ຜົນງານຂອງວຽກງານພະນັກງານໃນເຄິ່ງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ

(VOVWORLD) -ປະກອບສ່ວນສຳຄັນເຂົ້າໃນຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດໃນເຄິ່ງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແມ່ນມີຂີດໝາຍພົ້ນເດັ່ນຂອງວຽກງານພະນັກງານ. ຈາກພຶດຕິກຳຕົວຈິງ ປະຈຸບັນ, ພັກກອມມູນິດ ຫວຽດນາມ ສືບຕໍ່ສ້າງສຳເລັດກົນໄກ, ນະໂຍບາຍເພື່ອສ້າງຖັນແຖວພະນັກງານ ຕອບສະຫນອງຄວາມຕ້ອງການແຫ່ງການພັດທະນາປະເທດຊາດ ແລະ ເພີ່ມທະວີກຳລັງຄວາມສາມາດການນຳພາຂອງພັກກອມມູນິດ ຫວຽດນາມ.

ຜົນງານຂອງວຽກງານພະນັກງານໃນເຄິ່ງສະໄຫມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ - ảnh 1ກອງປະຊຸມໃຫຍ່ຄັ້ງທີ  XIII ຂອງພັກ. ພາບປະກອບ: chinhphu.vn

ພາຍໃຕ້ການນຳພາຂອງພັກ,ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆໄດ້ປະຕິບັດວຽກງານຈັດສົ່ງ, ຍົກຍ້າຍ, ແຕ່ງຕັ້ງ, ຂຶ້ນແຜນກຳນົດພະນັກງານ, ສັບຊ້ອນ ຈັດຕັ້ງກົງຈັກເພື່ອສຳເລັດຫນ້າທີ່ການເມືອງຂອງມະຕິກອງປະຊຸມໃຫຍ່ຄັ້ງທີ  XIII ຂອງພັກ.

ວຽກງານພະນັກງານ ປະກອບສ່ວນເຂົ້າໃນຜົນສຳເລັດແຫ່ງການພັດທະນາເສດຖະກິດສັງຄົມ

ນັບແຕ່ຕົ້ນສະໄຫມມາຮອດປະຈຸບັນ, ກະຊວງ ຕຳຫລວດ ຫວຽດນາມ ໄດ້ເປັນແບບຢ່າງ ນຳຫນ້າໃນລະບົບການເມືອງກ່ຽວກັບເລື່ອງນຳມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກເຂົ້າຊີວິດຕົວຈິງ ເມື່ອນຳຫນ້າໃນການປ່ຽນໃຫມ່, ສັບຊ້ອນ ການຈັດຕັ້ງກົງຈັກ, ສ້າງໂຄງປະກອບຖັນແຖວພະນັກງານຄືນໃຫມ່ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ,ຫນ້າທີ່ປົກປັກຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ. ໄລ່ຮອດກາງປີ 2022, ຕຳຫລວດ 63 ແຂວງ, ນະຄອນ ຂຶ້ນກັບສູນກາງ ໄດ້ສັບຊ້ອນພະນັກງານຕຳຫລວດຕາແສງ, ເທດສະບານແມ່ນກຳລັງຫລວງ ກວ່າ 48.000 ຄົນ ຢູ່ 100% ຕາແສງ, ເທດສະບານໃນທົ່ວປະເທດ, ປະກອບສ່ວນຮັບໃຊ້ຫນ້າທີ່ພັດທະນາເສດຖະກິດ ສັງຄົມ ຢູ່ ທ້ອງຖິ່ນ ແລະ ນຳມາເຊິ່ງຊີວິດສະຫງົບສຸກໃຫ້ແກ່ປະຊາຊົນ.ທ່ານ ຮ່າວັນຕຶ້ງ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ຕາມແທງ, ເມືອງກວານເຊີນ ແຂວງ ແທງຮວາ ໃຫ້ຮູ້ວ່າ:

“ກຳລັງຕຳຫລວດລົງເຮັດວຽກຢູ່ ຕາແສງ ໄດ້ກວ່າ 3 ປີແລ້ວ. ບັນດາພວກສະຫາຍມີຫນ້າທີ່ຕິດຕາມສະພາບການຢູ່ທ້ອງຖິ່ນ, ພົວພັນກັບປະຊາຊົນເປັນປະຈຳເພື່ອລາດຕາເວນ, ກວດກາທຸກຂົງເຂດ. ນີ້ແມ່ນປະສິດທິຜົນຂອງແຜນຮ່າງ ລັດ ຈັດສົ່ງຕຳຫລວດກຳລັງຫລວງລົງຮາກຖານ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ຕີລາຄາສູງຈາກມະຫາຊົນ”

ຢູ່ແຂວງ ເຫົ້າຢາງ, ນັບແຕ່ຕົ້ນສະໄຫມມາຮອດປະຈຸບັນ, ເຫົ້າຢາງ ໄດ້ປະກາດໃຊ້ 274 ຂໍ້ຕົກລົງກ່ຽວຂ້ອງເຖິງວຽກງານຈັດຕັ້ງພະນັກງານ, ໃນນັ້ນ ສັບຊ້ອນ, ຍົກຍ້າຍ, ແຕ່ງຕັ້ງ ພະນັກງານ 46 ຄົນ, ບົ່ງຕົວ 28 ຄົນ, ສົ່ງ 73 ຄົນໄປຮຽນຕໍ່ຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ລືຊວນເຊີນ, ຮອງຫົວຫນ້າຄະນະຈັດຕັ້ງ ຄະນະພັກແຂວງ ເຫົ້າຢາງ ໃຫ້ຮູ້ວ່າ:

 “ຜ່ານໄລຍະເວລາຜັນຂະຫຍາຍບັນດາແຜນຮ່າງ, ຂໍ້ກຳນົດກ່ຽວກັບວຽກງານພະນັກງານ, ມາຮອດປະຈຸບັນ ບັນລຸໄດ້ບາງໝາກຜົນເບື້ອງຕົ້ນ ພິເສດ ແມ່ນຍົກສູງຄວາມຮັບຮູ້, ແນວຄິດໃນພະນັກງານ, ລັດຖະກອນ. ພະນັກງານການນຳຫລັກແຫລ່ງທຸກຂັ້ນໃນການປະຕິບັດວຽກງານ ກໍ່ສາມາດກຳນົດໄດ້ຢ່າງຈະແຈ້ງຫນ້າທີ່ຂອງຕົນ, ສະແດງໃຫ້ເຫັນຄວາມຕັດສິນໃຈ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ ຜ່ານນັ້ນ ສ້າງຄວາມເຫັນດີເຫັນພ້ອມຂອງປະຊາຊົນໃນວິວັດການປະຕິບັດວຽກງານລັດຖະການຂອງພະນັກງານ, ລັດຖະກອນ ເປັນຕົ້ນແມ່ນພະນັກງານການນຳຫລັກແຫລ່ງທຸກຂັ້ນ”

ພັກສືບຕໍ່ປະຕິບັດສຳເລັດບັນດາລະບອບລະບຽບການກ່ຽວກັບວຽກງານພະນັກງານ

ໃນເຄິ່ງສະໄຫມຜ່ານມາ, ການປັບປຸງລະບອບລະບຽບການໃນວຽກງານພະນັກງານໃຫ້ສຳເລັດ ແມ່ນຫນຶ່ງໃນບັນດາຈຸດພົ້ນເດັ່ນ, ຕາມນັ້ນແລ້ວ ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ຫລາຍມະຕິ, ຄຳສັ່ງສຳຄັນຢ່າງທັນການ, ຕອບສະຫນອງໄດ້ຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງວາງອອກ.

ວຽກງານພະນັກງານ ພາຍໃຕ້ການຊີ້ນຳນຳພາຂອງພັກ  ດ້ວຍພຶດຕິກຳຕົວຈິງທີ່ມີຊີວິດຊີວາຢູ່ ກະຊວງຕຳຫລວດ ແລະ ແຂວງ ເຫົ້າຢາງ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນງານແຫ່ງການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງປະເທດຊາດໃນໄລຍະຜ່ານມາ.  ຈາກຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ, ພັກກອມມູນິດ ຫວຽດນາມ ໄດ້ ແລະ ພວມສຸມໃສ່ປັບປຸງສຳເລັດລະບອບລະບຽບການ, ມຸ່ງໄປເຖິງການບຳລຸງສ້າງ, ສ້າງຖັນແຖວພະນັກງານ ມີຄຸນສົມບັດ, ຈັນຍາບັນ, ມີຄວາມເກັ່ງກ້າສາມາດ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

ການຫັນປ່ຽນຢ່າງແຮງໃນວຽກງານພະນັກງານໃນເຄິ່ງສະໄຫມຂອງພັກກອງປະຊຸມໃຫຍ່ຂອງພັກ ໄດ້ປະກອບສ່ວນຍົກສູງກຳລັງຄວາມສາມາດການຊີ້ນຳນຳພາ, ກຳອຳນາດຂອງພັກ, ເພີ່ມຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນສຳລັບພາລະກິດປະຕິວັດ ຊື່ງພັກພວມນຳພາ, ມຸ່ງໄປເຖິງປະເທດ ຫວຽດນາມ ຮັ່ງມີໝັ້ນຄົງເຂັ້ມແຂງ, ຈະເລີນຮຸ່ງເຮືອງ.

ຕອບກັບ

ຂ່າວ/ບົດ​ອື່ນ