ປະເທດອາເມລິກາປີ 2013 ດ້ວຍຄວາມຫວັງມີການປ່ຽນແປງ

  

ປະເທດອາເມລິກາປີ 2013 ດ້ວຍຄວາມຫວັງມີການປ່ຽນແປງ - ảnh 1
ທ່ານປະທານາທິບໍດີ ອາ​ເມ​ລິ​ກາ Barack Obama (ພາບ: AP)


   ສຳລັບຊາວອາເມລິກາແລ້ວ, ເມື່ອເອີ້ນຊື່​ຜູ້ໄດ້ຮັບໄຊຊະນະຄື ທ່ານ Barack Obama ຫຼື​ທ່ານ Mitt Romney ກໍຕາມ, ຄວາມ​ເຊື່ອ​ໝັ້ນ​ຂອງ​ເຂົາ​ເຈົ້າກໍ​ລ້ວນ​ແຕ່ມຸ່ງ​ໄປ​ສູ່ອະນາຄົດ​ຂອງ​ປະ​ເທດອາເມລິກາ​ຈະ​ສະຫວ່າງ​ສະ​ໄຫວ​ກ່ວາ​ເກົ່າ. ຊາວອາເມລິກາ​ປາດຖະ​ໜາວ່າ ​ໃນ 4 ປີ​ທີ່​ຈະ​ມາ​ເຖິງ, ປະ​ເທດອາເມລິກາຈະ​ກ້າວ​ສູ່​ຜົນ​ສຳ​ເລັດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ອັດຕາ​​ໄພ​ວ່າງງານ​ຫຼຸດ​ລົງ, ລາຍ​ຮັບ​ຂອງປະຊາຊົນ​ເພີ່ມ​ຂຶ້ນ ພ້ອມ​ກັບ​ບັນດາ​ກິດຈະການ​ສະຫວັດດີ​ການ​ສັງຄົມ​ທີ່​ນຳ​ມາ​ເຊິ່ງ​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ​ທີ່​ດີກ່ວາ​ໃຫ້​ແກ່​ເຂົາ​ເຈົ້າ. ​ແລະ ປະທານາທິບໍດີ Barack Obama ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເມື່ອ​ຜູ້​ມີ​ສິດ​ເລືອກ​ຕັ້ງອາເມລິກາ​ມີ​ຄວາມ​ໄວ້​ວາງ​ໃຈ ​ແລະ ຝາກ​ຄວາມ​ຫວັງ​ຍ້ອນ​ສິ່ງ​ທີ່ ປະທານາ ທິບໍດີ Barack Obama ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ , ນັ້ນ​ແມ່ນ​ການ​ປ່ຽນ​ແປງ.

      ຫວນ​ຄືນ​ປີ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ຍັງ​ບໍ່​ທັນ​ເພິ່ງ​ພໍ​ໃຈ​ຕໍ່​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ປະ​ເທດ ອາເມລິກາ​ບັນລຸ​ມາ​ໄດ້​ກໍ​ຕາມ, ​ແຕ່​ຊາວອາເມລິກາຍັງ​ໄດ້​ຝາກ​ຄວາມ​ຫວັງດ້ວຍ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ຕໍ່ປະທານາທິບໍດີ Barack Obama ​ໃນ​ອາຍຸ​ການ​ໃໝ່.

    ຊາວອາເມລິກາ ​ເຄີຍ​ມີ​ຊື່​ສຽງ​ດ້ວຍ​ນິດ​ໄສ​ຖື​ຜົນ​ປະ​ໂຫຍ​ດ​ໃນ​ສະ​ເພາະ​ໜ້າ​ເປັນ​ສຳຄັນ. ​ເພາະສະ​ນັ້ນ, ​ໃນ​ແຕ່​ລະ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ປະທານາທິບໍດີ ນັ້ນ, ປັດ​ໄຈ​ເສດຖະກິດ​ຍາມ​ໃດ​ກໍ​ສວມ​ບົດບາດ​ຕັດສິນ​ໄຊຊະນະ​ຫຼື​ປະລາ​ໄຊ. ​ໃນ ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງປີຜ່ານມາ, ​ເຖິງ​ວ່າ​ບໍ່​ສາມາດ​ຍາດ​ໄດ້​ຄະ​ແນນ​ຢ່າງ​ຂາດ​ຂັ້ນນັບ​ແຕ່​ຫົວທີ​ກໍ​ຕາມ, ຊ້ຳ​ບໍ​ໜຳ, ​ໃນ​ຫຼາຍ​ຈຸດ​ເວລາ, ຜູ້​ສະ​ໝັກ​ເລືອກ​ຕັ້ງ ທ່ານ Mitt Romney ​ໄດ້​ລື່ນ​ກາຍ​ຄະ​​ແນນ​ເພື່ອ​ນຳ​ໜ້າ, ​ແຕ່ປະທານາທິບໍດີ Barack Obama ຍັງ​ຄົງ​ສາມາດ​ຍາດ​ໄດ້​ໄຊຊະນະ. ສິ່ງ​ດັ່ງກ່າວ​ແມ່ນ​ສາມາດ​ເຂົ້າ​ໃຈ​ໄດ້​ຢ່າງ​ງ່າຍດາຍ​ຍ້ອນ​ວ່າ ຊາວອາເມລິກາບໍ່​ອາດຈະ​ສ່ຽງ​ໂຊກກ່ຽວ​ກັບ​ຊາຕາກຳ​ຂອງ​ຊາດ​ຕົນ. ຫຼາຍ​ເທື່ອ​ແລ້ວ ທີ່​ປະ​ເທດອາເມລິກາ​ໄດ້​ຕົກ​ໃຈ​ເພາະ​ຄຳ​ກ່າວ​ເຕືອນກ່ຽວ​ກັບສະພາບ​ ​ທີ່​ອ່ອນ​ດ້ອຍຂອງ​ພື້ນຖານເສດຖະກິດທີ່​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ. ກະ​ແສ​ຟອງ​ແຫ່​ຂະ​ບວນປະ​ທ້ວງ​ກ່ຽວ​ກັບ​ “ການ​ຢຶດຄອງ Wall Street ” ຍັງ​ຄົງ​ແມ່ນ​ບົດຮຽນ​ທີ່​ເລິກ​ເຊິ່ງ​ຕໍ່​ການ​ຕັດສິນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາເມລິກາ​ໃນ​ປີ​ທີ່​ຜ່ານ​ມາ. ​ເພາະສະ​ນັ້ນ, ການ​ເລືອກ​ເຟັ້ນຂອງ​ເຂົາ​ເຈົ້າ​ກໍ​ເພື່ອ​ແນ​ໃສ່​ອະນາຄົດ​ຂອງ ອາເມລິກາ​.

   ກ່ອນ​ອື່ນ​ໝົດ, ​ເຖິງ​ວ່າ​ຍັງ​ບໍ່​ທັນ​ສາມາດ​ສ້າງ​ບາດກ້າວ​ກະ​ໂດດ​ຂັ້ນ​ກໍ​ຕາມ, ​ແຕ່​ບັນດາ​ມາດ​ຕະການ​ຂອງ ປະທານາທິບໍດີ Barack Obama​ໃນ​ປີ 2012 ​ໄດ້​ຮັບຖື​ວ່າ ​ແມ່ນ​ບາດກ້າວ​ເດີນ​​​ສຳລັບ​ພື້ນຖານ​ເສດຖະກິດ​ທີ່ອ່ອນ​ດ້ອຍ​ຂອງ ອາເມລິກາ ຊຶ່ງ​ພວມ​ຢູ່​ໃນ​ໄລຍະ​ຟື້ນ​ຕົວ​. ປະທານາທິບໍດີ Barack Obama ​ໄດ້​ຢືນ​ຢູ່​ຝ່າຍຊົນ​ຊັ້ນ​ແຮງ​ງານ​ໃນ​ສັງຄົມ, ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ນະ​ໂຍບາຍ​ສາທາ ລະນະ​ສຸກ, ບັນຫາ​ແມ່ຍິງ ​ແລະ ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ, ສະຫງວນ​ບຸລິມະສິດ​ໃຫ້​ແກ່​ຂົງ​ເຂດ​ການ​ສຶກສາ. ​ໃນ​ປີ​ທີ່​ຜ່ານ​ມາ, ທ່ານປະທານາ ທິບໍດີ Barack Obama ​ໄດ້​ມີ​ການ​ກະທຳ​ຢ່າງ​ຕັ້ງໜ້າ​ເ້ພື​ອ່ຊຸກຍູ້​ເສດຖະກິດ. ຜົນສຳ​ເລັດ​ດີ​ທີ່​ສຸດ ​ແມ່ນ​ການ​ຊ່ວຍ​ກູ້​ຂະ​ແໜງ​ຜະລິດ​ລົ​ດ​ໂອ​ໂຕ​ຢູ່​ລັດ Ohio, ຊຶ່ງ​ແມ່ນ​ແຫ່ງ​ມີ 1/8 ຈຳນວນ​ວຽກ​ເຮັດ​ງານ​ທຳ​ທີ່​ກ່ຽວຂ້ອງ​ເຖິງ​ຂະ​ແໜງ​ອຸດສາຫະກຳ​ນີ້. ພ້ອມ​ກັນ​ນັ້ນ​ແມ່ນ​ການ​ກະຕຸກ​ຊຸກຍູ້​ສະພາ​ແຫ່ງ​ຊາດ ອາເມລິກາປັບປຸງ​ປະມວນ​ກົດໝາຍ​ວ່າ​ດ້ວຍ​ສ່ວຍສາ​ອາກອນ​ໂດຍ​ໄວ. ​ໃນ​ຊຸ​ມມື້ທ້າຍ​ປີ 2012, ຕາມ​ແຫຼ່ງຂ່າວ​ຈາກ​ກະຊວງ​ແຮງ​ງານ ອາເມລິກາ​​ແລ້ວ, ອັດຕາ​ໄພ​ວ່າງ​ງານ​ຢູ່ ອາເມລິກາ​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 7,7% ​ໃນ​ເດືອນ 11, ຊຶ່ງ​ແມ່ນ​ລະດັບ​ຕ່ຳ​ທີ່​ສຸດ​ໃນ​ເກືອບ 4 ປີທີ່​ຜ່ານ​ມາຢູ່​ປະ​ເທດ​ນີ້. ນີ້​ແມ່ນ​ຜົນສຳ​ເລັດ​ທີ່​ບໍ່​ອາດ​ບັນລຸ​ໄດ້​ຢ່າງ​ງ່າຍດາຍ.

    ທາງ​ດ້ານ​ນະ​ໂຍບາຍການ​ຕ່າງປະ​ເທດ, ທ່ານ Barack Obama ​ໄດ້ປະສົບ​ຜົນສຳ​ເລັດ​ດີ​ພໍ​ສົມຄວນ​, ຂະນະທີ່​ທ່ານ​ຈຳ​ກັດ​ໄດ້​ທ່າ​ເພີ່ີມທະວີ​ດ້ານ​ການ​ທະຫານ​ຢູ່​ບາງ​ສະໜາມ​ຮົບ​ທີ່​ບໍ່​ຈຳ​ເປັນ. ດ້ວຍ​ການ​ຕົກລົງ​ຖອນ​ທະຫານ​ອອກ​ຈາກ​ສະໜາມຮົບ ອັບ​ກາ​ນິສຖານ ​ແລະ ອີຣັກ, ທ່ານປະທານາທິບໍດີ Barack Obama ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຈາກ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງອາເມລິກາ, ພ້ອມ​ທັງ​ເປັນ​ການ​ຢຸດຕິ​ຄວາມ​ອິດ​ເມື່ຶອຍຂອງ​ທະຫານ ອາເມລິກາ​ຢູ່​ສະໜາມຮົບ​ເຫຼົ່າ​ນີ້. ​ເຖິງ​ວ່າ ມີ​ການສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ແຂງ​ກະດ້າງ​ບົນ​ເວທີ​ການ​ເມືອງ​ສາກົ​ນ ​ແນ​ໃສ່​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ​ຢືນ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ມະຫາ​ອຳນາດ​ກໍ​ຕາມ, ​ແຕ່​ທ່ານປະທານາທິບໍດີ Barack Obama ຍັງ​ຄົງ​ຍົກ​ອອກບັນດາ​ທັດສະນະ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດກັບ​ຝ່າຍ​ຕ່າງໆ. ການ​ພົວພັນ​ລະຫວ່າງ​ວໍ​ຊິງ​ຕັນ​ກັບ​ໂລກ​ອາຣັບ ກໍ​ມີ​ການ​ຫັນປ່ຽນ​ຕາມ​ທິດ​ຕັ້ງໜ້າ. ມີ​ຈຸດ​​ປ່ຽນ​ແປງໃຫຍ່​ອີກ​ອັນໜຶ່ງ​ໃນ​ນະໂຍບາຍການ​ຕ່າງປະ​ເທດ​ຂອງ ອາເມລິກາ​ໃນ​ປີ 2012, ນັ້ນ​ແມ່ນ​ການ​ຫັນ​ທິດ​​ໃຈກາງສູ່​ອາຊີ-ປາຊີ​ຟິກ, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ພົວພັນ​ກັບ​ອີນ​ເດຍ, ຮັດ​ແໜ້ນ​ການ​ພົວພັນ​ແບບ​ພັນທະ​ມິດ​ກັບ​ຍີ​ປຸ່ນ, ສ.​ເກົາຫຼີ, ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ຢ່າງ​ຕໍ່​ເນ່ືອງ. ​ເລື່ອງ​ທ່ານປະທານາທິ ບໍດີ Barack Obama ​ເລືອກ​ເຟັ້ນ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ແມ່ນ​ສະຖານ​ທີ່​​ແວ່ຢ້ຽມຢາມ​ທຳ​ອິດ​ໃນ​ການ​ເດີນທາງຢ້ຽມຢາມ​ພາຍຫຼັງ​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເປັນ ປະທານາທິບໍດີອີກ​ສະ​ໄໝ​ໜຶ່ງນັ້ນ ກໍ​ແມ່ນ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຢ່າງ​ແຂງ​ແຮງ​ຂອງອາເມລິກາແມ່ນສົ່ງ​ຜົນ​ສະທ້ອນ ​ເຖິງ​ພາກ​ພື້ນ​ນີ້.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຊາວອາເມລິກາຕ້ອງການ​ມີທ່ານ Barack Obama ​ເປັນປະທານາທິບໍດີອີກ​ສະ​ໄໝ​ໜຶ່ງ. ​ເຂົາ​ເຈົ້າ​ຫວັງ​ວ່າ ຜູ້ນຳ​ປະ​ເທດ ອາເມລິກາ ຈະ​ຫັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ​ທີ່​ມີ​ຕໍ່ ຜູ້​ມີ​ສິ​ດ​ເລືອກ​ຕັ້ງ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ປີ 2013, ຜູ້​ມີ​ສິ​ດ​ເລືອກ​ຕັ້ງຊາວອາເມລິກາ ອີກເທື່ອໜຶ່ງ ມີຄວາມເຊື່ອໝັ້ນ ຝາກຄວາມຫວັງຕໍ່ປະທານາທິບໍດີ Barack Obama ຜູ້ຈະນຳພາປະເທດ ອາເມລິກາຢ່າງປະສົບຜົນສຳເລັດ ແລະ ນຳປະເທດອາເມລິກາກັບຄືນສູ່ທີ່ຕັ້ງ ບົດບາດ​ເປັນ​ປະ​ເທດ​ມະຫາ​ອຳນາດ​ເບີ​ໜຶ່ງ​ຂອງ​ໂລກ .

ຕອບກັບ

ຂ່າວ/ບົດ​ອື່ນ