ພະຍານຫລັກຖານປະຕິເສດຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມ.

(VOVWORLD) -ຂໍ້ຕົກລົງອະໄພຍະໂທດຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໃຫ້ແກ່ ນັກໂທດ 2.434 ຄົນທີ່ ໄດ້ດັດສ້າງດີເນື່ອງໃນໂອກາດວັນທີ 2 ກັນຍາປີ 2022 ອີກຄັ້ງຫນຶ່ງຢັ້ງຢືນນະໂຍບາຍອະໄພຍະໂທດຂອງພັກ, ລັດ ແລະ ມູນເຊື້ອມະນຸດສະທຳຂອງຊາດ ຫວຽດນາມ. ນີ້ແມ່ນພະຍານຫລັກຖານທີ່ມີຊີວິດຊີວາ ປະຕິເສດຖ້ອຍທຳນອງ ເສກສັນປັ້ນແຕ່ງບິດເບືອນຄວາມຈິງຂອງສະພາບການສິດທິມະນຸດ ຢູ່ ຫວຽດນາມ ຂອງບັນດາອິດທິກຳລັງເປັນປໍລະປັກ, ປະຕິການໃນຊຸມມື້ຜ່ານມາ.

ພະຍານຫລັກຖານປະຕິເສດຖ້ອຍທຳນອງເສກສັນປັ້ນແຕ່ງກ່ຽວກັບສິດທິມະນຸດ ຢູ່ ຫວຽດນາມ. - ảnh 1ເຈົ້າໜ້າທີ່ມອບຂໍ້ຕົກລົງອະໄພຍະໂທດ ໃຫ້ແກ່ອາດຊະຍາກຳ 10 ຄົນ (ພາບ: chinhphu.vn)

ການເຄື່ອນໄຫວອະໄພຍະໂທດປີນີ້ ສືບຕໍ່ສ່ອງແສງໃຫ້ເຫັນຢ່າງຈະແຈ້ງທີ່ສຸດການໃຫ້ບຸລິມະສິດຮັບປະກັນ ແລະ ຊຸກຍູ້ສິດທິມະນຸດໃນທຸກແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ, ພ້ອມທັງ ປະຕິເສດທຸກຖ້ອຍທຳນອງເສກສັນປັ້ນແຕ່ງບິດເບືອນຄວາມຈິງຂອງບັນດາອິດທິກຳລັງເປັນປໍລະປັກ, ປະຕິການ ໂດຍຖືວ່າ ຫວຽດນາມ ບໍ່ຮັບປະກັນສິດທິມະນຸດ.

        ຢູ່ ຫວຽດນາມ, ສິດທິມະນຸດໄດ້ຮັບຖືວ່າ ແມ່ນ ບັນດາຄຸນຄ່າພື້ນຖານຊື່ງມະນຸດຍາດໄດ້ໃນປະຫວັດສາດແຫ່ງການຕໍ່ສູ້ ດັດປັບທຳມະຊາດ ແລະ ສັງຄົມ ເພື່ອຢັ້ງຢືນທີ່ຕັ້ງດ້ານການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ, ກົດໝາຍຂອງຕົນ. ນັ້ນແມ່ນ ການລວບລວມຂອງຄວາມຕ້ອງການ, ກຳລັງຄວາມສາມາດ, ເສລີພາບ, ຄຸນສົມບັດຈັນຍາບັນຂອງມະນຸດ ດ້ວຍຖານະແມ່ນບຸກຄົນ ແລະ ວົງຄະນາຍາດສັງຄົມໂດຍໄດ້ຮັບຮູ້ ແລະ ຮັບປະກັນການປະຕິບັດໃນລະບົບກົດໝາຍຂອງຊາດ ແລະ ກົດໝາຍສາກົນ.

ການປົກປ້ອງ ແລະຊຸກຍູ້ສິດທິມະນຸດ ແມ່ນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງລັດ ຫວຽດນາມ. ຫວຽດນາມຍາມໃດກໍ່ຖືມະນຸດແມ່ນໃຈກາງ, ແມ່ນກຳລັງຫນູນຂອງວິວັດການປ່ຽນແປງໃຫມ່ ແລະ ພາລະກິດແຫ່ງການພັດທະນາປະເທດຊາດ ແລະ ຍາມໃດກໍ່ມານະພະຍາຍາມ ເພື່ອເປົ້າໝາຍຍົກສູງຊີວິດການເປັນຢູ່, ສິດຊົມໃຊ້ຂອງປະຊາຊົນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ບັນດາສິດພື້ນຖານຂອງມະນຸດ ຢູ່ ຫວຽດນາມ ໄດ້ລະບຸໄວ້ໃນລັດຖະທຳມະນູນ ແລະ ໄດ້ປົກປ້ອງ, ຊຸກຍູ້ໃນເອກະສານນິຕິກຳຢ່າງລະອຽດ ແລະ ໄດ້ຜັນຂະຫຍາຍໃນຕົວຈິງ.

ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍ ຂອງພັກ, ລັດ ຫວຽດນາມ ແມ່ນປົກປ້ອງ ແລະ ຊຸກຍູ້ສິດທິມະນຸດຢ່າງສະເຫມີພາບ, ຍຸດຕິທຳໃຫ້ພົນລະເມືອງໝົດທຸກຄົນ ນັບທັງຜູ້ພວມປະຕິບັດຄຳຕັດສິນຂອງສານ. ສິ່ງດັ່ງກ່າວໄດ້ກຳນົດຢ່າງຈະແຈ້ງໃນລັດຖະທຳມະນູນປີ 2013, ລະບົບນິຕິກຳສະບັບອື່ນໆ.

ຢູ່ ຫວຽດນາມ, ທຸກການກະທຳລະເມີດກົດໝາຍລ້ວນແຕ່ຖືກປັບໄຫມລົງໂທດຕາມການກຳນົດຂອງກົດໝາຍ ຫວຽດນາມ. ສະນັ້ນ ນັກໂທດທັງໝົດໄດ້ຮັບອະໄພຍະໂທດປີນີ້ ລ້ວນແຕ່ແມ່ນຜູ້ມີການກະທຳລະເມີດກົດໝາຍອາຍາ ຫວຽດນາມ ແລະ ຖືກສານປະຊາຊົນທຸກຂັ້ນຂອງ ຫວຽດນາມ ຕັດສິນລົງໂທດຕາມການກຳນົດຂອງກົດໝາຍ. ບັນດານັກໂທດນີ້ມີເງື່ອນໄຂຄົບຖ້ວນ ໄດ້ຮັບການພິຈາລະນາ ອະໄພຍະໂທດ.

ສະນັ້ນ ການອະໄພຍະໂທດ ບໍ່ມີການຈຳແນກການປະພຶດ ຫລື ຈຳກັດສຳລັບບໍ່ວ່ານັກໂທດໃດ ເຖິງແມ່ນວ່ານັກໂທດນັ້ນແມ່ນຊາວ ຫວຽດນາມ ຫລື ຊາວ ຕ່າງປະເທດ ຖ້າມີເງື່ອນໄຂຄົບຖ້ວນຕາມການກຳນົດຂອງກົດໝາຍກໍ່ລ້ວນແຕ່ໄດ້ຮັບການອະໄພຍະໂທດ.

ເລື່ອງພັກ, ລັດ ຫວຽດນາມ ອະໄພຍະໂທດກ່ອນກຳນົດເວລາໃຫ້ແກ່ບັນດານັກໂທດພວມປະຕິບັດຄຳຕັດສິນຂອງສານ ແລະ ໃຫ້ແກ່ບັນດານັກໂທດພວມໄດ້ໂຈະ, ຢຸດຕິຊົ່ວຄາວການປະຕິບັດຄຳຕັດສິນຂອງສານ ໂດຍມີເງື່ອນໄຂຄົບຖ້ວນນັ້ນແມ່ນນະໂຍບາຍມະນຸດສະທຳຂອງພັກ ແລະ ລັດ. ນະໂຍບາຍນີ້ ບໍ່ພຽງແຕ່ຢຸດຢູ່ເລື່ອງອະໄພຍະໂທດເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຢູ່ເລື່ອງ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດານັກໂທດໄດ້ຮັບອະໄພຍະໂທດເຊື່ອມຕົວເຂົ້າກັບວົງຄະນາຍາດ. ສິ່ງນັ້ນ ອີກຄັ້ງຫນຶ່ງໂດຍທ່ານປະທານປະເທດ ຫງວຽນຊວນຟຸກ ຢັ້ງຢືນໃນການເຮັດວຽກກັບຄະນະປະຈຳສະພາທີ່ປຶກສາອະໄພຍະໂທດປີ 2022 ເມື່ອທ່ານປະທານປະເທດ ຮຽກຮ້ອງທຸກຄະນະພັກ, ອຳນາດການປົກຄອງ ແລະ ປະຊາຄົມຢູ່ທ້ອງຖິ່ນສ້າງເງື່ອນໄຂສະດວກເພື່ອໃຫ້ນັກໂທດໄດ້ຮັບອະໄພຍະໂທດກ່ອນກຳນົດເວລາ ໄດ້ເຊື່ອມຕົວເຂົ້າກັບວົງຄະນາຍາດໂດຍໄວ.

ວຽກງານອະໄພຍະໂທດປີ 2022 ໄດ້ສຳເລັດ ເປັນພະຍານຫລັງຖານຢ່າງຈະແຈ້ງ ເພື່ອປະຕິເສດບັນດາຖ້ອຍທຳນອງເສກສັນປັ້ນແຕ່ງບິດເບື່ອນຄວາມຈິງ ຢູ່ ຫວຽດນາມ ຂອງບັນດາອິດທິກຳລັງເປັນປໍລະປັກ, ປະຕິການ. ຄຽງຄູ່ກັນນັ້ນ ນະໂຍບາຍອະໄພຍະໂທດກ່ອນການກຳນົດເວລາ ແມ່ນຍັງມີຄວາມໝາຍສົ່ງເສີມຜູ້ຖືກຕັດສິນລົງໂທດພວມປະຕິບັດຄຳຕັດສິນຂອງສານ ຕັ້ງຫນ້າຮ່ຳຮຽນ, ອອກແຮງງານ, ປະຕິບັດບັນດາການກຳນົດ, ກົດລະບຽບຢູ່ ຮາກຖານກັກຕົວເພື່ອສາມາດກັບຄືນເຕົ້າໂຮມກັບຄອບຄົວ ແລະວົງຄະນາຍາດໂດຍໄວ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ເຂົ້າໃນນະໂຍບາຍອະໄພຍະໂທດ, ມະນຸດສະທຳຂອງພັກ ແລະລັດ, ສະແດງໃຫ້ເຫັນເນື້ອແທ້ອັນດີງາມຂອງລະບົບ ລັດແຫ່ງ ສັງຄົມນິຍົມຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ