ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນ,ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ

ປ່ຽນແປງໃໝ່ວຽກງານຂົນຂວາຍປະຊາຊົນ,ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະເຊື່ອມໂຍງເຂົ້າກັບສາກົນ - ảnh 1
ທ່ານ ດາວ​ຫງອກ​ຢຸງ ​ເລຂາ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນ​ສູນ​ກາງກ່າວຄຳເຫັນທີ່ກອງປະຊຸມ   (ພາບ: http://dangcongsan.vn)

  ກອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ຂົນຂວາຍ​ປະຊາຊົນປີ 2014 ​ໂດຍ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນ​ສູນ​ກາງ​ປະຕິບັດ​ດ້ວຍ​ເນື້ອ​ໃນ “ ​ເພີ່ມ​ທະວີ ​ແລະ ປ່ຽນ​ແປງ​ໃໝ່ວຽກ​ງານ​ຂົນຂວາຍ​ປະຊາຊົນ” ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ​ແລະ 26/2 ຢູ່​ຮ່າ​ໂນ້ຍ.

        ວຽກ​ງານ​ຂົນຂວາຍ​ປະຊາຊົນທັງ​ແມ່ນ​ປະຖົມ​ປັດ​ໄຈ, ທັງ​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ໜ້າ​ທີ່​ການ​ເມືອງ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ, ລັດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ໄລຍະ​ໃໝ່ ​ແມ່ນ​ການ​ໂຄສະນາ, ສຶກສາ​ອົບຮົມ, ​ຂົນຂວາຍ​, ​ເກ້ັ​ຍກອ​ມທຸກໆ​ຄົນ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການປ່ຽນ​ແປງ​ໃໝ່ຂອງ​ປະ​ເທດ​ຊາດ ​ ແລະ​ ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດຖະກິດສາກົນ .

   ​ເພີ່ມ​ທະວີ ​ແລະ ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ​ທີ່ີມີ​ຕໍ່ວຽກ​ງານ​ຂົນຂວາຍ​ປະຊາຊົນ.

   ຈຸດໝາຍ​ໃຫຍ່​ກ່ວາ​ໝູ່​ຂອງວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່ ​ແມ່ນ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ ​ແລະ ລັດ. ຕາມ​ນັ້ນ​ແລ້ວ, ຄະນະ​ພັກ​ຂັ້ນ​ຕ່າງ​ໆ​ຕ້ອງ​ສືບ​ຕໍ່​ຮ່ຳຮຽນ, ຄົ້ນຄວ້າ, ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ມະຕິ, ​ຄຳ​ສັ່ງ, ຂໍ້​ກຳນົດ​ຂອງ​ພັກ ​ແລະ ລັດກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນ​ມະຕິ​ເລກທີ 25 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ກ່ຽວ​ກັບ “ການເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່ີມີ​ຕໍ່ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ໄລຍະ​ໃໝ່”

    ​ເພື່ອ​ປະຕິບັດວຽກ​ງານ​ຂົນຂວາຍ​ປະຊາຊົນ​ເປັນ​ຢ່າງ​ດີນັ້ນ, ພະນັກງານ, ສະມາຊິກ​ພັກ, ລັດຖະກອນ​ແຕ່ລະຄົນ​ໃນ​ລະບົບ​ການ​ເມືອງ​ຕ້ອງ​ໃກ້ຊິດຕິດ​ແທດ, ​ເຂົ້າ​ໃຈ​ປະຊາຊົນ, ​ເປັນ​ແບບຢ່າງ​ເພື່ອ​ໃຫ້​ປະຊາຊົນ​ເຮັດ​ຕາມ. ທ່ານ ດາວ​ຫງອກ​ຢຸງ ​ເລຂາ​ຄະນະ​ພັກ​ກຸ່ມ​ບັນດາ​ອົງການ​ສຳນັກງານ​ຂັ້ນ​ສູນ​ກາງ ຖື​ວ່າ : 

   “ເລຂາ​ຄະນະ​ພັກ, ຫົວໜ້າ​ອົງການ​ສຳນັກງານ, ຫົວໜ່ວຍ​ຕ່າງໆ​ຕ້ອງ​ດຳ​ເນີນ​ການ​ສົນທະນາ​ກັບ ພະນັກງານ, ສະມາຊິກ​ພັກ, ລັດຖະກອນ​ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ເປັນ​ປະຈຳ ​ເພື່ອ​ກຳ​ແໜ້ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ, ຄວາມ​ໃນ​ໃຈ, ຮັບ​ເອົາ​ຄຳ​ເຫັນ​ປະກອບ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ໃໝ່​ຢ່າງ​ທັນ​ການ. ​ເຊີດ​ຊູ​ສະຕິ​ຄວາມ​ຮັບຜິດຊອບ, ຄຸນສົມບັດ, ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ສາມາດ​ຮັບ​ໃຊ້​ປະຊາຊົນ​ເປັນ​ຢ່າງ​ດີ, ຕ້ອງຮັບ​ຟັງຄຳ​ເຫັນ​ຂອງ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມ​ບັດຂອງ​ປະທານ​ໂຮ່ຈິ​ມິນ​ກ່ຽວ​ກັບ​ການ​ຍົກ​ສູງ​ຈິດ​ໃຈຄວາມ​ຮັບຜິດຊອບ, ຕ້ານ​ລັດທິ​ສ່ວນ​ບຸກຄົນ, ຄຳ​ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະທຳ ”

    ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ພັກ ມຸ່ງ​ໄປ​ສູ່​ຄວາມ​ຍຸຕິ​ທຳ​ລະຫວ່າງ​ບັນດາ​ຊົນ​ຊັ້ນ​ໃນ​ສັງຄົມ, ຊົນ​ເຜົ່າ, ສາສະໜາ......​ໃນ​ລະບົບ​ການ​ເມືອງ ​ແລະ ​ໃນ​ທົ່ວ​ສັງຄົມ. ​ແຕ່ລະ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ​ກໍຮຽກຮ້ອງ​ໃຫ້​ມີ​ແບບ​ວິທີ​ປ່ຽນ​ແປງ​ໃໝ່ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ຕ້ອງ​ແຕກ​ຕ່າງ​ກັນ.

    ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ.

    ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ປີ 2014, ສືບ​ຕໍ່​ມຸ່ງ​ໄປ​ສູ່​ຂັ້ນ​ຮາກ​ຖານ​ໃຫ້​ແຂງ​ແຮງ, ​ເພີ່ມ​ທະວີ​, ​ກຳ​ແໜ້ນສະພາບ​ການ​ຂອງ​ປະຊາຊົນ, ​ໂຄສະນາ, ​ເກັ້ຍກອມ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ທົ່ວ​ສັງຄົມ, ປັບປຸງ​ກຸ່ມ​ກ້ອນສາມັກຄີ​ທົ່ວ​ປວງ​ຊົນ. ​ຄະນະ​ພັກ​ຂັ້ນ​ຕ່າງໆ ນຳ​ເນື້ອ​ໃນ ວຽກ​ງານ​ຂົນຂວາຍ​ປະຊາຊົນ​ເຂົ້າ​ໃນ​ແຜນ​ປະຕິບັດ​ງານ​ປະຈຳ​ເດືອນ, ​ໄຕ​ມາດ ​ແລະ ທັງ​ປີ. ຕາມ​ທ່ານ ຫງວຽນ​ຢີຫວຽດ, ຮອງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນກາງ​ແລ້ວ, ​ໃນ​ການ​ສ້າງນະ​ໂຍບາຍ, ຕ້ອງ​ຖື​ເປັນ​ສຳຄັນ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ, ຮັບປະກັນ​ຫຼັກການ​ເຫັນ​ເຫັນ​ພ້ອມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ. ທ່ານ​ກ່າວ​ວ່າ : 

    “ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງ​ອຳນາດ​ການ​ປົກ​ຄອງ, ກ່ອນ​ອື່ນ​ໝົດ ​ແມ່ນ​ເລີ່​ມມາ​ຈາກ​ທັດສະນະ​ເພື່ອ​ປະຊາຊົນ. ຕ້ອງ​ເລີ່​ມຈາກ​ໄລຍະ​ສ້າງ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ, ​ແລ້ວ​ກໍ​ໂຄສະນາ​ເຜີຍ​ແຜ່, ຊ່ວຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈວຽກ​ງານ​ຂົນຂວາຍ​ປະຊາຊົນປະຕິບັດ ກົນ​ໄກ, ນະ​ໂຍບາຍ, ​ແຜນນະ​ໂຍບາຍຂອງ​ພັກ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂ​ອງ ປະຊາຊົນ ”

          ​ເພື່ອປ່ຽນ​ແປງ​ໃໝ່ວຽກ​ງານ​ຂົນຂວາຍ​ປະຊາຊົນຢ່າງ​ມີ​ປະສິດທິ​ຜົນ​ນັ້ນ, ກໍ​ຄວນ​ຍູ້ແຮງການ​ປະຕິບັດ​ຂະ​ບວນການ​ແຂ່ງຂັນ “​ຂົນຂວາຍ​ປະຊາຊົນຢ່າງ​ຄ່ອງ​ແຄ້ວ” ​ແລະ ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຂົນຂວາຍ​ທົ່ວ​ປວງຊົນຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ປ້ອງ​ກັນ ​ແລະ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟື່ອຍ.

     ຍູ້​ແຮງວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ບັນດາ​ອົງການ​ສຳນັກງານ​ແຫ່ງ​ລັດ.

     ເພີ່ມ​ທະວີ ​ແລະ ປ່ຽນ​ແປງ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນຂອງບັນດາ​ອົງການ​ສຳນັກງານ​ແຫ່ງ​ລັດ ​ແມ່ນ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຂອດ​ບຸກທະລຸ​ໃນ​ການ​ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ໄລຍະ​ໃໝ່. ທ່ານ ຫງວຽນ​ເທ້ຈຸ​ງ ຮອງ​ຫົວໜ້າ​ຜູ້​ປະຈຳການຄະນະ​ຂົນຂວາຍ​ປະຊາຊົນສູນກາງ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ການ​ປະຕິບັດ​ຂໍ້​ກຳນົດ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ. ທ່ານ​ກ່າວ​ວ່າ :  

 “ ຂ້າພະ​ເຈົ້າ​ຖື​ວ່າ ​ຂໍ້​ກຳນົດ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ​ແມ່ນ​ຕ້ອງ​ປະຕິບັດ​ເປັນ​ປະຈຳ ​ແລະ ຕໍ່​ເນື່ອງ, ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ແຕ່​ລະ​ອົງການ​ສຳນັກງານ, ຫົວໜ່ວຍ ລ້ວນ​ແຕ່​ເອົາ​ໃຈ​ໃສ່ ​ແລະ ປະຕິບັດ​ຂໍ້​ກຳນົດ​ປະຊາທິປະ​ໄຕ​​ເປັນ​ຢ່າງ​ດີ. ຖ້າ​ຫາກ​ປະຕິບັດ​ຂໍ້​ກຳນົດ​ປະຊາທິປະ​ໄຕ​​ເປັນ​ຢ່າງ​ດີ​ນັ້ນ, ໝາຍ​ຄວາມ​ວ່າ ສາມາດ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງພະນັກງານ, ສະມາຊິກ​ພັກ, ມະຫາຊົນ, ສາມັກຄີ​ດີກ່ວາ​ເກົ່າ. ​ໃນ​ຂໍ້​ກຳນົດ​ປະຊາທິປະ​ໄຕ​ຢູ່​ຂັ້ນ​ຮາກ​ຖານ, ປະຊາຊົນ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ ​ແລະ ຮຽກຮ້ອງ​ໃຫ້​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ເປັນ​ຢ່າງ​ດີ, ຕ້ອງ​ຖື​ເອົາລະ​ດັບ​ຄວາມ​ພໍ​ໃຈ​ຂອງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ເປ​ັນ​ເຄຶ່ອງວັດ​ແທກ​ໃຫ້​ແກ່​ການ ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ ”

   ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ທັງ​ລະບົບ​ການ​ເມືອງ, ​ໃນ​ນັ້ນ, ພັກ​ເປັນ​ຜູ້ນຳ​ພາ, ອຳນາດ​ການ​ປົກ​ຄອງ​ມີ​ບົດບາດ​ບໍລິຫານ​ການ​ປະຕິບັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ມີ​ບົດບາດ​ຕິດຕາມ​ກວດກາ, ສັງ​ເກດ​ຕີ​ລາຄາ​ເພື່ອ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ.  ປ່ຽນ​ແປງ​ໃໝ່ວຽກ​ງານ​ຂົນຂວາຍ​ປະຊາຊົນ, ຫັນ​ບັນດາ​ຮູບ​ ການຂົນຂວາຍ​ປະຊາຊົນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແນ​ໃສ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົ​ວ​ພັນລະຫວ່າງ​ພັກ ​ແລະ ປະຊາຊົນ, ມຸ່ງ​ໄປ​ສູ່​ການ​ສ້າງ​ປະ​ເທດ​ຫວຽດນາມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ