ມາດຕະການແກ້ໄຂບັນຫານິວເຄຼຍຂອງ ສປປ.ເກົາຫຼີ

(VOVWORLD) - ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍ ຍັງບໍ່ທັນມີສັນຍານຫລຸດລົງເທື່ອ ຫາກຍັງເພີ່ມຂຶ້ນໃນຊຸມວັນຜ່ານມາ. ບັນດາການກະທຳດ້ານທະຫານ ກໍ່ສະແດງໃຫ້ເຫັນຢ່າງຈະແຈ້ງກ່ວາ ເມື່ອການນຳ 2 ຝ່າຍ ໄດ້ຍົກອອກບັນດາຄຳຖະແຫຼງທີ່ແຂງກະດ້າງຢ່າງລຽນຕິດ.

ເຖິງຢ່າງໃດກໍ່ຕາມ, ໃນສະພາວະນັ້ນ, ມາດຕະການທາງການທູດ ຍັງຄົງແມ່ນການເລືອກເຟັ້ນແຖວໜ້າ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ ທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍຂອງ ສປປ.ເກົາຫຼີ.

ມາດຕະການແກ້ໄຂບັນຫານິວເຄຼຍຂອງ ສປປ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ Kim Jong-un

(ພາບ: Reuters)

         ໃນເດືອນ ກໍລະກົດ, ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) 2 ລູກຢ່າງລຽນຕິດ, ເປັນຂີດໝາຍແຫ່ງບາດກ້າວໃໝ່ໃນຄວາມມານະພະຍາຍາມສຳເລັດສາງອາວຸດຍຸດທະສາດຂອງປະເທດນີ້ ແລະ ເປັນການນາບຂູ່ຢ່າງໃຫຍ່ຫລວງຕໍ່ ອາເມລິກາ. ຕາມບົດລາຍງານຂອງອົງການສືບລາຊະການລັບ ອາເມລິກາ ຫວ່າງແລ້ວນີ້ ພຽງຢາງ ໄດ້ປະດິດສຳເລັດອາວຸດນິວເຄຼຍຫຍໍ້ລົງເພື່ອຕິດຕັ້ງໃສ່ ICBM. ຂໍ້ສະຫລຸບນີ້ ກໍ່ໄດ້ຮັບການຢັ້ງຢືນຈາກບັນດານັກຄົ້ນຄວ້າຂອງລັດຖະບານ ຍີ່ປຸ່ນ.

ບັນດາຄຳຖະແຫຼງຢ່າງແຮງຂອງ 2 ຝ່າຍກ່ຽວກັບສົງຄາມ

        ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນໃນແຫຼມ ເກົາຫຼີ  ພາຍຫລັງທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວເຕືອນໃນວັນທີ 09 ສິງຫາ ວ່າ ສປປ.ເກົາຫຼີ ຈະຕ້ອງປະເຊີນໜ້າຕໍ່ “ກຳລັງໄຟ ແລະ ຄວາມໂກດເຄືອງ”. ຄຳຖະແຫຼງຂອງທ່ານ Trump ໄດ້ຮັບຖືວ່າ ແມ່ນຄຳກ່າວເຕືອນຕໍ່ເລື່ອງ ພຽງຢາງ ນາບຂູ່ ຈະມີປະຕິກິລິຍາຕໍ່ບັນດາຄຳສັ່ງລົງໂທດໃໝ່ຂອງ ສະຫະປະຊາຊາດ, ກໍ່ຄື ພາຍຫລັງປະກົດພະຍານຫຼັກຖານໃໝ່ຈຳນວນໜຶ່ງທີ່ສະແດງໃຫ້ເຫັນວ່າ ສປປ.ເກົາຫຼີ ແກ້ໄຂໄດ້ບາງສິ່ງກີດຂວາງດ້ານ ເຕັກນິກ ເພື່ອສາມາດບຸກໂຈມຕີ ອາເມລິກາ ຫຼື ເອີຣົບຕາເວັນຕົກ ດ້ວຍອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ. ຕອບໂຕ້ເລື່ອງດັ່ງກ່າວ ສປປ.ເກົາຫຼີ ຖະແຫຼງວ່າ ພວມຄົ້ນຄວ້າແຜນບຸກໂຈມຕີໃສ່ເກາະ Guam ຂອງ ອາເມລິກາ ຢູ່ ມະຫາສະໝຸດປາຊີຟິກ, ແຫ່ງທີ່ເຕົ້າໂຮມຖານທີ່ໝັ້ນການທະຫານສຳຄັນຫລາຍແຫ່ງຂອງ ອາເມລິກາ, ດ້ວຍລູກສອນໄຟຍຸດທະສາດໄລຍະກາງ Hwasong – 12. ການນາບຂູ່ຂອງ ສປປ.ເກົາຫຼີ ຍັງບໍ່ເຄີຍລະອຽດຄືດັ່ງກ່າວຈັກເທື່ອ: “ໃນ 4 ວັນຈະມາເຖິງ, ກອງທັບ ສປປ.ເກົາຫຼີ ຈະຍິງລູກສອນໄຟ Hwasong – 12 ສີ່ລູກ ທີ່ເລັ່ງໃສ່ເກາະ Guam ຂອງ ອາເມລິກາ”. ບໍ່ພຽງແຕ່ເວົ້າລ້າງເທົ່ານັ້ນ ໃນທ້າຍອາທິດຜ່ານມາ, ພົນລະເມືອງ ສປປ.ເກົາຫຼີ ເກືອບ 3,5 ລ້ານຄົນ ໄດ້ຈົດທະບຽບເຂົ້າເປັນທະຫານ, ໃນນັ້ນມີນັກຮຽນ, ກຳມະກອນ ແລະ ບັນດານາຍທະຫານໄດ້ພັກບຳນານແລ້ວ.

        ໃນຂະນະນັ້ນ, ວັນທີ 11 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ຢືນຢັນທາງສື່ສັງຄົມ Twitter ວ່າ: “ບັນດາວິທີການທະຫານໄດ້ຮຽບຮ້ອຍແລ້ວ, ຖ້າຫາກ ສປປ.ເກົາຫຼີ ມີການກະທຳພຽງລຳພັງຝ່າຍດຽວ. ຫວັງວ່າ ທ່ານ Kim Jong-un ຈະເລືອກເຟັ້ນເສັ້ນທາງອື່ນ”. ຄວາມຈິງແລ້ວ, ທຳນຽບ 5 ແຈກໍ່ມີແຜນການລະອຽດ ແນໃສ່ບຸກໂຈມຕີບັນດາຮາກຖານລູກສອນໄຟຂອງ ສປປ.ເກົາຫຼີ. ຈຸດທີ່ເປັນກຸນແຈຂອງແຜນການ ແມ່ນບັນດາເຮືອບິນຖິ້ມລະເບີດ B-1B ອອກບຸກຕີຈາກຖານທີ່ໝັ້ນທັບອາກາດ Andersen ໃນເກາະ Guam ຈະເລັ່ງໃສ່ສະຖານທີ່ຍິງລູກສອນໄຟ, ຮາກຖານສຳຮອງ, ສະຖານທີ່ທົດລອງຂອງ ສປປ.ເກົາຫຼີ. ຍິງຕົກລູກສອນໄຟຂອງ ພຽງຢາງ ຢູ່ເຂດທະເລສາກົນ ກໍ່ແມ່ນການເລືອກເຟັ້ນທາງທະຫານຂອງອຳນາດການປົກຄອງປະທານາທິບໍດີ Donald Trump. ຕາມນັກຊ່ຽວຊານຂັ້ນສູງ ທ່ານ Adam Mount ຢູ່ສູນກ້າວໜ້າ ອາເມລິກາ ແລ້ວ, ກອງທັບ ອາເມລິກາ ສາມາດນຳໃຊ້ລະບົບປ້ອງກັນລູກສອນໄຟໄລຍະສູງໄລຍະສຸດທ້າຍ (THAAD) ທີ່ຕິດຕັ້ງໃນເກາະ Guam ຫຼື ລະບົບ Aegis ໃນກ່ຳປັ່ນຂັບໄລ່ ເພື່ອສະກັດກັ້ນລູກສອນໄຟ ສປປ.ເກົາຫຼີ.

ມາດຕະການແກ້ໄຂບັນຫານິວເຄຼຍຂອງ ສປປ.ເກົາຫຼີ - ảnh 2(ພາບປະກອບ / ພາບ: Yonhap

        ໃນສະພາວະພວມເຄັ່ງຕຶງຄືດັ່ງກ່າວ, ການຊ້ອມຮົບລວມ ອາເມລິກາ - ສ.ເກົາຫຼີ ທີ່ມີຊື່ວ່າ ຜູ້ປ້ອງກັນຄວາມເສລີ Ulchi ຄາດຄະເນວ່າ ຈະດຳເນີນໃນວັນທີ 21 ສິງຫາ ຈະໄດ້ຮັບຖືວ່າ “ເອົານ້ຳມັນໃສ່ໄຟ” ຍ້ອນວ່າ ພຽງຢາງ ຍາມໃດກໍ່ຖືບັນດາການຊ້ອມຮົບລວມລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ ແມ່ນການກະກຽມໃຫ້ແກ່ການຮຸກຮານຢຶດຄອງ ສປປ.ເກົາຫຼີ.

ສະໜັບສະໜູນມາດຕະການແກ້ໄຂທາງການທູດ

        ເຖິງວ່າສະພາບການໃນແຫຼມ ເກົາຫຼີ ພວມເຄັ່ງຕຶງກໍ່ຕາມ ແຕ່ມາດຕະການດ້ານການທະຫານ ບໍ່ແມ່ນວ່າ ການເລືອກເຟັ້ນທີ່ງ່າຍດາຍ ຍ້ອນບັນດາຜົນຮ້າຍຢ້ອນຫລັງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເລື່ອງ ວໍຊິງຕັນ ດຳເນີນບັ້ນຮົບດ້ານການທະຫານຕ້ານຄືນ ພຽງຢາງ ຈະເປັນການສິ້ນເປືອງເງິນທອງຫລາຍ ແລະ ບັງຄັບ ອາເມລິກາ ຕ້ອງຮັບຜິດຊອບກ່ຽວກັບສະຖຽນລະພາບ, ສັນຕິພາບໃນແຫຼມ ເກົາຫຼີ. ປະທານສະພາເສນາທິການທະຫານປະສົມ ອາເມລິກາ, ນາຍພົນ Joseph Dunford ຕີລາຄາວ່າ ສົງຄາມໃນແຫຼມເກົາຫຼີ ຈະແມ່ນ “ວິນາດສະກຳ” ແລະ ພາໃຫ້ເກີດ “ຄວາມເສຍຫາຍຢ່າງໃຫຍ່ຫລວງທີ່ບໍ່ເຄີຍມີມາກ່ອນ”. ທ່ານ Joseph Dunford ຮັບຮູ້ວ່າ ປະຈຸບັນ ກອງທັບ ອາເມລິກາ ມີບັນດາມາດຕະການແກ້ໄຂດ້ານການທະຫານ ອາດສາມາດຜັນຂະຫຍາຍຕໍ່ ສປປ.ເກົາຫຼີ ໄດ້ມີຄວາມຈຳເປັນ, ເຖິງຢ່າງໃດກໍ່ຕາມ ຈຸດສຸມໃນປະຈຸບັນ ຍັງຄົງແມ່ນນຳໃຊ້ກຳລັງດັນທາງການທູດ ແລະ ເສດຖະກິດ. ໃນຂະນະນັ້ນ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ແລະ ລັດຖະມົນຕີການຕ່າງປະເທດ Rex Tillerson ກໍ່ຖືວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະເຈລະຈາກັບ ພຽງຢາງ, ຖ້າຫາກ ສປປ.ເກົາຫຼີ ກໍ່ສະແດງໃຫ້ເຫັນເຈດຕະນາດີ.  ເຖິງວ່າ ໃນຊຸມວັນຜ່ານມາ, ອາເມລິກາ ແລະ ສປປ.ເກົາຫຼີ ອອກບັນດາຄຳຖະແຫຼງແຂງກະດ້າງຢ່າງຕໍ່ເນື່ອງ ກ່ຽວກັບສົງຄາມກໍ່ຕາມ ແຕ່ທັງ ອາເມລິກາ ແລະ ສປປ.ເກົາຫຼີ ລ້ວນແຕ່ເຂົ້າໃຈແຈ້ງ ບັນດາຄວາມເສຍຫາຍ ເຊິ່ງສົງຄາມກໍ່ຂຶ້ນໃຫ້ບັນດາຝ່າຍເວົ້າສະເພາະ ແລະ ໃຫ້ໂລກເວົ້າລວມສະນັ້ນ. ມາດຕະການແກ້ໄຂທາງການທູດ ຍັງຄົງແມ່ນບຸລິມະສິດແຖວໜ້າ ເພື່ອແກ້ໄຂບັນດາຄວາມບໍ່ລົງລອຍກັນກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ