ມຸ່ງໄປເຖິງລະບົບທັນຍາຫານແບບຍືນຍົງ

(VOVWORLD) - ວັນທີ 24 ເມສາ ຈະມາເຖິງ, ຢູ່ຮ່າໂນ້ຍ, ຈະຈັດກອງປະຊຸມທົ່ວໂລກຄັ້ງທີ 4 ກ່ຽວກັບລະບົບສະບຽງອາຫານ, ທັນຍາຫານ ແບບຍືນຍົງ - ເຊິ່ງເປັນເຄືອຂ່າຍຈັກກະວານຂອງ ສປຊ.
ມຸ່ງໄປເຖິງລະບົບທັນຍາຫານແບບຍືນຍົງ - ảnh 1ພາບປະກອບ

ກອງປະຊຸມເພື່ອແນໃສ່ຍົກອອກບັນດາມາດຕະການລະອຽດ ເພື່ອຫັນປ່ຽນລະບົບທັນຍາຫານອາດຈະດຳເນີນໃນລະດັບຊາດ.

        ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີດ້ວຍການເຂົ້າຮ່ວມຂອງຜູ້ແທນ 300 ທ່ານ, ໃນນັ້ນ, ມີຜູ້ແທນສາກົນປະມານ 200 ທ່ານທີ່ມາຈາກບັນດາປະເທດ, ບັນດາອົງການຂອງ ສປຊ, ບັນດາອົງການສາກົນ. ດ້ວຍຫົວຂໍ້ວ່າ “ການຫັນປ່ຽນລະບົບສະບຽງອາຫານ, ທັນຍາຫານປອດໄພ, ຍືນຍົງ, ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບວິກິດການໃໝ່”, ກອງປະຊຸມຈະພິຈາລະນາບັນດາສິ່ງກີດຂວາງ, ສິ່ງທ້າທາຍທີ່ກ່ຽວຂ້ອງເຖິງການຫັນປ່ຽນລະບົບສະບຽງອາຫານ, ທັນຍາຫານ, ພ້ອມທັງສະເໜີບັນດາມາດຕະການໃຫ້ແກ່ການຄ້ຳປະກັນສະບຽງອາຫານໃນທົ່ວໂລກ.

ຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອລະບົບທັນຍາຫານແບບຍືນຍົງ

        ລະບົບສະບຽງອາຫານ, ທັນຍາຫານແບບຍືນຍົງ ແມ່ນລະບົບມຸ່ງໄປເຖິງເປົ້າໝາຍຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ທາດບຳລຸງ, ລະບົບການກິນທີ່ດີຕໍ່ສຸຂະພາບ, ພ້ອມທັງສະກັດກັ້ນບັນດາຜົນກະທົບທີ່ຫຍໍ້ທໍ້ຕໍ່ສິ່ງແວດລ້ອມ ແລະ ປັບປຸງສະຫວັດດີການເສດຖະກິດ - ສັງຄົມ.

        ລະບົບນີ້ສວມບົດບາດສຳຄັນພິເສດໃນຄວາມມານະພະຍາຍາມເພື່ອບັນລຸໄດ້ທັງໝົດ 17 ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ. ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ການສ້າງລະບົບ ສະບຽງອາຫານ, ທັນຍາຫານແບບຍືນຍົງ ພວມປະສົບກັບຫຼາຍສິ່ງກີດຂວາງ ຍ້ອນສະພາບຕັດຕອນຂອງລະບົບການສະໜອງຈາກການປະທະກັນດ້ານການທະຫານ ລັດເຊຍ - ຢູແກຼນ, ການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ; ຄວາມຂາດສະຖຽນລະພາບດ້ານການເມືອງຢູ່ບາງປະເທດ…

        ຕົວຈິງດັ່ງກ່າວໄດ້ຮຽກຮ້ອງຕ້ອງມີການຮ່ວມມືລະຫວ່າງບັນດາປະເທດເພື່ອສ້າງລະບົບສະບຽງອາຫານແບບຍືນຍົງ, ພິເສດເມື່ອປະຊາກອນໂລກອາດຈະບັນລຸຕົວເລກ 10 ຕື້ຄົນ ໃນປີ 2050 (ປະຈຸບັນມີທັງໝົດປະມານ 8 ຕື້ຄົນ). ຕາມທ່ານ Stefanos Fotiou, ຜູ້ອຳນວຍການຫ້ອງການເປົ້າໝາຍພັດທະນາແບບຍືນຍົງຂອງອົງການຜະລິດຕະພັນກະເສດ ແລະ ສະບຽງອາຫານໂລກ, ທັງເປັນຜູ້ອຳນວຍການສູນປະສານງານລະບົບສະບຽງອາຫານຂອງ ສປຊ ແລ້ວ, ລັດທິຫຼາຍຝ່າຍແມ່ນວິທີໜຶ່ງດຽວເພື່ອໃຫ້ປະເທດຕ່າງໆອາດສາມາດແກ້ໄຂບັນດາບັນຫາທີ່ມີລັກສະນະເປັນລະບົບ ໄດ້ຢ່າງມີປະສິດທິຜົນ. ບໍ່ມີປະເທດໃດທີ່ສາມາດຊຸກຍູ້ລະບົບສະບຽງອາຫານແບບຍືນຍົງ ປະເທດດຽວໄດ້. ແລະການຮ່ວມມືໃນຂອບເຂດ ສປຊ ຍັງແມ່ນບັນຍາກາດທີ່ລ້ຳຄ່າໃຫ້ແກ່ການຮ່ວມມືທົ່ວໂລກ, ນຳມາເຊິ່ງກາລະໂອກາດສະເໝີພາບໃຫ້ແກ່ທຸກປະເທດ.

        ເພື່ອຊຸກຍູ້ການຮ່ວມມືລະຫວ່າງປະເທດຕ່າງໆໃນຂົງເຂດນີ້, ມາຮອດປະຈຸບັນ, ສປຊ ໄດ້ຈັດກອງປະຊຸມທົ່ວໂລກ 3 ຄັ້ງແລ້ວ. ດ້ວຍຈິນຕະນາການກະທຳ, ເພີ່ມທະວີການໂອ້ລົມສົນທະນາ ແລະ ຮ່ວມມືຢູ່ທຸກຂັ້ນ, ມີຫຼາຍຂໍ້ລິເລີ່ມໄດ້ຍົກອອກມາ ແລະ ພິສູດໃຫ້ເຫັນໄດ້ເຖິງປະສິດທິຜົນພາຍຫຼັງຈັດກອງປະຊຸມເປັນ 3 ຄັ້ງ.

        ທີ່ກອງປະຊຸມທົ່ວໂລກຄັ້ງທຳອິດ (ເດືອນ ມິຖຸນາ ປີ 2017) ຢູ່ ອາບຟຣີກາ ໃຕ້, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບເປີດກ້ວາງເຄືອຂ່າຍໂຄງການລະບົບສະບຽງອາຫານ, ທັນຍາຫານແບບຍືນຍົງ (SFS) ເພື່ອໃຫ້ຫຼາຍຝ່າຍທີ່ກ່ຽວຂ້ອງຈາກ ທະວີບ ອາບຟຣີກາ ແລະ ອາຊີ ເຂົ້າຮ່ວມຫຼາຍກ່ວາ. ໄປຄຽງຄູ່ກັບບັນດາບົດບັນລະຍາຍ ແລະ ປຶກສາຫາລືໃນກອງປະຊຸມຫົວເລື່ອງສະເພາະ, ມີຫົວຂໍ້ລວມໄດ້ປະກົດຂຶ້ນ.

        ກອງປະຊຸມທົ່ວໂລກຄັ້ງທີ 2 (ເດືອນ ກຸມພາ ປີ 2019), ຢູ່ Costa Rica, ໄດ້ເຫັນດີເປັນເອກະພາບພັດທະນາບັນດາຮູບແບບການຮ່ວມມືຕາມທິດມີຜົນປະໂຫຍດໃຫ້ແກ່ລະບົບສະບຽງອາຫານແບບຍືນຍົງ; ເພີ່ມທະວີວິໄສທັດ ແລະ ຄວາມຮູ້ລວມໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການພັດທະນາກຳລັງຄວາມສາມາດ, ພິເສດແມ່ນບັນດາເປົ້າໝາຍລະອຽດອ່ອນ, ມີຄວາມສ່ຽງໄພສູງກ່ວາເພິ່ນ.

        ທີ່ກອງປະຊຸມຄັ້ງທີ 3 ຈັດຂຶ້ນເປັນທາງໄກ (ເດືອນ ທັນວາ ປີ 2020), ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະພາບວ່າ ການພັດທະນາຂອງບັນດາລະບົບສະບຽງອາຫານ, ທັນຍາຫານແບບຍືນຍົງ ແມ່ນຈຸດສຸມ ເພື່ອບັນລຸໄດ້ທຸກໆເປົ້າໝາຍພັດທະນາແບບຍືນຍົງ, ຄື: ປະກອບສ່ວນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ບັນລຸໄດ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງທາດບຳລຸງ, ປົວແປງສຸຂະພາບ ແລະ ສະຫວັດດີການສັງຄົມ, ຊຸກຍູ້ການເຮັດວຽກແບບຍືນຍົງ…

ມຸ່ງໄປເຖິງລະບົບທັນຍາຫານແບບຍືນຍົງ - ảnh 2ການປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມທົ່ວໂລກຄັ້ງທີ 4 ກ່ຽວກັບລະບົບສະບຽງອາຫານ, ທັນຍາຫານ ແບບຍືນຍົງ - ເຊິ່ງເປັນເຄືອຂ່າຍຈັກກະວານຂອງ ສປຊ
(ພາບ:qdnd.vn)

ຫວຽດນາມ: ສະມາຊິກມີຄວາມຮັບຜິດຊອບຕໍ່ບັນດາບັນຫາທົ່ວໂລກ

        ສາຍເຫດທີ່ ສປຊ ໄດ້ເລືອກເອົາ ຫວຽດນາມ ເພື່ອຈັດກອງປະຊຸມຄັ້ງທີ 4 ນັ້ນແມ່ນຍ້ອນຜ່ານໄລຍະພັດທະນາຄັ້ງຕ່າງໆ, ຫວຽດນາມ ພົ້ນເດັ່ນຄືດັ່ງປະເທດສົ່ງອອກຜະລິດຕະພັນກະເສດຢືນອັນດັບ 2 ໃນໂລກ. ປີກາຍນີ້, ຫວຽດນາມ ໄດ້ສົ່ງອອກຜະລິດຕະພັນກະເສດດ້ວຍມູນຄ່າ 54 ຕື້ USD ແລະ ມຸ່ງໄປເຖິງ 55 ຕື້ USD ໃນປີ 2023 ນີ້. ສປຊ ໄດ້ຕີລາຄາສູງ ຫວຽດນາມ ໃນຂົງເຂດຄວາມຮັບຜິດຊອບດ້ານສະບຽງອາຫານຕໍ່ໂລກ.

          ເລື່ອງເປັນເຈົ້າການຈັດກອງປະຊຸມ ໃນສະພາບການຂະແໜງກະສິກຳ ຫວຽດນາມ ພວມມຸ່ງໄປເຖິງຮູບແບບການເຕີບໂຕທີ່ປະມວນຫຼາຍຄຸນຄ່າຕາມທິດອຸດສາຫະກຳສູງ, ຫຼາຍຮູບຫຼາຍແບບ, ຍືນຍົງ, ປ່ອຍອາຍພິດຕ່ຳ, ນຳໃຊ້ແຫຼ່ງຊັບພະຍາກອນເໝາະສົມ, ປົກປັກຮັກສາສິ່ງແວດລ້ອມ, ຊີວະພາບ, ຮັກສາ ແລະ ອະນຸລັກຊີວະນາໆພັນ. ບົນພື້ນຖານນັ້ນ, ຫວຽດນາມ ຢາກຈະສົ່ງສານກ່ຽວກັບເຄື່ອງໝາຍການຄ້າກະສິກຳອອກສູ່ໂລກ ນັ້ນແມ່ນ “ນັກສະໜອງສະບຽງອາຫານ, ທັນຍາຫານປອດໄພ, ມີຄວາມຮັບຜິດຊອບ, ຍືນຍົງ”. ພ້ອມທັງສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນສະມາຊິກມີຄວາມຮັບພິດຊອບຕໍ່ບັນດາບັນຫາທົ່ວໂລກ, ເຊິ່ງລວມມີຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໃໝ່.

        ຍັງເວລາບໍ່ທັນຮອດ 10 ປີແມ່ນຈະຮອດຈຸດເວລາຕ້ອງສ້າງສຳເລັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງຂອງ ສປຊ, ດ້ວຍເປົ້າໝາຍ ຕົ້ນຕໍແມ່ນລົບລ້າງຄວາມອຶດຫິວທຸກຍາກ ແລະ ນຳໂລກມຸ່ງໄປເຖິງຈຸດໝາຍສັນຕິພາບ, ວັດທະນາຖາວອນ ແລະ ກາລະໂອກາດສະເໝີພາບໃຫ້ແກ່ທຸກໆຄົນ. ເລື່ອງກອງປະຊຸມທົ່ວໂລກຄັ້ງທີ 4 ກ່ຽວກັບລະບົບສະບຽງອາຫານ, ທັນຍາຫານ ແບບຍືນຍົງ - ເຊິ່ງເປັນເຄືອຂ່າຍຈັກກະວານຂອງ ສປຊ ເຊິ່ງຈະຈັດຂຶ້ນໃນຕົ້ນອາທິດໜ້າ ແມ່ນບາດກ້າວເດີນທີ່ຈຳເປັນເພື່ອປະກອບສ່ວນສ້າງສຳເລັດໂຄງການດຳເນີນງານປີ 2030, ຊຸກຍູ້ການພັດທະນາແບບຍືນຍົງໃນທົ່ວໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ