ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ແຫ່ງກຳລັງແຮງມະຫາສາມັກຄີແຫ່ງຊາດ

(VOVWORLD) - ກ່ອນນີ້ເປັນເວລາກ່ວາສະຕະວັດ, ສະໄໝລາດຊະວົງ ຫງວຽນ ໄດ້ຖືເອົາວັນທີ 10 ເດືອນ 3 ໃນແຕລະປີ (ໄລ່ຕາມຈັນທະປະຕິທິນ) ແມ່ນວັນບູຊາເຈົ້າຊີວິດຮຸ່ງຢ່າງເປັນທາງການ.

ໃນຄວາມຊົງຈຳຂອງຊາວ ຫວຽດນາມ ແຕ່ລະຄົນ, ບໍ່ຈັກວ່າເທົ່າໃດເຊັ່ນຄົນແລ້ວ, ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ກາຍເປັນສັນຍາລັກດ້ານວັດທະນະທຳຈິດວິນຍານ, ການເຫລື້ອມໃສ, ແມ່ນແຫ່ງເຕົ້າໂຮມດ້ານຈິດໃຈມະຫາສາມັກຄີຂອງວົງຄະນະຍາດບັນດາເຜົ່າ ຫວຽດນາມ. ວັນບູຊາເຈົ້າຊີວິດຮຸ່ງ ແມ່ນວັນທີຊາວ ຫວຽດນາມ ແຕ່ລະຄົນ, ເຖິງວ່າຢູ່ບ້ານເກີດເມືອງນອນ ຫຼື ຢູ່ຫ່າງໄກກັບປະເທດກໍ່ຕາມ ແຕ່ຊາວ ຫວຽດນາມ ກໍ່ລ້ວນແຕ່ສະແດງໃຫ້ເຫັນຈິດໃຈເຄົາລົບນັບຖື, ຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ ແລະ ສະແດງໃຫ້ເຫັນຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ແຫ່ງກຳລັງແຮງມະຫາສາມັກຄີແຫ່ງຊາດ - ảnh 1 ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ

        ດ້ວຍບັນດາຄຸນຄ່າວັດທະນະທຳໄດ້ຮັບການເພີ່ມຄູນພູນສ້າງໂດຍຜ່ານຫລາຍເຊັ່ນຄົນ, ຜ່ານປະຫວັດສາດນັບພັນປີ, ວັນບູຊາເຈົ້າຊີວິດຮຸ່ງ ບໍ່ພຽງແຕ່ກາຍເປັນສັນຍາລັກດ້ານຈິດໃຈແຫ່ງຊາດ, ແມ່ນກົກເຄົ້າເຫງົ້າກໍຂອງກຳລັງແຮງເທົ່ານັ້ນ ຫາກວັນບູຊາເຈົ້າຊີວິດຮຸ່ງຍັງໄດ້ກາຍເປັນຂົວເຊື່ອມຕໍ່ທີ່ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ຄວາມເອກອ້າງທະນົງໃຈກ່ຽວກັບອະດີດອັນສະຫງ່າລາສີຂອງປະເທດຊາດ.

        ກ່ອນນີ້ເປັນເວລາກ່ວາສະຕະວັດ, ສະໄໝລາດຊະວົງ ຫງວຽນ ໄດ້ຖືເອົາວັນທີ 10 ເດືອນ 3 ໃນແຕລະປີ (ໄລ່ຕາມຈັນທະປະຕິທິນ) ແມ່ນວັນບູຊາເຈົ້າຊີວິດຮຸ່ງຢ່າງເປັນທາງການ. ປີ 2007, ປະມວນກົດໝາຍວ່າດ້ວຍແຮງງານຂອງປະເທດ ຫວຽດນາມ ໄດ້ຮັບການປັບປຸງ ແລະ ອະນຸຍາດໃຫ້ຊາວຜູ້ອອກແຮງງານໄດ້ພັກຜ່ອນໃນວັນບູຊາເຈົ້າຊີວິດຮຸ່ງຄື ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນຢ່າງເປັນທາງການ.  ແລະ ພິເສດແມ່ນ, ປີ 2012, ທີ່ກອງປະຊຸມຄັ້ງທີ 7, ຄະນະກຳມະການລະຫວ່າງລັດຖະບານສົນທິສັນຍາ 2003 ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ ໄດ້ຮັບຮອງເອົາການເຫລືື້ອມໃສບູຊາເຈົ້າຊີວິດຮຸ່ງຢູ່ ຟູ໋ທໍ້, ປະເທດ ຫວຽດນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນໃຫ້ມວນມະນຸດຢ່າງເປັນທາງການ. ນັບແຕ່ນັ້ນ ມາຮອດປັດຈຸບັນ, ວັນບູຊາເຈົ້າຊີວິດຮຸ່ງ ນັບມື້ນັບມີຄວາມໝາຍອັນໃຫຍ່ຫລວງ. ທ່ານ ຫງວຽນດັກຖູຍ ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຟູ໋ທໍ້ ຢືນຢັນວ່າ:

        “ການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງ ແມ່ນຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະ, ມີຄວາມໝາຍສຶກສາອົບຮົມ, ມີສະຕິຄວາມຮັບຮູ້ກ່ຽວກັບກົກເຄົ້າເຫງົ້າກໍ, ນ້ຳໃຈມະຫາສາມັກຄີທົ່ວປວງຊົນທັງຊາດ, ບັນດາຄຸນຄ່າກ່ຽວກັບຈິດໃຈສາມັກຄີ, ລັກສະນະຜູກຮັດໃນວົງຄະນະຍາດ ກໍ່ຄືບັນດາຄຸນຄ່າວັດທະນະທຳທາງດ້ານຈິດໃຈອື່ນ ໃນບໍລິເວນແຂວງ ຟູ໋ທໍ້ ແລະ ພໍ່ແມ່ປະຊາຊົນໃນທົ່ວປະເທດ. ການເຫລື້ອມໃສບູຊາເຈົ້າຊີວິດຮຸ່ງ ນຳມາເຊິ່ງຄຸນຄ່າດ້ານຈິດໃຈອັນໃຫຍ່ຫລວງ ເພື່ອສົ່ງເສີມວົງຄະນະຍາດສືບຕໍ່ອະນຸລັກຮັກສາຄຸນຄ່າວັດທະນະທຳ, ເສີມຂະຫຍາຍນ້ຳໃຈວົງຄະນະຍາດຊົນຊາດ, ມະຫາສາມັກຄີທົ່ວປວງຊົນທັງຊາດ, ນ້ຳໃຈຮັກຊາດ ແລະ ບັນດາຄຸນຄ່າວັດທະນະທຳຂອງຊາວ ຫວຽດນາມ.

        ວັນບູຊາເຈົ້າຊີວິດຮຸ່ງໃນແຕ່ລະປີແມ່ນວັນບຸນໃຫຍ່ກ່ວາໝູ່ຂອງປະເທດຊາດ. ຊາວຫວຽດນາມແຕ່ລະຄົນຍາມໃດກໍ່ຄອຍຖ້າຮອດວັນບູຊາເຈົ້າຊີວິດຮຸ່ງ, ເພື່ອກັບຄືນສູ່ກົກເຄົ້າເຫງົ້າກໍດ້ວຍຈິດໃຈ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ດ້ວຍນ້ຳໃຈເຄົາລົບນັບຖືຮູ້ບຸນຄຸນອັນໃຫຍ່ຫລວງຂອງບັນພະບຸລຸດ ແລະ ຊອກເຫັນບັນດາຄຸນຄ່າທີ່ຍືນຍົງຄົງຕົວໃນບັນດາບົດຮຽນອັນລ້ຳຄ່າໃນສະໄໝເຈົ້າຊີວິດຮຸ່ງ.  ລຸງ ຫງວຽນວັນຕ່ວານ ນັກທ່ອງທ່ຽວທີ່ມາຈາກແຂວງ ບັກຢາງ ເປັນຄັ້ງທຳອິດທີ່ມາເຂົ້າຮ່ວມງານບຸນວິຫານເຈົ້າຊີວິດຮຸ່ງແບ່ງປັນວ່າ:

        “ຂ້າພະເຈົ້າໄດ້ອ່ານປື້ມຫລາຍຫົວແລ້ວ ແຕ່ດຽວນີ້ຈຶ່ງມີເງື່ອນໄຂມາຊອກຮູ້ກ່ຽວກັບບັນດາເຈົ້າຊີວິດໃນລາດຊະວົງຮຸ່ງຫລາຍອົງ, ຢ້ຽມຢາມແຫ່ງທີ່ປະທານ ໂຮ່ຈີມິນ ເຄີຍມາຢ້ຽມຢາມ ແລະ ມີປະໂຫຍດ “ບັນດາເຈົ້າຊີວິດຮຸ່ງໄດ້ມີຄຸນງາມຄວາມດີສ້າງສາປະເທດຊາດ / ລຸງຫຼານພວກເຮົາຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”. ແລະ ເອົາເອງເປັນຊາວ ຫວຽດນາມ ເຖິງວ່າເປັນແນວໃດກໍ່ຕາມ ຕ້ອງໄດ້ມາວິຫານຮຸ່ງເທື່ອໜຶ່ງ, ແຫ່ງທີ່ແມ່ນກົກເຄົ້າເຫງົ້າກໍຂອງຊາດ ຫວຽດນາມ”.

ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ແຫ່ງກຳລັງແຮງມະຫາສາມັກຄີແຫ່ງຊາດ - ảnh 2 ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ - ແຫ່ງກຳລັງແຮງມະຫາສາມັກຄີແຫ່ງຊາດ

        ເຖິງວ່າໃນໜ່ວຍໂລກນີ້ ບໍ່ມີແຫ່ງຫົນໃດ ໃນທົ່ວປະເທດໄດ້ພ້ອມກັນບູຊາບັນພະບຸລຸດໃນວັນດຽວກັນຄືຢູ່ ຫວຽດນາມ. ຊາວ ຫວຽດນາມ ມີຄວາມກະຕັນຍູກະຕະເວທີບູຊາພໍ່ປູ່ແມ່ຍ່າ, ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່, ບັນພະບຸລຸດ ແມ່ນຫຼັກສິນທຳກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ, ແມ່ນນຳ້ໃຈສາມັກຄີ, ຄວາມເອກອ້າງທະນົງໃຈຂອງຊາດ. ເພາະສະນັ້ນ, ເຖິງວ່າຢູ່ພາຍໃນ ຫຼື ຕ່າງປະເທດກໍ່ຕາມ, ຊາວຫວຽດນາມ ແຕ່ລະຄົນ ລ້ວນແຕ່ທຳພິທີບູຊາເຈົ້າຊີວິດຮຸ່ງ. ເນື່ອງໃນໂອກາດວັນບູຊາເຈົ້າຊີວິດຮຸ່ງປີນີ້, ວົງຄະນະຍາດຊາວ ຫວຽດນາມ ອາໄສຢູ່ບັນດາປະເທດເອີຣົບ ກໍ່ໄດ້ປຸກລະດົມຜັນຂະຫຍາຍໂຄງການ “ວັນບູຊາເຈົ້າຊີວິດຮຸ່ງໃນທົ່ວໂລກ”. ນີ້ແມ່ນໜຶ່ງໃນບັນດາເຫດການວັດທະນະທຳທີ່ມີຄວາມໝາຍພິເສດ ສຳລັບວົງຄະນະຍາດຊາວ ຫວຽດນາມ ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ຕ່າງປະເທດ ເຄົາລົບນັບຖືອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ. ກ່ຽວກັບແນວຄວາມຄິດນີ້, ທ່ານ ຫງວຽນດັກຖູຍ ຖືວ່າ:

        “ພວກຂ້າພະເຈົ້າຖືວ່າ: ນີ້ແມ່ນແນວຄວາມຄິດທີ່ເປັນໜ້າຊົມເຊີຍ. ບົນຈິດໃຈມະຫາສາມັກຄີທົ່ວປວງຊົນ, ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນ 1 ທີ່ບໍ່ອາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້, ດັ່ງນັ້ນ ວັນທີ 10 ເດືອນ 3 ແມ່ນວັນບູຊາເຈົ້າຊີວິດຮຸ່ງຕາມຮີດຄອງປະເພນີ, ແມ່ນວັນບູຊາລະດັບຊາດ ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ ແລະ ປະກາດໃຊ້ຢ່າງເປັນທາງການ ແມ່ນວັນທີີ່ທົ່ວປວງຊົນໄດ້ພັກຜ່ອນ ແລະ ເຂົ້າຮ່ວມປະຕິບັດບັນດາພິທີກຳເຫລື້ອມໃສໄຫວ້ບູຊາເຈົ້າຊີວິດຮຸ່ງ. ພໍ່ແມ່ພີ່ນ້ອງຢູ່ຕ່າງປະເທດ ກໍ່ສາມາດທຳພິທີກຳນີ້ຢູ່ປະເທດທີ່ຕົນພວມດຳລົງຊີວິດ

        ວັນບູຊາເຈົ້າຊີວິດຮຸ່ງ ຍັງມີຄວາມໝາຍອັນໃຫຍ່ຫລວງໃນຍຸກສະໄໝໃໝ່. ນັ້ນແມ່ນບົດຮຽນທົ່ວປວງຊົນສາມັກຄີ, ທົ່ວປະເທດເປັນຈິດໜຶ່ງໃຈດຽວກັນ, ພ້ອມກັນສ້າງສັງຄົມສະເໝີພາບ, ມີຄວາມເມດຕາ, ມີຄວາມຮັບຜິດຊອບກ່ວາ ຕໍ່ຄຳສັ່ງສອນຂອງບັນພະບຸລຸດ, ເສີມຂະຫຍາຍແຫຼ່ງກຳລັງ, ຮ່ວມແຮງຮ່ວມໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ