ຜົນສຳເລັດຢ່າງໃຫຍ່ຫລວງຂອງ ຫວຽດນາມ ເມື່ອ GDP 9 ເດືອນ ເພີ່ມຂຶ້ນ 2,12%

(VOVWORLD) -  ທີ່ກອງປະຊຸມຂ່າວປະກາດຕົວເລກສະຖິຕິດ້ານເສດຖະກິດ-ສັງຄົມໄຕມາດທີ 3 ແລະ 9 ເດືອນປີ 2020 ເຊິ່ງດຳເນີນໃນວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: GDP 9 ເດືອນຂອງ ຫວຽດນາມ ເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນປີ 2019. 

ເຖິງວ່ານີ້ແມ່ນລະດັບການເຕີບໂຕຕ່ຳສຸດໃນ 10 ປີຜ່ານມາກໍ່ຕາມ ແຕ່ກໍ່ແມ່ນຜົນສຳເລັດອັນໃຫຍ່ຫລວງຂອງ ຫວຽດນາມ ເມື່ອທຽບໃສ່ສະພາບການລວມຂອງສາກົນ. ຫລາຍຂົງເຂດໄດ້ກາຍເປັນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ ໃນຂະນະທີ່ມີການເຕີບໂຕທາງບວກ, ໃນສະພາບການຖືກຜົນກະທົບຫຍໍ້ທໍ້ຈາກຫລາຍທິດ.

ຜົນສຳເລັດຢ່າງໃຫຍ່ຫລວງຂອງ ຫວຽດນາມ ເມື່ອ GDP 9 ເດືອນ ເພີ່ມຂຶ້ນ 2,12% - ảnh 1 ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ: baotintuc.vn)

        ໃນສະພາບການໂລກລະບາດໂຄວິດ-19 ກໍ່ຜົນສະທ້ອນຢ່າງຮ້າຍແຮງຕໍ່ທຸກດ້ານເສດຖະກິດ-ສັງຄົມຂອງບັນດາປະເທດໃນໂລກນັ້ນ ລະດັບການເຕີບໂຕ GDP 2,12% ໃນ 9 ເດືອນຜ່ານມາ ແມ່ນຜົນສຳເລັດອັນໃຫຍ່ຫລວງ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ, ເປັນການສະແດງໃຫ້ເຫັນວ່າ ການຟື້ນຟູຂອງພື້ນຖານເສດຖະກິດໃນໄຕມາດທີ 3 ແມ່ນໄວກ່ວາເມື່ອທຽບໃສ່ກັບໄຕມາດທີ 2.

ໝາກຜົນຂອງຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງ

       ໂລກລະບາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ວົງການວິສາຫະກິດ ແຕ່ບັນດາສັນຍານຕັ້ງໜ້າໄດ້ພິສູດໃຫ້ເຫັນ ເມື່ອມີຈຳນວນວິສາຫະກິດສ້າງຕັ້ງໃໝ່ ແລະ ກັບຄືນສູ່ການເຄື່ອນໄຫວໃນ 9 ເດືອນ ປີ 2020 ແມ່ນ 133,600 ແຫ່ງ, ເພີ່ມຂຶ້ນ 2,9% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ສະພາບການບໍ່ມີວຽກເຮັດງານທຳໄດ້ຮັບການປັບປຸງດີຂຶ້ນ.

        ຍອດວົງເງິນນຳເຂົ້າ-ສົ່ງອອກສິນຄ້າບັນລຸກ່ວາ 388,7 ຕື້ USD, ໃນນັ້ນ ການສົ່ງອອກ ສືບຕໍ່ແມ່ນກຳລັງໜູນການເຕີບໂຕສຳຄັນທີ່ສຸດ ດ້ວຍມູນຄ່າ 202 ຕື້ USD. ດຸນການຄ້າບັນລຸລະດັບການສົ່ງອອກເກີນດຸນຫລາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ຂຶ້ນເຖິງເກືອບ 17 ຕື້ USD, ທົບ 1,5 ເທົ່າ ເມື່ອທຽບໃສ່ທັງປີ 2019. ທ່ານ ຟ້າມດີ່ງຖຸ໊ຍ, ຫົວໜ້າກົມສະຖິຕິອຸດສາຫະກຳ, ກົມໃຫຍ່ສະຖິຕິ ຢືນຢັນວ່າ: ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນລັກສະນະທັນການ ແລະ ມີປະສິດທິຜົນຂອງບັນດາໜ້າທີ່, ມາດຕະການ ຊື່ງລັດຖະບານປະກາດໃຊ້; ບັນດາຂະແໜງ, ທ້ອງຖິ່ນຕ່າງໆ ແລະ ປະຊາຊົນໄດ້ຜັນຂະຫຍາຍຢ່າງເຂັ້ມງວດ, ມີປະສິດທິຜົນ - ພິເສດແມ່ນໜ້າທີ່ຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດ ທັງພັດທະນາເສດຖະກິດສັງຄົມ. ທ່ານ ຟ້າມດີ່ງຖຸ໊ຍ ກ່າວວ່າ:

        “ໃນເງື່ອນໄຂຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ນັ້ນ, ບັນດາພື້ນຖານເສດຖະກິດໃຫຍ່ທັງໝົດ ລ້ວນແຕ່ຊຸດໂຊມຢ່າງແຮງ. ຫລາຍປະເທດມີແຕ່ຄອງຄອຍຕໍ່ການເຕີບໂຕທີ່ບໍ່ເປັນລົບແມ່ນດີແລ້ວ. ໃນເງື່ອນໄຂນັ້ນ ຫວຽດນາມ ຍັງມີການເຕີບໂຕທາງບວກ, ນີ້ແມ່ນຕົວເລກທີ່ເປັນໜ້າຊື່ນຊົມ, ຂ້າພະເຈົ້າຖືວ່າ ນັ້ນແມ່ນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ ຫວຽດນາມ.

        ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນໃນໄລຍະທີ່ບໍ່ດົນມານີ້, ບັນດາອົງການຈັດຕັ້ງສາກົນຄື ທະນາຄານໂລກ, ທະນາຄານພັດທະນາອາຊີໄດ້ໃຫ້ຂໍ້ສັງເກດວ່າ ຖ້າຮັກສາລະດັບການເຕີບໂຕໄດ້ຄືໄຕມາດ 3, ໄຕມາດ 4, ແນ່ນອນວ່າ ຫວຽດນາມ ຈະໄດ້ຢູ່ໃນ top 10, ຊ້ຳບໍ່ໜຳແມ່ນ top 5 ອັດຕາການເຕີບໂຕເສດຖະກິດໂລກ. ການເຕີບໂຕ GDP 2,12% ຂອງໄຕມາດ 3 ພວມປະກອບສ່ວນເຮັດໃຫ້ຂໍ້ສັງເກດດັ່ງກ່າວຈະແຈ້ງຂຶ້ນຕື່ມ.

ສັນຍານເປັນໜ້າຊື່ນຊົມໃນຊຸມເດືອນທ້າຍປີ

       ເສດຖະກິດ ຫວຽດນາມ ຈະສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງໃນໄລຍະຈະມາເຖິງ. ພື້ນຖານເສດຖະກິດມີລະດັບການເປີດກ້ວາງຫລາຍ ສະນັ້ນ ຈຶ່ງຖືກຜົນກະທົບຈາກຫລາຍດ້ານຢ່າງສັບປົນກັນໄປ ຍ້ອນວ່າສະພາບການເສດຖະກິດສາກົນ ນັບມື້ນັບສັນສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຈະສືບຕໍ່ທ່າເຕີບໂຕດີກ່ວາໃນໄຕມາດ 4 ແລະ ການເຕີບໂຕທັງປີ ຄາດວ່າຈະບັນລຸ 2 – 3% ແມ່ນອາດຈະເປັນໄປໄດ້ ຍ້ອນອີງໃສ່ບັນດາປັດໄຈຄື: ເສດຖະກິດໂລກໄດ້ຮັບການຄາດຄະເນພວມຄ່ອຍໆໄດ້ຮັບການຟື້ນຟູ ນັ້ນຈະເຮັດໃຫ້ຄວາມຕ້ອງການຈຳໜ່າຍສິນຄ້າເພີ່ມຂຶ້ນ; ສັນຍາ EVFTA ມີຜົນສັກສິດ ແລະ ທຸກຂັ້ນ, ທຸກຂະແໜງພວມຕັ້ງໜ້າຜັນຂະຫຍາຍ ຈະສາມາດຊ່ວຍໃຫ້ ຫວຽດນາມ ຟື້ນຟູການເຄື່ອນໄຫວສົ່ງອອກໄປຍັງຕະຫລາດເອີຣົບ - ເຊິ່ງແມ່ນຕະຫລາດໃຫຍ່ດັ້ງເດີມຂອງ ຫວຽດນາມ.

ຜົນສຳເລັດຢ່າງໃຫຍ່ຫລວງຂອງ ຫວຽດນາມ ເມື່ອ GDP 9 ເດືອນ ເພີ່ມຂຶ້ນ 2,12% - ảnh 2ທ່າກ່ຳປັ່ນແມ່ນຈຸດພົ້ນເດັ່ນໃນການດຶງດູດທຶນ FDI ຂອງຂະແໜງຄົມມະນາຄົມ. ພາບປະກອບ/TTXVN 

        ໃນຂົງເຂດກະສິກຳ, ຕົ້ນໄມ້ກິນໝາກຫລາຍຊະນິດພວມໄດ້ຮັບຜົນດີ, ລາຄາເຂົ້າສານ ແລະ ຕະຫລາດຈຳໜ່າຍບາງຜະລິດຕະພັນກະເສດເປັນປົກກະຕິ, ການຊີ້ນຳຢ່າງຂ້ຽວຂາດຂອງລັດຖະບານ ແລະ ການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ ສະນັ້ນ ໃນໄຕມາດ 4 ປີ 2020 ຈະໄດ້ປ່ອຍເງິນລົງທຶນພາກລັດຢ່າງແຮງ. ພ້ອມກັນນັ້ນ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ສາຍໃໝ່ໃນຊຸມຊົນເປັນເວລາ 4 ອາທິດແລ້ວ ແລະ ພວມຄ່ອຍໆເປີດບັນດາສາຍການບິນສາກົນຄືນໃໝ່ ສະນັ້ນ ຂະແໜງການຂົນສົ່ງ, ການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ເຂດລະຫຼິ້ນບັນເທີງຈະເພີ່ມຂຶ້ນຢ່າງແຮງໃນໂອກາດທ້າຍປີ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ. ເພື່ອສ້າງກຳລັງໜູນຕື່ມອີກໃຫ້ແກ່ການເຕີບໂຕ, ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

        “ຫວຽດນາມ ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ພ້ອມທັງມີບັນດາບ້ວງເງິນໜູນຊ່ວຍໃຫ້ແກ່ປະຊາຄົມວິສາຫະກິດ ແລະ ປະຊາຊົນຢ່າງ ທັນການ; ຂົນຂວາຍປະຊາຊົນສະໜັບສະໜູນວິສາຫະກິດຜະລິດ ແລະ ຊົມໃຊ້ສິນຄ້າຫວຽດນາມ. ທີ 2 ແມ່ນສືບຕໍ່ຍູ້ແຮງການປ່ອຍເງິຍລົງທຶນພາກລັດ. ທີ 3 ແມ່ນດັດປັບວິທີສ້າງໂຄງປະກອບການຜະລິດ, ຄາດຄະເນຄວາມຕ້ອງການຂອງຕະຫລາດ. ທີ 4 ແມ່ນກະຕຸ້ນການລົງທຶນ, ຍາດແຍ່ງໂອກາດຈາກ EVFTA. ທີ 5 ແມ່ນດັດປັບນະໂຍບາຍເງິນຕາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນເງິນຕາໃຫ້ສອດຄ່ອງ, ກົມກຽວກັບບັນດານະໂຍບາຍອື່ນ.

        ສຳລັບລະດັບການເຕີບໂຕ 2,12% ໃນ 9 ເດືອນຂອງປີ 2020, ເຖິງວ່າ ບໍ່ບັນລຸໄດ້ຕາມຄາດໝາຍຂອງແຜນການທີ່ວາງອອກໃນໄລຍະ 2016 – 2020 ກໍ່ຕາມ ແຕ່ໃນສະພາບການເສດຖະກິດໂລກພວມປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ບັນດາພື້ນຖານເສດຖະກິດໃຫຍ່ຕ້ອງປະເຊີນໜ້າກັບສະພາບການຊຸດໂຊມຢ່າງເລິກທີ່ສຸດໃນຫລາຍທົດສະວັດຜ່ານມານັ້ນ GDP ຫວຽດນາມ ມີການເຕີບໂຕດ້ວຍລະດັບດັ່ງກ່າວ ແມ່ນໝາກຜົນເປັນໜ້າຊື່ນຊົມ, ແມ່ນກຳລັງໜູນ ເພື່ອໃຫ້ ຫວຽດນາມ ບັນລຸໄດ້ຜົນງານດີກ່ວາເກົ່າ ໃນໄລຍະຕໍ່ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ