ປ່ຽນໃໝ່ກົງຈັກລັດເພື່ອພັດທະນາ

ຂໍ້ກຳນົດກ່ຽວ​ກັບ​ການຈັດຕັ້ງກົງຈັກ​ລັດ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ. ​ເນື້ອ​ໃນ​ດັ່ງກ່າວ​ໄດ້​ຮັບ​ຄຳ​ເຫັນ​ປະກອບ​ຈາກ​ບັນດາ​ຜູ້​ຊ່ຽວຊານ, ນັກຄົ້ນຄ້ວາ​ກົດໝາຍ​ຫຼາຍ​ຄົນ ເພື່ອ​ປ່ຽນ​ໃໝ່​ຮູບ​ແບບ​ກົງຈັກ​ລັດ​ແຫ່ງ​ອຳນາດ​ນິຕິ​ບັດ​ຍັດ​ສັງຄົມ​ນິຍົມ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຄວບ​ຄຸມ​ສິດ​ອຳນາດ, ຍົກ​ສູງ​ປະສິດທິພາບ​ການ​ຄຸ້ມ​ຄອງ​ຂອງ​ລັດ.

ປ່ຽນໃໝ່ກົງຈັກລັດເພື່ອພັດທະນາ - ảnh 1

ປະກອບຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ

(ພາບ:baohatinh.vn)

  ​ໂດຍ​ສືບ​ທອດ​ທາດ​ແທ້​ ​ແລະ ຮູບ​ແບບ​ສັງ​ລວມຂອງ​ກົງຈັກ​ລັດ​ໃນລັດຖະທຳ​ມະນູນປີ 1992, ຫັນ​ທັດສະນະ​ກ່ຽວ​ກັບ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ເປັນ​ລະບຽບກົດໝາຍ, ​ແຕ່ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ​ໄດ້​ເຮັດ​ແຈ້ງ​ຫຼັກ​ການ​ແບ່ງງານ, ປະສານ​ສົມທົບ, ກວດກາ​ລະຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ​ບັນດາ​ສິດ​ອຳນາດ​ນິຕິ​ບັດ​ຍັດ, ສິດ​ອຳນາດບໍລິຫານ ​ແລະ ຕຸ​ລະກາ​ນ; ກຳນົດ​ຢ່າງ​ຈະ​ແຈ້ງ​ພາລະ​ໜ້າ​ທີ່​ຂອງ​ອົງການ​ໃນ​ການ​ປະຕິບັດ​ສິດອຳນາດ​ນິຕິ​ບັດ​ຍັດ, ບໍລິຫານ, ຕຸ​ລະກາ​ນ ​ແລະ ປັບປຸງ​ບາງ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ບັນດາ​ອົງການ​ນີ້. ຮ່າງ​ລັດຖະທຳ​ມະນູນ​ຍັງ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ເນື້ອ​ໃນ​ການ​ປ່ຽນ​ໃໝ່​ການຈັດຕັ້ງ ​ແລະ ​ການເຄື່ອນ​ໄຫວ​ຂອງ​ລັດຖະບານ​ຕາມ​ທິດ​ສ້າງ​ພື້ນຖານ​ບໍລິຫານ​ເປັນ​ເອກ​ະພາບ, ທະລຸ​ລົງ,​ ປອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ, ການຈັດຕັ້ງຢ່າງກະທັດ​ລັດ ​ແລະ ​ເໝາະ​ສົມ; ​ເພີ່ມ​ລັກສະນະ​ປະຊາທິປະ​ໄຕ ​ແລະ ສິດ​ອຳນາດ​​ໃນ​ການ​ບໍລິຫານ​ຂອງ​ລັດຖະບານ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ ຮ່ວາງ​ເທ​ລຽນ ​ໃຫ້​ຮູ້​ວ່າ:

   “ພວກ​ເຮົາ​ຕ້ອງ​ເຮັດ​ແຈ້ງ​ອົງການ​ໃດ​ແມ່ນອົງການ​ບໍລິຫານ, ອົງການ​ໃດ​ແມ່ນ​ອົງການ​ຕຸລາການ​. ​ໃນ​ເມື່ອ​ກ່ອນ, ພວກ​ເຮົາ​ພຽງ​ແຕ່ຮັບ​ຮູ້​ 3 ພາກສ່ວນ​ໃນ​ກົງຈັກ​ລັດ​ເທົ່າ​ນັ້ນ ​ແລະ ຮຽກຮ້ອງ​ໃຫ້​ມີ​ການສົມທົບ​ກັນ, ແບ່ງ​ງານ​ຢ່າງ​ຈະ​ແຈ້ງ ​ແຕ່​ຍ້ອນ​ພວກ​ເຮົາ​ບໍ່​ທັນ​ຈັດ​ແບ່ງ​ຢ່າງຈະ​ແຈ້ງ, ສະນັ້ນ, ​ໃນ​ວິວັດການ​ເຄື່ອນ​ໄຫວ​ຈຶ່ງປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ຕົວຢ່າງ​ຄື: ​ໃນ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ພວກ​ເຮົາ​ໄດ້​ວາງ​ອອກວຽກ​ງານ​ຫຼາຍ​ຢ່າງ ​ແຕ່​ການ​ປະຕິບັດ​ພັດຊັກ​ຊ້າທີ່​ສຸດ.

ປ່ຽນໃໝ່ກົງຈັກລັດເພື່ອພັດທະນາ - ảnh 2

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ຫວຽດນາມ ຮ່ວາງ​ເທ​ລຽນ

(ພາບ:phapluatvietnam.vn)

  ນອກຈາກ​ນັ້ນ​ແລ້ວ, ຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ​ ກໍ່​ມີ​ຈຸດ​ໃໝ່​ກ່ຽວ​ກັບ​ວິ​ທີ​ການ​ກຳນົດ​ຫົວໜ່ວຍ​ບໍລິຫານ​ເຂດ​ດິນ​ແດນ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ໃນ​ສະພາບ​ການທີ່​ຫວຽດນາມ ພວມດຳ​ເນີນ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ຈັດຕັ້ງກົງຈັກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ຕາມຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ​, ການຈັດຕັ້ງການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້ຮັບ​ການ​ປ່ຽນ​ໃໝ່​ຕາມ​ທິດ​ຮັບປະກັນ​ສິດ​ເປັນ​ເຈົ້າຕົນ​ເອງ ​ແລະ ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ໃນ​ການ​ຕັດສິນ ​ແລະ ຈັດຕັ້ງການປະຕິບັດ​ບັນດາ​ນະ​ໂຍບາຍ​ໃນ​ຂອບ​ເຂດ​ໄດ້​ຮັບ​ການ​ແບ່ງ​ຂັ້ນ, ສ້າງ​ຮູບ​ແບບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ທີມີ​ການຈຳ​ແນ​ກກ່ຽວ​ກັບ​ການ​ຈັດຕັ້ງ, ສິດ​ອຳນາດ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢູ່​​ເຂດຊົນນະບົດ, ​ເຂດຕົວ​ເມືອງ, ​ເຂດໝູ່​ເກາະ, ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​​ລັດ. ທ່ານ​ນາງ​ຫງວຽນ​ທິກີ​ມ​ເງິນ ປະ​ລີ​ນຍາ​ໂທດ້ານ​ກົດໝາຍ​ໃຫ້​ຮູ້​ວ່າ:

   “ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງນີ້ ມີ​ບາດກ້າວ​ພັດທະນາ​ກ່ຽວ​ກັບ​ການຈັດຕັ້ງກົງຈັກລັດ. ທີ່​ຈິງ​ແລ້ວ, ​ໃນລັດຖະທຳ​ມະນູນປີ 1992, ບັນດາ​ການ​ປ່ຽນ​ໃໝ່​ການຈັດຕັ້ງກົງຈັກ​ລັດ​ຕາມ​ຈິດ​​ໃຈ​ປັບປຸງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ປີ 2001 ​ແມ່ນ​ບໍ່​ທັນ​ມີ​ເທື່ອ, ​ພຽງ​ແຕ່​ມີ​ການ​ປັບປຸງ​ຈຳນວນ​ໜຶ່ງ​ທີ່​ມີ​ລັກສະນະ​ສັງ​ລວມ​ເທົ່າ​ນັ້ນ, ບໍ່​ທັນ​ກຳນົດ​ຢ່າງລະອຽດ​ກ່ຽວ​ກັບ​ສິດ​ຂອງ​ລັດຖະບານ, ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ນີ້​ແມ່ນ​ສິ່ງຈຳກັດ​ ຊື່​ງ​ເຮັດ​ໃຫ້ການ​ພັດທະນາບໍ່​ທັນ​ສົມ​ກັບ​ຄວາມ​ປາດ​ຖະໜາ. ​ໃນ​ການ​ປັບປຸງ​ຄັ້ງນີ້, ພວກ​ເຮົາ​ຕ້ອງ​ປ່ຽນ​ໃໝ່​ຕື່ມອີກບາດກ້າວ​ໜຶ່ງ​“

   ອາດ​ເວົ້າ​ໄດ້​ວ່າ, ບັດ​ດາ​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ກົງຈັກ​ລັດ​ໃນຮ່າງລັດຖະທຳ​ມະນູນປີ 1992 ສະບັບ​ປັບປຸງ​ ສືບ​ຕໍ່​ຢັ້ງຢືນ​ທາດ​ແທ້ ​ແລະ ຮູບ​ແບບ​ສັງ​ລວມຂອງ​ລະບົບ​ການ​ເມືອງ ​ແລະ ກົງຈັກ​ລັດ​ຊື່​ງ​ຖືກ​ກຳນົດ​ໃນ​ໂຄງການ​ການ​ເມືອງ ​ແລະ ລັດຖະທຳ​ມະນູນປີ 1992  ພ້ອມ​ທັງ​ຫັນ​ທັດສະນະ, ​ແຜນ​ນະ​ໂຍບາຍ​ກໍ່ສ້າງລັດ​ແຫ່ງ​ອຳນາດ​ນິຕິ​ບັດ​ຍັດ​ສັງຄົມ​ນິຍົມ​ຫວຽດນາມ ​ໃນ​ປະຈຸ​ບັນ​ເປັນ​ລະບຽບກົດໝາຍ. ບັນດາ​ການ​ປ່ຽນ​ໃໝ່​ນີ້​ຈະ​ເພີ່ມ​ທະວີ​ປະສິດທິ​ພາບ​ການ​ຄຸ້ມ​ຄອງ​ລັດ ​ໃນ​ສະພາບ​ການ​ທີ່​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ​ໂລກ​ຢ່າງ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ