ຢຶດໝັ້ນຈຸດໝາຍປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດ

(VOVWORLD) - ທີ່ວາລະປະຊຸມຄັ້ງທີ 1 ຈັດຕັ້ງໃນວັນທີ 2 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ໄລຍະ 2016  2020, ໄດ້ໃຫ້ເຫັນເຖິງຄວາມຈຳເປັນຕ້ອງຢຶດໝັ້ນຈຸດໝາຍສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ. ຕາມນັ້ນແລ້ວ, ຫວຽດນາມ ຈະຮັກສາ ລະດັບການເຕີບໂຕດ້ານເສດຖະກິດສູງກ່ວາ, ສືບຕໍ່ຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດໃນໄລຍະຈະມາເຖິງ.
ຢຶດໝັ້ນຈຸດໝາຍປ່ຽນແປງໃໝ່ຮູບແບບການເຕີບໂຕເສດຖະກິດ - ảnh 1ກອງປະຊຸມຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ, ໄລຍະ 2016  2020 


       
ການປ່ຽນແປງໃໝ່ຮູບແບບການເຕີບໂຕ, ສ້າງໂຄງປະກອບພື້ນຖານເສດຖະກິດແມ່ນວິວັດການຕໍ່ເນື່ອງເພື່ອປັບຕົວດ້ວຍທ່າອ່ຽງຍຸກສະໄໝ, ໃນການພັດທະນາຢ່າງແຮງຂອງວິທະຍາສາດເຕັກໂນໂລຊີ. ໃນສະພາບການນັ້ນ, ຄືດັ່ງປະເທດອື່ນ, ຫວຽດນາມ ຈຳເປັນຕ້ອງມີວິທີຈັດຕັ້ງການຜະລິດ, ຄຸ້ມຄອງໃໝ່ ເພື່ອປະຕິບັດວິວັດການນີ້ໃຫ້ປະສົບຜົນສຳເລັດ.

ໝາກຜົນແຫ່ງການປ່ຽນໃໝ່ໂຄງປະກອບເສດຖະກິດຍັງບໍ່ທັນຖືກກັບຄວາມມຸ່ງຫວັງ

       ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ, ການບໍລິຫານຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕຂອງ ຫວຽດນາມ ໃນໄລຍະຜ່ານມາບັນລຸໝາກຜົນຕັ້ງໜ້າ. ຄຸນນະພາບການເຕີບໂຕຄ່ອຍໆເຂົ້າສູ່ລວງເລິກ ແລະ ໄດ້ຮັບການຍົກສູງຂຶ້ນ. ການປະກອບສ່ວນຂອງສະມັດຕະພາບບັນດາປັດໄຈສັງລວມ (TFP) ໃຫ້ແກ່ການເຕີບໂຕເສດຖະກິດຄ່ອຍໆເພີ່ມຂຶ້ນ, ປີ 2016 ບັນລຸ 40,68%, ປີ 2017 ບັນລຸ 45,19%. ຂອບຂະໜາດໜີ້ສາທາລະນະໃນຂອບເຂດໄດ້ຮັບອະນຸຍາດ. ເລື່ອງສ້າງໂຄງປະກອບບັນດາຂົງເຂດຈຸດສຸມຂອງພື້ນຖານເສດຖະກິດຄືນໃໝ່ຄື: ການລົງທຶນຂອງລັດ, ລັດວິສາຫະກິດ ແລະ ບັນດາອົງການສິນເຊື່ອລ້ວນແຕ່ມີການຫັນປ່ຽນຕັ້ງໜ້າ… ແຕ່ເຖິງຢ່າງໃດກໍ່ຕາມ, ຮູບແບບການເຕີບໂຕຂອງ ຫວຽດນາມ ຍັງບໍ່ທັນໄດ້ຮັບການປ່ຽນແປງໃໝ່; ສະມັດຕະພາບການອອກແຮງງານເພີ່ມຂຶ້ນຍັງອີງໃສ່ດ້ານເງິນລົງທຶນ ແທນທີປ່ຽນແປງໃໝ່ເຕັກໂນໂລຊີ ແລະ ຄຸ້ມຄອງ…  ສາຍເຫດແມ່ນຍ້ອນບັນດາສິ່ງຄົງຄ້າງດ້ານກົນໄກ, ນະໂຍບາຍ, ກົດໝາຍຍັງຈຳກັດການປະຕິບັດບັນດາມາດຕະການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ປ່ຽນແປງໃໝ່ຮູບແບບການເຕີບໂຕ.

        ຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ

       ກ່ຽວກັບໜ້າທີ່ສ້າງໂຄງປະກອບຄືນໃໝ່ ແລະ ປ່ຽນແປງໃໝ່ຮູບແບບການເຕີບໂຕໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ຄວນຮັກສາລະດັບການເຕີບໂຕສູງກ່ວາ, ແກ່ຍາວກ່ວາ; ຊອກຫາກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕ; ພິເສດແມ່ນເອົາໃຈໃສ່ຊອກຫາປັດໃຈໃໝ່ໃຫ້ແກ່ວິວັດການພັດທະນາຂອງປະເທດຊາດ:

        “ກຳລັງໜູນເພື່ອປະຕິບັດການສ້າງໂຄງປະກອບຄືນໃໝ່ ເຊິ່ງຄວນຢັ້ງຢືນຄືນໃໝ່ຈາກວິພຶດຕິກຳຕົວຈິງຂອງປະເທດຊາດ, ນັ້ນແມ່ນບົດບາດຂອງລະບອບ, ນະໂຍບາຍ ແລະ ກົດໝາຍ. ບັນດາທ້ອງຖິ່ນຄວນມີມະຕິສະພາປະຊາຊົນດີເພື່ອປະຕິບັດ. ທາງສູນກາງຍິ່ງຕ້ອງໝູນໃຊ້ລະບອບກົດໝາຍເຊິ່ງລັດຖະບານສະເໜີໃຫ້ສະພາແຫ່ງຊາດຮັບຮອງເອົາ. ທີສອງແມ່ນບົດບາດກຳລັງໜູນຂອງເສດຖະກິດພາກເອກະຊົນ. ບົດບາດກຳລັງໜູນຂອງການເຊື່ອມໂຍງເສດຖະກິດສາກົນ, ພິເສດແມ່ນບັນດາສັນຍາການຄ້າເສລີທີ່ພວກເຮົາໄດ້ລົງນາມໃນໄລຍະຜ່ານມາ. ບໍ່ມີຕະຫຼາດໃໝ່ໃນສະພາບການຜະລິດຂອງ ຫວຽດນາມ ເຫຼືອເກີນຄືແນວນັ້ນ ຈະບໍ່ສາມາດພັດທະນາໄດ້.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກບົດບາດກຳລັງໜູນຂອງວິທະຍາສາດເຕັກໂນໂລຊີ ເຊິ່ງພື້ນຖານແມ່ນການສຶກສາບຳລຸງສ້າງ, ພິເສດແມ່ນຍຸດທະສາດ 4.0. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງສຸມໃສ່ບັນດາຂົ້ວເຕີບໂຕ, ບັນດາສູນພັດທະນາ; ຍູ້ແຮງການຕ້ານສໍ້ລາດບັງຫຼວງ, ຫຍໍ້ທໍ້, ສະແຫວງຫາຜົນປະໂຫຍດເປັນກຸ່ມໃນສ້າງໂຄງປະກອບຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ; ສືບຕໍ່ປັບປຸງສະພາບການລົງທຶນດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງຕ້ອງສຸມໃສ່ 2 ເນື້ອໃນຕົ້ນຕໍ, ແມ່ນປ່ຽນແປງໃໝ່ວິທີການຄຸ້ມຄອງແຫ່ງລັດກ່ຽວກັບເສດຖະກິດ, ການປະຕິຮູບຢ່າງຮອບດ້ານ; ເພື່ອສືບຕໍ່ປະຕິບັດໂຄງການກໍ່ສ້າງລັດຖະບານລະບຽບວິໄນ - ປອດໃສ - ກະທຳ - ມີຫົວຄິດປະດິດສ້າງ - ມີປະສິດທິຜົນ.

ສືບຕໍ່ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່

       ເມື່ອເນັ້ນໜັກຄວາມສຳຄັນຂອງການສືບຕໍ່ປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ປ່ຽນໃໝ່ຮູບແບບການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປະຕິບັດບັນດາຈຸດໝາຍເຕີບໂຕຢ່າງແຮງ:

        “ກະຊວງອຸດສາຫະກຳ ການຄ້າແມ່ນຫົວໜ່ວຍສ້າງໂຄງປະກອບພື້ນຖານຄືນໃໝ່ຢ່າງແຮງທີ່ສຸດ ໃນລະບົບບັນດາອົງການ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ແຕ່ກໍ່ຍັງບໍ່ທັນເຫັນປັດໄຈໃໝ່ໃນການເຕີບໂຕຢ່າງແຮງກ່ວາໃນບັນດາຂັ້ນ, ບັນດາຂະແໜງການ, ພິເສດແມ່ນນະໂຍບາຍ, ກົງຈັກ ເພື່ອໜູນຊ່ວຍໃຫ້ແກ່ການສ້າງໂຄງປະກອບຄືນໃໝ່. ເຮັດແນວໃດເພື່ອມີກຳລັງຄວາມສາມາດຜະລິດໃໝ່ ສ້າງກຳລັງໜູນພັດທະນາ. ເສດຖະກິດຂອງພວກເຮົາຕ້ອງເຕີບໂຕສູງຢ່າງຕໍ່ເນື່ອງໃນເວລາຈະມາເຖິງເພື່ອເພີ່ມຂອບຂະໜາດພື້ນຖານເສດຖະກິດ, ແກ້ໄຂວຽກເຮັດງານທຳ ແລະ ສະສົມບົດຮຽນບັນຫາທີ່ຈຳເປັນເພື່ອພັດທະນາປະເທດຊາດ.”

        ໜ້າທີ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕໃນໄລຍະຈະມາເຖິງແມ່ນໜັກໜ່ວງທີ່ສຸດ, ໃນຂະນະທີ່ຂອບເຂດໃຫ້ແກ່ການເຕີບໂຕຍັງຄັບແຄບ. ພ້ອມກັນນັ້ນ, ສະພາບການໂລກຍັງສືບຕໍ່ມີການຜັນແປສັບສົນ, ຫຍຸ້ງຍາກສຳລັບ ຫວຽດນາມ. ດັ່ງນັ້ນ, ໃນໄລຍະຈະມາເຖິງ, ຫວຽດນາມ ຕ້ອງສືບຕໍ່ປັບປຸງພື້ນຖານເສດຖະກິດມະຫາພາກ, ຍູ້ແຮງການປະຕິບັດສຳເລັດບັນດາຂອບເຂດໃຫ້ແກ່ການສ້າງໂຄງປະກອບເສດຖະກິດ ແລະ ການປະຕິຮູບການບໍລິຫານຄືນໃໝ່. ຫວຽດນາມ ກໍຄວນມີຍຸດທະສາດພັດທະນາເສດຖະກິດໃນຂົງເຂດມີກຳລັງໜູນ, ພັດທະນາເສດຖະກິດພາກເອກະຊົນ, ສຸມໃສ່ຮ່ວມສຳພັນເຂດ, ສ້າງໂຄງປະກອບລາຍຮັບ - ລາຍຈ່າຍງົບປະມານ, ບັນດາຫົວໜ່ວຍບໍລິຫານສາທາລະນະ. ໃນວິວັດການນີ້, ວິທະຍາສາດ - ເຕັກໂນໂລຊີ ໄດ້ຮັບຖືວ່າແມ່ນປັດໄຈແກ່ນສານເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ