ລັດຖະບານ ຕວກກີ ມານະພະຍາຍາມຮັກສາຄວາມສະຫງົບຂອງປະເທດຊາດເປັນປົກກະຕິ



(vovworld)- ພາ​ຍ​ຫລັງ​ການ​ລັດ​ຖະ​ປະ​ຫານ​ເມື່ອວັນ​ທີ 15/7 ບໍ່​ໄດ້​ຮັບ​ຜົນ, ອຳ​ນາດ​ການ​ປົກ​ຄອງ ຕວກ​ກີ ພວມ​ສຸມ​ໃສ່​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ເຮັດ​ໃຫ້​ສະ​ພາບ​ການ​ຂອງ​ປະ​ເທດ​ຊາດ​ເປັນ​ປົກ​ກະ​ຕິ. ດ້ວຍ​ຄຳ​ຖະ​ແຫລງ “ບໍ່​ມີ​ສິດ​ອຳ​ນາດ​ໃດ​ຫລື​ກຳ​ລັງ​ແຮງ​ໃດ​ໃຫຍ່ກວ່າ​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​”, ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ Recep Tayyip Erdogan ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ແມ່ນ​ຜູ້​ສະ​ຫລາດ​ສະ​ຫລຽວ ເມື່ອ​ອີງ​ໃສ່​ກຳ​ລັງ​ແຮງ​ຈາກ​ແນວ​ຄິດ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ການ​ປັບ​ປຸງ​ສິດ​ອຳ​ນາ​ດ​ຄືນ​ໃຫມ່ ແລະ ປະ​ຕິ​ຮູບກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ຢ່າງ​ແຮງ, ເຖິງວ່າ ນີ້​ແມ່ນ​ຫນ້າ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ໄລ​ຍະ​ປະ​ຈຸ​ບັນ.

        ຕອນ​ຄ່ຳ​ວັນ​ທີ 15/7, ທົ່ວ​ໂລກ​ຕົກ​ສະ​ເຫງີ້​ຕໍ່​ສະ​ພາບວ​ຸ້ນ​ວາຍ​ຢູ່​ນະ​ຄອນ​ຫລວງ Ankara ແລະ ນະ​ຄອນ Istanbul ຊື່ງ​ໄດ້​ແຜ່​ພາບ​ທາງ​ສື່​ສານ​ສາ​ກົນ. ການ​ລັດ​ຖະ​ປະ​ຫານ​ໄດ້ເລີ່ມ​ຕົ້ນ​ດ້ວຍ​ເຫດ​ການ​ລົດ​ຖັງ​ປິດ​ລ້ອມ​ຂົວ​ Bosphorus ຊື່ງ​ແມ່ນ​ຂົວ​ແຫ່ງ​ຫນຶ່ງ​ທີ່​ມີ​ຊື່​ສຽງ​ຢູ່ Istanbul. ໃນ​ເວ​ລານັ້ນ ຢູ່ ນະ​ຄອນ​ຫລວງ Ankara, ​ເຮືອ​ບິນກອບ​ແຕ ບິນ​ທົ່ວ​ຂອບ​ຟ້າ ແລະ ພົນ​ລະ​ຫານ​ເຂົ້າ​ຮ່ວມ​ການ​ລັດ​ຖະ​ປະ​ຫານ​ໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ຫລາຍ​ຄັ້ງ​ເຂົ້າ​ບັນ​ດາ​ອົງ​ການ​ສື່​ສານ, ສຳ​ນັກ​ງານ​ຕຳ​ຫລວດ, ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ ແລະ ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ອຳ​ນາດ​ການ​ປົກ​ຄອງ Ankara ໄດ້​ດັບ​ສູນ​ການ​ລັດ​ຖະ​ປະ​ຫານ​ຢ່າງວ່ອງ​ໄວ. ເຖິງ​ວ່າ ການ​ລັດ​ຖະ​ປະ​ຫານບໍ່​ໄດ້​ຮັບ​ຜົນ ແຕ່​ໄດ້ເຮັດ​ໃຫ້ເກືອບ 300 ຄົນ​ຖືກ​ເສຍ​ຊີ​ວິດ ແລະ ກວ່າ 2000 ຄົນ​ຖືກ​ບາດ​ເຈັບ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ການ​ລັດ​ຖະ​ປະ​ຫານ​ຍັງ​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້​ຖືກ​ເສຍ​ຫາຍ​ປະ​ມານ 100 ຕື້ USD.

ລັດຖະບານ ຕວກກີ ມານະພະຍາຍາມຮັກສາຄວາມສະຫງົບຂອງປະເທດຊາດເປັນປົກກະຕິ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ R.Erdogan ກ່າວ​ຄຳ​ເຫັ​ນ​ໃນ​ເຫດ​ການ​ຫນຶ່ງ​ຢູ່
Ankara ເມື່ອ​ວັນ​ທີ 2/8
ພາບ:  AFP/TTXVN

ການ​ປະ​ຕິ​ຮູບ​ກົງ​ຈັກ​ອຳ​ນາດ​ຢ່າງ​ແຮງ

        ພາຍ​ຫລັງ​ປາບ​ປາມ​ການ​ລັດ​ຖະ​ປະ​ຫານ​ສຳ​ເລັດ​ຜົນ, ປະ​ທາ​ນາ​ທິ​ບໍ​ດີ R.Erdogan ໄດ້​ປະ​ກາດ​ຄຳ​ສັ່ງ​ສະ​ພາ​ວະ​ສຸກ​ເສີນ​​ທົ່ວ​ປະ​ເທດ​ທີ່ແກ່​ຍາວ​​ມາ​ເປັນ​ເວ​ລາ 3 ເດືອນຢ່າງ​ທັນ​ທີ. ທ່ານ R.Erdogan ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ພື້​ນ​ຖານ​ປະ​ຊາ​ທິ​ປະ​ໄຕ ຕວກ​ກີ ຈະ​ບໍ່​ຖືກ​ຜົນ​ສະ​ທ້ອນ ພ້ອມ​ທັງ ບັນ​ດາ​ສິດ​ພື້ນ​ຖານ​ກໍ​ຄື​ສິດ​ເສ​ລີ​ພາບ​ຂອງ​ປະ​ຊາ​ຊົນ​ກໍ​ບໍ່​ຖືກ​ຜົນ​ສະ​ທ້ອນ. ພິ​ເສດ ພາຍ​ຫລັງ​ການ​ລັດ​ຖະ​ປະ​ຫານ, ປະ​ທາ​ນາ​ທິ​ບໍ​ດີ R.Erdogan ໄດ້​ດຳ​ເນີນບັ້ນ​ຄັດ​ເລືອກ ກົງ​ຈັກ​ອຳ​ນາດ​ຄັ້ງ​ໃຫຍ່​ທີ່ບໍ່​ເຄີຍ​ມີ​ມາ​ກ​ອ່ນ. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ໄດ້​ມີກວ່າ 7.500 ຄົນ​ຖືກ​ກັກ​ຂັງ, ໃນ​ນັ້ນ ​ ນາຍ​ພົນ ແລະ ນາຍທະ​ຫານ​ຂັ້ນ​ສຸງ 103 ຄ​ົນ ພ້ອມ​ກັບ​ພົນ​ທະ​ຫານກວ່າ 2.800 ຄົນ ແລະ ຜູ້​ພິ​ພາກ​ສານ ​ເກືອບ 2.800 ຄົນ, ຕຳ​ຫລວດ 8000 ຄົນ ຖືກ​ຄັດ​ເຂ່ຍ​ອອກ. ທ່ານ R.Erdogan ກໍ​ຖະ​ແຫລງວ່າ ສຳ​ລັບຜູ້​ທໍ​ລະ​ຍົດ​ອາດ​ຈະ​ຖືກ​ປະ​ຫານ​ຊີ​ວິດ.

ຄວາມ​ຈິງບໍ່​ທັນ​ຮູ້​ຈະ​ແຈ້ງ ພຽງ​ແຕ່​ເຫັນ​ວ່າ ສິ່ງ​ທີ່​ເປັນ​ຫນ້າ​ວິ​ຕົກ​ກັງ​ວົນ​ທີ່​ສຸດປະ​ຈຸ​ບັນ ນັ້ນ​ແມ່ນ ການ​ລັດ​ຖະ​ປະ​ຫານ​ສິ້ນ​ສຸດບໍ່​ຫມາຍ​ຄວາມ​ວ່າ ທຸກ​ຄວາມ​ວຸ້ນ​ວາຍ​ຢູ່ ຕວກ​ກີ ໄດ້​ຜ່ານ​ໄປ​ແລ້ວ. ກົງ​ກັນ​ຂ້າມ ມີ​ຫລາຍ​ຄຳ​ເຫັນ​ຖື​ວ່າ ນີ້​ພຽງ​ແຕ່​ແມ່ນ​ການ​ເປີດ​ສາກ​ໃຫ້​ໄລ​ຍະ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ຍາວ​ນານ​ຢູ່ ຕວກ​ກີ, ຊື່ງ​ແມ່ນ​ປະ​ເທດ​ໄດ້​ຮັບ​ຖື​ວ່າ​ມີ​ສະ​ຖຽນ​ລະ​ພາບ​ພໍ​ສົມ​ຄວນ​ໃນ​ພາກ​ພື້ນ.

ພາຍ​ຫລັງ​ການ​ລັດ​ຖະ​ປະ​ຫານ, ຫນຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃຫຍ່​ສຸດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ R.Erdogan ນັ້ນ​ແມ່ນ ຕ້ອງ​ພິ​ຈາ​ລະ​ນາຄືນ​ນະ​ໂຍ​ບາຍ​ໃນ​ການ​ບໍ​ລິ​ຫານ, ກາ​ນ​ຄຸ້ມ​ຄອງ​ປະ​ເທດ​ຊາດ ຖ້າ​ຢາກ​ສືບ​ຕໍ່​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ອຳ​ນາດ​ການ​ປົກ​ຄອງ.  ໃນ​ໄລ​ຍະ​ຈະ​ມາ​ເຖິງ, ອຳ​ນາດ​ການ​ປົກ​ຄອງ ຕວກ​ກີ ແນ່ນອນ​ວ່າ ຈະ​ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ ພັກ​ກຳ​ມະ​ກອນ​ຊາວ​ເຄີດ​ສ. ຄຽງ​ຄູ່​ກັນ​ນັ້ນ, ເລື່ອງ​ທ່ານ R.Erdogan ຕັດ​ສິນ​ໃຈ​ຟື້ນ​ຟູ​ກຄະ​ດີ​ປະ​ຫານ​ຊີ​ວິດ ແລະ ສືບ​ຕໍ່​ບັ້ນ​ປັດ​ເຂ່ຍ, ການ​ພົວ​ພັນ​ລະ​ຫວ່າງ​ຕວກ​ກີ ​ກັບ ຝ່າຍ​ຕາ​ເວັນ​ຕົກ ຈະ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ. ທ່ານ R.Erdogan ຈະ​ປະ​ເຊີນ​ຫນ້າ​ກັບ​ກະ​ແສ​ຟອງ​ຕຳ​ຫນິ​ຕິ​ຕຽນ ເມື່ອ​ຖື​ວ່າ ທ່ານ​ສວຍ​ໃຊ້​ສິດ​ອຳ​ນາດ ແລະ ສິ່ງ​ນີ້​ໝາຍ​ຄວາມ​ວ່າ ເສັ້​ນ​ທາງ​ເພື່ອ​ໃຫ້​ຕວກ​ກີ ເຂົ້າ​ຮ່ວມ EU ຈະ​ບໍ່​ສະ​ດວກ.

        ພາຍ​ຫລັງ​ການ​ລັດ​ຖະ​ປະ​ຫານ, ຕວກ​ກີ ຈະ​ມີ​ຄວາມ​ສາ​ມັກ​ຄີ​ ຫລື ຖືກ​ແບ່ງ​ແຍກກວ່າ? ຄຳ​ຖາມ​ແມ່ນຂຶ້​ນກັບ​ບັນ​ດາ​ການ​ນຳ​ປະ​ເທດນີ້. ແນ່ນອນ ຕວ​ກ​ກີ ​ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ​ບັນ​ດາ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກການ​ລຸກ​ຮຶ້​ຂຶ້ນ​ຜ່ານ​ມາ ຈາກນັ້ນ​ຖອ​ດ​ຖອນ​ໄດ້​ບົດ​ຮຽນ. ປະ​ຊາ​ຄົມ​ສາ​ກົນ ພວມ​ປ​າດ​ຖະ​ຫນາ​ວ່າ ທ່ານ R.Erdogan ຈະ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດນີ້​ເພື່ອ​​ແກ້​ໄຂ​ສະ​ພາບ​ແຕກ​ແຫງ​ດ້ານ​ການ​ເມືອງ ແລະ ຄວາມສາ​ມັກ​ຄີ​ແຫ່ງ​ຊາດ, ​ເພື່ອ​ໃຫ້ຕວກ​ກີ ສວມ​ບົດ​ບາດ​ໃຫຍ່ກວ່າ​ໃນ​ພາກ​ພື້ນ.

​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ການ​ກະທຳ​ນີ້​ຂອງ​ອຳນາດ​ການ​ປົກຄອງ ຕວກກີ ​ໄດ້​ເຮັດ​ໃຫ້​ບັນດາ​ສຳພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ຂອງ ຕວກກີ ມີ​ຄວາມ​ວິຕົກ​ວັງ​ວົນ​ທີ່​ສຸດ ​ເຖິງ​ວ່າ​ກ່ອນ​ນັ້ນ​ເຂົາ​ເຈົ້າ​ສະໜັບສະໜູນ​ທ່ານ Erdogan ​ໃນ​ການ​ລັດຖະປະຫານ. ອາ​ເມ​ລິກາ ​ແລະ ສະຫະພາບ​ເອີ​ລົບ ລ້ວນ​​ແຕ່​ໄດ້​ຍົກ​ອອກ​ບັນດາ​ຄຳ​ກ່າວ​ເຕືອນຢ່າງ​ເຄັ່ງ​ຄັດຕໍ່​ທ່ານ​ປະທາ​ນາ​ທິບໍດີ R.Erdogan ທີ່​ກ່ຽວຂ້ອງ​ເຖິງ​ການປັດ​ເຂ່ຍທີ່​ອຳນາດ​ການ​ປົກຄອງ​ຂອງ​ປະ​ເທດ​ນີ້​ພວມ​ປະຕິບັດ​ເພື່​ອ​ແນ​ໃສ່​ບັນດາ​ພາກສ່ວນ​​ເປັນ​ປໍ​ລະ​ປັກ​ພາຍຫຼັງ​ການ​ກໍ່​ລັດຖະປະຫານ. ​ແຕ່​ວ່າ, ທ່ານ R.Erdogan  ​ເດັດ​ດຽວ​ປົກ​ປ້ອງ​ທັດສະນະ “ພື້ນ​ຖານ​ປະຊາທິປະ​​ໄຕ​ບໍ່​ຜ່ອນ​ສັ້ນ​ຜ່ນຍາວ” ​ແລະ ນີ້​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ພື້ນຖານ​ສັນ​ຕິ​ພາບ​ໃຫ້​ແກ່​ປະຊາຊົນ. ​ເພື່ອ​ຫຼີກ​ລ້ຽງ​ກໍ່​ຄວາມຫວາດ​ຫວັ່ນ​ໃນ​ໝູ່​ປະຊາຊົນ, ວັນ​ທີ 3/8 ຜ່ານ​ມາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຕວກກີ Numan Kurtulmus ກໍ່​ອອກສຽງ​ເພື່ອ​ສ້າງ​ຄວາມ​ອຸ່ນ​ອ່ຽນ​ໃຈ​ໃຫ້​ປະຊາຊົນ ​ເມື່ອ​ກ່າ​ວຄຳ​ເຫັນ​ໃນ​ໂທລະພາບ, ຢັ້ງຢືນ​ລັດຖະບານ​ຈະ​ບໍ່​ປະກາດ​ໃຊ້​ຄຳ​ສັ່ງ​ໄອ​ຍະ​ການ​ເສີກ, ບັນດາ​ກົນ​ໄກ​ຕະຫຼາດ​​ເສລີ​ຈະ​ບໍ່​ຖືກ​ຜົນ​ສະທ້ອນ ​ແລະ ບັນດາ​ສິດ​ພື້ນຖານ​ຂອງ​ປະຊາຊົນ​ຈະ​ບໍ່​ຖືກ​ລ່ວງ​ລ້ຳ

ບັນດາຜົນ​ກະທົບພາຍຫຼັງ​​ເຫດ​ກໍ່​ລັດຖະປະຫານ

        ມາ​ຮອດ​ປະຈຸ​ບັນ, ຄຳ​ຖາມວ່າ ​ໃຜ​ແມ່ນ​ຜູ້​ຢື່ນຢູ່​ເບື້ອງ​ຫຼັງ​ການ​ກໍ່​ລັດຖະປະຫານ​ນີ້​ຍັງ​ກໍ່​ຄວາມ​ຖົກ​ຖຽງ​ກັນ ​ແລະ ຄວາມ​ລະ​ແວ​ງສົງ​ໄສ. ອຳນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະທານາທິບໍດີ R.Erdogan  ​ໄດ້​ກ່າວ​ຫາ​ບາດ​ຫຼວງ Fethullah Gulen, ຜູ້​ພວມ​ດຳລົງ​ຊີວິດ​ຜັດ​ຖິ່ນຢູ່ ອາ​ເມ​ລິ​ກາ ​​ເປັນ​ຜູ້ນຳ​ໜ້າ. ​ໃນ​ຂະນະ​ນັ້ນ, ທ່ານ Fethullah Gulen, ອາຍຸ 77 ປີ, ​ເຄີຍ​ເປັນ​ສຳ​ພັນທະ​ມິດ​ສະໜິດສະໜົມ​ກັບ​ທ່ານ​ປະທານາທິບໍດີ R.Erdogan   ກ່ອນ​ທີ່​ເປັນ​ປໍ​ລະ​ປັກ​ຂອງ​ການ​ນຳ​ຕວກກີ, ​ເດັດ​ດຽວ​ປະຕິ​ເສດ​ຄຳ​ກ່າວ​ຫາ​ດັ່ງກ່າວ, ພ້ອມ​ທັງ​ກ່າວ​ຫາ​​ຄືນວ່າ​ທ່ານ​ປະທານາທິບໍດີ R.Erdogan  ​ຈົ່ງເປັນ​ຜູ້ກໍ່​ໃຫ້​ເກີດ​ການ​ກໍ່​ລັດຖະປະຫານ​ເພື່ອ​​ແນ​ໃສ່​ຊ່ວຍ​ໃຫ້​ທ່ານ​ເອງ​ປັບປຸງ​ສິດ​ອຳນາດ. ຍ້ອນ​ມີ​ການ​​ລັດຖະປະຫານ, ທ່ານ​ປະທານາທິບໍດີ R.Erdogan  ​ໄດ​້ຈົ່ງ​ມີ​ກາລະ​ໂອກາດ​ຫັນປ່ຽນ​ສະພາບຈາກ​ການ​ນຳ​ພວມ​ຖືກ​ຕຳ​ນິຕິ​ຕຽນ ຫັນ​ເປັນ​ຜູ້​ໄດ້​ຮັບ​ໄຊຊະນະ​ດ້ວຍ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ