ປະເທດຊາດເປັນເອກະພາບ, ປະເທດຊາດໝັ້ນຄົງເຂັ້ມແຂງ

(vovworld)- ມະ​ຫາ​ໄຊ​ລະ​ດູ​ບານ​ໃຫມ່ ເມື່ອ​ວັນ​ທີ 30/4/1975 ແມ່ນ​ຫ​ນ້າ​ປະ​ຫວັດ​ສາດ​​ອັ​ນສະ​ຫງ່າ​ອົງ​ອາດ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ສ້າງ​ສາ​ ແລະ ປົກ​ປັກ​ຮັກ​ສາປະ​ເທດ​ຊາດ​ອັນ​ຍິ່ງ​ໃຫ​ຍ່​ຂອງ​ຊາດ​ຫວຽດ​ນາມ. ດ້ວຍ​ໄຊ​ຊະ​ນະ​ນີ້, ຊາດ​ຫວຽດ​ນາມ ໄດ້​ສຳ​ເລັດ​ພາ​ລະ​ກຳ​ປະ​ຫວັດ​ສາດ​ອັນ​ສ​ະ​ຫງ່າ​ລາ​ສີ ແມ່ນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດ​ນາມ​ຢ່າງ​ສົມ​ບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ, ນຳ​ຫວຽດ​ນາມ​ກ້າວ​ເຂົ້າ​ສູ່​ສັງກະ​ລາດ​​ແຫ່ງເອ​ກະ​ລາດ ແລະ ພ້ອມ​ກັນ​ສ້າງ​​ສາປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ, ​ເຂັ້ມ​ແຂງ, ອ​ີ່ມ​ໜຳ​ສຳ​ລານ​ສົມ​ບູນ​ພູນ​ສຸກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ທູ​ຮ​ວາ.

ປະເທດຊາດເປັນເອກະພາບ, ປະເທດຊາດໝັ້ນຄົງເຂັ້ມແຂງ - ảnh 1
ຊາວ ໄຊ​ງ່ອນ ຂ່ຳ​ນັບ​ຊົມ​ເຊີຍ​ມະ​ຫາ​ໄຊ​ລະ​ດູ​ບານ​ໃຫ​ມ່​ປີ 1975

        ຫວຽດ​ນາມ ແມ່ນ​ປະ​ເທດ​ເປັນ​ເອ​ກະ​ພາບ​ດ້ານ​ວັດ​ທະ​ນະ​ທຳ, ຜືນ​ແຜ່ນ​ດິນຕິດ​ຕໍ່​ກັນ​ຈາກ ….. (ດ່ານ​ຊາຍ​ແດ​ນ ຫວຽດ​ນາມ -ຈີນ) ຮອດ​ແຫລມ​ກາ​ເມົາ. ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແມ່ນ​ທ່າ​ອ່ຽງ​​ຈຳ​ເປັນ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ.

ແຕ່​ຄວາມ​ຈິງ, ພາຍ​ຫລັງ​ເຊັນສັນ​ຍາ ເຊີ​ແນວ ເມື່ອ ປີ 19​54, ແມ່​ນ້ຳ ເບນ​ຫາຍ ຢູ່ເສັ້ນ​ຂະ​ຫ​ນານ 17 ກາຍ​ເປັນ​ເສັ້ນ​ຂີດ​ຂັ້ນ​ແບ່ງ​​ແຍກ​ສອງ​ພາກຂອງ​ປະ​ເທດ​ຊາດ. ໃນ​ຕະ​ຫລອດ 20 ປີ ນັ້​ນ, ປະ​ຊາ​ຊົນ​ທັງ​ຊາດ​ຫວຽດ​ນາມ ໄດ້​ເສຍ​ເລືອດ​ເນື້ອ​ເຫື່ອ​ແຮງ​​ຢ່າງຫລວງຫລາຍ ເພື່ອ​ຈຸດ​ໝາຍ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ.​ ແລະ ວັນ​ທີ 30/4/1975 ແມ່ນ​ວັນ​ປະ​ເທດ​ຊາດ​​ໄດ້ທ້ອນໂຮມ​ເຂົ້າ​ເປັນ​ເອກ​ະ​ພາບ.

       ​ທ້ອນໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ

        ສົງ​ຄາມ​ໂດຍ​ອາ​ເມ​ລິ​ກາ ປຸ​ກ​ລະ​ດົມ ຢູ່​ພາກ​ໃຕ້​ຫວຽດ​ນາມ ມີ​ລະ​ດັບ​ຄວາມ​ດຸ​ເດືອດ​ຮ້າຍ​ແຮງ​ທີ່​ສຸດ, ໄດ້​ກໍ່​ຄວາມ​ເສຍ​ຫາຍ​ ແລະ ຄວາມ​ເຈັບ​ປວດ​ຕໍ່ຊາດ​ຫວຽດ​ນາມ. ເມື່ອ​ປະ​ເທດ​ຊາດ​ຖືກ​ຮຸກ​ຮານ, ພື້ນ​ຖານ​ເອ​ກະ​ພາບ​ຂອງ​ຊາດ​ຖືກ​ນາບ​ຂູ່, ປະ​ທານ​ໂຮ່​ຈິ​ມີນ ເຄີຍ​ເວົ້າ​ວ່າ: “ປະ​ເທດ​ຫວຽດ​ນາມ​ແມ່ນ​ປະ​ເທດ​ເອ​ກະ​ພາບ, ຊາດ​ຫວຽດ​ນາມ​ແມ່ນ​ຊາດ​ດຽວ. ແມ່ນ້ຳ​ອາດ​ຈະ​ຖືກ​​ເຫືອດ​ແຫ້ງ, ພູ​ອາດ​ຈະ​ຖືກເຈືອນ ແຕ່​ສັດ​ຈະ​ທຳ​ນັ້ນ​ບໍ່​ອາດ​ປ່ຽນ​ແປງ​ໄດ້.” ກອງ​ທັບ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ເຮັດ​ໃຫ້​ຍຸ​ດ​ທະ​ສາດ​​ສົງ​ຄາມຂອງ​ອາ​ເມ​ລິ​ກາ​​ຖືກ​ປະ​ລາ​ໄຊ, ບັງ​ຄັບ​ໃຫ້​ອາ​ເມ​ລິ​ກາ ຕ້ອງ​ເຊັນ​ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ຢຸດ​ຕິ​ສົງ​ຄາມ​ຢູ່​ຫວຽດ​ນາມ. ການ​ບຸກ​ໂຈ​ມ​ຕີ​ຂະ​ຫ​ນາດ​ໃຫຍ່ ແລະ ການລຸກ​ຮື້ຂຶ້ນ​ລະ​ດູ​ບານ​ໃຫມ່​ປີ 1975 ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ໄຊ​ຊ​ະ​ນະ​ຂອງ​ການ​ຕໍ່​ຕ​້ານ​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ.

ໄຊ​ຊະ​​ນະ​ເມື່ອ​ວັນ​ທີ 30/4/1975 ໄດ້​ສ້າງ​ບາດ​ລ້ຽວ​ອັນ​ຍິ່ງ​ໃຫ​ຍ່​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ, ນຳ​ປະ​ເທດ​ຊາດ​ກ້າວເຂົ້າ​ສັງ​ກະ​ລາດ​ເອ​ກະ​ລາດ​ເສ​ລີ​ພາບ, ເ​ອກະ​ພາບ, ສັງ​ຄົມ​ນິ​ຍົ​ມ. ມະ​ຫາ​ໄຊ​ປີ 1975 ໄດ້​ເຮັດ​ໃຫ້​ສົງ​ຄາມ​ຮຸກ​ຮານ​ຂະ​ຫນາດ​ໃຫຍ່​ສຸດ, ຍາວ​ນານ​ທີ່​ສຸດ ແລະ ດຸ​ເດືອດ​ທີ່​ສຸດ​ຫລັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2​​ ​​ຖືກ​ປະ​ລ​າ​ໄຊ, ເຮັດ​ໃຫ້ຍຸດ​ທະ​ສາດ​ທົ່ວ​ໂລກ​ຄັດ​ຄ້ານ​ການ​ປະ​ຕິ​ວັດ​ ຂອງ​ອາ​ເມ​ລິ​ກາ      ຖືກ​​ປ​ີ້ນຂວ້ຳ, ປະ​ກອບ​ສ່ວນ​ເຮັ​ດ​ໃຫ້​ລະ​ບົບ​ ລັດ​ທິຈັກ​ກະ​ພັດ​ ​ຖືກ​ຊຸດ​ໂຊມ, ພ້ອມ​ທັງ​ເພີ່ມ​ທະ​ວີ​ກຳ​ລັງ​ແຮງ​ຂອງ​ລະ​ບົບ​ສັງ​ຄົມ​ນິ​ຍົມ.

ໄຊ​ຊະ​ນະ​ຂອງ​ກາ​ນ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ ກູ້​ຊາດ ແມ່ນ​ໄຊ​ຊະ​ນະ​ຂອງ​ນ້ຳ​ໃຈ​ຮັກ​ຊາດ​ທີ່​ແຮງ​ກ້າ, ຂອງ​ຄວາມ​ມຸ້ງ​ຫວັງ​ສັນ​ຕິ​ພາບ, ເອ​ກະ​ລາດ, ເສ​ລີ​ພາບ ແລະ ​ທ້ອນໂຮມ​ປະ​ເທດ​ຊາດເປັນ​ເອ​ກະ​ພາບ​ຂອງ​ປະ​ຊາ​ຊົນ​​ໃນ​ທົ່ວ​ປະ​ເທດ. ນີ້ກໍ່​ແມ່ນ​ໄຊ​ຊະ​ນະ​ຂອງ​ສິ​ລະ​ປະ​​ຍຸດ​ການທະ​ຫານ​ຫວຽດ​ນາມ ພາຍ​ໃຕ້​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ສະ​ຫນັບ​ສະ​ຫນູນ, ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ, ມີ​ປະ​ສິດ​ທິ​ຜົນ​​ຈາກເພື່ອນ​ມິດ​ສາ​ກົນ, ​ການຮ່ວ​ມ​ສຳ​ພັນ​ສູ້​ຮົບ, ຮຽງ​ບ່າ​ຮຽງ​ໄຫລ່​ຕ້ານ​ສັດ​ຕູ​ໂຕ​​ດຽວ​ຂອງ​ປະ​ຊາ​ຊົນ​ສາມ​ປະ​ເທດ​ຫວຽດ​ນາມ, ​ລາວ, ກຳ​ປູ​ເຈຍ.

ປະ​ເທດ​ຊາດ​ໝັ້ນ​ຄົງ​ເຂັ້ມ​ແຂງ

42 ປີ ພາຍ​ຫລັງ​​ໄດ້​ຮັບໄຊ​ຊະ​ນ​ະເມື່ອ​ວັນ​ທ​ີ 30/4/​1975, ປະ​ເທດ​ ​ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ການ​ປ່ຽນ​ແປງ​ໃຫມ່​ປະ​ສົບ​ຜົນ​ສຳ​ເລັດ ແລະ ຍາດ​ໄດ້​ບັນ​ດາ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ຫວຽດ​ນາມ ໄດ້​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ດ້ອຍ​ພັດ​ທະ​ນາ, ກາຍ​ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ ມີ​ລາຍ​ຮັບ​ປານ​ກາງ. ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ສະ​ເລ່ຍ​ບັນ​ລຸ​ເກືອບ 7% /ປີ. ອົງ​ປະ​ກອບ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ. ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ​​ກວມ 83% ຍອດ​ຈຳ​ນວນ GDP. ຂອບ​ຂະ​ຫນາດ ແລະ ກຳ​ລັງ​ແຮງດ້ານ​ເສດ​ຖະ​ກິດ​ແມ່ນ​ເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. GDP ເພີ່ມ​ຂຶ້ນ​ທົບ 7 ເທົ່າ ແລະ ວົງ​ເງິນ​ສົ່ງ​ອ​ອ​ກ​ເພີ່ມ​ຂຶ້ນ​ທົບ​ 200 ເທົ່າ​ເມື່ອ​ທຽບ​ໃສ່​ກ່ອນ​ປີ1975.  GDP  ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ປີ 2016 ບັນ​ລຸ ປະ​ມານ 2.200 USD. ຜົນ​ງານ​ທີ່ບັນ​ລຸ​ໄດ້​ໃນ​ບັນ​ດາ​ຂົງ​ເຂດ ໃນ​ໄລ​ຍະ 40 ປີ​ຜ່ານ​ມາ ໄດ້​ສ້າງ​ພື້ນ​ຖານ ແລະ ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ​ສືບ​ຕໍ່​ປ່ຽນ​ໃຫມ່ ແລະ ພັດ​ທະ​ນາ​ຢ່າງ​ແຮງ, ຮອບ​ດ້ານກວ່າ​ໃນ​ໄລ​ຍະ​ໃຫມ່.

        ໃນ​ໄລ​ຍະ​ໃຫມ່, ຫນ້າ​ທີ່​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຫວຽດ​ນາມ ​ໄດ້ວາງ​ອອກ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ນັ້ນ​ແມ່ນ ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ ແລະ ປະ​ຕິ​ບັດ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຕາມ​ກຳ​ນົດ​ທິດ​ສັງ​ຄົມ​ນິ​ຍົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ, ຍູ້​ແຮງ​ການ​ປະ​ຕິ​ບັດ ສາມ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ ແລະ ກຳ​ລ​ັງ​ແກ້ງ​ແຍ້ງ. ຫວຽດ​ນາມ ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫລ່ງ​ກຳ​ລັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຢ່າງ​ແຮງ, ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ເສ​ລີ​ພາບ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ. ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ການ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ນັບ​ມື້​ນັບ​ສູງ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ.

ໄຊ​ຊະ​ນະ​ວັນ​ທີ  30/4/1975 ເຮັດ​ໃຫ້​ປະ​ເທດ​ຊາດ​ໄດ້​ຮັບ​ການ​ທ້ອນ​ໂຮມເປັນ​ເອ​ກະ​ພາບ​ຢ່າງ​ສົມ​ບູນ. ຈິດ​ໃຈ​ຂອງ​ມະ​ຫາ​ໄຊ​ລະ​ດູ​ບານ​ໃຫມ່​ປີ 1975 ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ສ້າງ​​ສາປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ. 


ຕອບກັບ

ຂ່າວ/ບົດ​ອື່ນ