ພິໃນກຳຂອງປະທານໂຮ່ຈິມີນ-ແສງສະຫວ່າງຂອງພູມປັນຍາແລະ ຄວາມເຊື່ອໝັ້ນ

(vovworld)- ປະທານ​ໂຮ່ຈິ​ມີນ, ຜູ້ນຳ​ທີ່​ຍິ່ງ​ໃຫ​ຍ່ຂອງ​ຊາດ​ຫວຽດນາມ, ​ເມື່ອ​ເຖິງ​ແກ່​ມໍລະນະ​ກຳ​ກ່ອນ​ນີ້ 45 ປີ ​ເພີ່ນ​ໄດ້​ປະ​ໄວ​​້​ມໍລະດົກ​ແນວ​ຄິດ​ອັນ​ລຳ້​ຄ່າ​ໃຫ້​ແກ່​ປະ​ເທດ​ຊາດ. ​ໃນ​ນັ້ນ ພິ​ໄນ​ກຳ​ຂອງ​ເພີ່ນ ບໍ່​ພຽງ​ແຕ່​ແມ່ນ​ເອກະສານ​ມີ​ຄຸນຄ່າ​ປະຫວັດສາດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ຍຸກ​ສະ​ໄຫມ​ທີ່​ເລິກ​ເຊິ່ງ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ປະຈຸ​ບັນ. ບົດ​ຂຽນ​ຂອງ​ເລ້​ຮັ່ງ​ທີ່​ມີຫົວ​ຂໍ້​ວ່າ: ພິ​ໃນ​ກຳ​ຂອງ​ປະທານ​ໂຮ່ຈິ​ມີນ-​ແສງ​ສະຫວ່າງ​ຂອງ​ພູມ​ປັນຍາ​ແລະ ຄວາມ​ເຊື່ອ​ໝັ້ນ.

        ໃນພິໄນກຳ, ທ່ານປະທານໂຮ່ຈິມີນ ຢືນຢັນ: ການຕໍ່ຕ້ານຕ້ານຈັກກະພັດ​ອາເມລິກາ​ກູ້​ຊາດ ຂອງ​ປະຊາຊົນ ຫວຽດນາມ ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ, ຖືກ​ເສ​ຍສະຫລະ​​ຫລາຍ​ຢ່າງກໍ​ຕາມ ​ແຕ່​ ໄດ້​ຮັບ​ໄຊຊະນະຢ່າງແນ່ນອນ​; ຢືນຢັນ: ຄວາມ​ສາມັກຄີ​ແມ່ນ​ມູນ​ເຊື້ອ​ອັນ​ລຳ້​ຄ່າ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ໂຮ່ຈິ​ມີນ ຕັກ​ເຕືອນ​ໃຫ້​ບັນດາ​ສະມາ​ຊີກ​ພັກ​ຈົ່ງ​ຮັກສາ​ຄວາມ​ສາມັກຄີ​ເປັນ​ເອ​ກະ​ພາບ​ຂອງ​ພັກ​ຄື​ດັ່ງ​ຮັກສາ​​ແກ້ວ​ຕາ​ຂອງ​ຕົນ. ຕາມ​ເພີ່ນ​ແລ້ວ, ພັກ​ກອມ​ມູນິດ​ຫວຽດນາມ ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ, ​ເປັນ​ປະຈຳ ​ແລະ ​ຕ້ອງ​​ປະ​ຕິ​ບັດການ​ຕຳ​ນິຕົນ​ເອງ ​ແລະ ຕຳນິ​ເພື່ອນ​ສະຫາຍຢ່າງ​ເຂັ້ມ​ງວດ, ​ສະມາຊິກ​ພັກ ​ແລະ ພະນັກງານ​ແຕ່ລະຄົນ ຕ້ອງ​​​ເຊື່ອມ​ຊືມຄຸນສົມບັດ​ປະຕິວັດ, ຮັກສາ​ພັກ​ໃຫ້​ປອດ​ໃສ, ສົມ​ກັບ​ການ​ນຳ, ຜູ້​ຮັບ​ໃຊ້​ປະຊາຊົນ​ຈົ່ງ​ຮັກ​ພັກ​ດີ. ປະທານ​ໂຮ່ຈິ​ມີນ ກໍ​ປະ​ໄວ້​ບັນດາ​ຄຳ​ຕັກ​ເຕືອນ​ອັນ​ລຳ້​ຄ່າ​ໃຫ້​ແກ່​ຊາວ​ຫນຸ່ມ, ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ ​ແລະ ທົ່ວ​ປວງ​ຊົນ​ຫວຽດນາມ.

ພິໃນກຳຂອງປະທານໂຮ່ຈິມີນ-ແສງສະຫວ່າງຂອງພູມປັນຍາແລະ ຄວາມເຊື່ອໝັ້ນ - ảnh 1
ບົດພິໄນກຳຂອງປະທານໂຮ່ຈິມີນ ຖືກນຳວາງສະແດງຢູ່
ຫໍພິພິດທະພັນປະທານໂຮ່ຈິມີນ ທີ່ຮ່າໂນ້ຍ
ພາບ:dantri.com

        ບັນຫາ​ກໍ່ສ້າງ​ພັກ​ມີ​ຄວາມ​ໝາຍ​ດ້ານ​ທິດ​ສະ​ດີ​ອັນ​ເລິກ​ເຊິ່ງ

        ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ບໍ່​ແມ່ນ​ພິ​ໄນ​ກຳ​ທຳ​ມະ​ດາ, ມັນ​ບໍ່​ພຽງ​ແຕ່ແມ່ນ​ເຂັມ​ຊີ້​ທິດ​​ການ​ເຄື່ອນ​ໄຫວເພື່ອ​ໃຫ້​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊີ້​ນຳ​ນຳ​ພາ​ປະ​ຊາ​ຊົນ​ຍາດ​​ເອົ​າ​ໄຊ​ຊະ​ນະ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ແນະ​ນຳ​ວິ​ທະ​ຍາ​ສາດ​ໃຫ້​ແກ່​ວຽກ​ງານກໍ່​ສ້າງ ແລະ ປັບ​ປຸງ​ພັກ. ປະ​ທານ​ໂຮ່​ຈິ​ມີນ ​ແມ່ນ​ຜູ້​ນຳ​ທີ່​ສະ​ຫລາດ​ສະ​ຫລຽວ​ໃນ​ການ​ຄາດ​ຄະ​ເນ​ບັນ​ດາ​ຄວາມ​ຫ​ຍຸ້ງ​ຍາກ​ເມື່ອ​ປະ​ເທດ​ຊາດ​ໂຮມ​ເຂົ້າ​ເປັນ​ເອກ​ະ​ພາບ. ເພີ່ນ​ເຊີດ​ຊຸ​ຄຸນ​ຄ່າ​ຊື່ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ວຽກ​ງານ​ຕຳ​ນິ​ເພື່ອນ​ສະ​ຫາຍ ແລະ ຕຳ​ນິ​ຕົນ​ເອງ. ບັນ​ດາ​ການ​ແນະ​ນຳ​ນີ້​ມີ​ຄວາມ​ໝາຍ ແລະ ຄຸນ​ຄ່າ​ຢ່າງ​ແທດ​ຈິງ​ໃນ​ວຽກ​ງານກໍ່​ສ້າງ ແລະ ປັບ​ປຸງ​ພັກ​ໃນ​ຫລາຍ​ປີ​ຜ່ານ​ມາ, ເປັນ​ຕົ້ນ​ເມື່ອ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ພວມ​ຜັນ​ຂະ​ຫ​ຍາຍ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນ​ຫາ​ຮີບ​ດ່ວນ​ໃນ​ການກໍ່​ສ້າງ​ພັກ​ປະ​ຈຸ​ບັນ. ສາດ​ສະ​ດາ​ຈານ, ດ​ຣ ຮ່​ວາງ​ຈີ​ບ໋າວ, ສະ​ມາ​ຊິກ​ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ໃຫ້​ຮູ້​ວ່າ:

        “ພັກ​ຕ້ອງ​​ເອົາ​ການ​ຕຳນິ​ເພື່ອນ​ສະ​ຫາຍ ແລະ ຕຳ​ນິ​ຕົນ​ເອງເພື່ອ​ຊ່ວຍ​ເຫລືອ​ກັນ​ກ້າວ​ຫ​ນ້າ. ລຸງ​ໂຮ່​ຖື​ວ່າ ນີ້​ແມ່ນ​ວິ​ທີ​ດີ​ທີ່​ສຸດ​ເພື່ອ​ກໍ່​ສ້າງ​ພັກ, ພັດ​ທະ​ນາ​ພັກ. ​ທຳ​ອິດ​ຕ້ອງ​ຕຳ​ນິ​ຕົນ​ເອງ ຫລັ​ງຈາກນັ້ນ​ຈຶ່ງ​ຕຳ​ນິ​ເພື່ອນ​ສະ​ຫາຍ. ຕ້ອງ​ອີງ​ໃສ່​ຄວາມ​ຮັ​ກ​ແພງ​​ລະ​ຫວ່າງ​ເພື່ອນ​ສະ​ຫາຍ. ຂ້າ​ພະ​ເຈົ້າ​ຖື​ວ່າ ບັນ​ຫານີ້​ຄວນ​ໝູນ​ໃຊ້.”

        ພຽງ​ໃນ​ຕອນ​ຫ​ນຶ່ງ​ຂອງ​ພິ​ໄນ​ກຳ, ປະ​ທາ​ນ​ໂຮ່​ຈິ​ມີນ ຢືນ​ຢັນ ພັກ​ກຳ​ອຳ​ນາດ ຢາກ​ສົມ​ກັບ​ຊາດ ແລະ ​ກັບປະ​ຊ​າ​ຊົນ ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນ​ຕ​ອ້ງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ປະ​ຕິ​ວັດ ແລະ ຄວາມ​ສາ​ມັກ​ຄີ. ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ​ໃນ​ພັກ, ເພີ່ນ​ຂຽນ​ວ່າ “ຄວາມ​ສາ​ມັກ​ຄີ​ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ​ຂອງ​ພັກ ແລະ ຂອງ​ປະ​ຊາ​ຊົນ. ບັນ​ດາ​ສະ​ຫາຍ ຈາກ​ສູນ​ກາງ​ຕະ​ຫລອດ​ຮອດ​ຫ​ນ່ວຍ​ພັກ ຄວນ​ຮັກ​ສາ​ຄວາມ​ສາ​ມັກ​ຄ​ີ​ຂອງ​ພັກ ຄື​ດັ່ງ​ຮັກ​ສາ​​ແກ້ວຕາ​ຂອງ​ຕົນ”. ຄວາມ​ສາ​ມັກ​ຄີ, ເປັນ​ເອກ​ພາບ​ໃນ​ພັກ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ທຸກ​ໄລ​ຍະ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ດ​ຣ ຫງວຽນ​ແບກ​ຄວາ, ເລ​ຂາ​ຄະ​ນະ​ພັກ​ເມືອງ ລອງ​ໂຮ່ ແຂວງ ຫວີງ​ລອງ ຍົກ​ຄຳ​ເຫັນ​ວ່າ:

“ບັນ​ດາ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ນັບ​ມື້​ນັບ​ມີ​ຄວາມ​ຈຳ​ເປັນ​ກວ່າ, ເປັນ​ຕົ້ນ​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຜ່ານ​ມາ. ບັນ​ຫານັ້ນ​ແມ່ນ ພວກ​ເຮົາ​ຄວນ​ສ້າງ​ຄວາ​ມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ​ໃນ​ພັ  ກ, ໃນ​ປະ​ຊ​າ​ຊົນ. ຄວາມ​ສາ​ມັກ​ຄີນັ້ນ​ຕ້ອງ​ທະ​ວີ​ຄູນ​ຕາມ​ແນວ​ຄິດ​ຂອງ​ປະ​ທານ​ໂຮ່​ຈີ​ມີນ​ໃນ​ຍຸກ​ປະ​ຈຸ​ບັນ.”

        ລັກ​ສະ​ນະ​ວິ​ທະ​ຍາ​ສາດ,ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ລັກ​ສະ​ນະ​ກຳ​ນົດ​ທິດ

ພິ​ໄນ​ກຳ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ເກືອບ​ຄື​ວ່າ ແມ່ນ​ໂຄງ​ການ​ການ​ເມືອງ ແຕ່​ເພີ່ນ​ມີ​ຄວາມຄ່ຽມ​ຄົມ​​ທີ່ເອີ້ນ​ວ່າ ​​ນັ້ນແມ່ນຈົດ​ໝາຍ​ສະ​ບັບ​ຫ​ນຶ່ງ​, ເພີ່ນ​ຂຽນ​ວ່າ :ຂ້າ​ພະ​ເຈົ້າ​ປະ​ໄວ້​ໃຫ້​ປະ​ຊາ​ຊົນ ແລະ ບັນ​ດາສະ​ຫາຍ ບາງ​ຄຳເທົ່າ​ນັ້ນ​. ​​ສິ່ງ​ດັ່ງ​ກ່າວ​ຍິ່ງ​ສະ​ແດງ​ໃຫ​້​ເຫັນຈິດ​ໃຈ​ອັນ​ສູງ​ສົ່ງ, ຍິ່ງ​ໃຫ​ຍ່​ຂອງ​ຜູ້ຫນຶ່ງທີ່ໄດ້ອະທິດ​ຕະ​ຫລອດ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ. ໃນ​ພິ​ໄນ​ກຳ​ທັງ​ໝົດ​ຂອງ​ເພີ່ນ, ປະ​ທານ​ໂຮ່​ຈິ​ມີນ ຍາ​ມ​ໃດ​ກໍ່​ຖື​ສິດຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ເປັນ​ຕົ້ນ​ຕໍ, ສິດຜົນ​ປະ​ໂຫຍດ​ຂອງ​ຊາດ​ແມ່ນ​ສຸງ​ສຸດ, ຂອງ​ປະ​ເທດ​ຊາດ​ແມ່ນກວ່າ​ໝູ່. ຄຳ​ເວົ້າ​ສຸດ​ທ້າຍ​ຂອງ​ເພີ່ນ ແມ່ນ​ປາດ​ຖະ​ຫ​ນາ​ຢາກ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ສ້າງ​ສາ​ປະ​ເທດ​ຫວຽດ​ນາມ ສັນ​ຕິ​ພາບ, ເອກ​ະ​ພາບ, ເອ​ກະ​ລາດ ແລະ ຮັ່ງ​ມີ​ເຂັ້ມ​ແຂງ. ຮອງ​ສາດ​ສະ​ດາ​ຈານ , ດ​ຣ ຫວູ​ຕີງ, ອະ​ດີດ​ຜູ້​ອຳ​ນວຍ​ການ​ສູນ​ທິດ​ສະ​ດີ​ການ​ເມ​ືອງ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

“ໃນ​ພິ​ໄນ​ກຳ, ປະ​ທານ​ໂຮ່​ຈິ​ມີນ ສະ​ແດງ​ອາ​ລົມ​ຈິດ, ພູມ​ປັນ​ຍາ, ຄວາມຢ​ືດ​ໝັ້​ນ​ກ່ຽວ​ກັບ​ການ​ປະ​ຕິ​ວັດ​ຫວຽດ​ນາມ ແລະ ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ. ປະ​ທານ​ໂຮ່​ຈິ​ມີນ ກໍ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ປ່ຽນ​ແປງ​ໃຫມ່. ພິ​ໄນ​ກຳ​ທັງ​ໝົດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ, ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ໃຫ້​ແກ່​ກາ​ນ​ປະ​ຕິ​ວັດ​ຫວຽດ​ນາມ, ບໍ່​ພຽງ​ແຕ່​ເມື່ອ​ເພີ່ນ​ຂຽນ​ພິ​ໄນ​ກຳເທົ່າ​ນັ້ນ ຫາກ​ໄລ​ຍະ​ຕໍ່​ໄປອີກ​ດ້ວຍ.”

        ບັນ​ດາ​ຄ​ຳ​ຕັກ​ເຕືອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ໃນ​ບົດ​ພິ​ໄນ​ກຳ ຍາມ​ໃດ​ກໍ​ແມ່ນ​ຄຳ​ແນະ​ນຳ​ອັນ​ລ້ຳ​ຄ່າ, ນີ້ແມ່ນ​ບັນ​ດາ​ກຳ​ລັງ​ຫ​ນູນ​ດ້ານ​ຈິດ​ໃຈ​ຊ່ວຍ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ຜ່ານ​ຜ່າ​ຄວາມ​ຫ​ຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ໝັ້ນ​ຄົງ ຕາມ​ທິດ​ທັນ​ສະ​ໄຫມ. ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ເອ​ກະ​ລາດ, ເປັນ​ເຈົ້າ, ນັ້ນ​ແມ່ນ​ສິ່ງ​ທີ່​ປະ​ທານ​ໂຮ່​ຈິ​ມີນ ໄດ້ອຸທິດ​ຕະ​ຫລອດ​ຊີ​ວິດ​ຂອງ​ຕົນ​ສູ້​ຊົນ​ປະ​ຕິ​ບັດ​ໃຫ້​ແກ່​ປະ​ເທດ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ