ປະເທດອັງກິດກ່ອນມື້ດຳເນີນການລົງປະຊາມະຕິ

ຍັງ​ອີກ 1 ອາ​ທິດ​ຄື​ຮອດ​ວັນ​ທີ 23/6, ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດຈະ​ໄປ​ປ່ອນ​ບັດ​ເພື່ອ​ຕັດ​ສິນ​ບັນ​ຫາ​ປະ​ເທດນີ້​ຈະ​ຖອນ​ອອກ​ຈາກ​ສະ​ຫະພາບ​ເອີ​ລົບ EU ຫຼືບໍ່. ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ​ກ່ອນ​ມື້ດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິ​ໄດ້​ສະ​ແດງ​ໃຫ້​ເຫັນ​ທ່າ​ອຽງ​ຜູ້ສະ​ໜັບ​ສະ​ໜູນ​ອັງ​ກິດຖອນອ​ອກ​ຈາກ EU ແມ່ນຫຼາຍ​ກ່​ວາ​ຈຳ​ນວນ​ຜູ້​ຢາກ​ໃຫ້​ອັງ​ກິດ​ເປັນ​ສະ​ມາ​ຊິກ EU ຄື​ເກົ່າ. ເຖິງວ່າ ອັດ​ຕາ​ສ່ວນນີ້​ແມ່ນບໍ່​ຜິດ​ດ່ຽງຫຼາຍ​ເກີນ​ໄປ​ກໍ​ຕາມ, ແຕ່ນີ້​ແມ່ນ​ສິ່ງ​ທີ່​ເປັນ​ໜ້າ​ວິ​ຕົກ​ກັ່ງ​ວົນພາ​ໃຫ້​ວົງ​ການ​ນັກ​ການ​ເມືອງ​ອັງ​ກິດ, ການ​ນຳ EU ມີ​ການ​ກະ​ທຳຫຼາຍ​ຢ່າງ​ເພື່ອ​ໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ​ເຫັນ​ໄດ້​ແຈ້ງ​ເຖິງ​ຜົນ​ປະ​ໂຫຍດ ແລະ ຜົນ​ເສຍຫາຍ​ຖ້າ​ຫາກ ອັງ​ກິດ​ຖອນ  ອ​ອກ​ຈາກ EU. 

ປະເທດອັງກິດກ່ອນມື້ດຳເນີນການລົງປະຊາມະຕິ   - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ອັງ​ກິດ​ເມື່ອ​ວັນ​ທີ 7/6      (ພາບ:BBC)

        ການ​ລົງ​ປະ​ຊາ​ມະ​ຕິທີ່​ຈະ​ດຳ​ເນີນ​ໃນ​ວັນ​ທີ 23/6 ນີ້ ແມ່ນ​ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ​ຊຶ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ຍົກ​ອອກ​ມາ​ພາຍຫຼັງ​ທີ່​ພັກ​ນິ​ຍົມ​ຮັກ​ສາ​ເດີມ​ສາ​ມາດ​ຍາດ​ໄດ້​ໄຊ​ຊ​ະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ເດືອນ 5/2015. ເພື່ອ​ຕອບ​ຄືນ​ຄຳ​ຮຽກ​ຮ້ອງ​ຈາກພັກ​ນິ​ຍົມ​ຮັກ​ສາ​ເດີມ ແລະ ພັກ​ເອ​ກະ​ລາດທີ່​ເຄີຍບໍ່​ເຫັນ​ດີ​ກັບ​ເລື່ອງ​ອັງ​ກິດ​ເຂົ້າ​ຮ່ວມ EU ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ຄາວ​ນັ້ນ​ໄດ້​ໝັ້ນ​ໝາຍ​ວ່າ ຖ້າ​ຫາກ​ທ່ານ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ປີ 2015, ທ່ານ​ຈະ​ດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິກ່ຽວ​ກັບບັນ​ຫາ​ປະ​ເທດນີ້​ຈະສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຄື​ເກົ່າຫຼື​​ຖອນອອກ​ຈາກ​ສະ​ຫະພາບ​ເອີ​ລົບ EU . ແຕ່​ກະ​ໂຕທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ເອງ ກໍ​ບໍ່​ຢາກ​ດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິ​ແຕ່​ຢ່າງ​ໃດຍ້ອນ​ຄວາມ​ສ່ຽງ ແລະ ຜົນ​ພາຍຫຼັງຂອງ​ມັນ.

     ໝາກ​ຜົນ​ທີ່​ເປັນ​ໜ້າ​ຕົກ​ສະ​ເງີ້​ຈາກ​ການ​ຢັ່ງ​ຫາງ​ສຽງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

  ຜົນ​ຂອງການ​ຢັ່ງ​ຫາງ​ສຽງຫຼາຍ​ຄັ້ງ​ຢ່າງ​ຕໍ່​ເນື່ອງ​ໃນ​ຊຸມມື້​ທີ່​ຜ່ານ​ມາ ກໍ​ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ບັ້ນ​ຂົນ​ຂວາຍ​ໃຫ້​ອັງ​ກິດອ​ອກ​ຈາກ EU (ຫຼື​ເອີ້ນ​ວ່າ Brexit) ພວມ​ມີ​ທ່າ​ດີ. ຕາມຜົນ​ຂອງການ​ຢັ່ງ​ຫາງ​ສຽງຂອງ​ບໍ​ລິ​ສັດ You Gov, Brexit ພວມ​ຍາດ​ໄດ້​ 46% ອັດ​ຕາ​ຜູ້​ສະ​ໜັບ​ສະ​ໜູນ, ລື່ນ​ກາຍ 7 ຄະ​ແນນ​ເມື່ອ​ທຽບ​ໃສ່​ບັ້ນ​ຂົນຂວາຍໃຫ້​ອັງ​ກິດສືບ​ຕໍ່​ເປັນ​ສະ​ມາ​ຊິກ EU​ ຄື​ເກົ່າດ້ວຍ 39% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ. ໝາກ​ຜົນ​ນີ້​ສູງກວ່າຫຼາຍ​ເມື່ອ​ທຽບ​ໃສ່ການ​ຢັ່ງ​ຫາງ​ສຽງ​ຂອງ​ບໍ​ລິ​ສັດ​ດຽວ​ກັນ​ນີ້ໃນ​ມື້ກ່ອນນີ້ກວ່າອາ​ທິດ. ແລະ ກໍ​ຕາມ​ບໍ​ລິ​ສັດ You Gov, 11% ຈຳ​ນວນ​ຜູ້​ຖືກ​ຖາມ ແມ່ນ​ຍັ​ງບໍ່​ທັນ​ໃຫ້​ຄຳ​ຕັດ​ສິນ​ສຸດ​ທ້າຍ​ເທື່ອ ແລະ ຈຳ​ນວນ 4% ໃຫ້​ຮູ້​ວ່າ ຈະ​ບໍ່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ. ທ່າ​ອຽງ​ຄ້າຍ​ຄື​ກັນ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກການ​ຢັ່ງ​ຫາງ​ສຽງ​ໂດຍ​ໜັງ​ສື​ພິມ​ຂອງ​ອັງ​ກິດ​ປະ​ຕິ​ບັດ.ຕາມນັ້ນ, ອັດ​ຕາຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດສະ​ໜັບ​ສະ​ໜູນ Brexit ໄດ້​ເພີ່ມ​ຂຶ້ນ​ເຖິງ 55%, ສູງກວ່າ    10 % ເມື່ອ​ທຽບ​ໃສ່ອັດ​ຕາ​ຜູ້​ຄັດ​ຄ້ານ.

    ປະ​ເທດ​ອັງ​ກິດ​ໄດ້​ເຄີຍດຳ​ເນີນ​ການ​ລົງ​ປະ​ຊາ​ມະ​ຕິກ່ຽວ​ກັ​ບການ​ຖອນ​ອອກ​ຈາກ EEC ປີ 1975

   ເລື່ອງຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດບໍ່​ສະ​ໜິດ​ຕິດ​ພັນ​ກັບ EU ແມ່ນ​ເລີ່ມ​ມາ​ຈາກ​ປະ​ຫວັດ​ສາດ​ຂອງ 2 ຝ່າຍ. ແລະ ການ​ລົງ​ປະ​ຊາ​ມະ​ຕິເມື່ອ​ວັນ​ທີ 23/6 ບໍ່​ແມ່ນ ການ​ລົງ​ປະ​ຊາ​ມະ​ຕິ​ຄັ້ງ​ທຳ​ອິດ​ຢູ່​ອັງ​ກິດ​ກ່ຽວ​ກັບ​ເລື່ອງອັງ​ກິດຈະ​ຖອນອ​ອກ​ຈາກ EU ຫຼືບໍ່. ເຖິງວ່າ​ອັງ​ກິດ ແລະ EEC ເມື່ອ​ກ່ອນນີ້ ແລະ ປະ​ຈຸ​ບັນ​ແມ່ນ EU ມີ​ສາຍ​ພົວ​ພັນ​ສະ​ໜິດ​ແໜ້ນ​ເປັນ​ເວ​ລາກວ່າ 40 ປີ​ມານີ້, ແຕ່​ເປັນ​ໜ້າ​ໃສ່​ໃຈ​ແມ່ນ​ອັງ​ກິດບໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ພາ​​ຄີ​ທຳ​ອິດ​ສ້າງ​ຕັ້ງ​ຂອງ​ກຸ່ມ. ກ່​ວາ 20 ປີ​ພາຍຫຼັງ​ທີ່ EEC ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1953, ໃນ​ປີ 1973, ລັດ​ຖະ​ບານ​ອັງ​ກິດ​ໃນ​ສະ​ໄໝ​ນັ້ນ​ໂດຍ​ແມ່ນ​ພັກ​ແຮງ​ງານ​ກຳ​ອຳ​ນາດ ຈຶ່ງ​ນຳ​ປະ​ເທດ​ອັງ​ກິດ​ເຂົ້າ​ຮ່ວມ​ສະ​ຫະ​ພາບ. ຫຼັງ​ຈາກນັ້ນ​ພຽງ 2 ປີ​ຄື​ປີ 1975, ມີການ​ລົງ​ປະ​ຊາ​ມະ​ຕິກ່ຽວ​ກັບ​ເລື່ອງ​ຖອນ ອອກ​ຈາກ EEC ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ອັງ​ກິດ. ຜົນ​ມີ​ຢູ່​ວ່າ 67,2% ຈຳ​ນວນ​ຜູ້​ໄປ​ປ່ອນ​ບັດ ແມ່ນບໍ່​ສະ​ໜັບ​ສະ​ໜູນ​ການ​ຖອນ​ຕົວ​ນີ້.

     ນອກ​ຈາກນັ້ນ, ຕາມ​ວົງ​ການ​ນັກ​ໄຈ້​ແຍກ, ໃນ​ຂະ​ນະ​ທີ່​ເກືອບ​ທັງ​ໝົດ 28 ປະ​ເທດສະ​ມາ​ຊິກ EU ໄດ້​ເຂົ້າ​ຮ່ວມ​ກຸ່ມນີ້​ຍ້ອນ​ບັນ​ດາ​ເຫດ​ຜົນ​ທີ່​ຈະ​ແຈ້ງ ແລະ ຍາວນານນັ້ນ, ແຕ່ອັງ​ກິດພັດ​ບໍ່​ຢາກ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ EU ຢ່າງ​ແທ້​ຈິງ. ປະ​ກົດ​ການ​ຈະ​ແຈ້ງ​ທີ່​ສຸດ​ ນັ້ນ​ແມ່ນ​ມາ​ຮອດ​ປະ​ຈຸ​ບັນ, ອັງ​ກິດ​ຍັງ​ຄົງ​ຢືນ​ຢູ່ນອກ​ພາກ​ພື້ນ​ໃຊ້​ສະ​ກຸນ​ເງິນ​ລວມ ແລະ ພາກ​ພື້ນ​ໄປ​ມາ​ຢ່າງ​ເສລີ. ກຳ​ລັງ​ໜູນ​ຈະ​ແຈ້ງ​ທີ່​ສຸດ​ຂອງ​ອັງ​ກິດ​ເມື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ EU ເບິ່ງ​ຄື​ວ່າ ແມ່ນ​ເພື່ອ​ແນ​ໃສ່​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ທາງ​ດ້ານ​ການ​ຄ້າ​ເສ​ລີ​ໃນ​ພາກ​ພື້ນ. ແຕ່​ຢ່າງ​ໃດ​ກໍ​ຕາມ, ຊາວ​ອັງ​ກິດ ຍາກ​ທີ່​ຫາ​ໄດ້​ຜູ້​ໃດ​ມີ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ຕໍ່​ກັບ​ນະ​ໂຍບາຍ ແລະ ບັນ​ດາ​ຜົນ​ປະ​ໂຫຍດ​ພິ​ເສດ​ອື່ນ​ຂອງ EU.

    ຕັດ​ສິນ​ອະ​ນາ​ຄົດ​ຂອງ​ອັງ​ກິດ ແລະ ສະ​ຖຽນ​ລະ​ພາບ​ຂອງ EU

  ເມື່ອ​ຜົນ​ຂອງ​ການ​ຢັ່ງ​ຫາງ​ສຽງໄດ້​ຮັບ​ການ​ປະ​ກາດ​ຢ່າງ​ຕໍ່​ເນື່ອງ ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ວົງ​ການ​ນັກ​ການ​ເມືອງ​ອັງ​ກິດ, ການ​ນຳ EU ແລະ ຫຼາຍ​ປະ​ເທດ​ສະ​ມາ​ຊິກ​ມີ​ບັນ​ດາ​ການ​ກະ​ທຳ​ແນ​ໃສ່​ແກ່​ດຶງ​ການ​ສະ​ໜັບ​ສະ​ໜູນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​. ໃນ​ການ​ໂຕ້​ຖຽງ​ກັນ​ເມື່ອ​ວັນ​ທີ 14/6 ລະ​ຫວ່າງ​ບັນ​ດາ​ນັກ​ການ​ເມືອງ​ແຖວ​ໜ້າ​ຢູ່​ອັງ​ກິດ​ໂດຍ​ຖືກ​ຖ່າຍ​ທອດ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ບັນ​ດາ​ນັກ​ການ​ເມືອງ​ໄດ້​ສະ​ໜັບ​ສະ​ໜູນ​ທ່າ​ອຽງ​ນຳ​ອັງ​ກິດ​ອອກ​ຈາກ EU ແລະ ປະ​ຕິ​ເສດ​ທຸກ​ຄວາມ​ສ່ຽງ​ໄພ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຖ້າ​ຫາກ Brexit ເກີດ​ຂຶ້ນ ແລະ ຖື​ວ່າ ບັນ​ດາ​ຂໍ້​ກຳ​ນົດ​ຂອງ EU ນີ້​ເອງ​ພວມ​ກົດ​ໜ່ວງ​ຕໍ່​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້. ສ່ວນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ David Cameron ຢືນ​ຢັນ​ວ່າ ຜົນ​ສະ​ທ້ອນ​ຂອງ​ອັງ​ກິດ​ໃນ EU ຈະ​ແຂງ​ແຮງກວ່າ​ຖ​້າ​ຫາກ ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ອັງ​ກິດ​ສືບ​ຕໍ່​ເປັນ​ສະ​ມາ​ຊິກ EU ຄື​ເກົ່າ. ສ່ວນ​ປະ​ທານ EC Donald Tusk ໄດ້​ກ່າວ​ເຕືອນ​ວ່າ ເລື່ອງອັງ​ກິດອ​ອກ​ຈາກ EU ອາດ​ຈະ​ແມ່ນ​ການ​ເລີ່ມ​ຕົ້ນ​ໄລ​ຍະ​ຊຸດ​ໂຊມບໍ່​ພຽງ​ແຕ່​ຂອງ EU ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຂອງ​ທັງ​ໝົດ​ພື້ນ​ຖານ​ອະ​ລິ​ຍາທຳການ​ເມືອງຝ່າຍ​ຕາເວັນ​ຕົກ​ອີກ​ດ້ວຍ.

      ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອະ​ນາ​ຄົດ​ຂອງ​ອັງ​ກິດ​ເວົ້າ​ສະ​ເພາະ ແລະ ສະ​ຖຽນ​ລະ​ພາບ​ຂອງ EUເວົ້າ​ລວມແມ່ນ​ຂຶ້ນ​ກັບ​ຜົນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິຄັ້ງ​ນີ້. ວຽກ​ງານ​ທຸກ​ຢ່າງ​ຈະ​ຖືກ​ຕັດ​ສິນ​ໃນ​ວັນ​ທີ 23/6 ນີ້​ພາຍຫຼັງ​ທີ່ຜູ້​ມີ​ສິດ​ເລືອກ​ຕັ້ງ​ອັງ​ກິດໃຫ້​ຄຳ​ຕັດ​ສິນ​ສຸດ​ທ້າຍ​ຂອງ​ຕົນ​ກ່ຽວ​ກັບ​ເລື່ອງອັງ​ກິດຈະ​ຖອນອ​ອກ​ຈາກ EU ຫຼື​ສືບ​ຕໍ່​ເປັນ​ສະ​ມາ​ຊິກ EU ຄື​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ