ພັດທະນາເສດຖະກິດທະເລແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045

(VOVWORLD) - ມະຕິສະບັບເລກທີ 36 ມຕ/ສກ ລົງວັນທີ 22 ຕຸລາປີ 2018 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XII “ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ໄດ້ຢັ້ງຢືນທີ່ຕັ້ງ, ບົດບາດສຳຄັນໃນການພັດທະນາເສດຖະກິດທະເລ ພ້ອມທັງກຳນົດຫນ້າທີ່ ນຳຫວຽດນາມ ກາຍເປັນປະເທດມີຄວາມເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ. ເຖິງວ່າບັນລຸໄດ້ຫລາຍໝາກຜົນກ່ຽວກັບການພັດທະນາເສດຖະກິດທະເລ ແຕ່ໃນໄລຍະຈະມາເຖິງ, ຫວຽດນາມ ຈະປະຕິບັດຫລາຍມາດຕະການທີ່ມີລັກສະນະປ່ຽນແປງໃຫມ່, ປະດິດຄິດສ້າງ, ບຸກທະລຸຢ່າຄົບຊຸດ ເພື່ອສືບຕໍ່ຫັນເປົ້າໝາຍຂອງມະຕິສະບັບນີ້ໃຫ້ເປັນລະອຽດ.

 
ພັດທະນາເສດຖະກິດທະເລແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 - ảnh 1ຮູບແບບການລ້ຽງສິນທະເລດ້ວຍເຕັກໂນໂລຊີສູງຢູ່ ອ່າວ ເວີນຟອງ ແຂວງແຄງຮວ່າ. ພາບ:VOV

ຫວຽດນາມ ມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫລາຍຢ່າງ ເພື່ອພັດທະນາເສດຖະກິດທະເລ ພິເສດແມ່ນ ແຄມຝັ່ງທະເລມີຄວາມຍາວປະມານ 3.260km ດ້ວຍເກາະ ແລະ ໝູ່ເກາະນ້ອຍໃຫຍ່ ກວ່າ 3000 ແຫ່ງ, ໃນນັ້ນ ໝູ່ເກາະ ຮ່ວາງຊາ ແລະເຈື່ອງຊາ ມີທີ່ຕັ້ງຍຸດທະສາດສຳຄັນທີ່ສຸດ, ບັນດາເຂດທະເລຂຶ້ນກັບອະທິປະໄຕ, ອຳນາດອະທິປະໄຕ ແລະ ອຳນາດສານແຫ່ງຊາດ ມີລວງກວ້າງກວ່າ 1 ລ້ານກິໂລຕາ  ແມັດ ຕັ້ງຢູ່ 28 ແຂວງ, ນະຄອນ ແຄມທະເລ. ມະຕິສະບັບເລກທີ 36 ມຕ/ສກ ລົງວັນທີ 22 ຕຸລາປີ 2018 ຂອງກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ XII “ກ່ຽວກັບຍຸດທະສາດພັດທະນາເສດຖະກິດທະເລ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 ໄດ້ວາງອອກເປົ້າໝາຍສັງລວມ ແລະ ຄາດໝາຍລະອຽດ ເພື່ອແນໃສ່ນຳຫວຽດນາມ ກາຍເປັນປະເທດເຂັ້ມແຂງດ້ານທະເລ, ໃນນັ້ນ ກຳນົດຮອດປີ 2030, ບັນດາຂະແຫນງເສດຖະກິດຈາກທະເລມີການປະກອບສ່ວນ GDP ຂອງທົ່ວປະເທດ ບັນລຸປະມານ 10%, ເສດຖະກິດ ຂອງ 28 ແຂວງ, ນະຄອນ ແຄມທະເລຄາດວ່າ ບັນລຸ 65- 70% GDP ຂອງທົ່ວປະເທດ, ບັນດາຂະແຫນງເສດຖະກິດທະເລພັດທະນາແບບຍືນຍົງ ຕາມບັນດາມາດຕະຖານສາກົນ, ເພີ່ມທະວີການຄວມຄຸມການຂຸດຄົ້ນຊັບພະຍາກອນຈາກທະເລ ຕິດພັນກັບການຮັບປະກັນຄວາມສາມາດຟື້ນຟູຂອງລະບົບຊີວະພາບທະເລ.

ພາຍຫລັງເກືອບ 5 ປີແຫ່ງການປະຕິບັດມະຕິດັ່ງກ່າວ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ໄດ້ມານະພະຍາຍາມຈັດຕັ້ງການປະຕິບັດຫນ້າທີ່ຊື່ງໄດ້ຮັບການມອບໝາຍ ແລະ ເບື້ອງຕົ້ນບັນລຸບາງໝາກຜົນເປັນຫນ້າຮັບຮູ້. ໃນນັ້ນ ລະບົບປູກລ້ຽງ, ຂຸດຄົ້ນສິນທະເລ, ພະລັງງານທົດແທນ, ບັນດາຂະແຫນງເສດຖະກິດທະເລມີບາດກ້າວພັດທະນາ, ເຂດເສດຖະກິດ, ອຸດສາຫະກຳ, ຕົວເມືອງຊີວະພາບແຄມທະເລຄ່ອຍໆໄດ້ຮັບການສ້າງຂຶ້ນ, ການເຄື່ອນໄຫວປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊີວະນາໆພັນຢູ່ທະເລໄດ້ຮັບຄວາມເອົາໃຈໃສ່, ບັນດາຫນ້າທີ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ ແລະ ການປ້ອງກັນ ຕ້ານໄພທຳມະຊາດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການຮ່ວມມືສາກົນດ້ານທະເລ ແລະມະຫາສະໝຸດ ໄດ້ຮັບປະກັນ. ຈຸດພົ້ນເດັ່ນ ແມ່ນ ມີຫລາຍແຂວງ ນະຄອນ ໄດ້ກໍ່ສ້າງຮູບແບບພັດທະນາເສດຖະກິດທະເລຂອງທ້ອງຖິ່ນ. ທ່ານ ເຈີນຮວ່ານາມ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ແຄງຮ່ວາ ໃຫ້ຮູ້ວ່າ:

 “ແຄງຮ່ວາ ສຸມໃສ່ພັດທະນາເສດຖະກິດທະເລຢ່າງແຮງ ຕາມທິດ: ການບໍລິການ, ການທ່ອງທ່ຽວທະເລທີ່ມີຄຸນນະພາບສູງ. ເຂດອຸດສາຫະກຳ, ເຂດເສດຖະກິດຕິດພັນກັບການພັດທະນາບັນດາຕົວເມືອງແຄມທະເລ, ພະລັງງານທົດແທນ ແລະ ບັນດາຂະແຫນງເສດຖະກິດທະເລໃຫມ່, ປູກລ້ຽງ, ຂຸດຄົ້ນ, ປຸງແຕ່ງສິນທະເລ ເປັນຕົ້ນແມ່ນການລ້ຽງສິນທະເລດ້ວຍເຕັກໂນໂລຊີສູງ, ເປັນມິດກັບສິ່ງແວດລ້ອມ, ການບໍລິການພະລາທິການອາຊີບຫາປາ, ທ່າກຳປັ່ນ, ການຂົນສົ່ງທາງທະເລ - ການບິນ; ເສດຖະກິດທະເລ - ໝູ່ເກາະ. ສ້າງຕັ້ງສູນຄົ້ນຄ້ວາແຫ່ງຊາດກ່ຽວກັບເຕັກໂນໂລຊີມະຫາສະໝຸດ”

ພັດທະນາເສດຖະກິດທະເລແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045 - ảnh 2ໝູ່ບ້ານເຮັດອາຊີບຫາປາ ວິ້ງຮ່ວາ (ຟູອຽນ) ມີຄວາມສາມາດບົ່ມຊ້ອນຫລາຍຢ່າງເພື່ອພັດທະນາເສດຖະກິດທະເລ. ພາບ: FB TX Sông Cầu – Phú Yên

ນັບແຕ່ເມື່ອມີມະຕິ, ເລື່ອງພັດທະນາເສດຖະກິດທະເລໂດຍອີງໃສ່ບັນດາຄາດໝາຍກ່ຽວກັບການຄຸ້ມຄອງທະເລ ແລະ ມະຫາສະໝຸດ, ການຄຸ້ມຄອງເຂດຝັ່ງ ຕາມມາດຕະຖານສາກົນ ແມ່ນສິ່ງທີ່ ຫວຽດນາມ ກໍ່ຖືເປັນສຳຄັນທີ່ສຸດ. ຫວຽດນາມ ກໍ່ເພີ່ມທະວີການໝູນໃຊ້ຜົນງານດ້ານວິທະຍາສາດ -ເຕັກໂນໂລຊີ ແລະ ການຮ່ວມມືສາກົນໃນການພັດທະນາເສດຖະກິດທະເລ. ຄຽງຄູ່ກັນນັ້ນ ການຮ່ວມມືສາກົນໃນຂົງເຂດວິທະຍາສາດ -ເຕັກໂນໂລຊີ ກ່ຽວກັບທະເລ, ໝູ່ເກາະ ກໍ່ໄດ້ຮັບການຍູ້ແຮງກັບຫລາຍປະເທດຄື: ເຢຍລະມັນ, ສເກົາຫລີ, ຊູແອດ, ການາດາ… ແລະ ຫລາຍອົງການຈັດຕັ້ງສາກົນ. ສ່ວນຢູ່ຂັ້ນທ້ອງຖິ່ນ, ໃນໄລຍະຜ່ານມາ ມີຫລາຍທ້ອງຖິ່ນ ຢູ່ ຫວຽດນາມ ກໍ່ໄດ້ຕັ້ງຫນ້າຜັນຂະຫຍາຍວຽກງານປະເມີນຜົນຄວາມສາມາດບົ່ມຊ້ອນ, ຄຸນຄ່າຊັບພະຍາກອນສຳຄັນ ພ້ອມທັງປ້ອງກັນສະກັດກັ້ນ, ຄວບຄຸມ ແລະ ຫລຸດຜ່ອນມົນລະພິດສິ່ງແວດລ້ອມທະເລ. ທ່ານ ຫງວຽນທາຍຮ່ວາ, ຮອງຫົວຫນ້າ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ແຂວງ ຝູອຽນ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າ ວາງອອກບັນດາຄາດໝາຍລະອຽດຄື ຢູ່ໃນຂະແຫນງກະສິກຳຮອດປີ 2025 ແມ່ນຈະຫລຸດ ຜະລິດຕະພັນອຸປະກອນຫາປາທີ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ ລົງ 50% ຫລື ກຳຈັດສິ່ງເສດເຫລືອປຼາສະຕິກທີ່ໃຊ້ເທື່ອດຽວ ພິເສດແມ່ນວັດຖຸປຼາສະຕິກທີ່ບໍ່ຈຳເປັນຢູ່ເຂດຊຸມຊົນ, ສະຖານທີ່ທ່ອງທ່ຽວ. ການກໍ່ສ້າງບັນດາໂຄງການວັດແທກສິ່ງແວດລ້ອມປະຈຳໄລຍະເພື່ອຕີລາຄາ, ຢັ້ງຢືນແຫລ່ງກຳເນີດຂອງສິ່ງເສດເຫລືອ ຈາກນັ້ນ ວາງອອກບັນດາມາດຕະການ, ວິທີການແກ້ໄຂຢູ່ກັບທີ່”

ສືບຕໍ່ຫັນເປົ້າໝາຍຂອງມະຕິເປັນລະອຽດ

ເພື່ອສືບຕໍ່ຫັນບັນດາເປົ້າໝາຍຂອງມະຕິສະບັບເລກທີ 36 - ມຕ/ສກ  ໃຫ້ເປັນລະອຽດ, ຫວຽດນາມເພີ່ມທະວີການໂຄສະນາ, ຍົກສູງຄວາມຮັບຮູ້, ສ້າງຄວາມເຫັນດີເຫັນພ້ອມໃນທົ່ວສັງຄົມ ກ່ຽວກັບການພັດທະນາເສດຖະກິດທະເລແບບຍືນຍົງ ພ້ອມທັງ ຜັນຂະຫຍາຍຂໍ້ຕົກລົງສະບັບເລກທີ 729   ລົງວັນທີ 16 ມິຖຸນາປີ 2022 ຂອງນາຍົກລັດຖະມົນຕີ “ກ່ຽວກັບການເຊັນອະນຸມັດລາຍການໂຄສະນາເຜີຍແຜ່ກ່ຽວກັບທະເລ ແລະມະຫາສະໝຸດ ຮອດປີ 2030” ເພື່ອແນໃສ່ປ່ຽນໃຫມ່ຈິນຕະນາການກ່ຽວກັບຄວາມສຳຄັນຂອງການປະຕິບັດມະຕິດັ່ງກ່າວ ສຳລັບການພັດທະນາເສດຖະກິດທະເລສີຂຽວ.

ຫວຽດນາມ ກໍ່ໄດ້ວາງຄາດໝາຍ ເພີ່ມທະວີການໂຄສະນາ, ເຜີຍແຜ່ຂໍ້ມູນຢູ່ຂັ້ນຊາດ, ຂັ້ນແຂວງ ແລະ ເຂດກ່ຽວກັບກາລະໂອກາດພັດທະນາເສດຖະກິດທະເລແບບຍືນຍົງ; ກຳນົດຢ່າງຈະແຈ້ງບົດບາດຍຸດທະສາດວາງແຜນຜັງພື້ນທີ່ທະເລໃນການດຶງດູດບັນດາໂຄງການລົງທຶນ.

ຫວຽດນາມກໍ່ໄດ້ວາງຄາດໝາຍ ຮັບປະກັນແຫລ່ງກຳລັງປະຕິບັດມະຕິດັ່ງກ່າວໃຫ້ມີປະສິດທິຜົນ, ກຳນົດຄືນບັນດາຍຸດທະສາດນຳໃຊ້ແຫລ່ງທຶນຈາກງົບປະມານແຫ່ງລັດ ພ້ອມທັງດຶງດູດບັນດາແຫລ່ງທຶນອື່ນຢູ່ພາຍໃນ ປະເທດ ແລະສາກົນ, ນຳໃຊ້ແຫລ່ງກຳລັງຢ່າງມີປະສິດທິຜົນໃນການປະຕິບັດຫນ້າທີ່ພັດທະນາເສດຖະກິດທະເລແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ