ມະຕິສູນກາງພັກຄັ້ງທີ 4: ຈາກລາຍລັກອັກສອນຕະຫລອດຮອດພຶດຕິກຳຕົວຈິງ

(vovwordld) - ວຽກ​ງານຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍສຳລັບ​ບັນດາ​ໝູ່​ຄະນະ ​ແລະ ສະມາຊິກ​ພັກ​ກອມ​ມູນິດ ຫວຽດນາມ​ແຕ່ລະຄົນ ຕາມມະຕິກອງ​ປະຊຸມ ຄັ້ງ​ທີ 4 ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ຊຸດ​ທີ 11 (ຫລື​ເອີ້ນ​ຫຍໍ້​ວ່າ: ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4) “​ບາງ​ບັນຫາ​ຮີບ​ດ່ວນກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ” ​ໄດ້​ຮັບ​ການ​ປະຕິ​ບັດ​ນັບ​ແຕ່​ເດືອນ 7/2012 ​ເປັນ​ຕົ້ນ​ມາ ​ແລະ ​ໄດ້​ຜັນ​ຂະຫຍາຍ​ຈາກ​ການ​ນຳ​ສູງ​ສຸດ​ຂອງ​ພັກ​ ນັ້ນ​ແມ່ນ​ກົມ​ການ​ເມືອງສູນ​ກາງ​ພັກ ​ແລະ ຄະນະ​ເລຂາ​ສູນ​ກາງ​ພັກ. ພາຍຫລັງ​ໄລຍະ​ສັ້ນ​​ຖືກ​ນຳ​ເຂົ້າ​ພຶດຕິ​ກຳ​ຕົວ​ຈິງ, ວຽກ​ງານຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ​ໄດ້​ຮັບ​ການ​ຊາບ​ຊືມ ​ແລະ ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ. ໝາກຜົນ​ນັ້ນ ບໍ່​ພຽງ​ແຕ່​ຢັ້ງຢືນ​ໝູ່​ຄະນະ,​ ສ່ວນ​ບຸກຄົນ​ໃນ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ ​ເປັນ​ແບບຢ່າງ​ໃຫ້​ແກ່​ຂັ້ນ​ລຸ່ມ​ເທົ່າ​ນັ້ນ ຫາກ​ຍັງຊ່ວຍ​ໃຫ້​ອົງຄະນະ​ພັກ​ຂັ້ນ​ຕ່າງໆ​ມີ​ບົດຮຽນ​ລ້ຳ​ຄ່າ​ຫລາຍ​ຢ່າງ​ໃນ​ການ​ກະກຽມ ​ແລະ ປະຕິບັດ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ໃນ​ພັກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ມະຕິສູນກາງພັກຄັ້ງທີ 4: ຈາກລາຍລັກອັກສອນຕະຫລອດຮອດພຶດຕິກຳຕົວຈິງ - ảnh 1
ກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 4 ຊຸດທີ 11
ພາບ:internet

          ​ເມື່ອປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ກໍ່ສ້າງ​, ປັບປຸງພັກ, ທ່ານ​ປະທານ​ໂຮ່ຈິ​ມີນ ​ໄດ້​ຢືນຢັນ​ວ່າ “ປັບປຸງ​ພັກ​ຕ້ອງ​ມີ​ຈຸດ​ສຸມ, ປັບປຸງ​ແນວ​ຄິດ​ແລ້ວ ຈຶ່ງ​ປັບປຸງ​ການ​ຈັດ​ຕັ້ງ. ສຶກສາອົບຮົມ​ພະ​ນັກ​ງານ ​ແລ້ວ​ຈຶ່ງ​ສຶກສາອົບ​ຮົມ​ສະມາຊິກ​ພັກທັງ​ໝົດ.” ວຽກ​ງານ​ກໍ່ສ້າງ​ພັກ​ບົນ​ຈິດ​ໃຈ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4, ຊຸດ​ທີ 11 ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການກໍ່ສ້າງ​ພັກ​ປະ​ຈຸ​ບັນ” ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ປະຕິບັດ​ຢ່າງ​ຖືກຕ້ອງ​ກັບ​ການ​ຊີ້​ນຳ​ຂອງ​ປະທານ​​ໂຮ່ຈິ​ມີນ. ​ເປັນ​ຕົ້ນ​ໃນ​ໄລຍະ​ປະ​ເທດ​ຊາດ​ມີ​ການ​ປ່ຽນ​ແປງ​ໃຫມ່​ຫລາຍ​ຢ່າງ ​ແລະ ພວມ​ຢູ່ໃນ​ທ່າ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​, ວຽກ​ງານ​ກໍ່ສ້າງ​ພັກ​ຍິ່ງ​ມີ​ຄວາມ​ໝາຍ​ສຳຄັນ. ນີ້​ແມ່ນ​ປັດ​ໄຈ​ຮັບປະກັນ​ການ​ປະຕິບັດ​ໂຄງການ​ການ​ເມືອງ, ຄາດໝາຍ, ຫນ້າ​ທີ່​ກໍ່ສ້າງ​ສັງຄົມ​ນິຍົມ ຢ່າງ​ມີ​ໄຊ, ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ​ຢ່າງ​ຫນັກ​ແຫນ້ນ. ປະຊາຊົນ, ພະນັກງານ, ສະມາຊິກ​ພັກ​ມີ​ຄວາມ​ມຸ່ງ​ຫວັງ​ຕໍ່ຄວາມ​ເປີດ​ເຜີຍ, ​ກະ​ຈ່າງ​ແຈ້ງ​ຂອງ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ຂອງ​ບັນດາອົງຄະ​ນະ​ພັກ, ​ເປັນ​ຕົ້ນ​ແມ່ນ​ຢູ່​ກົມ​ກາ​ນ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ, ສຸມ​ໃສ່​ເຖິງ​ບັນຫາ​ທີ່​​ເຄັ່ງ​ຮ້ອນ​ຄື: ບົດບາດນຳ​ພາ​ຂອງ​ພັກ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສົງ​ຄົມ​ຄື: ​ໄພ​ສັງຄົມ​ເພີ່ມ​ຂຶ້ນ, ​ເສື່ອ​ມທາດ​ຂາດ​ຄຸນ, ​​ໄພ​ສໍ້​ລາດ​ບັງ​ຫລວງ, ຮັບ​ສິນ​ບົນ ຍັງ​ຄົງ​ຕົວ. ​ເປົ້າ​ໝາຍ​ການ​ນຳ​ສຳຄັນ​ອັນ​ດັບ​ຫນຶ່ງ​ຂອງ​ພັກ​ໃນ​ລະບົບການ​ເມືອງ​ນັ້ນ​ແມ່ນ ລັດຖະບານ, ບັນດາ​ອົງການ​ຄຸ້ມ​ຄອງ​ລັດ​​ຂັ້ນຕ່າງໆ ສົ່ງ​ຜົນ​ກະທົບ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ Nguyen Xuan Lai ນັກຮົບ​ເກົ່າ​ ນະຄອນ Can Tho ມີ​ຄຳ​ເຫັນ​ວ່າ:

        “ ​ເມື່ອ​ຕິດຕາມການ​ສຳ​ຫລວດ​ກວດຄືນຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຂ້າພະ​ເຈົົ້າ ມີ​ຄວາມ​ປິ​ຕິ​ຊົມ​ຊື່​ນເມື່ອ​ເຫັນ​ວ່າ ຂັ້ນ​ເທິງ​ໄດ້​ປະຕິບັດ​ຢ່າງ​ເຂັ້ມ​ງວດ.  ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ປະຕິບັດ​​ໃນ​ຄະນະ​ເລ​ຂາສູນ​ກາງ​ພັກ, ກົມ​ການ​ເມືອງ​ເທົ່າ​ນັ້ນ ຫາກ​ການ​ນຳ​ຂັ້ນ​ຕ່າງໆອີກ​ດ້ວຍ, ຈຸດ​ໃຫມ່​ໃນ​ການປະຕິບັດ​ມະຕິສູນ​ກາງ​ພັກ​ຄັ້ງ​ທີ 4 ນັ້ນ​ແມ່ນ​ກ້າຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ເພື່ອ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ. ​ໃນ​ສະພາບ​ປະຈຸ​ບັນ ຖ້າ​ບໍ່​ມີ​ການ​ສຳ​ຫລວດ​ກວດຄືນ, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງ​ສັບສົນ​ໃຫ້​ໄລຍະ​ຕໍ່​ໄປ. ຂ້າພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ.”

        ຄວາມ​ເປີດ​ເຜີຍ, ຈະ​ຈ່າງ​ແຈ້ງ ພາ​ຍຫລັງ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ສະ​ແດງ​ໃຫ້​ເຫັນ​ການ​ກະທຳ​ດີງາມ​ຂອງ​ຄະ​ນະ​ພັກ ​ເພື່ອ​ໃຫ້​ປະຊາຊົນ​ຮູ້ຈັກ​ເຖິງ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ສະ​ແດງ​ໃຫ້​​ເຫັນ​ດ້ານ​ດີ​ດ້ານ​ອ່ອນ​ໃນ​ການ​ນຳພາ​ຂອງ​ ຄະ​ນະ​ພັກ​ຂັ້ນ​ຕ່າງໆ, ພິ​ເສດ​ແມ່ນ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ.  ອ້າຍ Tran Hoang Long ຊາວ​ຫນຸ່ມ​ຢູ່​ຕາ​ແສງ Ea Tieu ​ເມືອງ Chu Quynh ​ແຂວງ Daklac ​ເວົ້າ​ວ່າ:

“ພັກ​ກອມ​ມູນິດ ຫວຽດນາມ ຜັນ​ຂະຫຍາຍ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ແມ່ນ​ຖືກ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ. ຂ້າພະ​ເຈົ້າປາດ​ຖະຫນາ​ວ່າ ​​ເນື້ອ​ໃນ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ. ຄວາມ​ມຸ່ງ​ຫວັງ​ຂອງ​ຂ້າພະ​ເຈົ້າ​ກໍ​ແມ່ນ​ຄວາມມຸ່ງ​ຫວັງ​ຂອງ​ພະນັກງານ, ສະມາຊິກ​ພັກ ນັ້ນ​ແມ່ນ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ, ​​ເຮັດ​ໄດ້​ຄື​ແນວ​ນັ້ນ ຈຶ່ງ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ ​ແລະ ປະຊາຊົນ​ນັບ​ມື້​ນັບ​ມີ​ຄວາມເຊື່ອໝັ້ນ​ຕໍໍ່ພັກ.”

ມະຕິສູນກາງພັກຄັ້ງທີ 4: ຈາກລາຍລັກອັກສອນຕະຫລອດຮອດພຶດຕິກຳຕົວຈິງ - ảnh 2
ການນຳພັກ, ລັດ ເຂົ້າຮ່ວມກອງປະຊຸມທົ່ວປະເທດຜັນຂະຫຍາຍມະຕິສູນກາງ
ພັກຄັ້ງທີ 4 ຊຸດທີ 11
ພາບ:xaluan.com

        ​ໃນ​ແນວ​ຄິດ​ໂຮ່ຈິ​ມີນ, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫລັກການ, ​ແມ່ນ​ກົດ​ເກນ​ຂະຫຍາຍ​ພັກ, ​ແມ່ນ​ມາດ​ຕະການ​ດີ​ທີ່​ສຸດ​ເພື່ອ​ປັບປຸງ​ຄວາມ​ສາມັກຄີ, ຄວາມ​ເປັນ​ເອກະ​ພາບ​ໃນ​ພັກ. ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ບໍ່​ພຽງ​ແຕ່​ແມ່ນ​ການ​ເປີດ​ເຜີຍ​​ເທົ່າ​ນັ້ນ ຫາກຍັງ​ແມ່ນ​ວິທີ​ເພື່ອ​ໃຫ້ການ​ນຳ​ທຸກ​ຂັ້ນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ປະຊາຊົນ. ທ່ານ Nguyen Thanh Gian ຢູ່​ຖະຫນົນ Ong Ich Khiem ​ເມືອງ 11 ນະຄອນ ​ໂຮ່ຈິ​ມີນ ຖື​ວ່າ:

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ບໍ່​ວ່າ​ໃນ​ໝູ່​ຄະນະ​​ໃດ, ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ແມ່ນ​ຈຳ​ເປັນ​ເພື່ອ​ພ້ອມ​ກັນ​ກ້າວຫນ້າ. ຫວ່າງ​ແລ້ວນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້ປຸກລະດົມ ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ​ໃນ​ທົ່ວ​ພັກ ​ແມ່ນ​ທັນ​ການ ​ແລະ ຖືກ​ກັບ​ຈຸດ​ເວລາ​ທີ່​ປະ​ເທດພວກ​ເຮົາ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ຄຽງ​ຄູ່​ກັນ​ນັ້ນ ​ແມ່ນ​ການ​ຍົກ​ສູງ​ຄຸນ​ນະພາ​ບການ​ຊີ້​ນຳ​ນຳພາ​ຂອງ​ພັກ​ຕໍ່​ຫນ້າ​ສິ່ງ​ທ້າ​ທາຍ​ໃຫມ່. ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ແຕ່ລະຄົນຕ້ອງ​ມານະ​ພະຍາຍາມປະຕິບັດ​ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍຢ່າງ​ແທ້​ຈິງ, ​ເພື່ອ​ປະກອບສ່ວນ​ຂະຫຍາຍພັກ​ເວົ້າ​ສະ​ເພາະ ​ແລະ ປະ​ເທດ​ຊາດ​ເວົ້າ​ລວມ.”

        ການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ບໍ່​ພຽງ​ແຕ່​ແມ່ນ​ວຽກ​ງານ​ເປັນ​ປະຈຳ, ​ແມ່ນ​ວິທີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ຕັດສິນ​ປະສິດທິ​ຜົນ, ຄຸນ​ນະພາ​ບ​ໃນວຽກ​ງານ​ຊີ້​ນຳ​ນຳພາຂອງ​ພັກ, ການ​ກໍ່ສ້າງ​ພັກ​ນັບ​ມື້​ນັບ​ປອດ​​​ໃສ​, ​ເຂັ້ມ​ແຂງ. ການ​ຜັນ​ຂະຫຍາຍປະຕິບັດການຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະຕຳ​ນິຕິ​ຊົມ​​ເພື່ອນ​ສະຫາຍ ຕາມ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ຈາກ​ປະຊາຊົນ ນັ້ນ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ພັກ, ລັດ ປະຕິບັດ​ລັດຖະນະ​ໂຍ​ບາຍສຳຄັນ​ໃນ​ກິດ​ຈະ​ການ​ສ້າງ ສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ./.

Le Phuong

ຕອບກັບ

ຂ່າວ/ບົດ​ອື່ນ