ມານະພະຍາຍາມໜູນຊ່ວຍຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ

ສົງຄາມເຄມີໂດຍກອງທັບອາເມລິກາດຳເນີນຢູ່ຫວຽດນາມໄດ້ເກີດຂຶ້ນຢູ່ຫວຽດ ນາມກ່ອນນີ້ກວ່າ 50 ປີ, ແຕ່ຜົນຮ້າຍຢ່ອນຫຼັງຂອງມັນທີ່ມີຕໍ່ສຸຂະພາບມະນຸດ ຍັງຄົງໜັກໜ່ວງຢູ່. ຕໍ່ໜ້າສະພາບຕົວຈິງນີ້, ລັດຖະບານຫວຽດນາມພ້ອມກັບ ບັນດາອົງການຈັດຕັ້ງສັງຄົມພວມມານະພະຍາຍາມ ໜູນຊ່ວຍຊ າວຫວຽດນາມຜູ້ປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊິນຜ່ານຜ່າຄວາມຫຍຸ້ງຍາກ ໃນການ ດຳລົງຊີວິດ.

ມານະພະຍາຍາມໜູນຊ່ວຍຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ - ảnh 1
ຫ້ອງຮຽນສຳລັບພວກເດັກຖືກປະສົບເຄາະຮ້າຍຈາດທາດພິດສີສົ້ມ/ດີໂອຊິນທີ່ຕາແສງກາມເງັຍ, ເມືອງກາມໂລ້ ແຂວງກວາງຈິ

   ໃນສົງຄາມ​ຮຸກ​ຮານ​ຫວຽດນາມ​ທີ່​ບໍ່​ເປັນ​ທຳ​ນັ້ນ, ​ໄລ່​ສະ​ເພາະ​ໄລ​ຍະ 10 ປີ (1961-1971), ກອງທັບ ອາເມລິກາໄດ້ຫວ່ານທາດພິດເຄມີ 80 ລ້ານລິດລົງໃສ່ ¼ ເນື້ອທີ່​ທົ່ວ​ພາກ​ໃຕ້​ຫວຽດນາມ, ​ໃນ​ນັ້ນ 61% ​ແມ່ນ​ທາດ​ພິດ​ສີ​ສົ້ມ​ບັນຈຸດີ​ໂອ​ຊິນ 366 ກິ​ໂລຣາມ. ທາດພິດສີສົ້ມ/ດີໂອຊິນໄດ້ເຮັດໃຫ້ຊາວ ຫວຽດນາມ 4,8 ລ້ານຄົນຖືກຕິດທາດນີ້, ໃນນັ້ນ ກວ່າ 3 ລ້ານຄົນແມ່ນຜູ້ປະສົບເຄາະຮ້າຍ, ໃນນັ້ນມີເດັກນ້ອຍ ຫຼາຍຄົນຊຶ່ງແມ່ນລຸ່ນຄົນທີ 2, ທີ 3. ມີຜູ້ປະສົບເຄາະຮ້າຍ ນັບແສນຄົນໄດ້ເສຍຊີວິດ​​ແບບ​ທໍລະມານ ​ແລະ ນັບ​ແສນ​ຄົນ​ອື່ນ​ພວມ​ປະ​ເຊີນ​ໜ້າ​ກັບ​ພະຍາດ​ຮຸນ​ແຮງ​ໃນ​ແຕ່​ລະ​ວັນ ​ແຕ່​ລະ​ຊົ່ວ​ໂມງ. ມີ​ແມ່ຍິງ​ຫຼາຍ​ຄົນ​ບໍ່​ໄດ້​ຮັບ​ຄວາມສຸກ​ເປັນ​ແມ່, ​ເປັນ​ເມຍ. ​ເດັກນ້ອຍ​ຫຼາຍ​ຄົນ​ຖືກ​ພິການ​ມາ​ແຕ່​ເກີດ.

  ຫັນ​ບັນດາ​ຮູບ​ການ​ໜູນ​ຊ່ວຍ​ເປັນ​ຫຼາຍ​ຮູ​ບຫຼາບ​ແບບ

  ພາຍຫຼັງ​ທີ່​ປະ​ເທດ​ຊາດ​ມີ​ສັນຕິພາບ, ​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບ, ລັດຖະບານ​ຫວຽດນາມ​ໄດ້​ມີ​ແຜນການ​ລະອຽດ​ເພື່ອ​ແກ້​ໄຂຜົນຮ້າຍຢ່ອນຫຼັງຍ້ອນທາດພິດ ສີສົ້ມ/ດີໂອຊິນກໍ່​ຂຶ້ນ. ຫວຽດນາມ​ໄດ້​ປະກາດ​ໃຊ້​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ເຄື່ອນ​ໄຫວ​ທຳ​ການ​ຕໍ່ຕ້ານ ​ແລະ ລູກ​ຄີງ​ຂອງ​ເຂົາ​ເຈົ້າ​ຖືກ​ຕິດທາດພິດເຄມີ. ປີ 2000, ທ່ານ​ນາຍົກລັດຖະມົນຕີ​ໄດ້​ອອກ​ຂໍ້​ຕົກລົງ​ປະກາດ​ໃຊ້​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​​ເຂົ້າ​ຮ່ວມ​ການເຄື່ອນ​ໄຫວ​ທຳ​ການ​ຕໍ່ຕ້ານ ​ແລະ ລູກ​ຄີງ​ຂອງ​ເຂົາ​ເຈົ້າ​ຖືກ​ຕິດທາດພິດ ສີສົ້ມ/ດີໂອຊິນ​ໂດຍ​ກອງທັບ​ອາ​ເມ​ລິ​ກາ​ນຳ​ໃຊ້​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມ. ຈາກ​ນັ້ນ, ​ໄດ້​ເລີ່​ມມີ​ນະ​ໂຍບາຍ​ຕ່າງຫາກ​ໃຫ້​ແກ່ຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ/ດີໂອຊິນ. ມາ​ຮອດ​ປະຈຸ​ບັນ, ລັດຖະບານ​ຫວຽດນາມ​ໄດ້​ແກ້​ໄຂ​ປະມານ 3 ​ແສນ​ກໍລະນີ​ຜູ້​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຕໍ່ຕ້ານ ​ແລະ ລູກ​ຄີງ​ຂອງ​ເຂົາ​ເຈົ້າ​ຖືກ​ຕິດທາດພິດ ສີສົ້ມ/ດີໂອຊິນ. ບັນດາ​ເປົ້າ​ໝາຍ​ບໍ່​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຕໍ່ຕ້ານ ​ແຕ່ຖືກ​ຕິດທາດພິດ ສີສົ້ມ/ດີໂອຊິນນັ້ນ, ກໍ​ຈະ​ຖືກ​ນຳ​ໃຊ້​ນະ​ໂຍບາຍ​ຊ່ວຍ​ເຫຼືອ​ສັງຄົມ. ນະ​ໂຍບາຍ​ທັງ​ໝົດ​ເຫຼົ່າ​ນັ້ນ ຍາມ​ໃດ​ກໍ​ຖື​ກ​ເພີ່ມ​ເຕີມ, ດັບ​ປັບ​ໃຫ້​ເໝາະ​ສົມ. ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ເທ້ລຶກ ​ເລຂາທິການ​ໃຫຍ່​ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ​ໃຫ້​ຮູ້​ວ່າ : 

  “ມາ​ຮອດ​ປະຈຸ​ບັນ, ມີ​ປະມານ 30% ຈຳນວນຜູ້ຕິດທາດພິດ ສີສົ້ມ/ດີໂອຊິນ ​ໄດ້​ຊື້​ປະກັນ​ສຸຂະພາບ. ປະມາ​ນ 20 – 25% ຈຳນວນ​ເດັກນ້ອຍ​ຕິດທາດພິດ ສີສົ້ມ/ດີໂອຊິນ ​ໄດ້​ຖືກ​ນຳ​ເຂົ້າ​ໂຄງການ​ເບິ່ງ​ແຍງ​ດູ​ແລ, ຟື້ນ​ຟູ​ອະ​ໄວ​ຍະ​ວະ. ພ້ອມ​ກັນ​ນັ້ນ, ກໍ​ແມ່ນ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ຄ່າ​ຮຽນ, ໜູນ​ຊ່ວຍ​ດ້ານ​ທຶນຮອນ, ​ໃຫ້​ກູ້​ຢືມ​ທຶນ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ​ເພື່ອ​ທຳ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ນະ​ໂຍບາຍ​ກ່ຽວ​ກັບ​ທີ່​ດິນ, ກ່ຽວ​ກັບ​ລະດັບ​ນຳ​ໃຊ້​ໄຟຟ້າ. ປະຈຸ​ບັນ, ຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ກໍລ້ວນ​ແຕ່​ມີ​ສູນ​ຊ່ວຍ​ເຫຼືອ​ສົງ​ຄົມ​ຂອງ​ບັນດາ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຄ່າ​ໃຊ້​ຈາ​ຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ໝູ່​ບ້ານ​ມິດຕະພາບ ​ແມ່ນ​ໃຊ້​ຈາກ​ງົບປະມານ​ແຫ່ງ​ລັດ”

ມານະພະຍາຍາມໜູນຊ່ວຍຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ - ảnh 2
ຮ່ວມແຮງຮ່ວມໃຈເພື່ອບັນເທົ່າຄວາມເຈັບປວດຈາກທາດພິດສີສົ້ມ

    ພ້ອມ​ກັບ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ສາທາລະນະ​ສຸກ, ການ​ສຶກສາ, ບຳລຸງ​ສ້າງ... ການ​ລະດົມ​ບັນດາ​ແຫຼ່ງວັດຖຸ​ເພື່ອ​ຊ່ວຍ​ເຫຼືອ ຜູ້ປະສົບເຄາະຮ້າຍກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ໄລ່​ສະ​ເພາະ​ໄລຍະ​ກວ່າ 10 ປີ​ທີ່​ຜ່ານ​ມາ, ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ​ຂົນຂວາຍ​ການ​ແຜ່​ບໍລິຈາກ​ເງິນໄດ້ກວ່າ 800 ຕື້​ດົງ​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ໜູນ​ຊ່ວຍ​ໂດຍ​ກົງ ​ແລະ ​ໂດຍ​ທາງ​ອ້ອມ​ໃຫ້​ແກ່ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ. ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ເທ້ລຶກ ​ເລຂາທິການ​ໃຫຍ່​ສະມາຄົມ ຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ​ໃຫ້​ຮູ້ຕື່ມ​ອີກ​​ວ່າ :

      “ ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ​ໃຊ້​ຈຳນວນເງິນທີ່​ລະດົມ​ມາ​ໄດ້​ເພື່ອ​ກໍ່ສ້າງ​ສູນ​ເບິ່ງ​ແຍງ​ລ້ຽງ​ດູ ຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ, ປຸກ​ເຮືອນ​ນັບ​ພັນ​ຫຼັງ​ໃຫ້​ແກ່ຜູ້ປະສົບ ເຄາະຮ້າຍ, ໜູນ​ຊ່ວຍ​ທຶນ​ສຶກສາ​ໃຫ້​ແກ່​ລູກ​ນ້ອງຜູ້ປະສົບເຄາະຮ້າຍ​ຈາກ ທາດພິດສີສົ້ມ/ດີໂອຊິນ, ຊ່ວຍ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ພວກ​ນ້ອງ, ໜູນ​ຊ່ວຍ​ຜູ້ປະສົບເຄາະຮ້າຍ​​ໃນ​ການ​ກວດ ​ແລະ ປິ່ນປົວພະຍາດ, ໜູນ​ຊ່ວຍ​ທຶນ​​ເພື່ອທຳ​ການ​ຜະລິດ. ການ​ເບິ່ງ​ແຍງ​ດູ​ແລ ຜູ້ປະສົບເຄາະຮ້າຍ​ແມ່ນ​ນັບ​ມື້​ນັມມີ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ອຸດົມສົມບູນ”

      ສືບ​ຕໍ່​ທຳ​ການ​ຕໍ່ສູ້​ເພື່ອ​ທວງ​​ເອົາຍຸດຕິ​ທຳ​ມາ​ໃຫ້​ບັນດາຜູ້ປະສົບເຄາະຮ້າຍ​ຈາກ ທາດພິດສີສົ້ມ/ດີໂອຊິນ ຫວຽດນາມ

        ວັນ​ທີ 30/1/2014, ດ້ວຍ​ຖານະ​ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ບັນດາຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ, ສະມາຄົມຜູ້ປະສົບ ເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມພ້ອມ​ກັບ​ບັນດາຜູ້ປະສົບ ເຄາະຮ້າຍ​ໄດ້​ລົງ​ລາຍ​ເຊັນ​ໃນ​ໜັງສື​ຮ້ອງ​ຟ້ອງ 37 ບໍລິສັດ​ທາດ​ເຄມີ​ອາ​ເມລິກາ ຊຶ່ງ​ໄດ້​ຜະລິດ ​ແລະ ສະໜອງທາດພິດເຄມີ​ໃຫ້​ແກ່​ກອງທັບ​ອາ​ເມ​ລິ​ກາ​​ນຳ​ໃຊ້​ໃນ​ສົງຄາມ​ຮຸກ​ຮານ​ຫວຽດນາມ ​ເພື່ອ​ຮຽກຮ້ອງ​ໃຫ້​ທົດ​ແທນ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບັນດາ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ​. ກໍລະນີ​ຮ້ອງ​ຟ້ອງ​ນີ້​ໄດ້​ຊ່ວຍ​ໃຫ້​ປະຊາຊົນ​ໃນ​ໂລກ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບຜົນ​ຮ້າຍ​ຂອງ ທາດພິດສີສົ້ມ/ດີໂອຊິນ. ກໍລະນີ​ຮ້ອງ​ຟ້ອງ​ໄດ້​ເຮັດ​ໃຫ້​ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ປ່ຽນ​ແປງ​ທ່າ​ທີ. ​ໄລຍະ​ທີ່​ຜ່ານ​ມາ, ລັດຖະບານ​ອາ​ເມ​ລິ​ກາ​ໄດ້​ເຂົ້າ​ຮ່ວມໜູນ​ຊ່ວຍ​ຄ່າ​ໃຊ້​ຈາ​ຍ​ເພື່ອ​ກຳຈັດ​ທາດ​ພິດ​ຢູ່​ຕາມ​ຈຸດ​ຮ້ອນ. ນັບ​ແຕ່​ປີ​ການ​ເງິນ​ 2012, ອາ​ເມ​ລິ​ກາ​ໄດ້​ຈາ​ຍ 5 ລ້ານ USD /ປີ​ໃຫ້​ແກ່​ຄົນ​ພິການ​ທີ່​ກ່ຽວຂ້ອງ​ເຖິງ​ທາດ​ພິດ​ເຄມີ​ຢູ່​ຫວຽດນາມ. ທ່ານ​ຮອງ​ສາດສະດາຈານ, ດຣ ຫງວຽນ​ເທ້ລຶກ ​ເລຂາທິການ​ໃຫຍ່​ສະມາຄົມ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ຢືນຢັນ​ວ່າ : 

  “ ປະຈຸ​ບັນ, ພວກ​ເຮົາ​ພວມ​ຜັນ​ຂະຫຍາຍ​ສືບ​ຕໍ່​ຮ້ອງ​ຟ້ອງ​ບັນດາ​ບໍລິສັດ​ທາດ​ເຄມີ​ອາ​ເມ​ລິ​ກາ ​ເພື່ອ​ຮຽກຮ້ອງ​ເຂົາ​ເຈົ້າ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ນິຕິ​ທຳ ​ແລະ ຄວາມ​ເປັນ​ທຳ ບໍ່​ພຽງ​ແຕ່​ເພື່ອ​ບັນດາ ຜູ້ປະສົບເຄາະຮ້າຍຊາວ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ບັນດາ ຜູ້ປະສົບເຄາະຮ້າຍ​ທັງ​ໝົດ​ເວົ້າ​ລວມ, ​ໃນ​ນັ້ນມີ​ທັງ​ທະຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ​ແລະ ທະຫານ​ຜ່ານ​ເສິກ​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ​ທີ່​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຢູ່​ຫວຽດນາມ ຊຶ່ງ​ຖືກ​ຕິດທາດພິດ ສີສົ້ມ/ດີໂອຊິນ. ສະມາຄົມຜູ້ ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມຮ້ອງ​ຟ້ອງ​ລັດຖະບານ​ອາ​ເມ​ລິ​ກາ ​ແລະ ​ບັນດາ​ບໍລິສັດ​ທາດ​ເຄມີ​ອາ​ເມ​ລິ​ກາ​ເພື່ອ​ໃຫ້ 2 ຊາດ​ຫວນ​ຄືນ​ອະດີດຕະການ, ຖອດ​ຖອນ​ເປັນບົດຮຽນ, ຫຍັບມໍ່ເຂົ້າກັນກວ່າ, ເຮັດໃຫ້ສາຍພົວພັນຫວຽດນາມ-ອາເມລິການັບມື້ນັບ ພັດທະນາຢ່າງ​ດີງາມ​ຄື​ດັ່ງ​ຄວາມ​ມຸ່ງ​ຫວັງ​ຂອງ​ປະຊາຊົນ​ຂອງ 2 ປະ​ເທດ”

    ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ຫວຽດນາມ ກໍ​ຄື​ການ​ສະໜັບສະໜູນ​ຂອງ​ບັນດາ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ​ຊາວ​ຕ່າງປະ​ເທດ​ນັ້ນ, ສ່ວນ​ໃດ​ສ່ວນ​ໜຶ່ງ​ກໍ​​ເປັນ​ການບັນ​ເທົ່າ​ຄວາມ​ເຈັບປວດ, ຄວາມ​ສູນ​ເສຍ​ໃຫ້​ແກ່​ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ, ຊ່ວຍ​ເຂົາ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ດຳລົງ​ຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ