ຢືນຢັນບົດບາດຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ໃນລັດຖະທຳມະນູນປີ 1992 ສະບັບປັບປຸງ

(vovworld)- ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຂອງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຊື່​ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ ​ແລະ ປະກອບ​ຄຳ​ເຫັນຈາກ​ຫາງສຽງ ນັ້ນ​ແມ່ນ​ມາດຕາ 4 ​ໂດຍ​ເຕື້ອງ​ເຖິງ​ບົດບາດ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ຫລາຍ​ຄຳ​ເຫັນ​ໄດ້​ຢືນຢັນ​ວ່າ ຂໍ້ກຳນົດ​​​ໃນ​ມາດຕາ 4 ຂອງ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ, ສອດຄ່ອງ​ກັບ​ລະບອບ​ການ​ເມືອງ​ຂອງ​ຫວຽດນາມ.

        ມາດຕາ 4​ ​ໃນຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ມີ​ຫລາຍຈຸດ​ໃຫມ່​ເມື່ອ​ທຽບ​ໃສ່​ລັດຖະທຳ​ມະນູນ​ກ່ອນ​ນີ້. ນັ້ນ​ແມ່ນ​ຢັ້ງຢືນ​ຢ່າງ​ຈະ​ແຈ້ງ​ພັກ​ກອມ​ມູນິດ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນອົງການ​ນຳ​ຫນ້າ​ຂອງ​ຊົນ​ຊັ້ນ​ກຳມະກອ​ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ອົງການ​ນຳ​ຫນ້າ​ຂອງ​ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ ​ແລະ ປະ​ເທດ​ຊາດ​ຫວຽດນາມ ​ອີກ​ດ້ວຍ. ຄວາມ​ຈິງ​ໃນ​ໄລຍະ​ກວ່າ 80 ປີ​​ແຫ່ງ​ສ້າງ​ຕັ້ງ, ຄົງ​ຕົວ ​ແລະ ພັດທະນາ​ຂອງພັກ​ກອມ​ມູນິດ ຫວຽດນາມ ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ບໍ່​ພຽງ​ແຕ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຊາວ​ຜູ້​ອອກ​ແຮງ​ງານ ​ແລະ ຂອງ​ທັງ​ຊາດ​ອີກ​ດ້ວຍ. ສະ​ນັ້ນ ບົດບາດ​ຊີ້​ນຳ​ນຳພາ​ຂອງ​ພັກ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກວ່າ​ໃນ​ມາດຕາ 4 ​ແມ່ນ​ຄວາມຮຽກຮ້ອງ​ຢ່າງ​ຮີບ​ເຮັ່ງ, ສອດ​ຄອ່ງກັບ​ສະພາບ​ຕົວ​ຈິງ​ຢ່າງ​ພາວະ​ວິ​ໄສ​ກໍ​ຄື​ສະພາບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່. ທ່ານ ຫງວຽນ​ວັນ​ແທງ, ພະນັກງານ​ອອກ​ກິນ​ເບ້ຍ​ບຳນານ​ຖື​ວ່າ​:

        “ພັກ​ໄດ້​ນຳພາ​ການ​ປະຕິວັດ, ປະ​ເທດ​ຊາດ, ສັງຄົມ ​ແມ່ນ​ພັກ​ກຳ​ອຳນາດ ​ໂດຍ​ອີງ​ໃສ່​ພື້ນຖານ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ພັກ. ສະ​ນັ້ນ ພວກ​ເຮົາ ຢືນຢັນ​ຢ່າງ​ຈະ​ແຈ້ງ​ບົດບາດ​ທີ່​ຕັ້ງ​ຂອງ​ພັກ​ໃນ​ໄລຍະ​ປ່ຽ​ນ​ແປງ​ໃຫມ່​ແຕ່​ເຕັມ​ໄປ​ດ້ວຍ​ການ​ຜັນ​​ແປ​ຢ່າງ​ສັບສົນ ​ແມ່ນ​ມີຄວາມ​ຈຳ​ເປັນ​ທີ່​ສຸດ.”

        ​ແລະ​ກໍ​​ໃນ​ມາດຕາ 4 ຂອງ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ເພ່ີມ​ເຕີມ​ຂໍ້ກຳນົດ​ທີ່ວ່າພັກ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​​ແຟ້ນກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ ​ແລະ ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ຮັບຜິດຊອບ​ຕໍ່​ປະຊາຊົນ​ກ່ຽວ​ກັບ​ບັນດາ​ຄວາມ​ຕັດສິນ​ຂອງ​ຕົນ. ການ​ເພີ່​ມ​ເຕີມ​ນີ້​ໄດ້​ກຳນົດ​ທາດ​ແທ້, ຄວາມ​ຮັບຜິດຊອບ​ຂອງ​ພັກ​ຕໍ່​ປະຊາຊົນ. ບົດບາດ​ຊີ້​ນຳ​ນຳພາ​ຂອງ​ພັກ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ພັກ​ຕໍ່​ປະຊາຊົນ. ພິ​ເສດ​ແມ່ນ​ເຊີດ​ຊູ​ບົດບາດ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ ໝາຍ​ຄວາມ​ວ່າ​ປະຊາຊົນ​ມີ​ສິດ​ໄຈ້ແຍກຕີ​ລາຄາ​ແຜນ​ນະ​ໂຍບາຍ, ​ແນ​ວທາງ​ຂອງ​ພັກ. ທ່ານ ຫງວຽນ​ຕວັນ​ແອ​ງ, ຄູ​ສອນວິຊາ​ກົດໝາຍ ​ຢູ່​ມະຫາວິທະຍາ​ໄລ​ແຫ່ງຊາດ ຍົກ​ຄຳ​ເຫັນ​ວ່າ:

        “​ໃນ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ລະບຸ​ວ່າ ພັກພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ. ແຕ່ ການ​ຕິດຕາມ​ກວດກາ​ຄື​ແນວ​ໃດ. ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ຄວນ​ເພີ່ມ​ເຕີມ​ປະຊາຊົນ​ປະຕິບັດ​ການ​ຕິດຕາມ​ກວດກາ​ສຳລັບ​ພັກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ສັງຄົມ ​ແລະ ໄຈ້ແຍກ​ຕີ​ລາຄາ​ສັງຄົມ. ຈຳ​ເປັນ​ຕ້ອງ​ສ້າງ​ກົດໝາຍນີ້​ເພື່ອ​ກຳນົດ​ຢ່າງ​ຈະ​ແຈ້ງ​ການ​ຕິດຕາມ​ກວດກາ​ຕໍ່​ພັກ​ຄື​ແນວ​ໃດ, ຕໍ່​ລັດຖະບານແມ່ນ​ຄື​ແນວ​ໃດ.”

ຢືນຢັນບົດບາດຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ໃນລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ຫນັງສືພິມ ກວນໂດ້ຍເຍີນເຢີນ(Quan doi nhan dan) ຈັດການພົບປະສົນທະນາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992
ສະບັບປັບປຸງ
ພາບ:qdnd.vn

        ສຸດ​ທ້າຍ, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ກໍ​ຢືນຢັນ​ວ່າ: ບໍ່​ພຽງ​ແຕ່​ອົງການ​ຈັດ​ຕັ້ງ​ຂອງ​ພັກ​ເທົ່າ​ນັ້ນ ຫາກສະມາຊິກ​ພັກ​ທຸກ​ຄົນ​ຕ້ອງ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ​ເມື່ອ​ເຕື້ອງ​ເຖິງ​ເນື້ອ​ໃນ​ດັ່ງກ່າວ, ຮອງ​ສາດສະດາ​ຈານ ດຣ ​ໂດ໋ຫງອກ​ນີງ ອາຈານ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ ຂຶ້ນ​ກັບ​ສະຖານ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມິນ ຍົກ​ຄຳ​ເຫັນ​ວ່າ:

        “ມາດຕາ 4 ​ໄດ້​ລະບຸ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ ລ້ວນ​ແຕ່​ໃນ​ຂອບ​ເຂດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ນີ້​ແມ່ນ​ການ​ກຳນົດ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ນິຕິ​ກຳ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ຂອງ​ອົງການຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ. ການ​ກຳນົດ​ນີ້​ກໍ​ໄດ້​ລະບຸ​ໄວ້​ໃນ​ກົດ​ລະບຽບ​ພັກ ​ແລະ ​ໄດ້​ຮັບ​ການ​ກຳນົດ​ວ່າ ​ແມ່ນ​ຫລັກການ​ເຄື່ອນ​ໄຫວ​ຂອງ​ພັກ. ​ເປັນ​ອັນວ່າ ຖ້າອົງການ​ຈັດ​ຕັ້ງ​ພັກ ​ແລະ ສະມາຊິກ​ພັກ​​ລະ​ເມີດ​ກົດໝາຍ ບໍ່​ພຽງ​ແຕ່​ຖືກ​ລົງໂທດ​ຕາມ​ກົດໝາຍ​ເທົ່າ​ນັ້ນ ຫາກ​ຍັງ​ຖືກ​ລົງໂທດຕາມ​ການ​ກຳນົດ​ຂອງ​ກົດ​ລະບຽບ​ພັກ​ອີກ​ດ້ວຍ. ພັກ​ບໍ່​ອະນຸຍາດ​ຖື​ການ​ແກ້​ໄຂ​ຕາມ​ກົດໝາຍ​ແທນ​ໃຫ້ການ​ປະຕິບັດວິ​ໄນ​ຂອງ​ພັກ”

        ບໍ່​ອາດ​ປະຕິ​ເສດ​ບົດບາດ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ສຳລັບ​ປະ​ເທດ​ຊາດໄດ້ ​ແຕ່​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ພັດທະນາ, ມີ​ຫລາຍຄຳ​ເຫັນ​ຖື​ວ່າ ພັກຄວນ​ມີ​ການ​ປ່ຽນ​​ໃຫມ່​ກວ່າ​ອີກ, ພະນັກງານ,​ສະມາຊິກ​ພັກ​ແຕ່ລະຄົນ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄຸນສົມບັດ ​ແລະ ບັນດາ​ເນື້ອ​ໃນ​ດັ່ກກ່າວ​ຄວນ​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ.

       ບົດບາດ​ຊີ້​ນຳ​ນຳພາ​ຂອງ​ພັກ​ໃນ​ມາດຕາ 4 ຂອງ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ຖືກ​ກຳນົດ​ຢ່າງ​ຈະ​ແຈ້ງກວ່າ ນັ້ນ​ແມ່ນ​ຄຳ​ຮຽກຮ້ອງ​ຕ້ອງການ​ຈຳ​ເປັນ​ທີ່​ສຸດ​ຈາກ​ຄວາມ​ຈິງ​ຢ່າງ​ພາວະ​ວິ​ໄສກໍ​ຄືສະພາບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ