ມະຕິຂອງກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4, ບາດກ້າວບຸກທະລຸໃນການກໍ່ສ້າງພັກ

ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ 4, ຊຸດ​ທີ 11 ກ່ຽວ​ກັບ “ບາງ​ບັນຫາ​ອັນ​ຮີ​ບດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ແລະ​ ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ ສືບ​ຕໍ່​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຫາງ​ສຽງ​ທົ່ວ​ປະ​ເທດ. ຕາມ​ທ່ານ ​ເລ​ເຟືອ​ກທໍ້, ອະດີດ​ກຳມະການ​ກົມ​ການ​ເມືອງ, ອະ​ດີດ​ປະທານຄະນະຈັດຕັ້ງສູນ​ກາງ​ແລ້ວ, ບັນດາ​ມາດ​ຕະການ​ທີ່ມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 4 ​ແລະ​ ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ສະບັບ​ດັ່ງກ່າວ ຈະ​ແມ່ນ​ຂອດ​ບຸກທະລຸ​ຢ່າງ​ແທ້​ຈິງ ​ໃນ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ພັກ​ໃນ​ປະຈຸ​ບັນ.

ມະຕິຂອງກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4,  ບາດກ້າວບຸກທະລຸໃນການກໍ່ສ້າງພັກ - ảnh 1

ກອງ​ປະຊຸມ​ສູງກາງພັກ​ຄັ້ງທີ 4

(ພາບ: cema.gov.vn)

  ຕາມ​ທ່ານ​ ​ເລ​ເຟືອກທໍ້ ​ແລ້ວ, ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ​ໂດຍ​ໄດ້​ປະຕິບັດ​ແນວ​ທາງ​ປ່ຽນ​ແປງ​ໃໝ່, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ຫຼາຍ​ແຜນ​ນະ​ໂຍບາຍ, ມະຕິ​ກ່ຽວ​ກັບ​ການ​ກໍ່ສ້າງ, ປັບປຸງ​ພັກ, ຜ່ານ​ນັ້ນ​ໄດ້​ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ ​ແລະ ​ກຳລັງ​ຕໍ່ສູ້​ຂອງ​ພັກ; ບົດບາດນຳ​ພາ​ຂອງ​ພັກ​ໄດ້​ຮັບ​ການ​ຮັກສາ​​ໄວ້​ຢ່າງໃຫ້ໝັ້ນຄົງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ; ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງ​ຂັ້ນຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ສະມາຊິກ​ພັກ​ໄດ້​ມີ​ບາດກ້າວ​ເຕີບ​​ໃຫ່ຍ; ມີ​ສະຕິ​ຝຶກ​ຝົນ​ຫຼໍ່​ຫຼອມ, ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄຸນສົມບັດ ​ແບບ​ແຜນການ​ດຳລົງ​ຊີວິດ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໄປຄຽງ​ຄູ່​ກັບບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ຍັງ​ມີ​ບັນດາ​ຂໍ້​ຈຳກັດ, ຄວາມ ອ່ອນດ້ອຍ​ຂອງ​ພະນັກງານ, ສະມາຊິກ​ພັກ​ບາງພາກ​ສ່ວນ ຊື່​ງ​ເຮັດ​ໃຫ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ​ຖືກ​ຫລຸດ​ລົງ. ​ເລື່ອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເດັດ​ດ່ຽວ​ຕໍ່ສູ້, ສະກັດ​ກັ້ນ, ຍູ້ສະພາບ​ການ​ເສື່ອມ​ເສຍ​​ແນວ​ຄິດ​ດ້ານການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພະນັກງານ, ສະມາຊິກ​ພັກ​ບາງພາ​ສ່ວນ  ​ໃຫ້​ຖອຍ​ໄປ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ຂັ້ນຕ່າງໆ ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ນຳພາ, ກຳລັງ​ຕໍ່ສູ້​ຂອງ​ພັກ ຈະ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະມາຊິກ​ພັກ ​ແລະ ປະຊາຊົນ​ທີ່​ມີ​ຕໍ່​ພັກ. ສິ່ງ​ດັ່ງກ່າວ​ກໍ່​ໝາຍ​ຄວາມ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ກຳນົດ​​ບັນຫາ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນຢ່າ​ຢ່າງຖືກຕ້ອງ. ​ເລື່ອງ​ພັກ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ບົດບາດ ​ແລ​ະ ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ມີ​ບັນດາ​ມາດ​ຕະການ​ລະອຽດ ​ເພື່ອ​ຍົກ​ສູງ​ບົດບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ ຈະ​ສ້າງ​ໃຫ້​ມີ​ບາດກ້າວ​ບຸກທະລຸ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ​ທ່ານ​ ​ເລ​ເຟືອກທໍ້ ​ໃຫ້​ຂໍ້​ສັງ​ເກດ​ວ່າ:

    “ຕາມ​ຫຼັກການ​ຂອງ​ພັກແລ້ວ, ໝູ່​ຄະນະ​ເປັນ​ຜູ້ນຳ​ພາ, ສ່ວນ​ບຸກຄົນ​ຮັບຜິດຊອບ ​ແຕ່​ບົດບາດ​ຂອງ​ຜູ້ນຳ​ໜ້າ​ແມ່ນ​ຂາດ​ບໍ່​​ໄດ້, ຕ້ອງ​ແມ່ນ​ຜູ້​ມີ​ຄວາມ​ສາມາດ, ມີ​ພູມ​ປັນຍາ, ມີ​ວິ​ໃສ​ທັດ ​ແລະ​ ມີ​ການ​ປ່ຽນ​ໃໝ່, ​ເຮັດ​ໄດ້ຄື​ແນວ​ນັ້ນຈຶ່ງ​ຈະມີ​ການ​ປ່ຽນ​ແປງ​ໄດ້. ຂ້າພະ​ເຈົ້າຖື​ວ່າ, ກອງ​ປະຊຸມ​ໃຫ່ຍຂອງ​ພັກ​ຊຸດ​ທີ 11 ນີ້ ​ໄດ້​ສ້າງ​ການ​ຫັນປ່ຽນ​ນັບ​ແຕ່​ຫົວທີ. ຂ້າພະ​ເຈົ້າ​ເຫັນ​ວ່າ, ບົດບາດນຳ​ພາ​ຂອງ​ກົມ​ການ​ເມືອງ, ກ່ອນ​ອື່ນ​ໝົດ​ແມ່ນ​ຂອງ​ທ່ານ​ເລຂາທິການ​ໃຫ່ຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເດັດ​ດຽວ. ນັ້ນ​ແມ່ນ​ຂອດ​ບຸກ​ທະລຸ, ​ແມ່ນ​ຂອດ​ຕັດສິນ. ຍ້ອນ​ວ່າ​ທ່ານ​ເລຂາທິການ​ໃຫ່ຍ, ກົມ​ການ​ເມືອງ​ເດັດ​ດ່ຽວ​ປະຕິບັດຄື​ແນວ​ນັ້ນ, ບໍ່​ມີ​ໃຜ​ສາມາດ​ເຮັດ​ກົງກັນຂ້າມ​ໄດ້“.

ມະຕິຂອງກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4,  ບາດກ້າວບຸກທະລຸໃນການກໍ່ສ້າງພັກ - ảnh 2

ກໍ່ສ້າງ ປັບປຸງ​ພັກ ​ແມ່ນ​ໜ້າ​ທີ່​ຕົ້ນຕໍ

(ພາບ: vietbao.vn)

    ​ແລະ ​ກໍ່ຕາມ​ທ່ານ​ ​ເລ​ເຟືອກທໍ້ ​ແລ້ວ, ​ເພື່ອ​ຜັນ​ຂະຫຍາຍມະຕິ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງທີ 4 ຢ່າງ​ມີ​ປະສິດທິ​ຜົນ, ສະກັດ​ກັ້ນການ​ເສື່ອມ​ເສຍ​ດ້ານ​ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ ຕ້ອ​ງ​ເລີ່​ມຕົ້ນການ​ປະຕິບັດ​ດ້ວຍການ​ສຳ​ຫຼວດກວດກາ​, ຕຳຫນິຕົນ​ເອງ ​ແລະ ຕຳຫ​ນິຕິ​ໝູ່ຄູ່​ຢ່າງ​ເຂັ້ມງວດ.  ​ແລະ ຕ້ອງ​ໄດ້​ຮັບຜັນ​ຂະຫຍາຍ​ຈາກ​ບັນດາ​ຜູ້ນຳຫຼັກ​ແຫຼ່ງ​ໃນ​ອົງຄະ​ນະ​ພັກຂັ້ນຕ່າງໆ ຕະຫຼອດ​ຮອດ​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ. ນອກຈາກ​ນັ້ນ​ແລ້ວ, ພະນັກງານ, ສະມາຊິກ​ພັກທຸກ​ຄົນ ຕ້ອງ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ​ຢ່າງ​ເຂັ້ມງວດ, ຮັກສາ​ຈຸດໝາຍ, ອຸດົມ​ຄະຕິ​ຂອງ​ພັກ​​ໃຫ້​ໄດ້. ພ້ອມ​ກັບ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ທັງ​ລະບົບ​ການ​ເມືອງ, ພິ​ເສດ​ແມ່ນບົດບາດ​ຕີ​ລາຄາ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ຂອງ​ບັນດາ​ຮາກ​ຖານ​ພັກ​ໃນ​ການ​ກໍ່ສ້າງ, ປັບປຸງ​ພັກ​ໃນ​ປະ​ຈຸບັນ, ​ທ່ານ​ ​ເລ​ເຟືອກທໍ້ ​ໃຫ້​ຄຳ​ເຫັນ​ວ່າ:

   “ມະຕິ​ຂອງ​ພັກ​ໄດ້​ລະບຸ​ວ່າ ຢາກ​ປັບປຸງ​ພັກ​ຕ້ອງ​ອີງ​ໃສ່​ປະຊາຊົນ. ປະຈຸ​ບັນ, ປະຊາຊົນຕ້ອງ​ຮູ້ຈັກ​​ບັນດາ​ທ່ານກຳມະການ​ກົມ​ການ​ເມືອງ, ບັນດາ​ທ່ານ​ໃນຄະນ​ະ​ເລຂາ, ຕະຫຼອດ​ຮອດ​ພະນັກງານ​, ສະມາຊິກ​ພັກ. ຮູ້ຈັກ​ທັງ​ຕຳ​ແໜ່​ງຂອງ​ແຕ່ລະຄົນ. ສະນັ້ນ, ​ໃນ​ຄັ້ງນີ້, ພັກ​ຕ້ອງ​ປຸກລະດົມ​ການ​ສຶກສາ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ປະກອບ​ຄຳ​ເຫັນ. ປະຊາຊົນ​ຕິດຕາມ​ກວດກາ​ຄຳ​ເຫັນ, ພ້ອມ​ທັງ​ຕ້ອງ​ມີ​ກົນ​ໄກ​ໃຫ້​ປະຊາຊົນ​ປະກອບ​ຄຳ​ເຫັນ ຄື​ແນວ​ນັ້ນຈຶ່ງ​ເສີມ​ຂະ​ຫຍາ​ຍກຳລັງ​ແຮງ​ໄດ້. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ມີ​ກົນ​ໄກ​ໂຄສະນາ, ສຶກສາ​ອົບຮົມ​ຢ່າງ​ກ້ວາງ​ຂວາງ, ມີ​ກົນ​ໄກ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ປະກອບ​ຄຳ​ເຫັນ​ກໍ່ສ້າງ​ພັກ, ປ່ຽນ​ໃໝ່ ​ແລະ​ປັບປຸງ​ພັກ ປະຕິບັດ​ຕາມ​ມະຕິ​ສະບັບ​ນີ້“.

ມະຕິຂອງກອງປະຊຸມສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4,  ບາດກ້າວບຸກທະລຸໃນການກໍ່ສ້າງພັກ - ảnh 3

ກໍ່ສ້າງ ປັບປຸງ​ພັກ ນຳ​ມາ​ເຊີ່ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້ ປຊຊ

(ພາບ: phapluattp.vn)

  ​ທ່ານ​ ​ເລ​ເຟືອກທໍ້ ​ເນັ້ນໜັກ​ວ່າ ​ເລື່ອງ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ພັກ ດ້ວຍ​ຈຸດປະສົງ​ແມ່ນ​ກໍ່ສ້າງ​ຮາກ​ຖານ​ພັກ​​ໃຫ້​ໝັ້ນຄົງເຂັ້ມ​ແຂງ​ຄືນ​ໃໝ່, ຍົກ​ສູງ​ຄວາມ​ສາມາດ ​ແລະ ກຳລັງ​ຕໍ່ສູ້​ຂອງ​ຮາກ​ຖານ​ພັກ. ນອກຈາກ​ນັ້ນ​ແລ້ວ, ການ​ປະຕິບັດ​ວຽກ​ງານ​ພະນັກງານ​ເປັນ​ຢ່າງ​ດີ​ກໍ່​ແມ່ນ​ມາດ​ຕະການ​ສຳຄັນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ.​ ຕາມ​ທ່ານ​ ​ເລ​ເຟືອກທໍ້ ​ແລ້ວ, ພັກ​ຕ້ອງ​ປ່ຽນ​ໃໝ່, ປ່ຽນ​ແປງ​ວິທີ​ການວາງ​ແຜນ​ກຳນົດ​ພະນັກງານ ​ແລະ ຂັ້ນຕອນ​ການ​ບຳລຸງ​ສ້າງ​ພະນັກງານ. ສິ່ງ​ສຳຄັນ​ກ່ວາ​ໝູ່ ນັ້ນ​ແມ່ນ​ການ​ປະຕິບັດ​ປະຊາທິປະ​ໄຕ ​ແລະ ​ເປີດ​ເຜີຍ​ໃນ​ວຽກ​ງານ​ພະນັກງານ ​ແລະ ຖື​ເອົາ​ເລື່ອງ​ປະຕິບັດ​ໜ້າ​ທີ່​ການ​ເມືອງສຳ​ເລັດ ​ແລະ ລະດັບ​ການ​ເຕົ້າ​ໂຮມ​ມະຫາຊົນ ​ເປັນ​​ເຄື່ອງວັດ​ແທກ​ຄວາມ​ສາມາດ​ຂອງ​ພະນັກງານ.

ຕອບກັບ

ຂ່າວ/ບົດ​ອື່ນ