ມະຫາໄຊໃນລະດູບານໃໝ່ 1975 ແລະ ສິລະປະເສີມຂະຫຍາຍກຳລັງແຮງສັງລວມ

(vovworld) - ​ເມື່ອຫວນ​ຄືນ​ມະຫາ​ໄຊ​ໃນ​ລະດູບານ​ໃໝ່ 1975, ບັນດາອະດີ​ດນັກຮົບ, ນັກວິທະຍາສາດ, ນັກ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ຫວຽດນາມ ​​ໄດ້ຢັ້ງຢືນ​ວ່າ, ​ໄຊຊະນະ​ນີ້​​ແມ່ນ​ໝາກຜົນ​​ແຫ່ງ​ສິລະ​ປະການ​ທະຫານ​ຫວຽດນາມ, ​ໃນ​ນັ້ນ​ສຳຄັນ​ກວ່າ​ໝູ່​ແມ່ນ​ການ​ນຳ​ໃຊ້, ກຳ​ແໜ້ນ​ກາລະ​ໂອກາດ​ເພື່ອ​ຍົກ​ອອກ​ລັດຖະນະ​ໂຍບາຍ​ຢ່າງ​ທັນ​ການ; ​ແມ່ນ​ໝາກຜົນ​ແຫ່ງ​ການ​ປະສານ​ສົມທົບ​ຢ່າງ​ມີ​ປະສິດທິ​ຜົນ​ລະຫວ່າງ​ກອງທັບ ​ແລະ ມະຫາຊົນ, ​ເຫຼົ່າ​ຮົບ, ບັນດາ​ກຳລັງ ​ແລະ ກ່ອນ​ອື່ນ​ໝົດ​ແມ່ນ​ສິລະ​ປະ​ແຫ່ງ​ສົງຄາມ​ປະຊາຊົນ, ທ່າ​ຮົບ​ທົ່ວ​ປວງ​ຊົນ.

        ອີງ​ໃສ່​ສະພາບ​ຕົວ​ຈິງ​ຢູ່​ພາກ​ໃຕ້​ຫວຽດນາມ ​ພາຍຫຼັງ​ສັນຍາ​ປາ​ຣີ​ເມື່ອ​ປີ 1973 ​ແລະ ​ການ​ກະກຽມ​ກຳລັງ​ໃຫ້​ແກ່ການ​ບຸກ​ໂຈມ​ຕີ​ຂະໜາດ​ໃຫຍ່​. ວັນ​ທີ 4/3/1975, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ ໄດ້​ປະຕິບັດ​ບັ້ນ​ຮົບ​ໄຕ​ງວຽນ, ​ເປີດ​ສາກ​ໃຫ້ການ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ຄັ້ງ​ໃຫຍ່​ໃນ​ລະດູບານ​ໃໝ່ 1975 ​ແລະ ​ໄດ້​ຮັບ​ໄຊຊະນະ​ຢ່າງ​ວ່ອງ​ໄວ. ​ໃນ​ຂະນະ​ທີ່​ບັ້ນ​ຮົບ​ນີ້​ພວມ​ດຳ​ເນີນ. ກົມ​ການ​ເມືອງ​ໄດ້​ປະຊຸມ ​ແລະ ​ໃຫ້​ຂໍ້​ສັງ​ເກດ​ວ່າ​ຕ້ອງ​ຍູ້​ໄວ ​ແລະ ຕັດສິນ​ໃຈ​ປົດ​ປ່ອຍ​ພາກ​ໃຕ້​ກ່ອນ​ລະດູຝົນ​ປີ 1975.
ມະຫາໄຊໃນລະດູບານໃໝ່ 1975 ແລະ ສິລະປະເສີມຂະຫຍາຍກຳລັງແຮງສັງລວມ - ảnh 1
ສະຫາຍ ເລດຶກເທາະ ແລະ ສະຫາຍຟ່າມຮູ່ງ ແລະ ພົນເອກ ວັນຕຽນຢູ້ງ ຕາງໜ້າໃຫ້ກົມການເມືອງ ຊີ້ນຳບັ່້ນຮົບປົດປ່ອຍ ໄຊງ່ອນ

        ກຳ​​ແໜ້ນ​ກາລະ​ໂອກາດ​ຍຸດ​ທະ​ສາດ

        ພາຍຫຼັງ​ບັ້ນ​ຮົບ​ໄຕ​ງວຽນ, ບັ້ນ​ຮົບ​ເຫວ໋, ດ່າ​ນັ້ງ ​ໃນ​ຊຸມ​ວັນ​ທ້າຍ​ເດືອນ 3/1975 ກໍ່​ໄດ້​ຮັບ​ໄຊຊະນະ. ບັນດາ​ກົມ​ກອງ, ກຳລັງ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ໄດ້​ກຳ​ແໜ້ນ​ແນວ​ຄິດ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ​ນັ້ນ​ແມ່ນ “ກຳ​ແໜ້ນ​ກາລະ​ໂອກາດ​ຍຸດ​ທະ​ສາດ​ກວ່າ​ອີກ, ດ້ວຍ​ແນວ​ຄິດ​ຊີ້​ນຳ​ບຸກ​ໂຈມ​ຕີ​ຢ່າງ​ວ່ອງ​ໄວ, ອົງອາດ​ກ້າຫານ, ບັງ​ເອີນ, ​ໄດ້ຮັບ​ໄຊຊະນະ​ຢ່າງ​ແນ່ນອນ“. ພົນ​ຕີ ຫວໍ​ວັນ​ຕ໋ວນ, ຮອງ​ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ການ​ຕີ​ລາຄາ, ​ແມ່ນຂໍ້​ສັງ​ເກດ​ທີ່​ປີ​ຊາ​ສາມາດ, ທັນ​ການ, ສະຫຼາດ​ສ່ອງ​ໄສ​ຂອງ​ພັກ, ກົມ​ການ​ເມືອງ, ກອງ​ບັນຊາ​ການ​ໃຫຍ່​ເມື່ອ​ສະຖານະ​ການ​ດຳ​ເນີນ​ໄປ​ສະດວກ​ກວ່າ. ດັ່ງ​ນັ້ນ​​ໃນໂທລະ​ເລກ​ສຳຄັນ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບຈຶ່ງ​ມີ​ຄຳ​ທີ່​ວ່າ: “ບຸກ​ໂຈມ​ຕີ​ຢ່າງ​ວ່ອງ​ໄວ, ບຸກ​ໂຈມ​ຕີ​ຢ່າງ​ວ່ອງໄວກວ່າ, ອົງອາ​ດກ້າຫານ, ອົງອາດ​ກ້າຫານ​ກວ່າ“. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ພວກ​ເຮົາ​ກຳນົດ​ນີ້​ແມ່ນ​ໂອກາດ​ເພື່ອ​ບຸກ​ໂຈມ​ຕີ“.

        ​ໃນ​ເວລາ​ນັ້ນ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​​ ໄດ້​ມີ​ທ່າ​ຮົບ​ຢ່າງ​ ​ໝັ້ນຄົງ, ມີກຳລັງທັບ​​ເຂັ້ມ​ແຂງ. ສິ່ງ​ດັ່ງກ່າວ​ໄດ້​ຫັນ​ເຈດ​ຈຳນົງ​ເປັນ​ການ​ກະທຳ, ລະດົມ​ທຸກ​ກຳລັງ​ແຮງ​ຂອງ​ບັນດາເຫຼົ່າ​ຮົບ​, ການ​ຊ່ວຍ​ໜູນ​ຂອງ​ແນວ​ຫຼັງ​ພາກ​ເໜືອ, ກໍ່​ຄືການ​ກະກຽມ​ຂອງ​ແນວ​ໜ້າ​ພາກ​ໃຕ້​ເພື່ອ​ຍາດ​ເອົາ​ໄຊຊະນະ. ຮອງ​ສາ​ສະ​ດາ​ຈານ, ດຣ ຫງວຽນ​ຈ້ອງ​ຟຸກ, ອະດີດ​ຫົວໜ້າ​ສະ​ຖາ​ບັນ​ປະຫວັດສາດ​ພັກ, ​ເນັ້ນ​ໜັກ​ວ່າ:

        “ການ​ສົມທົບ​ກຳລັງ​ແຮງ​ສັງ​ລວມ​, ທັງ​ແມ່ນ​ການບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ ​ທັງ​ແມ່ນ​ການ​ລຸກ​ຮຶ້ຂຶ້ນ​ຂອງ​ມະຫາຊົນ. ນີ້​ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ສົງຄາມ​ປະຊາຊົນ​ຫວຽດນາມ: ຍ້ອນ​ມີ​ສົງຄາມ​ປະຊາຊົນ​ຈຶ່ງ​ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມທັງ​ດ້ານ​ການ​ເມືອງ, ການ​ທະຫານ, ການ​ຕໍ່ສູ້​ດ້ານ​ການ​ທູດ, ທັງ​ບຸກ​ໂຈມ​ຕີ​, ທັງ​ເຈລະຈາ, ລະດົມ​ກຳລັງ​ແຮງ​ຂອງ​ມະຫາຊົນ​ຢູ່​ກັບ​ທີ່ ​ແລະ ການ​ໜູນ​ຊ່ວຍ​ຂອງ​ພາກ​ເໜືອ“.

        ສິລະ​ປະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ

        ຄວາມ​ມຸ້ງ​ຫວັງ​ຢາກ​ມີ​ສັນຕິພາບ, ​ເອກະລາດ, ​ເອກະ​ພາບ​ປະ​ເທດ​ຊາດ​ຂອງ​ທັງ​ຊາດ ​ໄດ້​ສ້າງ​ເປັນ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ຫວຽດນາມ​ໃນ​ການ​ບຸກ​ໂຈມ​ຕີ​ລຸກ​ຮຶ້ຂຶ້ນ​ຄັ້ງ​ຕ່າງໆ​ເມື່ອ​ລະດູບານ​ໃໝ່​ປີ 1975. ພາຍຫຼັງ​ບັ້ນ​ຮົບ​ດ້ຽນບຽນ​ຝູ ທາງ​ອາກາດ, 12 ວັນ ​ແລະ ຄືນ​ທ້າຍ​ປີ 1972 ​ໄດ້​ບັງຄັບ​ໃຫ້​ອາ​ເມ​ລິ​ກາ​ ຕ້ອງ​ເຊັນ​ສັນຍາ​ປາຣີ​ ເມື່ອ​ຕົ້ນ​ປີ 1973, ຖອນ​ທະຫານ​ອອກ​ຈາກ​ພາກ​ໃຕ້​ຫວຽດນາມ, ​ແນວ​ຫຼັງ​ພາກ​ເໜືອ​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້​ພາກ​ໃຕ້. ​ເຖິງ​ວ່າຈະ​ຖືກ​ລະ​ເບີດ​ທຳລາຍ​ຢ່າງ​ດຸ​ເດືອດ​ກໍ່ຕາມ, ​ແຕ່​​ເສັ້ນທາງ​ພູ​ຫຼວງ​ຍັງຮັບປະກັນ​ຄວາມລຸ​ລ່ວງ​ເພື່ອ​ໃຫ້​ທະຫານ​ເຄື່ອນ​ທັບ ​ແລະ ຂົນ​ສົ່ງ​ນຳ້ມັນ, ອາວຸດ, ພາຫະນະ… ​ເຂົ້າ​ພາກ​ໃຕ້​, ກະກຽມ​ໃຫ້ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່. ຫວຽດນາມ ​ໄດ້​ຮັບ​ໄຊຊະນະ​ເທື່ອ​ລະ​ກ້າວ, ​ໃນ​ແຕ່​ລະ​ຍຸດ​ທະ​ສາດ, ​ແຕ່ລະ​ແນວ​ຮົບ ​ແລະ ສຸດ​ທ້າຍ​ແມ່ນ​ໄຊຊະນະ​ໃນ​ການ​ບຸກ​ໂຈມ​ຕີ​ ​ແລະ ລຸກ​ຮຶ້ຂຶ້ນຄັ້ງ​ໃຫຍ່, ປົດ​ປ່ອຍ​ພາກ​ໃຕ້. ສາ​ສະ​ດາ​ຈານ, ດຣ ດິງຊວນ​ຢຸ້ງ, ອະດີດ​ນັກຮົບ​ເຂົ້າຮ່ວມການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່​ນີ້, ​ໃຫ້​ຮູ້​ວ່າ:

        “ສັດຕູ​ຄິດ​ວ່າ​ພວກ​ເຮົາ​ບໍ່​ມີ​ຫຍັງ​, ບໍ່​ມີ​ກຳລັງ​ອີກ​ເພື່ອ​ສາມາດ​ປົດ​ປ່ອຍ​ພາກ​ໃຕ້, ​ແຕ່​​ດ້ວຍ​ກຳລັງ​ແຮງ ຟູ່ດົງ, ຈາກ​ພື້ນ​ດິນ, ຈາກ​ໝູ່​ປະຊາຊົນ, ລົດ​ຕັງ, ລົດ​ຫຸ້ມ​ເກາະ​ນັບ​ຮ້ອນ​ຄັນ, ນັບ​ທັງ​ບັນດາກອງ​ພົນ​ໃຫຍ່ຈາກ​ໄຕ​ງວຽນ, ຈາກ​ກວາງ​ຈີ້ ​ແລະ ພາກ​ໃຕ້. ໃນ​ໄລຍະ​ສັ້ນໆ, ພວກ​ເຮົາ​ສາມາດ​ປົດ​ປ່ອຍ​ພາກ​ໃຕ້​ໄດ້​ຢ່າງ​ສົມ​ບຸນ.

        ​ໃນ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃຫຍ່ນີ້, ກອງທັບ​ປະຊາຊົນ​ຫວຽດນາມ​ ໄດ້​ເສີມ​ຂະຫຍາຍ​ການ​ໜູນ​ຊ່ວຍ​ຂອງ​ມະຫາຊົນ, ຂອງ​ຊາວ​ໜຸ່ມ​ຕະລຸມ​ບ່ອນ​ໃຫ້​ບັນດາ​ກຳລັງ​ກອງທັບ​ເປັນ​ຢ່າງ​ດີ. ການ​ບຸກ​ໂຈມ​ຕີ​ຢ່າງ​ວ່ອງ​ໄວ​ຂອງ​ບັນດາ​ພົນ​ລະ​ພາກ​ຫຼວງ​ເຄື່ອນ​ທີ່ ​ໄດ້​ໜູນ​ຊ່ວຍ​ໂດຍ​ກົງ​ໃຫ້​ຂະ​ບວນການ​ລຸກ​ຮຶ້ຂຶ້ນ​ຂອງ​ມະຫາຊົນ, ດັບ​ສູນ​ສັດຕູ, ຍາດ​ເອົາ​ອຳນາດ​ການ​ປົກຄອງ​ຢ່າງ​ໄວ.

        ການ​ບຸກ​ໂຈມ​ຕີຄັ້ງ​ໃຫຍ່ ​ແລະ ການ​ລຸກ​ຮຶ້ຂຶ້ນ​ໃນ​ລະດູບານ​ໃໝ່​ປີ 1975 ດຳ​ເນີນ​ໄປ​ໃນ​​ໄລຍະ 55 ວັນ ​ແລະ ຄືນ, ດ້ວຍ​ຄວາມ​ໄວ​ມະຫັດສະຈັນ “1 ວັນ​ເທົ່າ​ກັບ 20 ປີ“.ການ​ບຸກ​ໂຈມ​ຕີຍຸດ​ທະ​ສາດນີ້​ມີ​ຂອບ​ຂະໜາດໃຫຍ່ນັບ​ທັງ​ດ້ານ​ການ​ທະຫານ, ການ​ເມືອງ, ກາລະ​ເທສະ ​ແລະ ກຳລັງ, ສາມາດ​ຍາດ​ໄດ້​ໄຊຊະນະ​ໃນ​ເວລາ​​ສັ້ນ​ທີ່​ສຸດ, ການ​ເສຍ​ຫາຍກໍ່​ໜ້ອຍ​ທີ່​ສຸດ. ທັງ​ໝົດ​ເຫຼົ່າ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ດ້ານ​ສິລະ​ປະຍຸດ, ສິລະ​ປະ​ຊີ້​ນຳ​ຍຸດ​ທະ​ສາດ​ທີ່​ດີ​ເດັ່ນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ການຈັດ​ຕັ້ງ​ກໍ່ສ້າງ​ກຳລັງ, ສ້າງ​ທ່າ​ຮົບ, ສ້າງ​ກາລະ​ໂອກາດ, ກຳ​ແໜ້ນ​ກາລະ​ໂອກາດ ​ແລະ ຕັດສິນ​ໃຈ​ຍາດ​ເອົາ​ໄຊຊະນະ.


ຕອບກັບ

ຂ່າວ/ບົດ​ອື່ນ