ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ

(VOVWORLD) - ການປ່ຽນແປງໃໝ່ປະດິດຄິດສ້າງ ເວົ້າລວມ ຫຼື ເລີ່ມຕົ້ໜທຸລະກິດປະດິດຄິດສ້າງ ເວົ້າສະເພາະ ແມ່ນໜຶ່ງໃນບັນດາປັດໄຈຊີ້ນຳສ້າງການພັດທະນາແບບຍືນຍົງ ໃຫ້ແກ່ປະເທດໜຶ່ງ ເຂດແຄ້ວນໜຶ່ງ. ຢູ່ ຫວຽດນາມ ຈາກແຜນນະໂຍບາຍຂອງພັກ ແລະ ລັດ, ບັນດາກະຊວງ ແລະ ຂະແໜງການໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍການປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ ຈາກນັ້ນກໍ່ຊຸກຍູ້ຊາວໜຸ່ມປະຕິບັດບັນດາໂຄງການເລີ່ມຕົ້ນທຸລະກິດ ຄ່ອຍໆສ້າງລະບົບນິເວດເລີ່ມຕົ້ນທຸລະກິດຢ່າງກວ້າງຂວາງຢູ່ພາຍໃນ  ແລະ ຕ່າງປະເທດເປັນຮູບປະທຳ.

 

 

VOXPOP 1: ຫວຽດນາມ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກກ່ຽວກັບກອບກົດໝາຍຢ່າງແທ້ຈິງ ໃຫ່ແກ່ການເລີ່ມຕົ້ນທຸລະກິດ ປະດິດຄິດສ້າງ, ຍິ່ງກວ່ານັ້ນຍັງອຳນວຍຄວາມສະດວກ ແລະ ພັດທະນາຫຼາຍກວ່າ ເມື່ອທຽບໃສ່ຫຼາຍພື້ນຖານເສດຖະກິດທຶນນິຍົມ.

VOXPOP 2: ປະຊາຄົມເລີ່ນຕົ້ນທຸລະກິດ ປະດິດຄິດສ້າງ ຫວຽດນາມເປັນຕົ້ນແມ່ນລຸ້ນໄວໜຸ່ມ ສືບຕໍ່ເສີມຂະຫຍາຍທາດແທ້ ຄຸນທາດ ສະຕິປັນຍາຂອງຊາວ ຫວຽດນາມ ກ້າປະເຊີນໜ້າກັບຄວາມຫຍຸ້ງຍາກ ສິ່ງທ້າທາຍ ບໍ່ຢ້ານປະລາໄຊ ມີກຳລັງໜູນຢ່າງແຂງແຮງ ດ້ວຍຄວາມເຊື່ອໝັ້ນ ແລະ ຄວາມເມົາມົວຢ່າງແຮງກ້າ ກ້າຄິດກ້າທຳ ກ້າປ່ຽນແປງໃໝ່ປະດິດຄິດສ້າງ ກ້າເລີ່ມຕົ້ນທຸລະກິດ ເພື່ອສ້າງຜົນງານຢ່າງໃຫຍ່ຫຼວງໃນພາກພື້ນ ແລະ ໃນໂລກ.                                    

                                                   ************

    ພາກທີ 1: ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ.

      ການປ່ຽນແປງໃໝ່ປະດິດຄິດສ້າງ ເວົ້າລວມ ຫຼື ເລີ່ມຕົ້ໜທຸລະກິດປະດິດຄິດສ້າງ ເວົ້າສະເພາະ ແມ່ນໜຶ່ງໃນບັນດາປັດໄຈຊີ້ນຳສ້າງການພັດທະນາແບບຍືນຍົງ ໃຫ້ແກ່ປະເທດໜຶ່ງ ເຂດແຄ້ວນໜຶ່ງ. ຢູ່ ຫວຽດນາມ ຈາກແຜນນະໂຍບາຍຂອງພັກ ແລະ ລັດ, ບັນດາກະຊວງ ແລະ ຂະແໜງການໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍການປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ ຈາກນັ້ນກໍ່ຊຸກຍູ້ຊາວໜຸ່ມປະຕິບັດບັນດາໂຄງການເລີ່ມຕົ້ນທຸລະກິດ ຄ່ອຍໆສ້າງລະບົບນິເວດເລີ່ມຕົ້ນທຸລະກິດຢ່າງກວ້າງຂວາງຢູ່ພາຍໃນ  ແລະ ຕ່າງປະເທດເປັນຮູບປະທຳ. ນີ້ແມ່ນບັນດາໝາກຜົນທຳອິດ ໃນເສັ້ນທາງນຳ ຫວຽດນາມ ກາຍເປັນດິນແດນແຫ່ງປະດິດຄິດສ້າງຄື ບົດລາຍກ່ຽວກັບລະບົບນິເວດປ່ຽນແປງໃໝ ປະດິດຄິດສ້າງ  ເປີດກວ້າງ ຫວຽດນາມ ໂດຍພື້ນຖານເຊື່ອມຕໍ່ການປ່ຽນແປງໃໝ ປະດິດຄິດສ້າງ Bambu UP ສ້າງຂຶ້ນໃນປີ 2022.

ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ - ảnh 1ອ້າຍຫງວຽນຮົ່ງຮຸຍ ແນະນຳຜະລິດຕະພັນຂອງບໍລິສັດຕົນໃຫ້ນັກຂ່າວ
(ພາບ:Báo Nhân dân)

      ຢູ່ເຂດດິນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງເມືອງ ເຊີນເຢຶອງ  ແຂວງ ຕວຽນກວາງ, ອ້າຍ ບຸ່ຍວັນຮວ່າງ  ປະລິນຍາຕີ ຂະແໜງເຕັກໂນໂລຊີ ໄດ້ເລືອກເອົາການຢູ່ບ້ານເກີດເພື່ອເລີ່ມຕົ້ນທຸລະກິດ ຈາກການປູກຕົ້ນເຂືອແດງ. ອ້າຍ ຮວ່າງ ໄດ້ສ້າງຕັ້ງ ສະຫະກອນບໍລິການຜະລິດປຸງແຕ່ງ ຜະລິດຕະພັນກະເສດ ເຄື່ອງປ່າຂອງດົງ ເຮີບຮວ່າ ຜະລິດຊາຈຸ່ມເຂືອແດງ ແລະ ໄດ້ຮັບການໜູນຊ່ວຍເຂົ້າເຖິງທຶນກູ້ຢືມ ຈາກສະມາຄົມນັກທຸລະກິດໜຸ່ມ ຕວຽນກວາງ. ໂດຍໄດ້ເລີ່ມຕົ້ນທຸລະກິດເມື່ອປີ 2020 ໃນສະພາບໂລກ ລະບາດໂຄວິດ - 19 ຜັນແປຢ່າງສັບສົນ, ອ້າຍ ຮວ່າງ ໄດ້ຍາດແຍ່ງບັນດາໂອກາດ ເພື່ອໂຄສະນາຜະລິດຕະພັນ. ປັດຈຸບັນ ຜະລິດ ຊາຈຸ່ມເຂືອແດງ ເຮີບຮວ່າ ໄດ້ບັນລຸມາດຕະຖານ OCOP ສີ່ດາວ ຂອງ ຫວຽດນາມ. ອ້າຍ ຮວ່າງ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າໄດ້ນຳໃຊ້ເຕັກໂນໂລຊີ ດີຈີຕອນໃນຂັ້ນຕອນຜະລິດ ແລະ ຂາຍສິນຄ້າຂອງຕົນ, ນຳໃຊ້ການຂາຍສິນຄ້າແບບເອເລັກໂຕນິກຜ່ານເຄື່ອຂ່າຍອິນເຕີເນັດ. ແຕ່ການສຳຜັດຂອງພວກຂ້າພະເຈົ້າກໍ່ຍັງຖືກຈຳກັດຢູ່”.            

      ສ່ວນອ້າຍຫງວຽນຮົ່ງຮຸຍ ໄດ້ເລືອກເອົາຕົ້ນ ກາກາວ ເຊິ່ງແມ່ນສິນພິເສດຂອງແຂວງ ຕຽນຢາງ ເພື່ອຜະລິດເປັນ ໂຊໂກລາ ຄຸນນະພາບສູງ. ປັດຈຸບັນລາວເປັນຜູ້ອຳນວຍການບໍລິຫານ ແລະ ສ້າງຕັ້ງບໍລິສັດ Socola Hallelu ຈຳກັດ. ອ້າຍ ຮຸຍ ເວົ້າວ່າ:

      “ເສດຖະກິດໄດ້ຮັບຜົນສະທ້ອນຈາກໂຄວິດ - 19 ແຕ່ພວກຂ້າພະເຈົ້າຍັງຄົງເດີນຕາມອາຊີບເປັນຢ່າງດີ. ບັນດາຜະລິດຕະພັນສົ່ງອອກໄປຂາຍໃຫ້ເອີລົບ ກໍ່ຖືກຈຳໜ່າຍຢ່າງຫຼວງຫຼາຍ. ພວກຂ້າພະເຈົ້າຈະເປີດກວ້າງການຜະລິດ ເພື່ອຈຳໜ່າຍສິນຄ້າຫຼາຍກວ່າຢູ່ ເອີລົບ ແລະ ຍີ່ປຸ່ນ”.

     ໃນຊຸມປີທີ່ຜ່ານມາ ລະບົບກົດໝາຍ ແລະ ກອບນະໂຍບາຍ ເພື່ອຊຸກຍູ້ລະບົບນິເວດ ປ່ຽນແປງໃໝ່ ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດຢູ່ ຫວຽດນາມ ນັບມື້ໄດ້ຮັບການສ້າງໃຫ້ສົມບູນແບບ. ໜຶ່ງໃນບັນດາແຫຼ່ງທຶນກູ້ຢືມທຳທິດ ເຊິ່ງຊາວໜຸ່ມສ່ວນຫຼາຍເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ ປະດິດຄິດສ້າງທີ່ເຂົ້າເຖິງ ແມ່ນຈາກແຫຼ່ງທຶນຂອງສະມາຄົມສະຫະພັນຊາວໜຸ່ມ ຫວຽດນາມ. ອ້າຍ ຫວູຮຸຍເຢືອງ ຮອງຫົວໜ້າຄະນະສາມັກຄີ ແລະ ເຕົ້າໂຮມຊາວໜຸ່ມສູນກາງ ຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ:

      “ເດືອນກໍລະກົດທີ່ຜ່ານມາ ສູນກາງຊາວໜຸ່ມ ກໍ່ໄດ້ເປັນເສນາທິການໃຫ້ແກ່ລັດຖະບານ ອະນຸມັດຜ່ານໂຄງການໜູນຊ່ວຍຊາວໜຸ່ມ ເລີ່ມຕົ້ນທຸລະກິດ ໄລຍະ 2022 - 2030. ນີ້ແມ່ນຂ່າວທີ່ດີທີ່ມ່ວນໃຫ້ແກ່ປະຊາຄົມເລີ່ມຕົ້ນທຸລະກິດ ໃນນັ້ນມີສີ່ໝວດມາດຕະການໜູນຊ່ວຍ, ບັນດາຄະນະຊາວໜຸ່ມແຂວງນະຄອນ, ຄະນະກຳມະການປະຊາຊົນບັນດາແຂວງ ປະຕິບັດໂຄງການເພື່ອໜູນຊ່ວຍໃຫ້ແກ່ປະຊາຄົມຊາວໜຸ່ມ ເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ ປະດິດຄິດສ້າງ”.

         ປີ 2022 ລະບົບນິເວດເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່ ປະດິດຄິດສ້າງ ຫວຽດນາມ ມີການລົງທຶນລວມມູນຄ່າ 2 ຕື້ USD ສາມາດຮັກສາບົດບາດເປັນດວງດາວພວມຮຸ່ງໃສ ກ່ຽວກັບການເລີ່ມຕົ້ນທຸລະກິດ ໃນຈຳນວນບັນດາປະເທດ ອາຊີ.

ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ - ảnh 2ອ້າຍ ຫງວຽນຟຸກບິ່ງ ອະດີດປະທານສະມາຄົມນັກສຶກສາຫວຽດນາມຢູ່ ອົດສະຕາລີ
(ພາບ:nld.com.vn)

ການຕອບສຳພາດ

        ລະບົບນິເວດເລີ່ມຕົ້ນທຸລະກິດບໍ່ພຽງແຕ່ສ້າງຂຶ້ນແບບຍືນຍົງຢູ່ ຫວຽດນາມ ເທົ່ານັ້ນ, ຫາກຍັງພັດທະນາຢ່າງແຂງແຮງຢູ່ຫຼາຍປະເທດໃນໂລກອີກດ້ວຍ.ພິເສດແມ່ນຢູ່ ອົດສະຕາລີ ແຫ່ງທີ່ມີຈຳນວນນັກຮຽນນັກສຶກສາຊາວໜຸ່ມຫວຽດນາມມາຮຽນແລະ ສ້າງອາຊີບເປັນຈຳນວນຫຼາຍ. ອ້າຍ ຫງວຽນຟຸກບິ່ງ ອະດີດປະທານສະມາຄົມນັກສຶກສາຫວຽດນາມຢູ່ ອົດສະຕາລີ ແຈ້ງໃຫ້ຮູ້ກ່ຽວກັບສິ່ງນີ້ ໃນການແລກປ່ຽນກັບນັກຂ່າວ VOV.

    ນັກຂ່າວ: ໂດຍແມ່ນຜູ້ມີຄວາມຜູກພັນຢ່າງສະໜິດແໜ້ນກັບບັນດາການເຄື່ອນໄຫວຂອງຊາວໜຸ່ມນັກສຶກສາຢູ່ບໍລິເວນ ຂໍທ່ານແຈ້ງໃຫ້ຮູ້ ກ່ຽວກັບການເຄື່ອນໄຫວແປງປ່ຽນໃໝ່ ປະດິດຄິດສ້າງເລີ່ມຕົ້ນທຸລະກິດປະດິດຄິດສ້າງຂອງນັກຮຽນນັກສຶກສາຊາວໜຸ່ມຫວຽດນາມຢູ່ ອົດສະຕາລີ.   

     ຄຳຕອບ: ຢູ່ອົດສະຕາລີ ມີສູນໃຫຍ່ສອງແຫ່ງນັ້ນແມ່ນ Sydney ແລະ Melbourn. ສູນສອງແຫ່ງນີ້ໄດ້ດຶງດູດຫຼາຍກວ່າ 80% ຈຳນວນຊາວໜຸ່ມນັກສຶກສາ ຫວຽດນາມມາຮຽນ.ຢູ່ສູນສອງແຫ່ງນີ້ ຂະບວນການກ່ຽວກັບເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ ປະດິດຄິດສ້າງແມ່ນຟົດຟື້ນທີ່ສຸດ. ແລະໃນຊຸມປີມໍ່ໆມານີ້ ບັນດາຊື່ເອີ້ນທີ່ກ່ຽວຂ້ອງເຖິງນັກຮຽນນັກສຶກສາ  ເລີ່ມຕົ້ນທຸລະກິດຢ່າງປະສົບຜົນສຳເລັດຢູ່ ອົດສະຕາລີກໍ່ມີຫຼາຍສົມຄວນ ຍົກຕົວຢ່າງຄື:  Harrison AI, Helo Clever….

ນັກຂ່າວ: ເປັນອັນວ່າ ສະມາຄົມນັກສືກສາຫວຽດນາມໄດ້ມີການສົ່ງເສີມໜູນຊ່ວຍຄືແນວໃດໃຫ້ແກ່ການເຄື່ອນໄຫວເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງຂອງນັກສຶກສາຫວຽດນາມຢູ່ທີ່ນີ້?

            ຄຳຕອບ: ໂດຍສືບຕໍ່ບັນດາໂຄງການ ແນວຄວາມຄິດກໍ່ຄືບັນດາຂະບວນການຢູ່ພາຍໃນປະເທດ, ສະມາຄົມນັກສຶກສາຫວຽດນາມຢູ່ ອົດສະຕາລີກໍ່ໄດ້ນຳເອົານ້ຳໃຈເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ ປະດິດຄິດສ້າງຈາກຫວຽດນາມໄປຍັງອົດສະຕາລີ. ສະມາຄົມນັກສຶກສາຂັ້ນລັດ Sydney ແລະ Melbourn ກໍ່ໄດ້ຈັດຕັ້ງບັນດາການປະກວດຢ່າງເປັນປະຈຳ ຈັດຕັ້ງການພົບປະເຊື່ອມຕໍ່ກັບນັກຊ່ຽວຊານ, ບັນດາຜູ້ກ້າວເດີນກ່ອນ,ຈັດກອງປະຊຸມສຳມະນາຫົວເລື່ອງທຸລະກິດ ເລີ່ມຕົ້ນທຸລະກິດ. ຜ່ານນັ້ນບັນດາເພື່ອນໜຸ່ມກໍ່ມີການສັງເກດຕີລາຄາກ່ຽວກັບຮູບພາບສ້າງທຸລະກິດເວົ້າລວມແລະເລີ່ມຕົ້ນທຸລະກິດ ເວົ້າສະເພາະ ຈະມີຄວາມຫຍຸ້ງຍາກຄືແນວໃດສິ່ງທ້າທາຍຄືແນວໃດ. ພ້ອມກັນນັ້ນສະມາຄົມນັກສຶກສາຍັງມີເຄືອຂ່າຍປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ - ອົດສະຕາລີເປັນແຫ່ງເຄື່ອນໄຫວ ສຳລັບບັນດາເພື່ອນທີ່ເຂົ້າຮ່ວມການແຂ່ງຂັນເຊື່ອມຕໍ່ ການຈັດຕັ້ງກອງປະຊຸມສຳມະນາ,ເວທີປາໄສເພື່ອເຊື່ອມຕໍ່ລະຫວ່າງຊາວໜຸ່ມກັບບັນດານັກລົງທຶນຢູ່ພາຍໃນປະເທດ. ພ້ອມກັນນັ້ນກໍ່ຍັງຈັດຕັ້ງກອງປະຊຸມສຳມະນາລົງເລິກການສົ່ງເສີມປະຕິບັດບັນດາການເຄື່ອນໄຫວປ່ຽນແປງໃໝ່ ປະດິດຄິດສ້າງ . ການເຄື່ອນໄຫວເຫຼົ່ານີ້ ໄດ້ສ້າງກຳລັງໜູນເພື່ອໃຫ້ຂະບວນການເລີ່ມຕົ້ນທຸລະກິດແລະປ່ຽນແປງໃໝ່ ປະດິດຄິດສ້າງຂອງຊາວໜຸ່ມນັກສຶກສາຫວຽດນາມຢູ່ ອົດສະຕາລີຍິ່ງຟົດຟື້ນຂຶ້ນຕື່ມ.

      ນັກຂ່າວ: ທ່ານຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນປະດິດຄິດສ້າງປ່ຽນແປງໃໝ່ ປະດິດຄິດສ້າງໃນໝູ່ຊາວໜຸ່ມນັກສຶກສາ ຫວຽດນາມໄລຍະປັດຈຸບັນ?          

         ຄຳຕອບ: ໃນໄລຍະປັດຈຸບັນ ອາດເຫັນໄດ້ວ່າບັນດາເພື່ອນໜຸ່ມພວມຫ້າວຫັນທີ່ສຸດ. ເມື່ອພວກເຮົາອອກສູ່ທ້ອງຖະໜົນ ຢູ່ໃສກໍ່ໄດ້ຍິນກ່ຽວກັບເລີ່ມຕົ້ນທຸລະກິດປ່ຽນແປງໃໝ່ ປະດິດຄິດສ້າງພິເສດໃນໝູ່ໄວໜຸ່ມ. ສິ່ງນີ້ມີຄວາມໝາຍວ່າເປັນການກຳນົດທິດຂອງອົງການທີ່ຮັບຜິດງຊອບຂອງລັດຫວຽດນາມໄດ້ປະຕິບັດຢ່າງຖືກຕ້ອງ ໄດ້ສ້າງຄວາມເຊື້ອໝັ້ນກຳລັງໜູນໃຫ້ແກ່ບັນດາຊາວໜຸ່ມ. ຊາວໜຸ່ມນັກສຶກສາຫວຽດນາມເຖິງວ່າຈະຢູ່ໃສຢູ່ພາຍໃນຫຼືຕ່າງປະເທດກໍ່ຕາມ ພວກເພື່ອນກໍ່ລ້ວນແຕ່ມີນ້ຳໃຈດຳເນີນທຸລະກິດນ້ຳໃຈເລີ່ມຕົ້ນທຸລະກິດ. ນີ້ແມ່ນສິ່ງທີ່ສຳຄັນເປັນຫຼັກແຫຼ່ງແກ່ນສານ. ຄວາມສາມາດບົ່ມຊ້ອນປ່ຽນແປງໃໝ່ ປະດິດຄິດສ້າງຂອງຫວຽດນາມແມ່ນໃຫຍ່ຫຼວງທີ່ສຸດ.

     ນັກຂ່າວ:  ຂໍຂອບໃຈນຳທ່ານທີ່ໄດ້ໃຫ້ສຳພາດ.

******

ພາກທີ II: “ປ່ຽນໃໝ່ປະດິດຄິດສ້າງຈາກປັນຍາ ຫວຽດ”

ຖ້າຫາກບໍ່ໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດ ເຕັກນິກ ຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ຢ່າງວ່ອງໄວ ແລະ ເປັນຢ່າງດີ, ບໍ່ມານະພະຍາຍາມຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ການຫັນເປັນດີຈີຕອນນັ້ນ ບັນດາເປົ້າໝາຍຍຸດທະສາດເສດຖະກິດ - ສັງຄົມ ຮອດປີ 2030, ວິໄສທັດຮອດປີ 2045 - ນຳ ຫວຽດນາມ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ກໍ່ຍາກທີ່ຈະປະກົດຜົນເປັນຈິງໄດ້”. ນັ້ນແມ່ນຄຳຢັ້ງຢືນຂອງບັນດານັກຊ່ຽວຊານສາກົນ ແລະ ພາຍໃນປະເທດຫຼາຍທ່ານ ເມືື່ອສັງລວມຄວາມມານະພະຍາຍາມຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຈາກລະດັບມະຫາພາກ ຕະຫຼອດຮອດລະດັບຂອງນັກທຸລະກິດ, ວິສາຫະກິດ ແລະ ປະຊາຊົນ ຫວຽດນາມ ແຕ່ລະຄົນ.

ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ - ảnh 3ທ່ານ ຫງວຽນຈີຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ
(ພາບ: Báo Thanh Tra)

ຫວ່າງແລ້ວນີ້, ໃນທ້າຍເດືອນຕຸລາ 2022, ທີ່ເຫດການຂະໜາດສາກົນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ທ່ານ ຫງວຽນຈີຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເນັ້ນໜັກວ່າ: “ໃນລະດັບມະຫາພາກ, ເປົ້າໝາຍຂອງທົ່ວພື້ນຖານເສດຖະກິດແມ່ນໃຫຍ່ຫຼວງທີ່ສຸດ, ໃນ 7 ປີຕໍ່ໜ້າ, ແມ່ນປີ 2030, ຫວຽດນາມ ຕ້ອງແມ່ນປະເທດພວມພັດທະນາ, ລະດັບອຸດສາຫະກຳທັນສະໄໝ, ລະດັບລາຍຮັບສະເລ່ຍຕໍ່ຫົວຄົນສູງ;  23 ປີຕໍ່ໄປ, ຫວຽດນາມ ແມ່ນປະເທດພັດທະນາ, ລະດັບອຸດສາຫະກຳທັນສະໄໝ, ມີລະດັບລາຍຮັບສະເລ່ຍຕໍ່ຫົວຄົນສູງ. ບົດບາດຂອງວິທະຍາສາດ, ອຸດສາຫະກຳ, ການປ່ຽນແປງໃໝ່ປະດິດຄິດສ້າງສຳລັບທຸກໆປະເທດແມ່ນມີຄວາມສຳຄັນທີີ່ສຸດ, ພິເສດແມ່ນສຳລັບ ຫວຽດນາມ”. ທ່ານໃຫ້ຮູ້ຕື່ມອີກວ່າ:

“ຫວຽດນາມ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນໄລຍະ 35 ປີແຫ່ງການປ່ຽນແປງໃໝ່ຜ່ານມາ, ແຕ່ກໍ່ພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງຈາກພາຍນອກ. ເຮັດແນວໃດເພື່ອຜ່ານຜ່າໄດ້? ຫວຽດນາມ ກຳນົດເສັ້ນທາງໜຶ່ງດຽວ, ກາລະໂອກາດໜຶ່ງດຽວ ນັ້ນແມ່ນຍາດແຍ່ງກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີ 4. ນີ້ແມ່ນກາລະໂອກາດໃຫ້ແກ່ ຫວຽດນາມ. ຫວຽດນາມ ໄດ້ຢັ້ງຢືນໃນເອກະສານ, ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ທຸກສະບັບ... ສະພາແຫ່ງຊາດ, ລັດຖະບານ ກໍ່ໄດ້ສຸມໃສ່ສ້າງລະບອບລະບຽບການ, ນັ້ນແມ່ນ ແຜນຍຸດທະສາດ, ແຜນການ, ໂຄງການດຳເນີນງານລະອຽດ ເພື່ອຜັນຂະຫຍາຍ, ເພື່ອເປົ້າໝາຍດັ່ງກ່າວນັ້ນ”.

ຈາກຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ, ກະຊວງແຜນການ ແລະ ການລົງທຶນ ໄດ້ເປັນເສນາທິການໃຫ້ແກ່ພັກ, ລັດຖະບານ ນັບແຕ່ຍຸດທະສາດສັງລວມ ຕະຫຼອດຮອດບັນດາແຜນຮ່າງ, ຮູບແບບເສດຖະກິດໃໝ່ ແລະ ສົມທົບກັບບັນດາກະຊວງ, ຂະແໜງການ ທີ່ກ່ຽວຂ້ອງສ້າງນະໂຍບາຍ, ກົດໝາຍເພື່ອໜູນຊ່ວຍ, ຊຸກຍູ້ການປ່ຽນແປງໃໝ່ຫົວຄິດປະດິດສ້າງ. ການສ້າງສູນປ່ຽນແປງໃໝ່ປະດິດສ້າງແຫ່ງຊາດ (NIC) ແມ່ນໜຶ່ງໃນບັນດາບາດກ້າວ ຢັ້ງຢືນຄວາມມານະພະຍາຍາມນີ້. ຄາດວ່າ, ສູນດັ່ງກ່າວ ຈະໄດ້ນຳເຂົ້າເຄື່ອນໄຫວໃນເດືອນມີນາ 2023.

ບັນຫາສຳຄັນໄດ້ເຕື້ອງເຖິງໃນໄລຍະກໍ່ສ້າງສູນ NIC ໃຫ້ສຳເລັດໂດຍໄວ ນັ້ນແມ່ນ, ສູນຈະເຄື່ອນໄຫວຄືແນວໃດ ແລະ ຕ້ອງການຫຍັງແດ່ ເພື່ອບັນລຸປະສິດທິຜົນສູງສຸດ? ຄຳຕອບແມ່ນຕ້ອງໄດ້ຮັບການໜູນຊ່ວຍ, ຮ່ວມເດີນທາງຈາກທຸກພາກສ່ວນເສດຖະກິດ, ພິເສດແມ່ນບັນດາວິສາຫະກິດເຕັກໂນໂລຊີ. ທ່ານ ເຈືອງຢາບີ່ງ, ປະທານສະພາບໍລິຫານກຸ່ມບໍລິສັດ FPT, ຢັ້ງຢືນວ່າ

“ຂ້າພະເຈົ້າຢາກຮຽກຮ້ອງບັນດາເພື່ອນໜຸ່ມ ຫວຽດນາມ, ບັນດາ startup ຫຼື ພວມເຮັດວຽກຢູ່ບັນດາກຸ່ມບໍລິສັດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຈົ່ງຕັ້ງໜ້າປ່ຽນແປງໃໝ່ປະດິດຄິດສ້າງ. ກຸ່ມບໍລິສັດ FPT ຂອງພວກຂ້າພະເຈົ້າຖືວ່າ ການຫັນເປັນດີຈີຕອນ, ເຕັກໂນໂລຊີ ແມ່ນເສັ້ນທາງໜຶ່ງດຽວ ເພື່ອໃຫ້ພວກຂ້າພະເຈົ້າເຕີບໃຫຍ່ຂະຫຍາຍຕົວ, ພັດທະນາ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນພື້ນຖານຂອງການພັດທະນາແບບຍືນຍົງ, ສະນັ້ນ, ພວກຂ້າພະເຈົ້າ ກຽມພ້ອມໜູນຊ່ວຍດ້ວຍທຸກກຳລັງຄວາມສາມາດ, ກຽມພ້ອມອຸປະຖຳບັນດາແຜນຮ່າງປ່ຽນແປງໃໝ່ປະດິດຄິດສ້າງ; ໜູນຊ່ວຍການເຊື່ອມຕໍ່ກັບບັນດາກອງທຶນໃນໂລກ ແລະ ໜູນຊ່ວຍການເຂົ້າເຖິງຕະຫຼາດ”.

ໂດຍແມ່ນໜຶ່ງໃນບັນດາວິສາຫະກິດນຳໜ້າ ມຸ່ງໄປເຖິງຂະແໜງອຸດສາຫະກຳເຕັກໂນໂລຊີສູງ - ເຕັກໂນໂລຊີແກ່ນສານ “ໂດຍຊາວ ຫວຽດນາມ - ສຳລັບທົ່ວໂລກ”, ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມກອງທັບ Viettel  ໄດ້ກຳນົດຄວາມຮັບຜິດຊອບຂອງ Viettel ແມ່ນພ້ອມກັນຮ່ວມມືກັບນັກທຸລະກິດ - ວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ສ້າງເສດຖະກິດຂອງປະເທດຊາດ. ທ່ານ ຕ່າວດຶກຖັ້ງ, ປະທານສະພາບໍລິຫານ ທັງເປັນຜູ້ອຳນວຍການໃຫ່ຍ Viettel, ຊີ້ແຈ້ງວ່າ:

“ຂໍ້ລິເລີ່ມ, ແນວຄວາມຄິດປ່ຽນແປງໃໝ່ປະດິດຄິດສ້າງ ບໍ່ແມ່ນວຽກງານທີ່ບໍ່ສາມາດເຮັດໄດ້, ແຕ່ລະມື້ ຕ້ອງມີແນວຄວາມຄິດ ເພື່ອເຮັດໃຫ້ວຽກງານບັນລຸຜົນງານດີກ່ວາ. ໂດຍເປັນກຸ່ມບໍລິສັດນຳໜ້າໃນການປະດິດຄິດສ້າງເຕັກໂນໂລຊີ, ນຳໜ້າໃນການສ້າງສັງຄົມ ຫວຽດນາມ ດີຈີຕອນ, ພວກຂ້າພະເຈົ້າໄດ້ສ້າງລະບົບນິເວດ ໃຫ້ແກ່ບັນດາວິສາຫະກິດພັດທະນາ, ພວກຂ້າພະເຈົ້າສ້າງໂຄງລ່າງລະບົບ 4G, 5G, cloud, ນຳໜ້າໃນການສ້າງລະບົບ IOT. ນຳໜ້າພ້ອມກັນເຂົ້າຮ່ວມແກ້ໄຂບັນຫາຂອງສັງຄົມ”.

ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ - ảnh 4ທ່ານ ປອ Rafael Frankel, ຜູ້ອຳນວຍການອົງການນະໂຍບາຍສາທາລະນະ ຮັບຜິດຊອບ ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ສັງກັດກຸ່ມບໍລິສັດ Meta
(ພາບ:Báo Dân sinh)

ເພື່ອຫັນແນວຄວາມຄິດປ່ຽນແປງໃໝ່ປະດິດຄິດສ້າງ “ຂະໜາດໃຫຍ່” ໃຫ້ປະກົດຜົນເປັນຈິງ, ຍາມໃດ ກໍ່ຕ້ອງມີກຳລັງໜູນ ແລະ ແຫຼ່ງກຳລັງ. ນັ້ນແມ່ນລະບົບນະໂຍບາຍກົດໝາຍທີ່ເໝາະສົມ ມີລັກສະນະໄຫວພິບ, ສ້າງເງື່ອນໄຂໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງ; ນັ້ນແມ່ນຄ່າໃຊ້ຈ່າຍ ແລະ ຊັບພະຍາກອນມະນຸດ. ສິ່ງດັ່ງກ່າວນີ້ຕ້ອງມີການໜູນຊ່ວຍທັງດ້ານຄ່າໃຊ້ຈ່າຍ ແລະ ຄວາມຮູ້ຈາກບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ. ທ່ານ ປອ Rafael Frankel, ຜູ້ອຳນວຍການອົງການນະໂຍບາຍສາທາລະນະ ຮັບຜິດຊອບ ພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ສັງກັດກຸ່ມບໍລິສັດ Meta, ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຕີລາຄາສູງ ລັດຖະບານ ຫວຽດນາມ ກ່ຽວກັບວິໄສທັດຫັນເປັນດີຈີຕອນ ແລະ ຍາດແຍ່ງກາລະໂອກາດຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ພວກຂ້າພະເຈົ້າພວມ ແລະ  ຈະຕັ້ງໜ້າໜູນຊ່ວຍ ດ້ວຍການກະທຳຢ່າງລະອຽດ ນັ້ນແມ່ນ ຜັນຂະຫຍາຍການບຳລຸງສ້າງທັກສະດີຈີຕອນໃຫ້ແກ່ນັກຮຽນ 580.000 ຄົນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເກືອບ 64.000 ແຫ່ງ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຢັ້ງຢືນຄືນໃໝ່ ຄຳໝັ້ນສັນຍາໃນການໜູນຊ່ວຍ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ພື້ນຖານເສດຖະກິດດີຈີຕອນ ຫວຽດນາມ”.

ໃນຄວາມມານະພະຍາຍາມຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຫວຽດນາມ ພວມໄດ້ຮັບການສະໜັບສະໜູນ ແລະ ຄຳໝັ້ນສັນຍາຮ່ວມເດີນທາງ ຈາກບັນດາກຸ່ມບໍລິສັດໃຫຍ່ຢູ່ພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ຫວຽດນາມ ມີຈຳນວນຊາວໜຸ່ມ ທີ່ມີຄວາມຮູ້, ຄວາມພະຍາຍາມຢ່າງສຸດໃຈ.  ກ່ອນອື່ນໝົດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍຊ່ວຍກະຕຸ້ນ, ຫຼໍ່ລ້ຽງ, ພັດທະນາແຫຼ່ງກຳລັງ, ກຳລັງຄວາມສາມາດປ່ຽນແປງໃໝ່ປະດິດຄິດສ້າງ, ໄດ້ ແລະ ກຳລັງປັບປຸງໃຫ້ສຳເລັດເທື່ອລະກ້າວ, ແມ່ນປັດໄຈສຳຄັນທີ່ສຸດ ເພື່ອເປົ້າໝາຍເປັນເສືອໂຕໃໝ່ໃນການເລີ່ມທຸລະກິດລະດັບພາກພື້ນ ແລະ ໂລກຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິິງ.

******

ພາກທີ III: ປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອຫວຽດນາມ ໝັ້ນຄົງເຂັ້ມແຂງ

        ຕາມຕາຕະລາງຈັດອັນດັບທົ່ວໂລກ ທີ່ ປະກາດໃນທ້າຍປີ 2022, ລະບົບນິເວດ Startup ປ່ຽນແປງໃໝ່ປະດິດຄິດສ້າງ ຂອງ ຫວຽດນາມ ໃນປີ 2022 ໄດ້ຈັດຢູ່ອັນດັບທີ 54/100, ເພີ່ມຂຶ້ນ 5 ຂັ້ນເມື່ອທຽບໃສ່ປີ 2021. ຢູ່ພາກພື້ນ ອາຊີ - ປາຊີຟິກ, ອັນດັບ Startup ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ ກໍ່ເພີ່ມຂຶ້ນຈາກອັນດັບທີ 13 ຂຶ້ນມາຢູ່ອັນດັບທີ 12.

ປ່ຽນແປງໃໝ່ປະດິດຄິດສ້າງ - ບັນດາໝາກຜົນທຳອິດ - ảnh 5ປ.ອ ຫວູກວັກຮຸຍ, ຫົວໜ້າສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC)
(ພາບ:baodautu.vn)

        ໃນບົດລາຍງານປະກາດໃນເດືອນ ກໍລະກົດ ປີ 2022, ທະນາຄານພັດທະນາອາຊີ (ADB), ຢັ້ງຢືນວ່າ: ປັດຈຸບັນ ຫວຽດນາມ ມີບໍລິສັດເຕັກໂນໂລຢີໃຫຍ່ 4 ແຫ່ງ (VNG, VNPAY, Momo, Sky Mavis) ເຊິ່ງຢັ້ງຢືນທີ່ຕັ້ງບົດບາດໃນ ສາມຫຼຽມຄຳ Startup ຂອງ ອາຊີຕາເວັນອອກສ່ຽງໃຕ້, ຢູ່ຄຽງຂ້າງກັບ ສິງກະໂປ ແລະ ອິນໂດເນເຊຍ. ຮູບແບບ Techfest ໄດ້ແຜ່ຂະຫຍາຍໄປໃນທົ່ວປະເທດ ແລະ ໄດ້ຈັດຂຶ້ນຫຼາຍກ່ວາ 10 ຄັ້ງຢູ່ບັດນາເຂດພາກ, ທ້ອງຖິ່ນຕ່າງໆ. ໃນປີ 2022, ມີຫຼາຍເຄືອຂ່າຍໜູນຊ່ວຍ Startup ປະດິດຄິດສ້າງລະດັບທ້ອງຖິ່ນ ແລະ ລະດັບເຂດໄດ້ເປີດຕົວ, ໂດຍສະແດງໃຫ້ເຫັນກຳລັງແຮງ ຂອງລະບົບນິເວດ ນັ້ນແມ່ນໝາກຜົນຂອງຄວາມມານະພະຍາຍາມພາຍຫຼັງ 8 ປີນັບແຕ່ ຫວຽດນາມ ຈັດຕັ້ງວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງຄັ້ງທຳອິດ. ທ່ານ ປ.ອ ຫວູກວັກຮຸຍ, ຫົວໜ້າສູນປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ (NIC) ຂຶ້ນກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ ຢັ້ງຢືນວ່າ:

         ບັນດາອົງການຈັດຕັ້ງສາກົນໄດ້ຕີລາຄາຫວຽດນາມວ່າແມ່ນປະເທດນອນໃນ top 3 ລະບົບນິເວດ Startup ປະດິດຄິດສ້າງທີ່ມີຄວາມຂະຫຍັນຂັນເຄື່ອນທີ່ສຸດຢູ່ພາກພື້ນ ອາຊີເວັນອອກສ່ຽງໃຕ້. ຫວ່າງມໍ່ໆມານີ້, ບົດລາຍງານດັດຊະນີປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ (GII) ປີ 2022 ໂດຍອົງການຊັບສິນທາງປັນຍາ ໂລກ (WIPO), ຢັ້ງຢືນວ່າ ຫວຽດນາມໄດ້ຢູ່ໃນກຸ່ມປະເທດທີ່ບັນລຸຄວາມກ້າວໜ້າທີ່ສຸດໃນທົດສະວັດຜ່ານມາ (ເພີ່ມຂຶ້ນ 20 ອັນດັບ). ຕາມນັ້ນແລ້ວ, ວຽດນາມ ໄດ້ຮັບການຕີລາຄາດີພໍສົມຄວນກ່ຽວກັບລະບອບລະບຽບການ, ລະດັບການພັດທະນາຂອງຕະຫຼາດ, ລະດັບການປັບປຸງການດຳເນີນທຸລະກິດ ແລະ ໝາກຜົນປະດິຄິດສ້າງສົມບູນແບບ.

        ປັດຈຸບັນ, ສ່ວນຫຼາຍບັນດາກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ໃນທົ່ວໂລກ ລ້ວນແຕ່ມີການເຄື່ອນໄຫວລົງທຶນຢູ່ ຫວຽດນາມ. ໃນສະພາບການນັ້ນ, ຄວາມຕ້ອງການນັບມື້ນັບຫຼາຍຂຶ້ນ ໃນການເຄື່ອນໄຫວລົງທຶນຄົ້ນຄ້ວາພັດທະນາ ໄດ້ສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ການຮ່ວມມືລົງທຶນ, ດຳເນີນທຸລະກິດ ໃນຂົງເຂດວິທະຍາສາດເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ, ຊຸກຍູ້ລະບົບນິເວດ Startup ປະດິດຄິດສ້າງພັດທະນາ.

        ຂ້າພະເຈົ້າຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບາ ຫວຽດນາມ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ. າມຂ້າພະເຈົ້າຮູ້ມານັ້ນ ທ່ານລັດຖະມົນຕີ ຫງວຽນຈີຢຸງ ໄດ້ສ້າງສູນປ່ຽນແປງໃໝ່ປະດິຄິດສ້າງ ແຫ່ງຊາດ (National Innovation Center). ສູນດັ່ງກ່າວບໍ່ພຽງແຕ່ແມ່ນສຳນັກງານເທົ່ານັ້ນ, ຫາກຍັງແມ່ນຄວາມເອົາໃຈໃສ່, ຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ທີ່ມີຕໍ່ການ Startup ປະດິດຄິດສ້າງອີກດ້ວຍ. ລັດຖະບານ ຫວຽດນາມ ກໍ່ເປີດອົກເປີດໃຈທີ່ສຸດ ເພື່ອດຶງດູດບັນດາແຫຼ່ງເງິນລົງທຶນທີ່ຄວາມສ່ຽງສູງ (Venture Capital).

        ໃນຫຼາຍປີຜ່ານມາພັກ, ລັດ ແລະ ລັດຖະບານ ຫວຽດນາມ ມີຄວາມເອົາໃຈໃສ່, ລົງທຶນ ແລະ ຊຸກຍູ້ບັນດາການເຄື່ອນໄຫວປ່ຽນແປງໃໝ່ປະດິດຄິດສ້າງຢ່າງແຮງ. ປັດຈຸບັນ, ການປ່ຽນແປງໃໝ່ປະດິດຄິດສ້າງຍິ່ງມີຄວາມພິເສດ ແລະ ມີບົດບາດສຳຄັນໃນການພັດທະນາໄວ ແລະ ຍືນຍົງຂອງປະເທດຊາດ.

        ເພື່ອແນໃສ່ປຸກລຸກແຫຼ່ງພູປັນຍາ ຫວຽດ, ເສີມຂະຫຍາຍກຳລັງແຮງຂອງປະຊາຊົນ ຫວຽດນາມ 100 ລ້ານຄົນ ໃນການປ່ຽນແປງໃໝ່ປະດິດຄິດສ້າງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີຄຳຮຽກຮ້ອງວ່າ:

        ຂ້າພະເຈົ້າຮຽກຮ້ອງໃຫ້ບັນດານັກວິທະຍາສາດ, ບັນດາວິສາຫະກິດ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດປະກອບສ່ວນຕັ້ງໜ້າກ່ວາອີກເຂົ້າໃນພາລະກິດແຫ່ງການ Startup, ປ່ຽນແປງໃໝ່ປະດິດຄິດສ້າງຂອງ ຫວຽດນາມ. ປະຊາຄົມ Startup ປະດິດຄິດສ້າງ ຫວຽດນາມ, ເປັນຕົ້ນແມ່ນຄົນລຸ້ນໜຸ່ມ, ສືບຕໍ່ເສີມຂະຫຍາຍຄຸນທາດ, ພູປັນຍາຂອງຊາວ ຫວຽດນາມ, ກ້າປະເຊີນໜ້າກັບສິ່ງທ້ທາຍ, ຄວາມຫຍຸ້ງຍາກ, ບໍ່ຢ້ານທີ່ຈະປະລາໄຊ, ມີກຳລັໜູນຢ່າງແຮງ ດ້ວຍຄວາມສຸດຈິດສຸດໃຈ, ມີຄວາມເຊື່ອໝັ້ນ, ເມົາມົວ, ກ້າຄິດກ້າທຳ, ກ້າປ່ຽນແປງໃໝ່ປະດິດຄິດສ້າງ, ກ້າ Startup ເພື່ອສ້າງບໍລິສັດໃຫ້ມີການພັດທະນາເທົ່າກັບລະດັບພາກພື້ນ ແລະ ໂລກ, ປະກອບສ່ວນສ້າງສາປະເທດ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ປະຊາຊົນຫວຽດນາມ ນັບມື້ນັບມີຄວາມອີມໜຳສຳລານສົມບູນພູສຸກ.

        ກອງປະຊຸມຄັ້ງທີ 13 ຂອງພັກຊີ້ແຈ້ງວ່າ ການປ່ຽນແປງໃໝ່ປະດິດຄິດສ້າງແມ່ນໜ້າທີ່ບຸກທະລຸຍຸດທະສາດພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ. ສິ່ງນີ້ໄດ້ຫັນເປັນລະອຽດໃນ ຍຸດທະສາດພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງຮອດປີ 2030”, ໂດຍທ່ານນາຍົກລັດຖະມົນຕີ ປະກາດໃຊ້ໃນວັນທີ 11 ພຶດສະພາ ປີ 2022. ບັນດາຜົນສຳເລັດໃນເບື້ອງຕົ້ນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງໃນປີ 2022 ໄດ້ປະກອບສ່ວນຢັ້ງຢືນການກຳນົດທິດຍຸດທະສາດຢ່າງຖືກຕ້ອງ ແລະ ບັນດາມາດຕະການລະອຽດທີ່ເໝາະສົມຂອງພັກ, ລັດ ເພື່ອຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສາງຂອງ ຫວຽດນາມໃນໄລຍະປັດຈຸບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ