ພົນເອກ ຫວໍງວຽນຢາບ- ນາຍພົນຜູ້ມີຄວາມເກັ່ງກ້າສາມາດໄດ້ຮັບການຍ້ອງຍໍສັນລະເສີນຈາກໂລກ

(VOVWORLD) - ນັບແຕ່ເມື່ອນຳພາກອງທັບປະຊາຊົນ ຫວຽດນາມ ຍາດເອົາໄຊຊະນະໃນບັ້ນຮົບ ດ້ຽນບຽນຝູ ທີ່ກ້ອງກັງວານໄປທົ່ວ 5 ທະວີບ ເມື່ອປີ 1954 ມາຮອດປະຈຸບັນ, ພົນເອກ ຫວໍງວຽນຢາບ ບໍ່ພຽງແຕ່ແມ່ນນາຍພົນເກັ່ງກ້າສາມາດໃນດວງໃຈຂອງປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນນາຍພົນແຫ່ງເທບນິຍາຍຊື່ງໄດ້ຮັບການຮັບຮູ້ຈາກໂລກອີກດ້ວຍ. ຄຸນທາດການທະຫານ ແລະ ອຸດົມຄະຕິອັນສູງສົ່ງຂອງ ພົນເອກ ຫວໍງວຽນຢາບ ໄດ້ເຮັດໃຫ້ປະຊາຄົມສາກົນມີຄວາມເຄົາລົບນັບຖື.  ນັບທັງບັນດາປະເທດຝ່າຍຕາເວັນຕົກ, ຊ້ຳບໍ່ໜຳຍັງມີບັນດາປະເທດທີ່ເຄີຍແມ່ນສັດຕູຂອງຫວຽດນາມ ກໍ່ຍອມຮັບຕໍ່ວິລະກຳຂອງເພິ່ນທີ່ໄດ້ຈາລຶກໃນປະຫວັດສາດການທະຫານໂລກ. ພວກເຮົາພ້ອມກັນຫວນຄືນຄຳຍ້ອງຍໍສັນລະເສີນຂອງປະຊາຄົມສາກົນທີ່ມີຕໍ່ ພົນເອກ ຫວໍງວຽນຢາບ ເນື່ອງໃນໂອກາດສະເຫລີມສະຫລອງ 110 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ (25/8/1911-25/8/2021).

ພົນເອກ ຫວໍງວຽນຢາບ- ນາຍພົນຜູ້ມີຄວາມເກັ່ງກ້າສາມາດໄດ້ຮັບການຍ້ອງຍໍສັນລະເສີນຈາກໂລກ - ảnh 1ພົນເອກ ຫວໍງວຽນຢາບ.   (ພາບ: TTXVN)

ພົນເອກ Marcel Bigeard, ນາຍພົນຜູ້ມີຄວາມເກັ່ງກ້າສາມາດ ເຄີຍເຂົ້າຮ່ວມບັນຊາ ກອງທັບ ຝລັ່ງ ໃນບັ້ນຮົບດ້ຽນບຽນຝູ ໄດ້ຕີລາຄາວ່າ: “ດ້ວຍໄຊຊະນະ ດ້ຽນບຽນຝູ, ນາຍພົນ ຫວໍງວຽນຢາບ ໄດ້ບັນຊາກອງທັບຫວຽດນາມ ປະສົບຜົນສຳເລັດໃນກວ່າ 30 ປີ. ສິ່ງນີ້ໄດ້ສ້າງເປັນກຳລັງແຮງທີ່ບໍ່ເຄີຍມີມາກ່ອນ..”. ເຖິງວ່າ ແມ່ນຜູ້ສູ້ຢັນກັບ ພົນເອກ ຫວໍງວຽນຢາບ ໃນສະຫນາມຮົບ ດ້ຽນບຽນຝູ ແຕ່ອະດີດຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຝລັ່ງ Marcel Bigeard ກໍ່ຍອບຮັບວ່າ: “ຄາວນັ້ນ ຖ້າຫາກຂ້າພະເຈົ້າແມ່ນຊາວ ຫວຽດນາມ, ຂ້າພະເຈົ້າກໍ່ຈະກາຍເປັນ ຫວຽດມິງ”. ສິ່ງນັ້ນ ໄດ້ສະແດງໃຫ້ເຫັນກຳລັງເກ້ຍກ່ອມຂອງ ພົນເອກ ຫວໍງວຽນຢາບ ທີ່ມີຕໍ່ທຸກຄົນ ນັບທັງຜູ້ທີ່ແມ່ນສັດຕູກໍຕາມ. ທ່ານ Bigeard ຍັງເວົ້າອີກຕໍ່ໄປວ່າ: “ບໍ່ພຽງແຕ່ໄລຍະປະຈຸບັນເທົ່ານັ້ນ ຫາກຍັງໃນຫລາຍປີຕໍ່ໆໄປ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ຊີວິດ ແລະ ພາລະກິດແຫ່ງເທບນິຍາຍຂອງ ພົນເອກ ຫວໍງວຽນຢາບ ຍາມໃດກໍ່ແມ່ນແບບຢ່າງດີເດັ່ນ ແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນ ຫວຽດນາມ ແຕ່ລະຄົນຕະຫລອດການ.

ຢູ່ ອາເມລິກາ, ນາຍພົນອາວຸໂສ Westmoreland, ຜູ້ບັນຊາການທະຫານ ອາເມລິກາ ຢູ່ ສະຫນາມຮົບ ອິນດູຈິນ ກໍ່ແມ່ນຜູ້ສູ້ຢັນກັບ ພົນເອກ ຫວໍງວຽນຢາບ ໃນຊຸມປີຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ຂອງຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ: “ ບຸກຄະລິກກະພາບ, ຄຸນທາດອັນດີງາມໄດ້ສ້າງເປັນນາຍພົນຜູ້ຍິ່ງໃຫຍ່, ຄືການຕັດສິນຊີ້ຂາດ, ກຳລັງແຮງດ້ານຈິດໃຈ, ຄວາມສາມາດສຸມສະຕິປັນຍາ ແລະ ການກະທຳ, ຄວາມສະຫລາດສະຫລຽວ, ທຸກສິ່ງທຸກຢ່າງລ້ວນແຕ່ມີຢູ່ໃນກະໂຕທ່ານພົນເອກ ຫວໍງວຽນຢາບ”. ນາຍພົນອາວຸໂສ Westmoreland ກໍ່ຖືວ່າ: “ສົງຄາມຢູ່ຫວຽດນາມ ສິ້ນສຸດລົງ ໄດ້ສະແດງໃຫ້ເຫັນບົດບາດຕັດສິນຊີ້ຂາດຂອງບັນດາບຸກຄົນທີ່ມີຄວາມເກັ່ງກ້າສາມາດອັນໂດດເດັ່ນຂອງກອງທັບຫວຽດນາມ ໃນນັ້ນບົດບາດສູງສຸດແມ່ນ ພົນເອກ ຫວໍງວຽນຢາບ, ຜູ້ທີ່ເກັ່ງກ້າສາມາດມີຄວາມຊຳນານ ໃນການບັນຊາປະຕິບັດສົງຄາມກອງຫລອນ.

ພົນເອກ ຫວໍງວຽນຢາບ- ນາຍພົນຜູ້ມີຄວາມເກັ່ງກ້າສາມາດໄດ້ຮັບການຍ້ອງຍໍສັນລະເສີນຈາກໂລກ - ảnh 2ວາລະສານ Times ຂອງອາເມລິກາ ລົງພິມຮູບທ່ານພົນເອກ ຫວໍງວຽນຢາບ ເປັນ 3 ຄັ້ງ (ພາບ: Time)

ຢູ່ໃນໂລກ ກໍ່ມີປື້ມປະຫວັດສາດ, ຮູບເອກະສານ ບໍ່ແມ່ນຫນ້ອຍທີ່ໄດ້ເວົ້າເຖິງຊີວິດ, ພາລະກິດ ແລະ ຄວາມເກັ່ງກ້າໃນການນຳພາກອງທັບທີ່ຫາຍາກຂອງ ພົນເອກ ຫວໍງວຽນຢາບ. ພົນເອກຊາວອັງກິດ ທ່ານ Peter Macdonald ພ້ອມທັງແມ່ນນັກວິເຄາະກ່ຽວກັບຍຸດທະສາດ, ໃນປື້ມ "Giap an assessment", ທ່ານໄດ້ຂຽນວ່າ “ ຫວໍງວຽນຢາບ ມີໄລຍະເວລາ 30 ປີເປັນຜູ້ບັນຊາການໃຫຍ່ກອງທັບ ແລະ ເກືອບ 50 ປີເຂົ້າຮ່ວມການຄິດໄລ່ຊັ່ງຊາການເມືອງຢູ່ໃນຂັ້ນສູງສຸດ: ນັ້ນແມ່ນສອງເຫດການທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດໂລກ”

ນັກປະຫວັດສາດ Stanley Karnow ໄດ້ຈັດ ພົນເອກ ຫວໍງວຽນຢາບ ແມ່ນທັດທຽມກັບບັນດາຜູ້ມີຊື່ສຽງໂດ່ງດັງດ້ານການທະຫານຂອງໂລກ: “ທ່ານແມ່ນຜູ້ນອນໃນບັນຊີລາຍຊື່ບັນດາການນຳການທະຫານທີ່ມີຊື່ສຽງໂດ່ງດັງຄື: Grant, Lee, Rommel ແລະ MacArthur.  “ສັບພະວິທະຍານຸກົມການທະຫານ” ຂອງກະຊວງປ້ອງກັນປະເທດ ອາເມລິກາ ພິມຈຳຫນ່າຍເມື່ອປີ 1993 ໄດ້ຂຽນວ່າ: “ຄວາມເກັ່ງກ້າສາມາດດ້ານຍຸດທະສາດ, ສິລະປະຍຸດ ແລະ ພະລາທິການ ໄດ້ສົມທົບປະຕິບັດຢ່າງຄ່ອງແຄ້ວກັບດ້ານການເມືອງ ແລະ ການທູດ..”

ປື້ມ “ບັນດານາຍພົນມີຊື່ສຽງໂດ່ງດັງ” ພິມຈຳຫນ່າຍຢູ່ ລອນດອນ ໄດ້ຂຽນວ່າ: “ພົນເອກ ຫວໍງວຽນຢາບ ແມ່ນຫນຶ່ງໃນຈຳນວນນາຍພົນ21 ທ່ານ ທີີ່ມີຊື່ສຽງໂດ່ງດັງຂອງໂລກ ໃນ 25 ສັດຕະວັດຜ່ານມາ.. ຊື່ງແມ່ນບັນດາບຸກຄົນດີເດັ່ນມີວິລະກຳສ້າງບາດລ້ຽວຂອງສິລະປະຍຸດສົງຄາມ.”

ບັນດາສຳນັກຂ່າວສານໃຫຍ່ແຖວຫນ້າຂອງໂລກ ລ້ວນແຕ່ຍ້ອງຍໍສັນລະເສີນ ພົນເອກ ຫວໍງວຽນຢາບ ເມື່ອຂຽນບົດກ່ຽວກັບທ່ານ. ສຳນັກຂ່າວສານ AFP ຂອງຝລັ່ງ ຖືວ່າ: ພົນເອກ ຫວໍງວຽນຢາບ ແມ່ນ “ຫນຶ່ງໃນບັນດານັກຍຸດທະສາດການທະຫານຜູ້ຍິ່ງໃຫຍ່ໃນປະຫວັດສາດ” ແລະ ແມ່ນຜູ້ນຳພາການສູ້ຮົບໄປສູ່ໄຊຊະນະໃນການຕໍ່ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດ ອາເມລິກາ ຂອງຫວຽດນາມ”. ສ່ວນ ສຳນັກຂ່າວສານ Reuters ຂອງອັງກິດ ຕີລາຄາວ່າ: ພົນເອກ ຫວໍງວຽນຢາບ ແມ່ນຫນຶ່ງໃນຈຳນວນນາຍພົນ10 ທ່ານທີ່ຍິ່ງໃຫຍ່ຂອງທຸກຍຸກສະໄຫມ. ຫນັງສືພິມ Prensa Latinaຂອງກູຍບາ ໄດ້ຍ້ອງຍໍສັນລະເສີນ: ພົນເອກ ຫວໍງວຽນຢາບ ແມ່ນນັກຍຸດທະສາດການທະຫານທີ່ເກັ່ງກ້າສາມາດ, ໄດ້ນຳໃຊ້ສິລະປະຍຸດສົງຄາມປະຊາຊົນຢ່າງເກັ່ງກ້າສາມາດ. ພິເສດ ສິລະປະຍຸດສົງຄາມກອງຫລອນຂອງ ພົນເອກ ຫວໍງວຽນຢາບ ແມ່ນແຫລ່ງບັນດານໃຈໃຫ້ບັນດານັກຮົບຜູ້ທີ່ຕໍ່ສູ້ເພື່ອເອກະລາດຂອງຊາດໃນທົ່ວໂລກ.

ບັນດາຄວາມຮູ້ ແລະ ຄວາມເກັ່ງກ້າສາມາດດ້ານການທະຫານຂອງ ພົນເອກ ຫວໍງວຽນຢາບ ລ້ວນແຕ່ແມ່ນທ່ານຮຽນເອງຈາກປະຫວັດສາດແຫ່ງການຕ້ານສັດຕູຮຸກຮານຂອງຊາດ ຫວຽດນາມ ແລະ ປະຫວັດສາດການທະຫານຂອງໂລກ ພ້ອມກັບ ການຝືກຝົນຫລໍ່ຫລອມດ້ວຍຕົນເອງ, ຖອດຖອນບົດຮຽນຜ່ານພຶດຕິກຳຕົວຈິງໃນການຕໍ່ສູ້ຂອງກອງທັບປະຊາຊົນ ຫວຽດນາມ. ສິ່ງນີ້ໄດ້ສ້າງເປັນຄວາມແຕກຕ່າງຂອງ ພົນເອກ ຫວໍງວຽນຢາບ, ເຮັດໃຫ້ທົ່ວໂລກມີຄວາມເຄົາລົບນັບຖື, ແລະ ຖືທ່ານ  ແມ່ນຫນຶ່ງໃນບັນດານາຍພົນຜູ້ເກັ່ງກ້າສາມາດທີ່ສຸດຂອງປະຫວັດສາດມວນມະນຸດ ແລະ ແມ່ນຫນຶ່ງໃນຈຳນວນຫນ້ອຍຄົນມີຄວາມສາມາດເຮັດໃຫ້ປະຫວັດສາດປ່ຽນແປງໄປ.

ຕອບກັບ

ຂ່າວ/ບົດ​ອື່ນ