ພະລັງຊີວິດອາຊຽນ ພາຍຫຼັງເກືອບເຄິ່ງສະຕະວັດ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ

ວັນ​ທີ 8/8, ສະຫະ​ສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ​ໄດ້​ຈັດ​ຕັ້ງ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ຄົບຮອບ 47 ປີ (8/8/1967 - ວັນ​ທີ 8/8/2014). ຜ່ານ​​ໄລຍະ​ເກືອບ 5 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ປະຈຸ​ບັນ ອາຊຽນ​ໄດ້​ກາຍ​ເປັນ​ພາກ​ພື້ນ​ພັດທະນາ​ທີ່​ຂະຫຍັນ​ຂັນ​ເຄື່ອນ ​ແລະ ສາມັກ​ຄີ, ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂາດ​ບໍ່​ໄດ້​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ.

ພະລັງຊີວິດອາຊຽນ ພາຍຫຼັງເກືອບເຄິ່ງສະຕະວັດ ແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ - ảnh 1
(ພາບປະກອບ)

      ຫວນ​ຄືນໄລຍະ​ເກືອບ 5 ທົດ​ສະ​ວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ຂະຫຍາຍຕົວ, ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ອາຊຽນ​ໄດ້​ປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ, ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ລັກສະນະ​ຂອງ​ອົງການ​ຈັດ​ຕັ້ງ​ນີ້. ຈາກ​ຈຳນວນ 5 ປະ​ເທດ​ສະມາຊິກ​ໃນ​ເບື້ອງ​ຕົ້ນ, ອາຊຽນ​ໄດ້​ກາຍ​ເປັນ​ກຸ່ມ​ເຊື່ອມ​ຈອດ​ລະຫວ່າງ 10 ປະ​ເທດອາຊີຕາເວັນອອກສ່ຽງໃຕ້, ພ້ອມ​ກັນ​ມຸ່ງ​ໄປ​ສູ່​ການ​ສ້າງ​ປະຊາ​ຄົມ ​ແລະ ສ້າງ​ຄວາມ​ເຊື່ອ​ໝັ້ນ​. ໄລຍະ​ເກືອບ 5 ທົດ​ສະ​ວັດ​ທີ່​ຜ່ານ​ມາ, ຈາກ ສະຫະ​ສະມາຄົມບັນດາປະເທດຮ່ວມ​ມື​ນຳ​ກັນ ​ໂດຍ​ອີງ​ບົນ​ກົນ​ໄກ​ທີ່​ບໍ່​ໜັກ​ແໜ້ນ, ນັ້ນ​ແມ່ນ​ຖະ​ແຫຼ​ງການ​ການ​ເມືອງ​ປີ 1967, ມາ​ຮອດ​ປະຈຸ​ບັນ, ອາຊຽນ​ເຄື່ອນ​ໄຫວ​ບົນ​ພື້ນຖານ​ບັນດາ​ຫຼັກການ​ກົດໝາຍ, ກອບ​ກົດໝາຍ ​ແລະ ບັນດາ​ກົງຈັກ​ໃນ​ກົດ​ບັດອາຊຽນ. ອາຊຽນນັບ​ມື້​ນັບ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ, ກາຍ​ ເປ​ັນກົງຈັກ​ສົມບູນ​ແບບ ​ແລະ ​ເປັນຄູ່​ຮ່ວມ​ມື​ທີ່​ຂາດ​ບໍ່​ໄດ້​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ. ​ເຄັດ​ລັບ​ເພື່ອ​ສ້າງ​​ໃຫ້​ມີ ອາຊຽນຄື​ໃນ​ວັນ​ນີ້ ກໍ​ແມ່ນ​ນ້ຳ​ໃຈ​ສາມັກຄີ​ເພື່ອ​ຈຸດໝາຍ​ສ້າງ “ ພາກ​ພື້ນ​ແຫ່ງ​ສັນຕິພາບ, ຄວາມໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຍາວ​ນານ, ​ເສດຖະກິດ​ເຕີບ​ໂຕ​ແບບ​ຍືນ​ຍົງ, ຄວາມ​ກ້າວ​ໜ້າ​ທາງ​ສັງຄົມ ​ແລະ ວັດທະນາ​ຖາວອນ”

   ປັດ​ໄຈ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ສັນຕິພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

  ຕາມທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງວິ​ງ​ແລ້ວ, ຈຸດ​ທີ່​ພົ້ນ​ເດັ່ນ​ໃນອາຊຽນ, ນັ້ນ​ແມ່ນ​ເລື່ອງ ອາຊຽນ​ໄດ້ ​ແລະ ພວມ​ກາຍ​ເປັນ​ປັດ​ໄຈ​ທີ່​ສຳຄັນ, ​ແມ່ນ​ເສົາ​ຄ້ຳ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມ​ໃນ​ພາກ​ພື້ນ​ສຳລັບ​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ນີ້. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງວິ​ງ ກ່າວ​ວ່າ :

 ​“ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາອາຊຽນ, ພິ​ເສດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ອາຊຽນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ຂອງ​ຕົນ​ທີ່​ມີ​ຕໍ່​ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ​ລະ​ພາບ ​ແລະ ການຮ່ວມ​ມື​ໃນ​ພາກ​ພື້ນ​ໂດຍ​ຜ່ານ​ບັນດາ​ລະບົບ, ບັນດາ​ເວ​ທີ່​ປາ​ໄສ​ຂອງອາຊຽນ, ພ້ອມ​ກັນ​ນັ້ນ, ກໍ​ພ້ອມ​ກັບ​ເລື່ອງອາຊຽນສົນທະນາ, ​ແບ່ງປັນ​ບົດຮຽນ​ສ້າງ​ບັນດາ​ມາດຖານ​ດ້ານ​ການ​ປະພຶດ​ໃນ​ພາກ​ພື້ນ. ອາຊຽນ​ໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ສະໜັບສະໜູນ​ບົດບາດ​​ເປັນ​ໃຈ​ກາງຂອງອາຊຽນ​ໃນ​ພາກ​ພື້ນ​ຈາກ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື, ປະ​ເທດ​ໃຫຍ່”

    ຕໍ່ໜ້າ​ສະພາບ​ການ​ໃນ​ປະຈຸ​ບັນ​ທີ່​ມີ​ຄວາມ​ສັບສົນ, ສິ່ງ​ທ້າ​ທາຍ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງ, ຍາດ​ຊິງ​ອະທິປະ​ໄຕ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງວິ​ງ ຖື​ວ່າ ​ເພື​່ອສືບ​ຕໍ່ຮັກສາ​ບົດບາດ​ເປັນ​ໃຈກາງ​ຂອງຕົນນັ້ນ, ຈຳ​ເປັນ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຢ່າງ​ໃຫຍ່ຫຼວງ​ຂອງ 10 ປະ​ເທດອາຊຽນ . ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງວິ​ງ ກ່າວ​ຕໍ່​ໄປ​ວ່າ : 

   “ທີ່ 1 ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ສ້າງ​ປະຊາ​ຄົມອາຊຽນ​ໃຫ້​ສຳ​ເລັດ​ຜົນ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ຂອງ​ຕົນ. ທີ່ 2 ​ແມ່ນ​ປັບປຸງ​ບັນດາ​ກົງຈັກ ​ແລະ ຂອບ​ເຂດ​ຮ່ວມ​ມື​ຂອງອາຊຽນ. ທີ່ 3 ສຳລັບ​ບັນດາ​ບັນຫາ​ໃນ​ພາກ​ພື້ນ​ຊຶ່ງ​ກ່ຽວຂ້ອງ​ເຖິງ​ສັນ​ຕີ​ພາບ, ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມ​ມື​ນັ້ນ, ອາຊຽນຕ້ອງ​ມີ​ສຽງ​ເວົ້າ​ຢ່າງ​ເປັນ​ເຈົ້າ​ການ​ຂອງ​ຕົນ​ໂດຍ​ອີງ​ບົນ​ບັນດາ​ຫຼັກການ​ຂອງອາຊຽນ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດຂອງອາຊຽນ​ກັບ​ບັນດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ນີ້, ບໍ່​ຖືກ​ຄອບ​ງຳ​ຈາກ​ບັນດາ​ປະ​ເທດ​ໃຫຍ່.

    ປະຊາ​ຄົມ​ທີ່​ສາມັກຄີ, ໝັ້ນ​ຄົງ​ເຂັ້ມ​ແຂງ

  ຕາມ​ແຜນ​ງານ​ແລ້ວ, ອາຊຽນຈະ​ປະກາດ​ການສ້າງ​ຕັ້ງຂອງ ປະຊາ​ຄົມອາຊຽນ​ໃນ​ວັນ​ທີ 31/12/2015. ນີ້​ແມ່ນ​ຂີດ​ໝາຍທີ່​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ໃນ​ປະຫວັດສາດ​ແຫ່ງ​ການ​ພັດທະນາ​ຂອງ ອາຊຽນ. ດ້ວຍ​ກວ່າ 800 ໜ້າ​ວຽກ​ທີ່​ວາງ​ອອກ​ໃນ​ແຜນ​ງານ​ກໍ່ສ້າງ​ ປະຊາ​ຄົມອາຊຽນ ນັບ​ທັງ 3 ​ເສົາ​ຄ້ຳ​ການ​ເມືອງ, ຄວາມ​ສະຫງົບ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ, ມາ​ຮອດ​ປະຈຸ​ບັນ, ປະຊາ​ຄົມອາຊຽນ​ໄດ້​ສຳ​ເລັດ​ກວ່າ 80% ຈຳນວນ​ວຽກ​ງານ.

   ປະຊາ​ຄົມອາຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດທະນາ​ກ່ຽວ​ກັບ​ທາດ​ແທ້​ຂອງອາຊຽນ, ​ແຕ່​ວິ​ໄສ​ທັດ​ຂອງອາຊຽນ​ພາຍ​ຫຼັງປະຊາ​ຄົມ ອາຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ ​ແມ່ນ​ສິ່ງ​ທີ່​ສຳຄັນ. ດັ່ງ​ນັ້ນ, ບັນດາ​ການ​ນຳອາຊຽນ​ໄດ້​ຕັດສິນ​ໃຈ​ສ້າງວິ​ໄສ​ທັດ​ພັດທະນາ ປະຊາ​ຄົມອາຊຽນ​ຫຼັງ​ປີ 2015. ກ່ຽວ​ກັບ​ບັນດາ​ໜ້າທີ່ຂອງອາຊຽນ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງວິ​ງ ​ເນັ້ນ​ໜັກ​ວ່າ : 

   “ອາຊຽນຕ້ອງ​ສາມັກຄີ, ຕ້ອງ​ເສີມ​ຂະຫຍາຍ​ໄດ້​ສຽງ​ເວົ້າ​ຢ່າງ​​ເປັນ​ເຈົາການ​ຂອງ​ຕົນ ​ແລະ ພິ​ເສດ​ແມ່ນ​ຕ້ອງ​ຮັກສາ​ໃຫ້​ໝັ້ນຄົງ ​ແລະ ຮັບປະກັນ​ການ​ປະຕິບັດ​ບັນດາ​ຫຼັກການ​ທີ່​ໄດ້​ວາງ​ອອກ​ໃນ​ພາກ​ພື້ນ, ​ໃນ​ນັ້ນ ມີ​ກົດໝາຍສາກົນ. ​ແລະ ຕໍ່ໜ້າ​ບັນດາ​ບັນຫາ​​ໃນ​ພາກ​ພື້ນ​ນັ້ນ, ອາຊຽນຕ້ອງ​ມີ​ສຽງ​ເວົ້າ​ດ້ວຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ. ນັ້ນ​ແມ່ນ​ບັນດາຈຸດໝາຍ​ທີ່ ອາຊຽນ​ຈະ​ມຸ່ງ​ໄປ​ເຖິງ”

     19 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນອາຊຽນ

 19 ປີ​ແຫ່ງ​ການ​ເຂົ້າ​ຮ່ວມ​ອາຊຽນ, ຫວຽດນາມ​ໄດ້​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງອາຊຽນ ແລະ ພ້ອມກັບ ອາຊຽນມຸ່ງ​ໄປ​ສູ່​ປະຊາ​ຄົມ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຝ້າ​ມກວາງວິ​ງ ຢືນຢັນ​ວ່າ :

   “ ພວກ​ເຮົາ​ໄດ້​ພະຍາຍາມ​ພ້ອມ​ກັບ​ບັນດາ​ປະ​ເທດອາຊຽນຮັບປະກັນ​ຄວາມ​ສາມັກຄີ, ສະ​ແດງ​ໃຫ້​ເຫັນ​ບົດບາດ​ເປັນ​ເຈົ້າ​ການ​ຂອງອາຊຽນ ​ແລະ ພິ​ເສດ​ແມ່ນ​ການ​ຮັກສາ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ​ໃຫ້​ໝັ້ນຄົງ ​ແລະ ບັນດາ​ການ​ປະກອບສ່ວນ​ຂອງ​ພວກ​ເຮົາ​ພ້ອມ​ກັບ​ບັນດາ​ປະ​ເທດອາຊຽນ ​ເພື່ອ​ໃຫ້ອາຊຽນ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດຂອງ​ຕົນ​ຕໍ່ໜ້າ​ບັນດາ​ບັນຫາ​ທີ່​ສັບສົນ, ຍົກ​ຕົວຢ່າງ​ຄື​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ສິ່ງ​ນີ້, ຄື​ສາມາດ​ອອກ​ຖະ​ແຫຼ​ງການ 6 ຫຼັກການ​ຂອງອາຊຽນ, ອອກ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 10/5 ກ່ຽວ​ກັບ​ບັນດາ​ສະພາບ​ການ​ທີ່​ສັບສົນ​ໃນ​ໄລຍະ​ມໍ່​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ, ນັ້ນ​ແມ່ນ​ບັນດາ​ພະຍານ​ຫຼັກ​ຖານ​ພິສູດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ສິ່ງ​ນີ້”

     ອາຊຽນພວມ​ກ້າວ​​ໄປ​ເຖິງ​ຈຸດ​ເວລາ​ສ້າງ​ຕັ້ງ​ປະຊາ​ຄົມ. ດ້ວຍ​ກຳລັງ​ແຮງ​ສາມັກຄີ ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ປະຊາ​ຄົມອາຊຽນຈະ​ສືບ​ຕໍ່​ກ້າວ​ໄປ​ເຖິງ​ບັນດາ​ເປົ້າ​ໝາຍ​ຮ່ວມ​ສຳພັນ​ສູງ​ກວ່າ. ​ໂດຍ​ແມ່ນ​ພາກສ່ວນ​ທີ່​ຜູກ​ພັນ​ຢ່າງ​ສະໜິດ​ແໜ້ນ, ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນອາຊຽນ, ອະນາຄົດ​ແຫ່ງ​ການ​ພັດທະນາ​ຂອງ​ຫວຽດນາມ​ຈະ​ສືບ​ຕໍ່​ຕິດ​ແໜ້ນ​ກັບອາຊຽນ​ບົນ​ເສັ້ນທາງຮ່ວມ​ສຳພັນ ​ແລະ ​ເຊື່ອມ​ໂຍງ​ພາກ​ພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ