ຢັ້ງຢືນການພົວພັນສຳພັນທະມິດລະຫວ່າງອາເມລິກາ ແລະ ຍີ່ປຸ່ນ


(vovworld)- ວັນ​ທີ 9/2, ທ່ານ​ນາ​ຍົກ​ລັດ​ຖະມົນ​ຕີ ຍີ່​ປຸ່ນ Shinzo Abe ຈະ​ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ. ນີ້​ແມ່ນ​ການ​ນຳ​ທຳ​ອິດ​ຂອງ​ອາ​ຊີ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ພາຍ​ຫລັງ​ທ່ານ Donald Trump ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ (20/1/2017). ສິ່ງນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນການ​ເປັນ​ເຈົ້າ​ການ​ຂອງ​ລັດ​ຖະ​ບານ ຍີ​່​ປຸ່ນ ໃນ​ການ​ປັບ​ປຸງ​ສາຍ​ພົວ​ພັນ​​ສຳພັນ​ທະ​ມິດ​ກັບ ອາ​ເມ​ລິ​ກາ ພາຍ​ໃຕ້​ອຳ​ນາດ​ການ​ປົກ​ຄອງຂອງປະ​ທາ​ນາ​ທິ​ບໍ​ດີ Donald Trump ພ້ອມ​ທັງ​ໃຫ້​ໂລກ​ຮູ້​ວ່າ ການ​ພົວ​ພັນ​ພັນ​ທະ​ມິດ ຍີ່​ປຸ່ນ - ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ໝັ້ນ​ຄົງ​ຫນັກ​ແຫນ້ນ.

ຢັ້ງຢືນການພົວພັນສຳພັນທະມິດລະຫວ່າງອາເມລິກາ ແລະ ຍີ່ປຸ່ນ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump

        ວັນ​ທີ 7/2, ທ່ານ Yoshihide, ຫົວ​ຫນ້າຫ້ອງວ່າ​ການ​ລັດ​ຖະ​ບານ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ທ່ານ ນາ​ຍົກ​ລັດ​ຖະມົນ​ຕີ ຍີ່​ປຸ່ນ Shinzo Abe ຈະ​ເຈ​ລະ​ຈາ​ກັບ​ທ່ານ Donald Trump ຢູ່ ວໍ​ຊີງຕັນ ແລະ ຈະ​ໄປ​ຢ້ຽມ​ຢາມ​ເຂດ​ຜັກ​ພ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຢູ່ Florida ກ່ອນ​ທີ່​ກັບ​ຄືນ​ເມືອ​ຍີ່​ປຸ່ນ ໃນ​ວັນ​ທີ 13/2. ຕາມ​ຫົວ​ຫນ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ​ຍີ່​ປຸ່ນ ແລ້ວ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ສອງ​ປະ​ເທດ ແລກ​ປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ທັດ​ສະ​ນະ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ເພື່ອ​ໃຫ້​ໂລກ​ຮູ້​ໄດ້​ວ່າ ການ​ພົວ​ພັນ​​ສຳພັນ​ທະ​ມິດ ຍີ່​ປຸ່ນ - ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ໝັ້ນ​ຄົງ​ຫນັກ​ແຫນ້ນ.  ທ່ານ Suga ໃຫ້​ຮູ້​ຕື່ມ​ອີກວ່າ ການ​ຢ້ຽມ​ຢາມ Floria ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ສະ​ເພາະ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ​ຍິ່ງ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກວ່າ.

ຢັ້ງ​ຢືນ​ຄວາມ​ໝັ້ນ​ຄົງ​ຂອງ​ພັນ​ທະ​ມິດ

ຄາດ​ວ່າ ເນື້ອ​ໃນ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ການ​ນຳ 2 ທ່ານ ແມ່ນ​ກ່ຽວ​ຂ້ອງ​ເຖິງ​ຄຳ​ຕັດ​ສິນ​ຖອນ​ອອກ​ຈາກ ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP) ຂອງ​ທ່ານ Donald Trump, ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ປີນ​ຂັ້ນ​ໄດ ກັບ ສ​ປ​ປ ເກົາ​ຫລີ. ນອກນັ້ນ ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ພັນ​ທະ​ມິດ​ການ​ທະ​ຫານ, ການ​ເງິນ, ການ​ຄ້າ, ໃນ​ນັ້ນ ອາດ​ຈະ​ມີ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ສອງ​ຝ່າຍ ຫລືບໍ່​ວ່າ​ບັນ​ຫາ​ໃດ​ຊື່ງ​ທັງ​ສອງ​ທ່ານ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ ກໍ​ໄດ້​ເຕື້ອງ​ເຖິງ. ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ Donald Trump ມີ​ຄວ​າມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe, ຫນຶ່ງ​ໃນ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສຸດຍອດ​ທ​ຳ​ອິດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ​ຜູ້ທີ 45 ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ​ບັນ​ດາ​ການ​ເຈ​ລະ​ຈາ​ການ​ຄ້າ​ສອງ​ຝ່າຍ. ໃນ​ຂະ​ນະ​ນັ້ນ, ຝ່າຍ ຍີ່​ປຸ່ນ ກໍ​ໃຫ້​ຮູ້​ວ່າ ປະ​ເທດນີ້ ກະ​ກຽມ​ໃຫ້​ທຸກ​ສະ​ພາ​ວະ​ການ​ໃນ​ການ​ຮ່ວມ​ມື​ກັບ​ທ່ານ Donald Trump. ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Donald Trump ເມື່ອ​ວັນ​ທີ 28/1, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ຢັ້ງ​ຢືນ​ວ່າ ທີ່ການ​ພົບ​ປະ​ຄັ້ງ​ຈະ​ມາ​ເຖິງ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ທ່ານ​ຢາກ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ ແລະ ເສດ​ຖະ​ກິດຢ່າງ​ກົງ​ໄປ​ກົງ​ມາ.

ກ່ອນ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ James Mattis ກໍ​ໄດ້​ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ. ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ຢູ່ ໂຕ​ກຽວ, ທ່ານ Mattis ໄດ້​ຍົກ​ອອກ​ຫລາຍ​ຄຳ​ຖະ​ແຫລງ​ການ ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ທີ່​ສຳ​ຄັນ​ໃຫ້​ແກ່ ໂຕ​ກຽວ, ຊື່ງ​ແມ່ນ​ສິ່ງ​ທີ່ ຍີ່​ປຸ່ນ ຢາກ​ໄດ້​ຮັບ​ຟັງ​ຈາກ​ອຳ​ນາດ​ການ​ປົກ​ຄອງ Donald Trump, ໃນ​ນັ້ນ ມີ​ເລື່ອງ​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ໃນ​ການ​ປົກ​ປັກ​ຮັກ​ສາ​ໝູ​່​ເກາະ Senkaku/ຕ້ຽວ​ອີ ຢູ່ ທະ​ເລ​ຮວ​າ​ຕູງ. ນອກນັ້ນ, ໃນ​ຄຳ​ວິ​ຈານ​ທີ່​ການ​ປະ​ຊຸມ​ຂ່າວ​ເມື່ອ​ວັນ​ທີ 4/2 ​ຊື່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກວົງ​ການ​ການ​ເມືອງ​ຍີ່​ປຸ່ນວ່າ “ແປກ​ປະ​ຫລາດ​ໃຈ​”, ທ່ານ Mattis ໄດ້​ຍ້ອງ​ຍໍ ຍີ່​ປຸ່ນ ແມ່ນ “ແບບ​ຢ່າງ” ໃຫ້​ແກ່​ການ​ແບ່ງ​ເບົາ​ລາຍ​ຈ່າຍ​ທີ່​ສະ​ຫງວນ​ໃຫ້​ບັນ​ດາ​ກຳ​ລັງ​ຕັ້ງ​ຖັບ​ຂອງ ອາ​ເມ​ລິ​ກາ.

ຂໍ້​ຂັດ​ໃຈ​ຍັງ​ຄົງ​ຄ​້າງ​ຢູ່

ເຖິງວ່າ ໃນ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ , ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ James Mattis ຢືນ​ຢັນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຂອງ​​ສຳພັນ​ທະ​ມິດ​ກໍ​ຕາມ ແຕ່​ໂຕ​ກຽວ ບໍ່​ທັນ​ມີ​ຄວາມ​ອຸ່ນ​ອ່ຽນ​ໃຈ, ​ເພາະ​ວ່າ ​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ຫລາຍ​ຢ່າງ​ຍາກ​ທີ່​ຄາດ​ຄະ​ເນ​ໄດ້​ພວມ​ເກີດ​ຂຶ້ນ ຍ້້ອນ​ນະ​ໂຍ​ບາຍ “ປະ​ເທດ​ອາ​ເມ​ລິ​ກາ​​ນອກ​ເຫ​ນືອ​ສິ່ງ​ໃດ​ໝົດ” ຂອງ​ທ່ານ Donald Trump ກໍ​ຄື​ບັນ​ດາ​ຄຳ​ວິ​ຈານ​ມີ​ລັກ​ສະ​ນະ​ສູ້​ຢັນ​ຂອງ​ທ່ານ ກ່ຽວ​ກັບ​ການ​ພົວ​ພັນ​ສຳພັນ​ທະ​ມິດ​ຢ່າງສະ​ຫນິດ​ສະ​ຫນົມ. ສ​າດ​ສະ​ດາ​ຈານ Kazuhiro Maeshima ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Shophia, ຜູ້​ຊ່ຽວ​ຊານ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ຖື​ວ່າ: “ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ຍັງ​ຄົງ​ຕົວ​ຢູ່” ເພາະ​ວ່າ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ອາດ​ຈະ​ຖືກ​ຕ່າວ​ປີ້ນ. ທ່ານ Maeshima ກໍ​ກ່າວ​ເຕືອນ​ວ່າ ຍີ່​ປຸ່ນ ຄວນ​ລະ​ມັດ​ລະ​ວັງ ແລະ ຫລີກ​ລ້ຽງ​ເພື່ອ​ໃຫ້​ທ່ານ Trump ນຳ​ໃຊ້​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ໝູ່​ເກາະ ຊື່ງ​ຝ່າຍ​ຍີ່​ປຸ່ນ ເອີ້ນ​ວ່າ Senkaku, ສ່ວນ​ຝ່າຍ​ຈີນ ເອີ້ນ​ວ່າ ຕ້​ຽວ​ອີ ແມ່ນ​ແຜນ​ການ​ເພື່ອ​ແລກ​ເອົາ​ບັນ​ດາ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຈາກ​ຝ່າຍ​ຍີ່​ປຸ່ນ, ເປັນ​ຕົ້ນ​ໃນ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ຄື ການ​ລົງ​ທຶນ​ໂດຍ​ກົງ​ຈາກ ອາ​ເມ​ລິ​ກາ. ຮອງ​ສາດ​ສະ​ດາ​ຈານ Ken Jimbo, ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Keio ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຢ້ຽມ​ຢາມ​ຍີ່​ປຸ່ນ ຂອງ​ທ່ານ Mattis ຄື​ວ່າ ​ພຽງ​ສຸມ​ໃສ່ແບ່ງ​ປັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວ​ມ​ໃນ​ສາຍ​ພົວ​ພັນ​ພັນ​ທະ​ມິດ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ, “ເພື່ອ​ຍາດ​ເອົາ”ບັນ​ດາ​ບັນ​ຫາອື່ນ​ໃຫ້​ແກ່​ການ​ປຶກ​ສາ​ຫາ​ລື​ຫລັງ​ຈາກນັ້ນ. ກ່ອນ​ຫນ້ານັ້ນ, ເມື່ອ​ຫາ​ສຽງ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ, ທ່ານ Donald Trump ເຄີຍ​ຖ​ະ​ແຫລງ​ຄຳ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຈ່າຍ​ເງິນ​ໃຫ້​ອາ​ເມ​ລິ​ກາ​​ໄດ້​ຮັບ​ຄວາມ​ສະ​ຫງົບ​ປອດ​ໄພ.

        ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກ​ິດ, ບັນ​ຫາ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫລາຍ​ກວ່າການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ, ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ໄດ້​ມີ​ການ​ພົວ​ພັນ​ໃນ​ລະ​ດັບ​ສູງກວ່າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳ​ລັບ​ທັດ​ສະ​ນະ TPP ບໍ່​​ມີ​ຄວາມສະ​ດວກ​ປານ​ໃດໃຫ້​ແກ່​ຄົນ​ງານ ແລະ ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ, ທ່ານ Donald Trump ໄດ້​ຕັດ​ສິນ​ຢາ​ກ​ຖອນ​ອອກ​ຈາກ​ຂໍ້​ຕົກ​ລົງ​ນີ້ ພາຍ​ຫລັງ​ຮັບ​ດຳ​ລົງ​ຕຳ​ແຫນ່ງ. ໃນ​ຂະ​ນະ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ​ພັດແມ່ນ​ຜູ້​ທີ່​ສຸດ​ຈິດ​ສຸດ​ໃຈ​ກັບ TPP ທີ່​ສຸດ. ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາຜູ້ທີ 45  ​ເຄີຍ​ຕຳ​ຫນິ​ຕິ​ຕຽນ​ເລື່ອງ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ ​ອາ​ເມ​ລິ​ກາ ຂາດ​ກາ​ລະ​ໂອ​ກາດ​ເພື່ອ​ສຳ​ພັດ​ກັບ​ຕະ​ຫລາດ​ລົດ​ໂອ​ໂຕ​ຍີ່​ປຸ່ນ ແລະ​ຖື​ວ່າ ໂຕ​ກຽວ ພວມ​ສວຍ​ໃຊ້​ນະ​ໂຍ​ບາຍ​ເງິນ​ຕາ​ເພື່ອ​ຫລຸດ​ຜ່ອນ​ຄ່າ​ສະ​ກຸນ​ເງິນ​ໂດ​ລາ​ສະ​ຫະ​ລັດ.

​ກ່ອນ​ທີ່​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​​ຂອງ​ທ່ານ ປະ​ທ​າ​ນາ​ທິ​ບໍ​ດີ Donald Trump ພຽງ​ສອງ​ສາມ​ຊົ່ວ​ໂມງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ເນັ້ນ​ຫນັກ​ວ່າ ພັນ​ທະ​ມິດ ອາ​ເມ​ລິ​ກາ ຍີ່​ປຸ່ນ ແມ່ນ​ປະ​ຖົມ​ປັດ​ໄຈ​ຫລັກ​ແຫລ່ງ ແລະ ແມ່ນ “ຫລັກ​ການບໍ່​ປ່ຽນ​ແປງ​ໄດ້” ໃນ​ນະ​ໂຍ​ບາຍ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ຕ່າງ​ປະ​ເທດ ຂອງ​ໂຕ​ກຽວ. ສະ​ນັ້ນ ປະ​ຈຸ​ບັນ ທຸກ​ຄວາມ​ສົນ​ໃຈ​ພວມ​ສຸ​ມ​ໃສ່​ການ​ພົບ​ປະ​ຂັ້ນ​ສຸດຍອດ​ລະ​ຫວ່າງ​ການ​ນຳ Abe – Trump, ຊື່ງ​ແມ່ນ​ເຫດ​ການ​ອາດ​ຈະ​ກະ​ທົບ​ຫລາຍ​ສົມ​ຄວນ​ເຖິງ​ການ​ພົວ​ພັນ​​ສຳພັນ​ທະ​ມິດ​ທີ່​ແກ່​ຍາວ​ຫລາ​ຍ​ທົດ​ສະ​ວັດ​ຜ່ານມ​າ.

ຕອບກັບ

ຂ່າວ/ບົດ​ອື່ນ