ປ່ຽນແປງໃໝ່ປະດິດຄິດສ້າງເພືື່ອໃຫ້ ຫວຽດນາມ ກ້າວເດີນບົນເສັ້ນທາງພ້ອມກັບໂລກ

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາຮູບແບບສູນນະວັດຕະກຳແຫ່ງທຳອິດໃນໂລກ ໂດຍລັດເປັນເຈົ້າຂອງ, ຮັບໃຊ້ບັນດາເປົ້າໝາຍລວມຂອງປະເທດຊາດ.
ປ່ຽນແປງໃໝ່ປະດິດຄິດສ້າງເພືື່ອໃຫ້ ຫວຽດນາມ ກ້າວເດີນບົນເສັ້ນທາງພ້ອມກັບໂລກ - ảnh 1ພິທີເປີດນຳໃຊ້ NIC ຮ່ວາລາກ
(ພາບ: TTXVN)

         ວັນທີ 28 ຕຸລາ ຜ່ານມາ, ຫວຽດນາມ ໄດ້ເປີດນຳໃຊ້ຮາກຖານເຄື່ອນໄຫວໃໝ່ຂອງສູນນະວັດຕະກຳແຫ່ງຊາດ ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາລາກ, ຮ່າໂນ້ຍ (NIC ຮ່ວາລາກ). ເຫດການນີ້ໄດ້ສ້າງຂີດໝາຍສຳຄັນໃນວິວັດການສ້າງສັນລະບົບນິດເວດນະວັດຕະກຳ, ສະແດງໃຫ້ເຫັນວ່າ ຫວຽດນາມ ໄດ້ ແລະ ພວມສຸມແຫຼ່ງກຳລັງເພື່ອພັດທະນາວິທະຍາສາດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳ, ປະຕິບັດພາລະກຳກາຍເປັນສູນນະວັດຕະກຳຢູ່ພາກພື້ນ ແລະ ໃນໂລກ.

        ສູນນະວັດຕະກຳແຫ່ງຊາດ (NIC) ຮ່ວາລາກ ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໄດ້ຮັບການສ້າງຕັ້ງຕາມມະຕິຕົກລົງເລກທີ 1269, ລົງວັນທີ 02 ຕຸລາ 2019 ຂອງນາຍົກລັດຖະມົນຕີ; ມີພາລະໜ້າທີ່ໜູນຊ່ວຍ, ພັດທະນາລະບົບຊີນິເວດນະວັດຕະກຳ ແລະ ເລີ່ມຕົ້ນທຸລະກິດ, ປະກອບສ່ວນປ່ຽນແປງໃໝ່ຮູບແບບການເຕີບໂຕຂອງ ຫວຽດນາມ ໂດຍອີງໃສ່ການພັດທະນາວິທະຍາສາດເຕັກໂນໂລຊີ.

ສ້າງເຂດນະວັດຕະກຳແຫ່ງຊາດ

        NIC ຮ່ວາລາກ ມີເນື້ອທີ່ເຮັດວຽກທັງໝົດເກືອບ 20.000 ຕາແມັດ. ນີ້ແມ່ນໜຶ່ງໃນບັນດາຮູບແບບສູນນະວັດຕະກຳແຫ່ງທຳອິດໃນໂລກ ໂດຍລັດເປັນເຈົ້າຂອງ, ຮັບໃຊ້ບັນດາເປົ້າໝາຍລວມຂອງປະເທດຊາດ. NIC ມີໜ້າທີ່ໜູນຊ່ວຍວິສາຫະກິດສຳຜັດກັບບັນດາແຫຼ່ງກຳລັງໃຫ້ແກ່ນະວັດຕະກຳ; ພັດທະນາລະບົບຊີວະພາບນະວັດຕະກຳ ແລະ ເລີ່ມຕົ້ນທຸລະກິດ; ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານເຕັກໂນໂລຊີ ແລະ ນະວັດຕະກຳທີ່ມີຄຸນນະພາບສູງ; ເຊື່ອມຕໍ່ລະບົບນິເວດປ່ຽນແປງໃໝ່ນະວັດຕະກຳຢູ່ພາຍໃນປະເທດກັບພາກພື້ນ ແລະ ໃນໂລກ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ, ປະຕິບັດພາລະໜ້າກຳ ຫວຽດນາມ ກາຍເປັນສູນນະວັດຕະກຳໃນພາກພື້ນ ແລະ ຢູ່ໃນໂລກ.

        ກ່າວຄຳເຫັນທີ່ພິທີເປີດນຳໃຊ້ NIC ຮ່ວາລາກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຢືນຢັນວ່າ:

        “ເລື່ອງກໍ່ສ້າງສຳເລັດ  ແລະ ນຳສູນນະວັດຕະກຳແຫ່ງຊາດຢູ່ ຮ່ວາລາກ ເຂົ້າໃຊ້ການໄດ້ມີບົດບາດ, ຄວາມໝາຍທີ່ໃຫຍ່ຫຼວງໃນການພັດທະນາລະບົບຊີວະພາບເລີ່ມທຸລະກິດ; ແມ່ນການເລີ່ມຕົ້ນຂອງໄລຍະພັດທະນາໃໝ່ໃນການສະໜອງພື້ນຖານໂຄງລ່າງຢ່າງຄົບຊຸດ ເພື່ອຊຸກຍູ້ລະບົບນິເວດນະວັດຕະກຳຂອງ ຫວຽດນາມ ຢ່າງວ່ອງໄວ ແລະ ແຮງກວ່າອີກ”.

        ມາຮອດປະຈຸບັນ, ເຄືອຂ່າຍໄດ້ມີສະມາຊິກ 2.000 ຄົນ, ລວມມີບັນດານັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ ທີ່ອາໄສຢູ່ 20 ປະເທດ, ເຂດແຄວ້ນ (8 ເຄືອຂ່າຍພາກສ່ວນຢູ່ ເຢຍລະມັນ, ຍີ່ປຸ່ນ, ອົດສະຕາລີ, ສ.ເກົາຫຼີ, ເອີລົບ, ໄຕ້ຫວັນ (ຈີນ), ຝັ່ງຕາເວັນອອກ ແລະ ຝັ່ງຕາເວັນຕົກ (ອາເມລິກາ).

ການຮ່ວມມື, ເຊື່ອມຕໍ່ຢ່າງມີປະສິດທິຜົນ, ຍືນຍົງ, ຮອບດ້ານ

        ພິທີເປີດສະຫຼອງນຳໃຊ້ NIC ຮ່ວາລາກ ໄດ້ສ້າງຂີດໝາຍຂອງການສ້າງຕັ້ງບໍ່ພຽງແຕ່ແມ່ນເຂດນະວັດຕະກຳແຫ່ງຊາດເທົ່ານັ້ນ, ຫາກຍັງແມ່ນສັນຍາລັກ, ເປັນຕົວແທນໃຫ້ແກ່ຄວາມຕັດສິນໃຈຂອງ ຫວຽດນາມ ໃນການຊຸກຍູ້ການປ່ຽນແປງໃໝ່ຮູບແບບການເຕີບໂຕຕາມທິດວ່ອງໄວ, ຍືນຍົງ ໂດຍອີງໃສ່ວິທະຍາສາດເຕັກໂລໂນຊີ ແລະ ນະວັດຕະກຳ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງສູງ, ປະຕິບັດພາລະກິດແຫ່ງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝຢ່າງສຳເລັດຜົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຊີ້ແຈ້ງວ່າ:

        “ຕ້ອງຄົ້ນຄວ້າ, ກ້າຜັນຂະຫຍາຍບັນດາກົນໄກທົດລອງ, ພິເສດສະເພາະໃຫ້ແກ່ບັນດາເປົ້າໝາຍ, ຂົງເຂດນະວັດຕະກຳທີ່ມີຄວາມສາມາດບົ່ນຊ້ອນສ້າງບາດກ້າວບຸກທະລຸ ແລະ ກຳລັງໜູນໃໝ່ໃຫ້ແກ່ພື້ນຖານເສດຖະກິດ. ຕ້ອງສ້າງຍຸດທະສາດ, ແຜນການ, ໂຄງການກະທຳເພື່ອສຸມໃສ່ພັດທະນາບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ນຳມາເຊິ່ງມູນຄ່າເພີ່ມສູງໃຫ້ແກ່ ຫວຽດນາມ ໃນໄລຍະຈະມາເຖິງ, ຄື: ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີ hydrogen ສີຂຽວ. ກະກຽມບັນດາເງື່ອນໄຂດ້ານພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ເພື່ອພັດທະນາບັນດາຂະແໜງການ, ຂົງເຂດ.”

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ບັນດາຂະແໜງການ, ທຸກຂັ້ນຕ້ອງຍູ້ແຮງການຮ່ວມມືກັບສາກົນໃນຂົງເຂດນະວັດຕະກຳ ແລະ ວິທະຍາສາດເຕັກໂນໂລຊີ, ພິເສດແມ່ນການຮ່ວມມືລະຫວ່າງວິສາຫະກິດ, ອົງການນະວັດຕະກຳຢູ່ພາຍໃນປະເທດກັບບັນດາວິສາຫະກິດ, ກຸ່ມບໍລິສັດເຕັກໂນໂລຊີໃຫຍ່ຢູ່ໃນໂລກ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ບັນດາສະຖານທູດ, ອົງການຈັດຕັ້ງສາກົນ, ພິເສດແມ່ນການນຳບັນດາກຸ່ມບໍລິສັດໃຫຍ່, ຍູ້ແຮງການເຄື່ອນໄຫວລົງທຶນ, ຮ່ວມມືລົງທຶນດຳເນີນທຸລະກິດ ແລະ ໜູນຊ່ວຍບັນດາວິສາຫະກິດໃນລະບົບນິເວດນະວັດຕະກຳ ຫວຽດນາມ, ປະກອບສ່ວນນຳ ຫວຽດນາມ ກ້າວເດີນບົນເສັ້ນທາງພັດທະນາພ້ອມກັບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ