ມຽນ​ມາ​ ມານະ​ພະ​ຍາ​ຍາມ​ພ້ອມ​ກັບ​ອາ​ຊຽນ ສ້າງສະ​ຖຽນ​ລະ​ພາບ​ໃຫ້​ແກ່ປະ​ເທດ​ຊາດ​ ​

(VOVWORLD) -ຜູ້ຕາງໜ້າສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຫາກໍ່ສີ້ນສຸດການໄປຢ້ຽມຢາມ ແລະ ເຮັດວຽກຢູ່ມຽນມາ ໃນລະຫວ່າງວັນທີ 4-5 ມິຖຸນາ. ການຢ້ຽມຢາມ ໄດ້ເຊື່ອມຕໍ່ບັນດາຄວາມມານະພະຍາຍາມຫວ່າງມໍ່ໆມານີ້ຂອງອາຊຽນ ໃນການໜູນຊ່ວຍປະເທດສະມາຊິກນີ້ ບັນລຸໄດ້ມາດຕະການສັນຕິພາບໂດຍໄວ ແລະ ສ້າງສະຖຽນລະພາບໃຫ້ແກ່ປະເທດຊາດ.
 
ມຽນ​ມາ​ ມານະ​ພະ​ຍາ​ຍາມ​ພ້ອມ​ກັບ​ອາ​ຊຽນ ສ້າງສະ​ຖຽນ​ລະ​ພາບ​ໃຫ້​ແກ່ປະ​ເທດ​ຊາດ​ ​ - ảnh 1

ປຊຊ ລັດ Karen ອອກຈາກບ້ານ ຍ້ອນວິຕົກກັງວົນການປະທະກັນ (ພາບ: AFP)

  ການຜັນຜວນດ້ານການເມືອງຢູ່ມຽນມາ ເກີດຂຶ້ນເມື່ອຕົ້ນເດືອນກຸມພາປີ 2021 ຜ່ານມາ, ພາຍຫຼັງທະຫານມຽນມາ ໄດ້ຈັບຕົວບັນດາການນຳໂດຍ ປຊຊ ແຕ່ງຕັ້ງຂອງປະເທດນີ້ ດ້ວຍຄຳກ່າວຫາໂທດສໍ້ໂກງຄະແນນໃນການເລືອກຕັ້ງ. ໃນກ່ວາ 4 ເດືອນຜ່ານມາ, ວົງຄະນະຍາດສາກົນ, ພິເສດແມ່ນອາຊຽນ ໄດ້ມີບັນດາຄວາມມານະພະຍາຍາມໃນການເປັນກາງ, ຊອກຫາມາດຕະການໂດຍສັນຕິວິທີ ແລະ ມີລັກສະນະສ້າງສັນໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ.

ອາຊຽນ ແລະ ບົດບາດເປັນກາງໃນການໄກ່ເກ່ຍ

   ໃນແຈ້ງການຫຼ້າສຸດກ່ຽວກັບໝາກຜົນການໄປຢ້ຽມຢາມຽນມາ ຂອງປະທານກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ, ລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ Brunei Darussalam Dato Erywan Pehin Yusof ແລະ ທ່ານເລຂາທິການໃຫ່ຍອາຊຽນ Dato Lim Jock Hoi, ຄະນະເລຂາອາຊຽນ ໄດ້ຢັ້ງຢືນວ່າ ໝາກຜົນການໄປຢ້ຽມຢາມ ແມ່ນຕັ້ງໜ້າ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມເຫັນດີເຫັນພ້ອມ 5 ຂໍ້ທີ່ບັນລຸໄດ້ ທີ່ກອງປະຊຸມບັນດາການນຳອາຊຽນ ທີ່ຖືກຈັດຂຶ້ນເມື່ອວັນທີ 24 ເມສາຜ່ານມາ, ພິເສດແມ່ນການແຕ່ງຕັ້ງ ແລະ ບົດບາດທູດພິເສດຂອງປະທານອາຊຽນ ກ່ຽວກັບມຽນມາ, ກໍ່ຄືວິທີທີ່ອາຊຽນ ສາມາດໜູນຊ່ວຍສ້າງເງື່ອນໄຂໃຫ້ແກ່ການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນລະຫວ່າງທຸກຝ່າຍຢູ່ມຽນມາ.

ມຽນ​ມາ​ ມານະ​ພະ​ຍາ​ຍາມ​ພ້ອມ​ກັບ​ອາ​ຊຽນ ສ້າງສະ​ຖຽນ​ລະ​ພາບ​ໃຫ້​ແກ່ປະ​ເທດ​ຊາດ​ ​ - ảnh 2

ປະທານສະພາບໍລິຫານລັດ ທັງເປັນຜູ້ບັນຊາໃຫ່ຍກອງທັບມຽນມາ Min Aung Hlaing, ຢັ້ງຢືນຈະສົມທົບກັບອາຊຽນ ເພື່ອຮັກສາສະຖຽນລະພາບ (ພາບ: AFP/TTXVN)

    ການຢ້ຽມຢາມມຽນມາ ຄັ້ງນີ້ຂອງທ່ານເລຂາທິການໃຫ່ຍອາຊຽນ Dato Lim Jock Hoi,  ແລະ ລັດຖະມົນຕີຜູ້ທີ 2 ກະຊວງການຕ່າງປະເທດ Brunei ຊື່ງແມ່ນປະເທດປະທານໝູນວຽນອາຊຽນ ປີ 2021 ແມ່ນສ່ວນໜຶ່ງໃນບັນດາຄວາມມານະພະຍາຍາມຂອງອາຊຽນ ເພື່ອຊອກຫາມາດຕະການ ໃຫ້ແກ່ບັນຫາມຽນມາ. ທ້າຍເດືອນມາເສປີ 2021, ບັນດາການນຳອາຊຽນ ໄດ້ບັນລຸຄວາມເຫັນດີເຫັນພ້ອມ ລວມມີ 5 ຂໍ້ ເພື່ອແນໃສ່ຢຸດຕິການໃຊ້ຄວາມຮຸນແຮງຢູ່ມຽນມາ, ຊຸກຍູ້ການໂອ້ລົມສົນທະນາ, ສະໜອງການອຸປະຖຳ, ແຕ່ງຕັ້ງທູດພິເສດ, ສົ່ງຄະນະຜູ້ແທນໂດຍທ່ານທູດພິເສດນີ້ນຳໜ້າໄປຍັງມຽນມາ ເພື່ອພົບປະກັບ “ທຸກຝ່າຍທີ່ກ່ຽວຂ້ອງ”.

ຄວາມມານະພະຍາຍາມສ້າງສະຖຽນລະພາບໃຫ້ແກ່ປະເທດຊາດ

   ໂດຍໄດ້ເຂົ້າເປັນສະມາຊິກອາຊຽນ ເມື່ອປີ 1997, ຍາມໃດ ມຽນມາ ກໍ່ແມ່ນສະມາຊິກທີ່ຕັ້ງໜ້າຂອງອາຊຽນ ໃນການສ້າງປະຊາຄົມອາຊຽນ, ປະຕິບັດຢ່າງມີວິໄສທັດ. ຕົວຈິງໃນຫຼາຍປີຜ່ານມາ, ມຽນມາ ຖືບົດບາດຂອງອາຊຽນ ໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບໃນພາກພື້ນເປັນສຳຄັນທີ່ສຸດ.

   ໃນໄລຍະເຊື່ອມໂຍງ, ຍາມໃດ ມຽນມາ ກໍ່ຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກອາຊຽນ ເພື່ອສ້າງສຽງເວົ້າລວມ, ພ້ອມກັນສົມທົບເພື່ອຮັບມືກັບບັນດາສິ່ງທ້າທາຍ, ຊຸກຍູ້ສັນຕິພາບ, ຄວາມກ້າວໜ້າໃນພາກພື້ນ. ຕໍ່ໜ້າສະພາບຂາດສະຖຽນລະພາບຢູ່ປະເທດນີ້, ອາຊຽນ ໄດ້ມີຫຼາຍຈຸດທີ່ຄ້າຍຄືກັນ ເພື່ອປະກອບສ່ວນແກ້ໄຂວິກິດການຢູ່ມຽນມາ. ເລື່ອງໜູນຊ່ວຍມຽນມາ ຊອກໄດ້ມາດຕະການສັນຕິພາບ ແມ່ນມີຄວາມສຳຄັນສຳລັບອາຊຽນ ໃນຄວາມສາມັກຄີພາຍໃນ ແລະ ປັບປຸງບົດບາດອາຊຽນ ໃນເວທີສາກົນ.

   ໃນຕະຫຼອດ 2,3 ເດືອນຜ່ານມາ, ຍາມໃດ ອາຊຽນ ກໍ່ມານະພະຍາຍາມ ເພື່ອຊຸກຍູ້ມາດຕະການ ໃຫ້ແກ່ວິກິດການດ້ານການເມືອງຢູ່ມຽນມາ, ຮຽກຮ້ອງການໂອ້ລົມສົນທະນາ, ໄກ່ເກ່ຍ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງ ປຊຊ ມຽນມາ. ບັນດາສະມາຊິກອາຊຽນ ພວມຊຸກຍູ້ການໂອ້ລົມສົນທະນາ, ສ້າງເງື່ອນໄຂສະດວກ ໃຫ້ແກ່ການຊອກຫາມາດຕະການໃຫ້ແກ່ບັນຫານີ້. ອາຊຽນ ກໍ່ຮຽກຮ້ອງໃຫ້ວົງຄະນະຍາດສາກົນ ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ຫຼັກໝັ້ນຂອງອາຊຽນ, ຢາກມີບັນດາການປຶກສາຫາລືຢູ່ ສປຊ ກ່ຽວກັບບັນດາບັນຫາສຳຄັນທີ່ກ່ຽວຂ້ອງ ຕ້ອງມີການທາບທາມຄວາມເຫັນຢ່າງຄົບຖ້ວນ ກັບບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດອື່ນໆໃນພາກພື້ນ. ຫວ່າງແລ້ວນີ້, ທ່ານເລຂາທິການໃຫ່ຍ ສປຊ Antonio Guterres ກໍ່ໄດ້ຢັ້ງຢືນບົດບາດສຳຄັນຂອງອາຊຽນ ໃນການແກ້ໄຂບັນຫາມຽນມາ, ອາຊຽນ ພວມມານະພະຍາຍາມ ສວມບົດບາດເປັນຂົວຕໍ່ ດ້ວຍຄວາມປາດຖະໜາ ຢາກໃຫ້ປະເທດມຽນມາ ມີຄວາມສະຖຽນລະພາບໂດຍໄວ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ, ສືບຕໍ່ປະກອບສ່ວນເຂົ້າໃນຄວາມເປັນສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ