າ 50 ຂອງ​​ສົນ​ທິສັນ​ຍາ Lisbon, ລະ​ບຽບ​ການ​ນິ​ຕິ​ກຳ​ເລີ່ມ​​ດຳ​ເນີນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ຖອນ​ອອກ​ຈາກ ອີ​ຢູ ຂອງ ອັງ​ກິດ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ກໍ່​ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ກະ​ຈ່າງ​ແຈ້ງ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ນາງນາ​ຍົກ​ລັດ​ຖ​ະ​ມົນ​ຕີ ອັງ​ກິດ Theresa May. ພ​້ອມ​ກັນ​ນັ້ນ, ທ່ານ​ນາງກໍ່​ໃຫ້​ຮູ້​ວ່າ ​ບັນ​ດາສະ​ມ​າ​ຊິກ​ທີ່​ຍັງ​ເຫຼືອ​ຂອງ ອີ​ຢູ ຈະ​ດຳ​ເນີນ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ ລອນດອນ ບົນ​ຈິດ​ໃຈ​ປອງດອງ​ຊາດ.

        ເມື່ອ​ຍົກ​ອອກ​​ຖະ​ແຫຼງ​ການ​ຢ່າງ​ເດັດ​ດຽວ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ອັງ​ກິດ ແລະ ອີ​ຢູ, ທີ່​ຕຶກ​ອາ​ຄານ Lancaster ຢູ່​ນະ​ຄອນຫຼວງ ລອນດອນ, ບ່ອນ​ທີ່​ນັກ​ການ​ເມືອງ ​ທ່ານ​ນາງ Margaret Thatcher, ອະ​ດິດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ເຄີຍ​ຍ້ອງ​ຍໍ​ຕະຫຼາດ​ລວມ ເອີ​ລົບ, ທ່ານ​ນາງ Theresa May ຫວັງ​ວ່າ​​ເມື່ອ​ທົບ​ທວນ​ຄືນ, ລຸ້ນ​ໜຸ່ມຈະ​ເຫັນວ່າ​ລັດ​ຖະ​ບານ ອັງ​ກິດ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ກ່​ວາ, ສ​້າງ​ປະ​ເທດ ອັງ​ກິດ ທີ່ເຂັ້ມ​ແຂງ​ກ່​ວາ.

        ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປະ​ຈຸ​ບັນ, ທ່ານ​ນາງ Theresa May ຍັງ​ຕ້ອງ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ອື່ນໆ​ອີກ​ນັ້ນ​ແມ່ນ​ຕ້ອງ​ລໍ​ຖ້າ​ຄຳ​ຕັດ​ສິນ​ຂອງ​ສານ​ສູງ​ສຸດ ອັງ​ກິດ ກ່ຽວ​ກັບ​ເລື່ອງ ລັດ​ຖະ​ບານ ອັງ​ກິດ ​ຈະຕ້ອງ​ການ​ສະ​ພາ​ແຫ່ງ​ຊາດ ປ່ອນ​ບັດ​ຮັບ​​ຮອງ​ອະ​ນຸ​ຍາດ​ໃຫ້​ປະ​ຕິ​ບັດມາດ​ຕາ 50 ກ່ຽວ​ກັບ​ເລື່ອງ​ຖອນ​ອອກ​ຈາກ ອີ​ຢູ ຫຼືບໍ່. ຄຳ​ຕັດ​ສິນ​ຈະ​ໄດ​້​ຍົກ​ອອກ​ມາ​ໃນ​ເດືອນ 1 ນີ້. ຄາດ​ຄະ​ເນ​ວ່າ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຈະ​ບໍ່​ປ່ອນ​ບັດ​ເລືອກ​ຕັ້ງໄປ​ຝືນ​ກັບ​ໝາກ​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ. ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ວ່າ​ມາ​ດ​ຕ​າ 50 ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ແຜນ​ການ​ໃນ​ທ້າຍ​ເດືອນ 3/2017.


ຂ່າວ/ບົດ​ອື່ນ