ຟື້ນຟູຂະແໜງທ່ອງທ່ຽວເພື່ອປະກອບສ່ວນພັດທະນາເສດຖະກິດ

(VOVWORLD) -ປະຈຸບັນ ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ດ້ວຍມາດຕະການແກ້ໄຂຢ່າງແຮງ

ໃນຂອບເຂດກອງປະຊຸມເທື່ອທີ 14 ຄະນະປະຈຳສະພາແຫ່ງຊາດຊຸດທີ 15, ທ່ອງທ່ຽວແມ່ນໜຶ່ງໃນຈຳນວນ 2 ຂົງເຂດເຊິ່ງໄດ້ເລືອກເອົາມາເພື່ອຊັກຖາມ. ສະມາຊິກລັດຖະບານໄດ້ຍົກອອກຫຼາຍມາດຕະການແກ້ໄຂທີ່ວາລະຊັກຖາມກ່ຽວກັບບັນຫາທ່ອງທ່ຽວ ເພື່ອເສີມຂະຫຍາຍບົດບາດເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໃນໄລຍະຈະມາເຖິງຢ່າງແທ້ຈິງ.

        ຍ້ອນປະຕິບັດບັນດານະໂຍບາຍກ່ຽວກັບການຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢ່າງຄົບຊຸດ, ໃນໄລຍະ 6 ເດືອນຕົ້ນປີ 2022, ການທ່ອງທ່ຽວ ຫວຽດນາມ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ພິເສດ, ແຕ່ວັນທີ 15 ມີນາ 2022, ການເຄື່ອນໄຫວດ້ານການທ່ອງທ່ຽວທັງໝົົດຂອງ ຫວຽດນາມ ໄດ້ເປີດປະຕູເຄື່ອນໄຫວຄືນໃໝ່. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນສຳລັບຂະແໜງທ່ອງທ່ຽວ ຫວຽດນາມ.

ຟື້ນຟູຂະແໜງທ່ອງທ່ຽວເພື່ອປະກອບສ່ວນພັດທະນາເສດຖະກິດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ
(ພາບ: TTXVN)

ການສົມທົບກັນຢ່າງຄົບຊຸດ ແລະ ມີປະສິດທິຜົນ

        ເນື້ອແທ້ຂອງການທ່ອງທ່ຽວແມ່ນຂະແໜງເສດຖະກິດ ແລະ ເພື່ອພັດທະນາໃຫ້ກາຍເປັນປາຍແຫຼມ, ຫວຽດນາມ ຕ້ອງປະຕິບັດບັນດາມາດຕະການແກ້ໄຂຢ່າງແຮງ, ບຸກທະລຸຢ່າງມີປະສິດທິຜົນ. ທີ່ວາລະຊັກຖາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ, ປະຈຸບັນ ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ດ້ວຍມາດຕະການແກ້ໄຂຢ່າງແຮງ, ບົນຈິດໃຈທ່ອງທ່ຽວແມ່ນຂະແໜງເສດຖະກິດປາຍແຫຼມຢ່າງແທ້ຈິງ.

        “ນີ້ແມ່ນຂະແໜງການສັງລວມ, ຕ້ອງການມີການປະສານສົມທົບຢ່າງຄົບຊຸດຂອງທຸກຂະແໜງການ, ທ້ອງຖິ່ນ, ພິເສດແມ່ນຕ້ອງການມີການເຂົ້າຮ່ວມ, ຕອບສະໜອງໂດຍກົງຂອງປະຊາຊົນ. ດ້ານໜຶ່ງ ພວກເຮົາຕ້ອງປົວແປງສະພາບແວດລ້ອມດ້ານການທ່ອງທ່ຽວ. ທົ່ວປະເທດ ແລະ ຫຼາຍທ້ອງຖິ່ນໄດ້ປຸກລະດົມຂະບວນການ, ປະຊາຊົນແຕ່ລະຄົນເປັນທູດທ່ອງທ່ຽວ.”

ຟື້ນຟູຂະແໜງທ່ອງທ່ຽວເພື່ອປະກອບສ່ວນພັດທະນາເສດຖະກິດ - ảnh 2ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ  ຫງວຽນວັນຮຸ່ງ ຕອບຄຳຊັກຖາມ
(ພາບ: TTXVN)

ຕາມທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແລ້ວ, ຂະແໜງທ່ອງທ່ຽວ ຫວຽດນາມ ແມ່ນຂະແໜງສັງລວມ, ມີລັກສະນະລະຫວ່າງຂະແໜງ, ເຂດ ແລະ ຫັນເປັນສັງຄົມສູງ. ຍ້ອນເຫດນັ້ນ, ບັນຫາຮ່ວມສຳພັນ ແລະ ສົມທົບກັນແມ່ນປັດໄຈສຳຄັນຍິ່ງເພື່ອພັດທະນາຂະແໜງທ່ອງທ່ຽວ, ຄວາມສາມາດແກ່ງແຍ້ງ ແລະ ຮັບປະກັນລັກສະນະຍືນຍົງໃນການພັດທະນາ. ຍ້ອນເຫດນັ້ນ, ທາງກະຊວງເອົາໃຈໃສ່ທີ່ສຸດເຖິງເລື່ອງຮ່ວມສຳພັນທີ່ສະດວກ.

        “ຄົມມະນາຄົມທາງບົກພວມດຳເນີນການເຊື່ອມຕໍ່ເຂດ, ໃນນັ້ນ ສະພາແຫ່ງຊາດໄດ້ຮັບຮອງເອົາແຜນນະໂຍບາຍລົງທຶນບັນດາໂຄງການຄົມມະນາຄົມ ເພື່ອເຊື່ອມຕໍ່ເຂດເສດຖະກິດຈຸດສຸມ… ບັນດານະໂຍບາຍຂອງສູນກາງ ພວມມອບໃຫ້ກະຊວງຄົມມະນາຄົມຂົນສົ່ງ ແລະ ບັນດາອົງການ, ທ້ອງຖິ່ນ ຈັດຕັ້ງການປະຕິບັດ ຈະເຊື່ອມຕໍ່ ແລະ ສ້າງເງື່ອນໄຂເຊື່ອມຕໍ່ດ້ານການທ່ອງທ່ຽວ. ໜ້າທີ່ຄວາມຮັບຜິດຊອບຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແມ່ນເປັນເສນາທິການໃນວຽກງານຊີ້ນຳປະຕິບັດການຮ່ວມສຳພັນ”.

        ເພື່ອສ້າງຜະລິດຕະພັນທ່ອງທ່ຽວໃຫ້ອຸດົມສົມບູນກວ່າເກົ່າ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສຸມໃສ່ປະຕິບັດການຫັນເປັນດີຈີຕອນ, ໃນນັ້ນທຳອິດແມ່ນເລືອກເອົາການຫັນຫໍພິພິດຕະພັນຫຼາຍແຫ່ງໃນທົ່ວປະເທດເປັນດີຈີຕອນ. ເພື່ອໃຫ້ວຽກງານນີ້ໄດ້ຮັບການປະຕິບັດເປັນຢ່າງດີກວ່າເກົ່າໃນໄລຍະຈະມາເຖິງ, ທາງກະຊວງຈະສຸມໃສ່ເຂົ້າໃນວຽກງານຄຸ້ມຄອງຂໍ້ມູນ, ຮັກສາວັດຖຸວາງສະແດງ, ອັບເດດຄວາມຮູ້ໃໝ່ກ່ຽວກັບບັນດາເຕັກໂນໂລຊີ…

ເອົາໃຈໃສ່ເຖິງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ

        ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດຮັບໃຊ້ຂະແໜງທ່ອງທ່ຽວ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ໃຫ້ຮູ້ວ່າ ຫວຽດນາມ ມີຫຼາຍນະໂຍບາຍເພື່ອແນໃສ່ຟື້ນຟູແຮງງານໃນຂົງເຂດທ່ອງທ່ຽວ, ການບໍລິການ. ເມື່ອເຕື້ອງເຖິງມາດຕະການແກ້ໄຂໂດຍພື້ນຖານໃນບັນຫານີ້, ທ່ານລັດຖະມົນຕີ ດ່າວງອັກຢຸງ ໄດ້ຍົກອອກບັນດາໝວດມາດຕະການແກ້ໄຂ, ລະອຽດ:

        “ບຳລຸງສ້າງດ້ານຄວາມຮູ້, ທັກສະວິຊາສະເພາະ, ກຳລັງຄວາມສາມາດເປັນເຈົ້າຕົນເອງ ແລະ ຄ່ອຍໆຮັບມືກັບທັກສະໃໝ່; ຜັນຂະຫຍາຍລະບົບມາດຕະຖານທັກສະອາຊີບລະດັບຊາດ ແລະ ພາກພື້ນ, ກ້າວໄປເຖິງການຮັບຮອງເອົາຊຸດມາດຕະການອາຊີບ ອາຊຽນ; ມີນະໂຍບາຍດຶງດູດແຫຼ່ງຊັບພະຍາກອນ ແລະ ການຮ່ຳຮຽນ, ເຮັດວຽກໄປຄຽງຄູ່ກັບການຍົກອອກກຳລັງຄວາມສາມາດຂອງລະບົບສຶກສາ, ບຳລຸງສ້າງວິຊາຊີບ, ຍົກສູງຄຸນນະພາບ; ປະຕິບັດການວາງແຜນຮ່ວມສຳພັນລະຫວ່າງສູນກາງ, ທ້ອງຖິ່ນ, ບັນດາຂະແໜງຕິດພັນກັບວິສາຫະກິດທ່ອງທ່ຽວ ກັບໂຮງຮຽນ… ໃຫ້ຄົບຊຸດ”.

        ເລື່ອງເປີດປະຕູດ້ານການທ່ອງທ່ຽວຄືນໃໝ່ແຕ່ວັນທີ 15 ມີນາ 2022 ໄດ້ສ້າງການຟື້ນຟູຢ່າງຈະແຈ້ງໃນທຸກດັດຊະນີຂອງຂະແໜງທ່ອງທ່ຽວ ຫວຽດນາມ ໃນຊຸມເດືອນຜ່ານມາ. ໝາກຜົນດັ່ງກ່າວແມ່ນກຳລັງໜູນເພື່ອໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍເພື່ອໃຫ້ຂະແໜງທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ