ພັດທະນາເສດຖະກິດສັງຄົມປີ 2017ແລະຊຸມເດືອນຕົ້ນປີ 2018-ສັນຍານຕັ້ງໜ້າຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ

(VOVWORLD) -ຂໍ້ມູນກ່ຽວກັບເສດຖະກິດຂອງປະເທດຫວຽດນາມໄດ້ຮັບການຕີລາຄາດີທີ່ສຸດຈາກບັນດາອົງການຈັດຕັ້ງການເງິນສາກົນ.

ພັດທະນາເສດຖະກິດສັງຄົມປີ 2017ແລະຊຸມເດືອນຕົ້ນປີ 2018-ສັນຍານຕັ້ງໜ້າຫຼາຍຢ່າງໃຫ້ແກ່ພື້ນຖານເສດຖະກິດຫວຽດນາມ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 14

(ພາບ:VGP/ Nhat Bac)

ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 5 - ສະພາແຫ່ງຊາດຫວຽດນາມຊຸດທີ 14 ເມື່ອວັນທີ 21 ພຶດສະພາຜ່ານມາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມເຈືອງຮວ່າບິງ ໄດ້ສະເໜີບົດລາຍງານ ຕີລາຄາເພີ່ມເຕີມກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດປີ 2017; ສະພາບການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດຊຸມເດືອນຕົ້ນປີ 2018. ບັນດາແຫຼ່ງຂໍ້ມູນ ແລະ ຕົວເລກທີ່ລະບຸໃນບົດລາຍງານດັ່ງກ່າວ ໄດ້ຢັ້ງຢືນໃຫ້ເຫັນ ບາດກ້າວພັດທະນາຢ່າງແຮງ ແລະ ຮອບດ້ານຂອງເສດຖະກິດຫວຽດນາມໃນໜຶ່ງປີກວ່າໃນໄລຍະຜ່ານມາ, ພ້ອມກັນນັ້ນກໍຍົກອອກບັນດາມາດຕະການແກ້ໄຂໃນໄລຍະຈະມາເຖິງ ເພື່ອເຮັດໃຫ້ເສດຖະກິດຂອງຫວຽດນາມໄດ້ພັດທະນາກ້າວຂຶ້ນຢ່າງໝັ້ນຄົງເຂັ້ມແຂງ.

        ບົດລາຍງານຂອງລັດຖະບານ ສະແດງໃຫ້ເຫັນວ່າ ໃນປີ 2017 , ບັນດາຕົວເລກຄາດໝາຍກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດ ຊຸດທີ 14 ໄດ້ວາງອອກ ລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍຄາດໝາຍ. ສິ່ງເປັນໜ້າສົນໃຈ ນັ້ນແມ່ນລະດັບການເຕີບໂຕ GDP ບັນລຸ 6,81%, ວົງເງິນສົ່ງອອກເພີ່ມຂຶ້ນກວ່າ 21% ແລະ ການສົ່ງອອກເກີນດຸນບັນລຸເກືອບ 3 ຕື້ USD. ຊຸມເດືອນຕົ້ນປີ 2018, ເສດຖະກິດມະຫາພາກຂອງຫວຽດນາມສືບຕໍ່ເປັນປົກກະຕິ; ໄພເງິນເຟີ້ໄດ້ຮັບການຄວບຄຸມ. ການເຕີບໂຕເສດຖະກິດ (GDP) ຂອງໄຕມາດທີ 1 ບັນລຸ 7,38%, ສູງສຸດໃນຮອບ ເວລາ 10 ປີຜ່ານມາ. ດັດຊະນີນັກບໍລິຫານຊື້ເຄື່ອງຂອງ (PMI) ບັນລຸ 52,7 ຄະແນນ, ຢືນໃນກຸ່ມແຖວໜ້າອາຊຽນ. ການສົ່ງອອກສິນຄ້າສືບຕໍ່ມີທ່າເພີ່ມຂຶ້ນຢ່າງແຮງ, ຍອດວົງເງິນການຄ້າໃນ 04 ເດືອນບັນລຸ ເກືອບ 74 ຕື້ USD, ເພີ່ມຂຶ້ນ 19%.

ຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ການພັດທະນາຮອບດ້ານຂອງເສດຖະກິດຫວຽດນາມ

        ໂດຍອີງໃສ່ພື້ນຖານຂອງບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ 14 ໄດ້ສະຫງວນເວລາມື້ເຄິ່ງ ເພື່ອປຶກສາຫາລື ແລະ ຕີລາຄາເພີ່ມເຕີມກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2017 ແລະ ຊຸມເດືອນຕົ້ນປີ 2018. ຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດຖືວ່າ ໝາກຜົນດັ່ງກ່າວ ແມ່ນຄວາມມານະພະຍາຍາມຂອງທັງລະບົບການເມືອງ, ແມ່ນການຕັດສິນໃຈຂອງລັດຖະບານ. ເລື່ອງປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຕາມທິດກະຈ່າງແຈ້ງ ແລະ ມີລັກສະນະສ້າງສັນ, ພ້ອມກັບໝາກຜົນຂອງວິວັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ແຕ່ປີ 2012 ມາຮອດປັດຈຸບັນ ກໍຄື ບັນຫາການປະຕິບັດ  03 ບຸກທະລຸຍຸດທະສາດ, ຮອດທ້າຍປີ 2017, ຂໍ້ມູນກ່ຽວກັບເສດຖະກິດຂອງປະເທດຫວຽດນາມໄດ້ຮັບການຕີລາຄາດີທີ່ສຸດຈາກບັນດາອົງການຈັດຕັ້ງການເງິນສາກົນ. ທ່ານນາງ ມາຍທິເຟືອງຮວາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງນາມດິ້ງ, ແບ່ງປັນວ່າ:

“ຜ່ານການຮັບຟັງບົດລາຍງານເພີ່ມເຕີມກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ປີ 2017 ແລະ ຊຸມເດືອນຕົ້ນປີ 2018 ນັ້ນ, ຂ້າພະເຈົ້າມີຄວາມປະທັບໃຈກ່ຽວກັບບັນດາຜົນງານດັ່ງກ່າວ ຍ້ອນວ່າ ໃນໄລຍະຜ່ານມາດ້ວຍການຊີ້ນຳຢ່າງຂ້ຽວຂາດທີ່ລັດຖະບານແມ່ນບັນລຸໄດ້. ສະເພາະກ່ຽວກັບດ້ານເສດຖະກິດ, ຄາດໝາຍການເຕີບໂຕຂອງ ໄຕມາດ I ບັນລຸສູງທີ່ສຸດຍັງບໍ່ເຄີຍເຫັນໃນຮອບເວລາ 10 ປີຜ່ານມາ ແລະ ພີ່ມຂຶ້ນຢ່າງສະໝ່ຳສະເໝີໃນບັນດາດັດຊະນີ. ນີ້ແມ່ນຈຸດທີ່ເປັນໜ້າຮັບຮູ້, ສະແດງໃຫ້ເຫັນຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ.”

        ດ້ວຍບັນດາໜ້າທີ່, ມາດຕະການ ຈຸດສຸມແມ່ນ: ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ… ລັດຖະບານຕ້ອງນຳພາພື້ນຖານເສດຖະກິດໃຫ້ບັນລຸໄດ້ບັນດາຜົນງານໃໝ່, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນໃນການກໍ່ສ້າງ, ພັດທະນາປະເທດຊາດ. ທ່ານນາງ ຫງວຽນທິແທງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ (ສສຊ) ແຂວງນິງບິ່ງ, ແບ່ງປັນວ່າ:

        “ສັນຍານຂອງ 4 ເດືອນຕົ້ນປີ 2018 ໄດ້ສະແດງໃຫ້ເຫັນຮູບພາບດ້ານເສດຖະກິດ, ສັງຄົມ, ການປ້ອງກັນາດ ປ້ອງກັນຄວາມສະຫງົບ ແລະ ສ້າງລະບົບການເມືອງມີບັນດາການຫັນປ່ຽນຢ່າງຕັ້ງໜ້າ. ຜ່ານການພົບປະກັບຜູ້ມີສິດເລືອກຕັ້ງຄັ້ງຕ່າງໆ, ຄຳເຫັນຂອງຜູ້ມີສິດເລືອກຕັ້ງເກືອບທັງໝົດລ້ວນແຕ່ເຊື່ອໝັ້ນ ແລະ ລໍຄອຍບັນດາຄວາມມານະພະຍາຍາມຈາກຂັ້ນສູນກາງ, ສະພາແຫ່ງຊາດ, ລັດຖະບານໃນການພັດທະນາເສດຖະກິດ. ຂ້າພະເຈົ້າເຫັນວ່າ ຜູ້ມີສິດເລືອກຕັ້ງສ່ວນຫຼາຍມີຄວາມພາກພູມໃຈ, ເຊື່ອໝັ້ນ ແລະ ສ້າງຄວາມຫວັງໄວ້ໃນການປ່ຽນແປງຂອງປະເທດຊາດ.”

        ແກ້ໄຂຄວາມຫຍຸ້ງຍາກ, ສູ້ຊົນປະຕິບັດສຳເລັດຄາດໝາຍພັດທະນາເສດຖະກິດໃນປີ 2018

       ຕາມຄາດໝາຍເຊິ່ງລັດຖະບານໄດ້ວາງອອກແຕ່ນີ້ຮອດທ້າຍປີ 2018, ຫວຽດນາມ ຈະສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມລະດັບຂຶ້ນລາຄາສິນຄ້າໃຊ້ສອຍສະເລ່ຍປະມານ 4% ແລະ ຊຸກຍູ້ການເຕີບໂຕ GDP ໃຫ້ບັນລຸກ່ວາ 6,7%. ເພື່ອບັນລຸໄດ້ຄາດໝາຍນີ້, ຕາມຄວາມເຫັນຂອງ ສສຊ ນັ້ນ, ຕ້ອງປະຕິບັດມະຕິຂອງລັດຖະບານກ່ຽວກັບບັນດາມາດຕະການຊຸກຍູ້ການສົ່ງອອກໃຫ້ມີປະສິດທິຜົນ; ຍູ້ແຮງການສົ່ງເສີມການຄ້າ, ເປີດກ້ວາງຕະຫຼາດສົ່ງອອກ. ບັນດາ ສສຊ ກໍ່ສະເໜີຄວນຖືການປະຕິຮູບດ້ານການບໍລິຫານແມ່ນມາດຕະການບຸກທະລຸ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ, ດຶງດູດການລົງທຶນ. ທ່ານ ຈິ້ງງອັກເຟືອງ, ສສຊ ແຂວງ ໄຕນີງ, ຖືວ່າ:

        “ແຕ່ນີ້ຮອດທ້າຍປີນັ້ນ, ຄວາມຫຍຸ້ງຍາກທີ່ສຸດແມ່ນກົນໄກ. ກົນໄກຂອງພວກເຮົາຍັງຊ້ຳຊ້ອນ ແລະ ຕ້ອງເປີດເຜີຍກ່ວາສຳລັບນັກລົງທຶນ… ພວກເຮົາຕ້ອງສ້າງກົນໄກສະດວກ, ການບໍລິຫານເປັນເອກະພາບນຳກັນລະຫວ່າງບັນດາທ້ອງຖິ່ນບັນດານັກລົງທຶນ. ຂ້າພະເຈົ້າສະໜັບສະໜູນບັນດາເຂດເສດຖະກິດພິເສດ ແລະ ສະເໜີຕ້ອງມີກົນໄກນະໂຍບາຍເພື່ອຮຽກຮ້ອງບັນດານັກລົງທຶນ.”

        ສະພາບການ, ໝາກຜົນພັດທະນາເສດຖະກິດ - ສັງຄົມໃນຊຸມເດືອນຕົ້ນປີ 2018 ພວມສ້າງປະຖົມປັດໄຈເພື່ອປະຕິບັດຄາດໝາຍການເຕີບໂຕ GDP ທີ່ໄດ້ວາງອອກຢ່າງມີໄຊ. ຍ້ອນເຫດນັ້ນ, ໜ້າທີ່ສຳຄັນຂອງ ຫວຽດນາມ ນັ້ນແມ່ນສືບຕໍ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງຄຸນນະພາບການເຕີບໂຕ, ເພີ່ມສະມັດຕະພາບການອອກແຮງງານ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ຮັບປະກັນໃຫ້ເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ, ພັດທະນາແບບຍືນຍົງ. ພ້ອມກັນນັ້ນ, ກໍ່ໝູນໃຊ້ບັນດາກາລະໂອກາດເຊິ່ງບັນດາສັນຍາການຄ້າ ເສລີ ນຳມາໃຫ້, ໂດຍສະເພາະພິເສດແມ່ນສັນຍາຄູ່ຮ່ວມມື ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາພື້ນຖານເສດຖະກິດຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ