ຜັນຂະຫຍາຍນະໂຍບາຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຢ່າງຄົບຊຸດ, ຮອບດ້ານ

(VOVWORLD) - ວັນທີ 27 ກໍລະກົດ 2017, ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງລະດັບຊາດ 70 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຫດການແນໃສ່ເຊີດຊູບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອຄວາມເອກະລາດ, ເສລີພາບຂອງຊາດ

70 ປີຜ່ານມາ (1947 - 2017) ວຽກງານທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ບັນລຸໄດ້ບັນດາຜົນງານສຳຄັນ. ຫວຽດນາມ ສ້າງໄດ້ລະບົບນະໂຍບາຍ, ລະບອບບຸລິມະສິດເປັນເອກະພາບ, ພັດທະນາຂະບວນການຕອບບຸນແທນຄຸນຢ່າງເລິກເຊິ່ງກ້ວາງຂວາງ, ປະກອບສ່ວນຢັ້ງຢືນການຕອບບຸນແທນຄຸນຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສຳລັບຜູ້ທີ່ໄດ້ອຸທິດສ່ວນ ເພື່ອຄວາມເອກະລາດ, ເສລີພາບ ແລະ ເອກະພາບຂອງປະເທດ.

 ຜັນຂະຫຍາຍນະໂຍບາຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ຢ່າງຄົບຊຸດ, ຮອບດ້ານ - ảnh 1 ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ມອບຂອບຂວັນໃຫ້ແມ່ ຫວຽດນາມ ວິລະຊົນ

        ໄລຮອດປີ 2017, ຫວຽດນາມ ຢັ້ງຢືນມີຜູ້ມີຄຸນງາມຄວາມດີກ່ວາ 9 ລ້ານເທື່ອຄົນ ລວມມີ: ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກວິລະຊົນແຮງງານ, ທະຫານເສຍອົງຄະ ແລະ ຜູ້ທີ່ໄດ້ຮັບນະໂຍບາຍຄືທະຫານເສຍອົງຄະ; ຜູ້ທີ່ເຄື່ອນໄຫວໃນການຕໍ່ຕ້ານ ແລະ ລູກຄີງຂອງເຂົາເຈົ້າຖືກຕິດທາດພິດເຄມີ; ຜູ້ທີ່ເຄື່ອນໄຫວປະຕິວັດ, ເຄື່ອນໄຫວຕໍ່ສູ້ທີ່ຖືກສັດຕູຈັບຂັງ.

ສ້າງສຳເລັດລະບົບນະໂຍບາຍ

        ນັບແຕ່ເມື່ອລັດຖະດຳລັດເລກທີ 20/ລດ ໂດຍປະທານ ໂຮ່ຈີມິນ ເຊັນປະກາດໃຊ້ເມື່ອວັນທີ 16 ກຸມພາ 1947 ໄດ້ວາງອອກ “ລະບອບເງິນເບ້ຍບຳນານ, ເງິນອຸດໜູນ ແລະ ອື່ນໆ” ມາຮອດປະຈຸບັນ. ຫວຽດນາມ ໄດ້ສ້າງ ແລະ ປະຕິບັດເປັນເອກະພາບໃນທົ່ວປະເທດ ລະບົບນະໂຍບາຍ, ລະບອບບຸລິມະສິດສຳລັບທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ລະບົບບັນດາເອກະສານນີ້ ຮອບດ້ານພໍສົມຄວນ, ກວມລວມບັນດາເປົ້າໝາຍເກືອບທັງໝົດ, ດັ່ງນັ້ນ ສ່ວນຫລາຍຜູ້ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງຜູ້ມີຄຸນງາມຄວາມດີໄດ້ຮັບບັນດານະໂຍບາຍບຸລິມະສິດຂອງພັກ, ລັດຢ່າງຖືກຕ້ອງ, ຄົບຖ້ວນ, ທັນການ. ດ້ວຍບັນດານະໂຍບາຍໃໝ່, ຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງຜູ້ມີຄຸນງາມຄວາມດີກ່ວາ 1,4 ລ້ານຄົນ ໄດ້ຮັບເງິນອຸດໜູນບຸລິມະສິດປະຈຳເດືອນດ້ວຍຍອດມູນຄ່າປະມານ 29.000 ຕື້ດົ່ງ/ປີ. ເວລາມໍ່ໆມານີ້, ວັນທີ 19 ກໍລະກົດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຊັນ, ປະກາດໃຊ້ຄຳສັ່ງ 14 ຂອງຄະນະເລຂາສູນກາງ ຮຽກຮ້ອງທຸກຂັ້ນ, ຂະແໜງການກຳນົດເລື່ອງເບິ່ງແຍງດູແລ, ປະຕິບັດນະໂຍບາຍບຸລິມະສິດຜູ້ມີຄຸນງາມຄວາມດີ ແມ່ນຄວາມຮັບຜິດຊອບ, ໜ້າທີ່ປະຈຳ, ຍາວນານຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ. ພິເສດ, ຄົ້ນຄວ້າ, ປະກາດໃຊ້ລັດຖະບັນຍັດປ່ຽນແທນລັດຖະບັນຍັດບຸລິມະສິດຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດພວມນຳໃຊ້. ຄົ້ນຄວ້າ, ປະຕິບັດລະບອບ, ນະໂຍບາຍສຳລັບຊາວ ຫວຽດນາມ ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ປະຕິບັດໜ້າທີ່ສາກົນ, ຜູ້ທີ່ມີຄຸນງາມຄວາມດີຊ່ວຍເຫຼືອການປະຕິວັດ ຫວຽດນາມ ທີ່ພວມອາໄສຢູ່ຕ່າງປະເທດ. ຄົ້ນຄວ້າ, ປະຕິບັດນະໂຍບາຍສຳລັບຜູ້ຖືກຜົນສະທ້ອນຈາກທາດພິດເຄມີລຸ້ນຄົນທີ 3…ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢວານເມົ້າຢ້ຽບ ໃຫ້ຮູ້ວ່າ:

        “ຄຳສັ່ງໃໝ່ກ່ຽວກັບວຽກງານຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ສູ້ຊົນຈົນຮອດປີ 2020, 100% ຄອບຄົວຜູ້ມີຄຸນງາມຄວາມດີ ລ້ວນແຕ່ມີລະດັບຊີວິດການເປັນຢູ່ປານກາງຂອງວົງຄະນະຍາດຊຸມຊົນແຫ່ງທີ່ຕົນອາໄສ. ເລື່ອງສຸມໃສ່ກວດກາ, ແກ້ໄຂສຳເນົາເອກະສານທີ່ຍັງຄົງຄ້າງພາຍຫລັງສົງຄາມຢູ່ບັນດາແຂວງ ໄດ້ຍູ້ແຮງ ເພື່ອແກ້ໄຂເໝາະສົມສຳລັບສຳເນົາເອກະສານສະເໜີຮັບຮອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ຜູ້ທີ່ໄດ້ຮັບນະໂຍບາຍຄືທະຫານເສຍອົງຄະ”.

ຂະບວນການຕອບບຸນແທນຄຸນພັດທະນາຢ່າງເລິກເຊິ່ງກ້ວາງຂວາງ

        ພ້ອມກັບລະບົບນະໂຍບາຍຂອງລັດ, ຂະບວນການເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນໄລຍະຜ່ານມາໄດ້ພັດທະນາຢ່າງແຂງແຮງ. ໃນ 10 ປີມານີ້ (2007 - 2017), ປະຊາຊົນ ຫວຽດນາມ ໄດ້ເລ້ຍລາຍເງິນເກືອບ 3500 ຕື້ດົ່ງ ສ້າງກອງທຶນ “ຕອບບຸນແທນຄຸນ”; ກໍ່ສ້າງ ແລະ ສ້ອມແປງເຮືອນແຫ່ງສາຍຈິດສາຍໃຈ ດ້ວຍຍອດມູນຄ່າເກືອບ 12.200 ຕື້ດົ່ງ; ມອບປື້ມເງິນປະຢັດ 159.000 ຫົວ. 100% ແມ່ຫວຽດນາມວິລະຊົນໄດ້ຮັບການເບິ່ງແຍງລ້ຽງດູ. ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ຕີລາຄາວ່າ:

  “ ຂະບວນການເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃນໄລຍະຜ່ານມາ ໄດ້ກາຍເປັນອາລົມຈິດ, ຄວາມຮັບຜິດຊອບຂອງທົ່ວສັງຄົມ, ແມ່ນບັນດາເນື້ອໃນທີ່ສຳຄັນໃນບັນດາເວທີປາໄສ, ໄດ້ປຸກລຸກມູນເຊື້ອອັນດີງາມຂອງຊາດ, ລະດົມກຳລັງແຮງຂອງທົ່ວປວງຊົນທັງຊາດ ແລະ ໄດ້ກາຍເປັນວຽກງານປະຈຳ, ສ້າງເປັນກຳລັງແຮງທາງດ້ານວັດຖຸ ແລະ ຈິດໃຈ, ປະກອບສ່ວນເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ກໍແມ່ນການປະກອບສ່ວນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກໃນການດຳລົງຊີວິດຂອງບັນດາຄອບຄົວເປົ້າໝາຍນະໂຍບາຍ. ບັນດາຂະບວນການດັ່ງກ່າວໄດ້ເສີມຂະຫຍາຍກຳລັງແຮງສັງລວມຂອງວົງຄະນະຍາດຊຸມຊົນ ປະກອບສ່ວນຍົກສູງຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ທະຫານເສຍອົງຄະ, ທະຫານເຈັບປວຍ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ”

      ວຽກງານຊອກຄົ້ນຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ກໍ່ສ້າງກິດຈະການອາໄລຫາ ນັກຮົບເສຍສະຫຼະຊີວິດເພື່ອຊາດ ກໍໄດ້ຮັບຄວາມເອົາໃຈໃສ່. ລັດໄດ້ລົງທຶນຍົກລະດັບບັນດາສູນຊັນນະສູດ AND ຂອງບັນດາກະຊວງ, ຂະແໜງການຕ່າງໆເພື່ອຢັ້ງຢືນຊື່ຂອງອັດຖິນັກຮົບ, ສາມາດສ້າງຊອບແວສະສົມ, ສະໜອງຂໍ້ມູນຊອກຫາກ່ຽວກັບຂ່າວຄາວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ທ່ານລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ເຈືອງມິນຕ້ວນ ໃຫ້ຮູ້ວ່າ :

    “ ໄດ້ມີເວບໄຊກ່ຽວກັບ ຂ່າວຄາວຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໂດຍອີງໃສ່ການສະສົມຖານຂໍ້ມູນຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລະ ກະຊວງປ້ອງກັນປະເທດເພື່ອສະໜອງໃຫ້ແກ່ບັນດາອົງການສຳນັກງານທີ່ມີໜ້າທີ່ຮັບຜິດຊອບໂດຍຜ່ານເຄື່ອງມືຊອກຫາພຽງຢ່າງດຽວ ເພື່ອສາມາດຊອກຫາຂໍ້ມູນຂ່າວສານຢ່າງຄົບຖ້ວນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ ”

    ໃຫ້ບຸລິມະສິດແກ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແມ່ນນະໂຍບາຍທີ່ສຳຄັນຊຶ່ງພັກ ແລະ ລັດຫວຽດນາມໄດ້ເລັ່ງໃສ່ປະຕິບັດ. ບັນດາໝາກຜົນທີ່ບັນລຸມາໄດ້ໂດຍຜ່ານການປະຕິບັດນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດໃນໄລຍະນັບສິບປີທີ່ຜ່ານມາ ແມ່ນປະກົດການລະອຽດທີ່ສຸດໃຫ້ແກ່ການສະແດງຄວາມຮູ້ບຸນຄຸນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມທີ່ມີຕໍ່ບັນດາຜູ້ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ ແລະ ເອກະພາບຂອງປະເທດຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ